ຄວາມສາມາດບົ່ມຊ້ອນການລົງທຶນຢູ່ແຂວງ ບິ່ງເຟືອກຂອງນັກລົງທຶນໄທ

(VOVWORLD) - ແຂວງ ບິ່ງເຟືອກ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ. ມາຮອດປະຈຸບັນ, ໃນທົ່ວແຂວງໄດ້ດຶງດູດ 350 ໂຄງການລົງທຶນຈາກຕ່າງປະເທດດ້ວຍຈຳນວນເງິນລົງທຶນທັງໝົດ 3 ຕື້ 346 ລ້ານ USD. ໃນນັ້ນ, ນັກລົງທຶນ ໄທ ຍືນອັນດັບທີ 4 ໃນຈຳນວນບັນດານັກລົງທຶນທີ່ມາລົງທຶນໃນບໍລິເວນທົ່ວແຂວງ. ຈຳນວນໂຄງການລົງທຶນຈາກບັນດານັກລົງທຶນ ໄທ ນັບມື້ນັບເພີ່ມຂຶ້ນ.
ຄວາມສາມາດບົ່ມຊ້ອນການລົງທຶນຢູ່ແຂວງ ບິ່ງເຟືອກຂອງນັກລົງທຶນໄທ - ảnh 1ກອງປະຊຸມສົ່ງເສີມການລົງທຶນຂອງນັກລົງທຶນ ໄທ ຢູ່ ແຂວງ ບິ່ງເຟືອກ

ຍ້ອນສາຍເຫດໃດທີ່ເຮັດໃຫ້ບັນດານັກລົງທຶນ ໄທ ເລືອກແຂວງ ບີ່ງເຟືອກ ເປັນບ່ອນສົນໃຈໃນການລົງທຶນນັ້ນ ທ່ານຜູ້ຟັງຜູ້ອ່ານຈະມີຄຳຕອບຜ່ານບົດຂຽນທີ່ມີຫົວຂໍ້ວ່າ “ຄວາມສາມາດບົ່ມຊ້ອນລົງທຶນຢູ່ແຂວງ ບີ່ງເຟືອກ ຂອງບັນດານັກລົງທຶນ ໄທ”.

ກຸ່ມບໍລິສັດ C.P ໄດ້ເປີດສະຫຼອງກຸ່ມໂຮງງານ CPV Food ບິ່ງເຟືອກ - ເຊິ່ງແມ່ນກຸ່ມໂຮງງານລ້ຽງໄກ່ ແລະ ປຸງແຕ່ງໄກ່ ສົ່ງອອກດ້ວຍຂະໜາດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຕັ້ງຢູ່ເມືອງ ເຈີນແທັ່ງ, ແຂວງ ບິ່ງເຟືອກ. ນີ້ຖືວ່າແມ່ນໜຶ່ງໃນຈຳນວນໂຄງການຂະຫນາດໃຫຍ່ ແລະ ມີຄວາມສຳຄັນທີ່ສຸດຂອງກຸ່ມບໍລິສັດ C.P ນັບແຕ່ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ດ້ວຍຈຳນວນເງິນລົງທຶນທັງໝົດແມ່ນ 250 ລ້ານ USD. ກຸ່ມໂຮງງານນີ້ລວມມີ: ໂຮງງານຜະລິດຫົວອາຫານສັດແຫ່ງໜຶ່ງ, ຟາມລ້ຽງໄກ່ພັນ 5 ແຫ່ງ, ໂຮງງານຟັກໄຂ່ແຫ່ງໜຶ່ງ,ຟາມລ້ຽງໄກ່ພັນຊີ້ນ 24 ແຫ່ງ ແລະ ໂຮງງານປຸງແຕ່ງໄກ່ອີກແຫ່ງໜຶ່ງ ເພື່ອສົ່ງອອກໄປຍັງຕະຫຼາດໃຫຍ່ຄື: ອີຢູ, ສ ເກົາຫຼີ, ອາເມລິກາ... ເມື່ອແບ່ງປັນກ່ຽວກັບສາຍເຫດທີ່ກຸ່ມບໍລິສັດ C.P  ຂອງໄທ ເລືອກເອົາແຂວງ ບິ່ງເຟືອກ ເປັນບ່ອນດຳເນີນທຸລະກິດ, ທ່ານ ຈີໂນຣົກ ເບັນຈາວາຄຸນ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຫຸ້ນສ່ວນລ້ຽງສັດ C.P  ຫວຽດນາມ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕີລາຄາວ່າແຂວງ ບິ່ງເຟືອກ ແມ່ນແຂວງ ທີ່ມີຄວາມສາມາດບົ່ມຊ້ອນ, ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ. ຖ້າຢາກລົງທຶນຜະລິດ, ດຳເນີນທຸລະກິດນັ້ນ, ບັນດານັກລົງທຶນຕ້ອງຄິດໄລ່ຊັ່ງຊາເຖິງເງື່ອນໄຂດ້ານພູມສາດ, ດິນຟ້າອາກາດ, ການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ. ແຂວງ ບິ່ງເຟືອກມີເງື່ອນໄຂຄົບຖ້ວນນັ້ນແມ່ນ ຕັ້ງຢູ່ ຫ່າງຈາກນະຄອນ ໂຮ່ຈີມິນ ບໍ່ໄກ, ໃກ້ກັບທ່າກ່ຳປັ່ນ ແລະ ສະໜາມບິນລອງແທັ່ງ ເຊິ່ງຈະໄດ້ເປີດສະຫຼອງໃນ 2 3 ປີຕໍ່ໜ້ານີ້. ແຂວງ ບິ່ງເຟືອກ ຍັງມີຊາຍແດນຕິດກັບ ກຳປູເຈຍ ດັ່ງນັ້ນ ການຂົນສົ່ງສິນຄ້າໄປຍັງຕ່າງປະເທດກໍ່ມີຄວາມສະດວກຫຼາຍພໍສົມຄວນ.”

ກຸ່ມໂຮງງານ CPV Food ບິ່ງເຟືອກ ແມ່ນໜຶ່ງໃນຈຳນວນ 21 ໂຄງການຂອງບັນດານັກລົງທຶນ ໄທ, ດ້ວຍຈຳນວນເງິນລົງທຶນທັງໝົດແມ່ນ 263 ລ້ານ USD. ປະຈຸບັນ, ບັນດານັກລົງທຶນ ໄທ ຍືນອັນດັບທີ 4 ໃນຈຳນວນບັນດານັກລົງທຶນທີ່ມາລົງທຶນຢູ່ແຂວງນີ້. ຕາມການຕີລາຄາຂອງບັນດານັກລົງທຶນໄທ ແລ້ວ, ທ່າໄດ້ປຽບທີ່ສຸດຂອງແຂວງ ບິ່ງເຟືອກ ແມ່ນແຂວງມີເນື້ອທີ່ດິນກ້ວາງຂວາງທີ່ສຸດຢູ່ພາກພື້ນຕາເວັນອອກສ່ຽງໃຕ້ ດ້ວຍຈຳນວນກ່ວາ 6.800 km2. ນີ້ແມ່ນທ່າແຮງສຳຄັນທີ່ສຸດເພື່ອພັດທະນາ. ກ່ຽວກັບດ້ານພື້ນຖານໂຄງລ່າງລົງທຶນພັດທະນາອຸດສາຫະກຳ, ນອກຈາກ 13 ເຂດອຸດສາຫະກຳທີ່ມີຢູ່ແລ້ວ, ທາງແຂວງພວມສືບຕໍ່ປັບປຸງຂະຫຍາຍການວາງແຜນຜັງ, ພັດທະນາບັນດາເຂດ, ກຸ່ມອຸດສາຫະກຳ. ວິໄສທັດຮອດປີ 2030, ໃນບໍລິເວນແຂວງ ຈະມີ 40 ກຸ່ມອຸດສາຫະກຳດ້ວຍເນື້ອທີ່ດິນທັງໝົດ 1.600 ເຮັກຕາ. ທ່ານນາງ ປິດາຄຸນ ສຸວັນສຳຣິດ, ຜູ້ຕາງໜ້າບໍລິສັດ Becamex ໄທ, ໃຫ້ຮູ້ວ່າ:

“ເມື່ອແຂວງ ບິ່ງເຢືອງ, ຫວູງເຕົາ, ນະຄອນໂຮ່ຈີມິນ ມີການແກ່ງແຍ້ງລົງທຶນດ້ວຍລາຄາສູງນັ້ນ, ແຂວງ ບິ່ງເຟືອກ ແມ່ນແຂວງມີລາຄາດີກວ່າໝູ່. ບິ່ງເຟືອກ ແມ່ນຈຸດນັດພົບໃໝ່ເຊິ່ງບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດມີຄວາມສົນໃຈເປັນພິເສດໃນຂົງເຂດອຸດສາຫະກຳເປັນພິເສດ. ທ່າແຮງອີກອັນໜຶ່ງຂອງແຂວງ ນັ້ນແມ່ນແຂວງນີ້ໄດ້ຮັບຜົນສະທ້ອນຈາກພາຍຸ, ນ້ຳຖ້ວມໜ້ອຍກວ່າໝູ່.”

ຄວາມສາມາດບົ່ມຊ້ອນການລົງທຶນຢູ່ແຂວງ ບິ່ງເຟືອກຂອງນັກລົງທຶນໄທ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ກຸ່ມໂຮງງານ CPV Food ບິ່ງເຟືອກ

ແຂວງ ບິ່ງເຟືອກ ພວມຢູ່ໃນໄລຍະ ທີ່ມີປະຊາກອນຢູ່ໃນເກັນອາຍຸອອກແຮງງານ ດ້ວຍຈຳນວນແຮງງານກວມເອົາກ່ວາ 60%. ນີ້ແມ່ນທ່າໄດ້ປຽບຂອງແຂວງເມື່ອມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ. ໄປຄຽງຄູ່ກັນນັ້ນ, ແຂວງກໍ່ມີບັນດາມະຫາວິທະຍາໄລ, ວິທະຍາໄລສອນວິຊາຊີບ, ສາມາດສະໜອງແຮງງານທີ່ເປັນມືອາຊີບໃຫ້ແກ່ໂຮງງານແຫ່ງຕ່າງໆອີກດ້ວຍ. ອີກປັດໄຈໜຶ່ງທີ່ດຶງດູດນັກລົງທຶນ ໄທ ນັ້ນແມ່ນ ນະໂຍບາຍດຶງດູດການລົງທຶນ ແລະ ການໜູນຊ່ວຍຈາກອຳນາດການປົກຄອງໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ. ດ້ວຍທິດນຳທີ່ວ່າ “2 ໄວ 3 ດີ”, ການຂໍໃບອະນຸຍາດລົງທຶນ, ທີ່ດິນຂອງບັນດານັກລົງທຶນ ໄດ້ຮັບການແກ້ໄຂໄວທີ່ສຸດ. ເມື່ອຕີລາຄາກ່ຽວກັບໝາກຜົນຂອງການໜູນຊ່ວຍຈາກອຳນາດການປົກຄອງແຂວງແລ້ວ, ທ່ານ ຈີໂນຣົກ ເບັນຈາວາຄຸນ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດຫຸ້ນສ່ວນລ້ຽງສັດ C.P  ຫວຽດນາມ ໃຫ້ຮູ້ວ່າ:

“ແຂວງ ບິ່ງເຟຶອກ ມີບັນດານະໂຍບາຍທີ່ດີໃນການດຶງດູດນັກລົງທຶນ, ຮັບຟັງຄຳເຫັນຂອງບັນດານັກລົງທຶນ. ສິ່ງທີ່ພວກຂ້າພະເຈົ້າຢາກຂອບອົກຂອບໃຈ ອຳນາດການປົກຄອງແຂວງ ບິ່ງເຟືອກ ເປັນພິເສດນັ້ນແມ່ນ, ໃນໄລຍະເກີດໂລກລະບາດໂຄວິດ ທີ່ຜ່ານມາ, ອຳນາດການປົກຄອງແຂວງ ໄດ້ເອົາໃຈໃສ່ເຖິງການກໍ່ສ້າງໂຮງງານ. ເມື່ອບໍລິສັດການບິນ ໂຈະຖ້ຽວບິນສາຍຕ່າງໆນັ້ນ, ທາງແຂວງໄດ້ປະຕິບັດຫຼາຍມາດຕະການໜູນຊ່ວຍ, ສ້າງເງືື່ອນໄຂເພື່ອ ໃຫ້ນັກຊ່ຽວຊານຂອງພວກຂ້າພະເຈົ້າຈາກ 9 ປະເທດ ໄດ້ມາໜູນຊ່ວຍການຕິດຕັ້ງຕ່ອງໂສ້ລະບົບ ແລະ ບຳລຸງສ້າງໃຫ້ແກ່ກຳມະກອນ, ຊ່ວຍໃຫ້ພວກຂ້າພະເຈົ້າສາມາດປະຕິບັດໂຄງການຖືກຕ້ອງຕາມແຜນການທີ່ໄດ້ວາງອອກ. ບໍ່ວ່າເວລາໃດທີ່ນັກລົງທຶນປະສົບກັບຄວາມຫຍຸ້ງຍາກ, ທາງອຳນາດການປົກຄອງກໍ່ໃຫ້ການຊ່ວຍເຫຼືອ. ອາດເວົ້າໄດ້ວ່າ, ໂລກລະບາດໂຄວິດ -19 ບໍ່ໄດ້ສົ່ງຜົນສະທ້ອນຫຼາຍເຖິງການເຄື່ອນໄຫວຂອງກຸ່ມບໍລິສັດ CP ຢູ່ແຂວງ ບິ່ງເຟືອກ”.

ດ້ວຍບັນດາທ່າແຮງກ່ຽວກັບໂຄງປະກອບພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ຄົບຊຸດ, ສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ ແລະ ນະໂຍບາຍບຸລິມະສິດໃນການລົງທຶນທີ່ມີຄວາມດຶງດູດ, ພ້ອມກັບບັນດາຄຳໝັ້ນສັນຍາແກ້ໄຂລະບຽບການລົງທຶນໄວທີ່ສຸດ,ເອົາໃຈໃສ່ວຽກງານຮັບປະກັນຊີວິດສັງຄົມໃຫ້ແກ່ຜູ້ອອກແຮງງານ, ໃນຊຸມປີຈະມາເຖິງ, ແຂວງບິ່ງເຟືອກ ໄດ້ວາງຄາດໝາຍດຶງດູດ ນັກລົງທຶນ ໄທ ໃຫ້ໄດ້ຫຼາຍກ່ວາເກົ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ