ຄວາມຮັກທີ່ມີຕໍ່ນະຄອນຫລວງ ຮ່າໂນ້ຍ.

ຄວາມຮັກທີ່ມີຕໍ່ນະຄອນຫລວງ ຮ່າໂນ້ຍ. - ảnh 1
ຖະໜົນຮ່າງ​ກວາດ​ ຢູ່ ຮ່າ​ໂນ້ຍ

ບໍ່​ມີ​ດິນ​ແດນ​ແຫ່ງ​ໃດ​ທີ່​ສວຍ​ງາມ ​ແລະສ້າງ​ຄວາມ​ປະ​ທັບ​ໃຈ​ຄື​ແນວ​ນັ້ນ, ​ຫາກມາ​ແລ້ວ ​ແມ່ນຢາກລາຈາກອີກ. ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຊາວ​ຕ່າງປະ​ເທດ​ຜູ້​ຫນຶ່ງ​ເມື່ອ​ມາ​ເຮັດ​ວຽກ ​ແລະ ດຳ​ລົງ​ຊີວິດ​ຢູ່ ຮ່າ​ໂນ້ຍ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ພວກ​ເຮົາ​ຈະ​ພົບ​ປະ​ກັບ​ອ້າຍ Rinkeo ຊຶ່ງ​ແມ່ນ​ຊາວ​ກຳປູ​ເຈຍ​ຜູ້​ຫນຶ່ງ​ພວມ​ດຳລົງ​ຊີວິດ​ຢູ່ ຮ່າ​ໂນ້ຍ, ຜູ້​ທີ່​ໄດ້​ຖື​ວ່າ ຮ່າ​ໂນ້ຍ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ່​ສອງ​ຂອງ​ຕົນ.  

Rinkeoໃຫ້ຮູ້ວ່າ:

        “ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ຢູ່ຫວຽດນາມມາ​ເປັນ​ເວລາ 10 ກວ່າ​ປີ​ແລ້ວ. ແຕ່ດົນນານມາ​ແລ້ວ, ຂ້າພະ​ເຈົ້າ​ບໍ່ຖື​ຮ່າ​ໂນ້ຍ​ແມ່ນ​ແຫ່ງ​ທີ່​ມາ​ລ້າໆ​ເທົ່າ​ນັ້ນ ​ ຫາກ​ຮ່າ​ໂນ້ຍ​ແມ່ນ​ແຫ່ງ​ດຳລົງ​ຊີວິດທີ່​ສະຫນິດສະຫນົມ ​​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້າພະ​ເຈົ້າ​​ແລ້ວ.“

        ​ເຮືອນ​ຢູ່​ຂອງ​ອ້າຍ Rin Keo ຕັ້ງ​ຢູ່​ຮ່ອມ​ທາງ​​ສະຫງົບ​ງຽບ​ໃນຖະໜົນ​ຮ່າງ​ດ່າວ ຊຶ່ງ​ແມ່ນ​ຖະໜົນ​ເກົ່າ​ຂອງ​ຮ່າ​ໂນ້ຍ. ​​ເອື້ອຍ​ມາຍ ເມຍ​ຂອງ​ອ້າຍ​​ແມ່ນ​ຊາວ​ຮ່າ​ໂນ້ຍ ​ແລະ ກໍ​ຢູ່​ຖະຫນົນ​ສາຍ​ນ້ອຍ​ນີ້, ອ້າຍ Rin Keo ແລະ ​ເອື້ອຍມາຍ​ໄດ້​​ທຳ​ຄວາມລື້​ງ​ເຄີຍ, ຮູ້ຈັກ​ຮັກ​ແພງ​ກັນ ​ແລະ ກາຍ​ເປັນ​ຄູ່​ຄອງ. ອ້າຍ Rin Keo ​​ແບ່ງປັນ​ວ່າ: ສິ່ງ​ທີ່​ສ້າງ​ຄວາມ​​ດຶງ​ດູດ​ຂ້າພະເຈົ້າ​ນັ້ນ​ແມ່ນ​ຄວາມ​ງາມ​ຂອງ​ຮ່າ​ໂນ້ຍ​ແລະ ​ອາລົມ​ຈິດ​ຂອງ​ປະຊາຊົນ​ຫວຽດນາມ ທີ່ໄດ້ສະຫງວນ​ໃຫ້​ຂ້າພະ​ເຈົ້າ​ອີກ​ດ້ວຍ. ພິ​ເສດ ​ແມ່ນ​ຄວາມ​ຈິງໃຈ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດທີ່​ເຕັມ​ໄປ​ດ້ວຍອາລົມ​ຈິດສະຫນິດສະຫນົມຂອງ​ພໍ່​ແມ່ພີ່​ນອ້ງ​ໃກ້​ຄຽງ​ອີກ​ດ້ວຍ.

“ ​ພໍ່​ແມ່​ພີ່ນ້ອງ​ຢູ່ໃກ້​ຄຽງ ມີ​ຄວາມ​ໃກ້ຊິດ​ສະຫນິດສະຫນົມທີ່​ສຸດ. ຢູ່​ໃນ​ຮ່ອມ​ທາງ​ນີ້ ​ຜູ້​ໃດ​ກໍ​ຮູ້ຈັກ​ກັນ. ​ເມື່ອ​ລູກ​ຂອງ​ຂ້າພະ​ເຈົ້າ​ມາ​ຫລິ້ນຢູ່ເຮືອນພີ່ນ້ອງໃກ້ຄຽງ​ໃນ​ຍາມ​ກິນ​ເຂົ້າ, ​ເຂົາ​ເຈົ້າ​ກໍ​ເຊີນ​ພວກ​ຫລານ​ກິນ​ເຂົ້າ​ນຳ ​ແລະ​ກົງກັນຂ້າມ, ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ມາ​ຫລິ້ນ​ຢູ່ເຮືອນ​ຂ້າພະ​ເຈົ້າ​ໃນ​ຍາມ​ກິນ​ເຂົ້າ, ຂ້າພະ​ເຈົ້າ​ກໍ​​ເອີ້ນ​ພວກ​ຫລານກິນຮ່ວມ​ພາ​ເຂົ້າ​ນຳ.ຫລື​ເມື່ອ​ລູກ​ຂອງ​ຂ້າພະເຈົ້າ​ເຮັດສິ່ງໃດສິ່ງຫນຶ່ງ ​ແລະ​ເຂົາ​ເຈົ້າກໍຍ້ອງຍໍ​ເມື່ອ​ລູກ​ຂອງ​ຂ້າພະ​ເຈົ້າ​ທຳ​ຄວາມ​ດີ ຫລືບ​ອກສອນຕັກເຕືອນ​ເມື່ອ​ລູກ​ຫລານ​ທຳ​ຄວາມ​ບໍ່​ດີ. . ຊາວຮ່າໂນ້ຍ ​ເປັນ​ຄົນ​ໃຈດີ​ເຕັມ​ໄປ​ດ້ວຍ​ອາລົມ​ຈິດສະຫນິດສະຫນົມ​ແລະ​ຊື່​ຕົງ.“

ເມື່ອມາຮຳ່ຮຽນຢູ່ ຫວຽດນາມ ກ່ອນນີ້ 10 ປີ, ອ້າຍ Rinkeo ແມ່ນຊາຍຫນຸ່ມຜູ້​ຫນຶ່ງ, ຫາ​ກໍ່​ຮຽນ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ, ມາຫວຽດນາມ​ແຕ່ຜູ້ດຽວ, ບໍ່ມີຍາດຕິ​ພີ່ນ້ອງ ແລະ ກໍບໍ່ຮູ້ພາສາຫວຽດນາມ, ທຸກສິ່ງທຸກຢ່າງລ້ວນ​ແຕ່ແປກປະຫລາດສຳລັບ​ອ້າຍ. ອ້າຍ Rin keo ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າຫວນຄິດຄືນ​ຫລັງ ມີເທື່ອຫນຶ່ງ​ໄປຫລິ້ນຢູ່ເຮືອນໝູ່​ແລະ​ຂ້າພະ​ເຈົ້າ​ໄດ້​ຮັບ​ເຊີນ​ກິ​ນ​ເຂົ້າ​ນຳ ​ແຕ່ ຂ້າພະເຈົ້າບໍ່ຮູ້ວ່າຈະກິນແນວໃດ ເພາະ​ເວລາ​ນັ້ນບໍ່ຮູ້ໃຊ້ໄມ້ຖູ່​ແນວ​ໃດ ​ແຕ່​ປະຈຸ​ບັນ ​ແມ່ນ​ຮູ້ຈັກແລ້ວ.“

ອ້າຍ Rin Keo ​ໄດ້​ເວົ້າ​​ວ່າ: ອ້າຍ​ນິຍົມ​ບັນດາ​ຮີດຄອງ​ປະ​ເພນີ ​ແລະ ມູນ​ເຊື້ອ​ຂອງ​ປະຊາຊົນ​ຫວຽດນາມ. ​ເພາະວ່າ​ມັນ​ຄ້າຍຄື​ກັນ​ຢູ່ ກຳປູ​ເຈຍ, ​ໃນ​ມື້​ວັນ​ເພງ ​ແລະ ວັນ​ທີ​ຫນຶ່ງຕາມ​ຈັນທະ​ປະຕິ​ທິນ, , ອ້າຍ​ພ້ອມ​ກັບ​ຄອບຄົວ​ຂອງຕົນ​ໄປ​ວັດ​ໄປ​ວາ ຫລື​ໃນ​ຊຸມ​ວັນພັກ​ການ ກໍພ້ອມ​ກັບ​ຄອບຄົວ​ໄປ​​ເລາະ​ກິນບັນດາ​ເຍື່ອງ​ອາຫານ​ພິ​ເສດຂອງ​ຮ່າ​ໂນ້ຍ. ຍ້ອນ​ດຳລົງ​ຊີວິດ​ຢູ່​ຮ່າ​ໂນ້ຍ​​ໃນ​​ໄລຍະ​ກວ່າ 10 ປີ ​ແລ້ວ, ສະ​ນັ້ນ ປະຈຸ​ບັນ ອ້າຍ​ສາມາດ​ແນະນຳ​ໃຫ້​ໝູ່​ເພື່ອນ​ຂອງ​ຕົນ​ທີ່​ມາ​ຈາກ ກຳປູ​ເຈ​ຍ ຫລື ຢູ່​​ເຂດ​ທີ່ຫ່າງ​ໄກ​​ເມື່ອມາ​ຢ້ຽມຢາມ ຮ່າ​ໂນ້ຍວ່າ, ຢູ່​ບ່ອນ​​ໃດ​ມີອາ​ຫານ​ແຊບ ​ແລະ ຄວນ ມາ​ຢ້ຽມຢາມ​ຮ່າ​ໂນ້ຍ​ໃນ​ຍາມ​ໃດຈຶ່ງ​ເໝາະ​ສົມ, ອ້າຍ​ກໍ​​ແນະນຳ​ໃຫ້​ພວກ​ເພື່ອນ​ ຄວນ​ມາ​ຮ່າ​ໂນ້ຍ​ໃນ​​ໄລຍະ​ນີ້ ​ເພື່ອ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ບັນຍາກາດ​ອັນຟົດ​ຟື້ນ​​, ​ແລະ​ສຳ​ພັດ​ກັບ​ອາກາດ​ຫນາວເຢັນ​ຂອງ​ຮ່າ​ໂນ້ຍ​ໃນຊຸມ​ມື້​​ໃກ້​ຈະ​ຮອດ​ບຸນ​​ປີ​ໃຫມ່​ປະຈຳ​ຊາດຫວຽດນາມ, ​ໂອກາດ​ນີ້ຢູ່​ທົ່ວ​ນະຄອນ​​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ດອກ​ໄມ້ ​ທຸງຊາດ, ປ້າຍ​ໂຄສະນາ​ ແລະ​ ອື່ນ. ຄອບຄົວ​ໃດ​ກໍ​ໄດ້​ປະດັບ​ປະດາ​ຢ່າງ​ສວຍ​ງາມ​ ດ້ວຍ​ຕົ້ນດອກ​ຄາຍ, ດອກ​ເໝີຍ ຫລື ຕົ້ນ​ໝາກກ້ຽງ​ນ້ອຍ….

“ຂ້າພະ​ເຈົ້າ​ຮັກ​ແພງຮ່າ​ໂນ້ຍ, ຊາວ​ຮ່າ​ໂນ້ຍ, ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ ຮ່າ​ໂນ້ຍ ​ເຊິ່ງ​ໄດ້​ມີ​ຄວາມໃກ້​ສິດ​ສະຫນິດ​ສະໜົມ ກັບຂ້າພະ​ເຈົ້າ​​ໃນ​ຕະຫລອດ​ໄລຍະ​ຜ່ານ​ມາ. ຂ້າພະ​ເຈົ້າ​ຍາມ​​ໃດ​ກໍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຮ່າ​ໂນ້ຍ, ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ແນະນຳ​ໃຫ້​ໝູ່​ເພື່ອນ​ສາກົນ​ກ່ຽວ​ກັບ​ຮ່າ​ໂນ້ຍ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມເຂົ້າ​ໃຈຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວິຖີ​ການ​ດຳລົງ​ຊີວິດ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ. ​ຄວາມ​ຈິງ​ແລ້ວ, ບໍ່​ມີ​ເຂດ​ດິນແຫ່ງ​ໃດ​ສ້າງ​ຄວາມ​ປະ​ທັບ​ໃຈ​ຄື​ຢູ່ຮ່າ​ໂນ້ຍ, ​ເມື່ອ​ມາ​ຢ້ຽມຢາມ​ແລ້ວ ​ແມ່ນ​ບໍ່​ຢາກ​ກັບ​ເມືອ​ອີກ.“

​ເຖິງ​ວ່າ ​ຈະແມ່ນ​ຊາວ​ຫວຽດນາມ ຫລື ຊາວ​ຕ່າງປະ​ເທດກໍ​ຕາມ, ​ຮ່າ​ໂນ້ຍ ​   ແຫ່​ງອະລິຍະ​ທຳ​ນັບ​ພັນ​ປີ ​​ແມ່ນ​ສະຖານ​ທີ່​​ແຫ່ງ​ປ​ະ​ເສີດ​ສຳລັບບັນດາ​ຜູ້​​ຄົນ​ທີ່​ມີ​ຄວາມຮັກ​ແພງ ​ແລະ ຕິດ​ພັນ​ກັບ​ຮ່າ​ໂນ້ຍ ຕະຫລອດ​ໄປ./.

ວັນໂດ໋

ຕອບກັບ

ຂ່າວ/ບົດ​ອື່ນ