“ຄວາມເປັນເອກະພາບໃນຫລາຍຮູບຫລາຍແບບ”: ປັດໄຈຕົ້ນຕໍສ້າງພາບພົດ ແລະ ທີ່ຕັ້ງບົດບາດ ອາຊຽນ

(vovworld)- ວັນ​ທີ 8/8 ຜ່ານ​ມາ, ອາ​ຊຽນ ສະ​ເຫລີ​ມສະຫລອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ(8/8/1967-8/8/2013). ຂີດ​ໝາຍ​ສຳຄັນ​ຂອງ​ອາ​ຊຽນ ພາຍຫລັງ 46 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ປັດ​ໄຈທີ່ຕັດ​ສິນ​ຊີ້​ຂາດ​ຕົ້ນຕໍ​ຊ່ວຍ​ສ້າງ​ພາບ​ພົດ ​ແລະ ທີ່​ຕັ້ງ​ບົດບາດ​ອາ​ຊຽນ ນັ້ນ​ແມ່ນ​ຄວາມ​ສາມາດ​ຮັກສາ“ຄວາມ​ເປັນ​ເອກະ​ພາບ​ໃນ​ຫລາ​ຍຮູບ​ຫລາຍ​ແບບ”, ສ້າງ​ເປັນ​ກຳລັງ​ແຮງ​ລວມຈາກ​ລັກສະນະ​ເປັນ​ເອກະ​ພາບ, ຄວາມ​ສາມັກຄີ ​ແລະ “ວິທີ​ການ​ອາ​ຊຽນ”. ​ເນື່ອງ​ໃນ​ໂອກາດ​ນີ້ ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຄວາມ​ເປັນ​ເອກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ”: ປັດ​ໄຈ​ຕົ້ນຕໍ​ສ້າງ​ພາບ​ພົດ​ ​ແລະ ​ທີ່​ຕັ້ງບົດບາດ ອາ​ຊຽນ.

“ຄວາມເປັນເອກະພາບໃນຫລາຍຮູບຫລາຍແບບ”: ປັດໄຈຕົ້ນຕໍສ້າງພາບພົດ ແລະ ທີ່ຕັ້ງບົດບາດ ອາຊຽນ - ảnh 1
ຫວຽດນາມ ຈັດພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ
ສະ​ເຫລີ​ມສະຫລອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາຊຽນ

ພາບ:vov/BuiHung

        ​ໃນ​ກວ່າ 4 ທົດ​ສະ​ວັດ​​​ເຄິ່ງແຫ່ງ​ການ​ເປີດ​ກວ້າງ​ການຮ່ວມ​ມື ​ແລະ ຍູ້​ແຮງ​ການ​ຮ່ວມ​ສຳພັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ຈຸ​ບັນ​ ອາ​ຊຽນ ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ອນ​ທີ່​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ອາ​ຊຽນ ພວມ​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ. ​ຄຽງ​ຄູ່​ກັບ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ​ເປີດ​ກວ້າງ ​ແລະ ຍົກ​ລະດັບ​ການ​ພົວພັນ​ຫລາຍ​ດ້ານ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ, ອາ​ຊຽນ ພວມ​ກາຍ​ເປັນ​ອົງການ​ຊີ້​ນຳ​ນຳພາ​ບັນດາ​ວິວັດທະນາ​ການ​​ເຈລະຈາ ​ແລະ ຮ່ວມ​ມື​ສຳຄັນ​ຄື: ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມ​ສຸດ​ຍອດ ອາ​ຊີ​ຕາ​ເວັນ​ອອກ( EAS), ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ​ແມ່ນ​ກຳລັງ​ຫນູນ​ແຂງ​ແຮງ​​ເພື່ອຊຸກຍູ້​ການ​ຮ່ວມ​ມື ​ແລະ ຮ່ວມ​ສຳພັນ​​ໃນພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

        ອາດ​ຈະ​ຢືນຢັນ​ວ່າ: ປັດ​ໄຈ​ຕັດສິນ​ຊີ້​ຂາດ​ຕົ້ນຕໍ​ຊ່ວຍ​ສ້າງ​ເປັນ​ພາບ​ພົດ ​ແລະ ທີ່​ຕັ້ງ​ບົດບາດ​ອາ​ຊຽນ ນັ້ນ​ແມ່ນ​ຄວາມ​ສາມາດ​ຮັກສາ“ຄວາມ​ເປັນ​ເອກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ”, ສ້າງ​ກຳລັງ​ແຮງ​ລວມຈາກ​ລັກສະນະ​ເປັນ​ເອກະ​ພາບ,​ ຄວາມ​ສາມັກຄີ ​ແລະ “ວິທີ​ການ​ອາຊຽນ”. ຍາມ​​ໃດ​ອາ​ຊຽນກໍ່​​ເຊີດ​ຊູ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ເຄົາລົບ ​ແລະ ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ພ້ອມ​ກັນ​ເອົາ​ໃຈ​ໃສ່ ​ແລະ ປະສານ​ສົມທົບກັນ​ຢ່າງ​ກົມກຽວລະຫວ່າງ​ຜົນປະ​ໂຫຍ​ດ​ຂອງ​ປະ​ເທດ​ຊາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ. ກຳລັງ​ແຮງ​ຂອງ​ຄວາມ​ສາມັກຄີ ອາ​ຊຽນ ​ໄດ້​ພິສູດ​ໃຫ້​ເຫັນ​ເມື່ອ ອາ​ຊຽນ ຜ່ານ​ຜ່າ​ວິ​ກິດ​ການ​ການ​ເງິນ​ເມື່ອ​ປີ 1997-1998,​ ສົມທົບກັນ ​ແລະ ​ແບ່ງ​ປັນ​ກັນ​ໃນ​ການ​ແກ້​ໄຂຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ​ຮ້າຍ​ແຮງ​ມທີ່​ສົ່ງ​ຜົນ​ກະທົບ​ເຖິງ​ພາກ​ພື້ນ. ​ແລະ ປະຈຸ​ບັນ ພວມພ້ອມ​ກັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ. ​ໃນ​ບົດ​ປາ​ໄສ​ທີ່​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ ​​ເຊິ່ງຈັດ​ຂຶ້ນ​ເມື່ອ​ເດືອນ 7 ຜ່ານ​ມາ, ສະ​ເດັດ​ເຈົ້າ ບຣູ​ໄນ  Hassan Bolkia ​ໄດ້​ແບ່ງປັນ​ວ່າ:

        “​ໃນ​ໄລຍະ​ເປັນ​ປະທານ​ອາ​ຊຽນ, ມີ​ສິ່ງ​ຫນຶ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງນັ້ນ​ແມ່ນ ອາຊຽນ ພວມ​ພ້ອມ​ກັນ​ເປັນ​ເອກະ​ພາບ ສ້າງ​ເປັນ​ພາກ​ພື້ນ​ຮ່ວມ​ແຫ່ງ​ສັນຕິພາບ ​ແລະ ສະຖຽນລະ​ພາບ ​ມີຄວາມ​ວິຕົກ​ກັງວົນ​ວ່າ ບັນດາ​ບັນຫາ​​ທີ່​ຫາ​ກໍ່ໄດ້​ນຳ​ມາ​ປຶກສາ​ຫາລື​​ອາດ​ຈະ​ບໍ່​ຖືກ​ກັບ​ຄວາມ​ຫວັງ​. ​​ແຕ່​ໂຊກ​ດີ ມັນ​ບໍ່ຄື​ແນວ​ນັ້ນ. ພວກ​ເຮົາ​​ໄດ້​ພ້ອມ​ກັນ​ເຮັດ​ວຽກ ​ແລະ ສົມທົບ​ກັນ​ເປັນ​ຢ່າງ​ດີ.”

        ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ ນັ້ນ​ກໍ​ແມ່ນ​ຂໍ້​ກຸນ​ແຈ່ທີ່ສ້າງ​​ເປັນອິດ​ທິພົນ​ຊື່​ສຽງ ​ແລະ  ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງອາ​ຊຽນ​ໃນ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ. ​ໃນ 46 ປີຜ່ານມາ, ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໄດ້ຮັບ​ການ​​ເສີມ​ຂະຫຍາຍ ຍ້ອນ​ໄດ້ຮູ້ຈັກ​ເປັນ​ເຈົ້າ​ການ​ໃນ​ການປະສົມ​ກົມກຽວ, ຕິດ​ພັນ​ ​ແລະ ຄວາມດຸນ​ດຽງ​ລະຫວ່າງບັນດາ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດ​ເພື່ອ​ພ້ອມ​ກັນ​ສ້າງ​​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຫນູນ​ຊ່ວຍ​ບັນດາ​ຄວາ​ມານະ​ພະຍາຍາມ​ຮ່ວມ​ສຳພັນ ​ແລະ ພັດທະນາ. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ຊ່ວຍ​ອົງການ​ທີ່​ມີ​ຂອບ​ຂະຫນາດ​ນ້ອຍ ຊື່​ງລວມມີ​ບັນດາ​ປະ​ເທດ​ກາງ ​ແລະ ນ້ອຍ ຄື ອາ​ຊຽນ ກາຍ​ເປັນ​ພາກ​ພື້ນ​ທີ່​ດຶງ​ດູດ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່ ​ແລະ ນ້ອຍ ທັງ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ພ້ອມ​ກັນ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ບັນດາ​ວິວັດທະນາ​ການ​ເຈລະຈາ ​ແລະ ຮ່ວມ​ມື ຢູ່ ອາຊີ- ປາຊີ​ຟີ​ກ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ດັ່ງກ່າວ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ:

        “ອາ​ເມ​ລິ​ກາ ສົນ​​ໃຈ​ເຖິງ 3 ບັນຫາ​ໃນ​ການ​ຮ່ວມ​ມື​ກັບ ອາ​ຊຽນ. ນັ້ນ​ແມ່ນ ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ ດ້ານ​ການ​ເມືອງ, ການຮັດ​ແຫນ້ນ​ສາຍ​ພົວພັນ​​ລະຫວ່າງປະຊາຊົນ​ນຳ​ກັນ. ບົນ​ພື້ນຖານ​ຄວາ​ມສົນ​ໃຈ​ນັ້ນ, ອາ​ເມ​ລິ​ກາ ໝັ້ນ​ໝາຍ​ສະຫນັບສະຫນູນ​ ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ຂອງ​ອາ​ຊຽນ ຢ່າ​ງ​ແຮງ, ​ໃນ​ນັ້ນ ມີ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015, ການ​ຫນູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ແກ່ ອາ​ຊຽນ ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້. ຄຽງ​ຄູ່​ກັນ​ນັ້ນ ອາ​ເມ​ລິ​ກາ ກໍ​ຈະ​ເພີ່ມ​ທະວີ​ບັນດາ​ຄຳ​ໝັ້ນ​ສັນຍາທີ່​ມີ​ຢູ່​ແລ້ວ​ກັບ​ອາ​ຊຽນ ​ເພື່ອ​ສ້າງ ອາ​ຊຽນ ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ.”

        ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ, ກ່ອນ​ອື່ນ​ໝົດ ​ແມ່ນ​ສ້າງ ປະຊາ​ຄົມ ອາ​ຊຽນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ປີ 2015, ອາ​ຊຽນ ​ໄດ້ ​ແລະ ພວມ​ໝູນ​ໃຊ້​ບັນດາ​ຫລັກການ ​ແລະ ທິດ​ນຳຕົ້ນ​ຕໍ່ຢ່າງ​ມີ​ໄຫວ​ພິບ​ ​ແລະ ຊຳນານ. ນັ້ນ​ແມ່ນ​ເປັນ​ເອກະ​ພາບ​ກັນ​ໃນ​ຄວາມ​ຕັດສິນ​ໃຈ​ລວມ ​ແລະ ການ​ກະທຳ​ຢ່າງ​ແຂງ​ແຮງ ​ເພື່ອ​ສຳ​ເລັດ​ບັນດາ​ແຜນການ​ຮ່ວມ​ມື​ໃນ 3 ​ເສົາ​ຄ້ຳ​ຕົ້ນຕໍ​ຄື: ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ວັດທະນະທຳ ສັງຄົມໃນ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ​້​ຖືກ​ກັບການ​ກຳນົດ​ເວລາ ​ແລະ ມີປະສິດທິ​ຜົນ​. ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີນ ​ໃຫ້​ຮູ້​ວ່າ​:

        “ບັນດາ​ປະ​ເທດ​ເປັນ​ເອກະ​ພາບ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ​ໃນ​ວັນ​ທີ 31/12/2015. ນີ້​ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ຖະ​ແຫລ​ງ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ ​ແບບ​ຮູບ​ການ​ເທົ່າ​ນັ້ນ ຫາກ​ເລີ່​ມຕົ້ນ​ວິວັດທະນາ​ການ​ສືບ​ຕໍ່​ສ້າງ​ປະຊາ​ຄົມ ອາ​ຊຽນ ຢ່າງ​ແທດ​ຈິງ, ປຶກສາ​ຫາລື​ເຖິງ​ອະນາຄົດ​ຂອງ​ອາ​ຊຽນຫລັງ​ປີ 2015. ນັ້ນ​ແມ່ນ​ນຳ​ບັນດາ​ມາດຖານ​ຂອງ​ອາ​ຊຽນ, ຫາກ​ກາຍ​ເປັນ​ມາດຖານ​ໃນ​ພາກ​ພື້ນ, ດ້ວຍ​ຈຸດໝາຍ​ສ້າງ​ພາກ​ພື້ນ​ແຫ່ງ​ສັນຕິພາບ, ຄວາ​ມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ.”

         ພາຍຫລັງ 46 ປີ ນັບ​ແຕ່​ເມື່ອ​ອົງການ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ສະພາບ​ໂລກ ​ແລະ ພາກ​ພື້ນ​ກໍ​ຄື ອາ​ຊຽນ​ເອງ ​ໄດ້​ມີ​ການຫັນປ່ຽນ​ຫລາຍ​ຢ່າງ ​ແຕ່​ບັນດາ​ມາດຖານ, ຫລັກການ, ວິທີ​ການ​ການ​ເຄື່ອນ​ໄຫວ ​ແລະ ຈຸດ​ພິ​ເສດສະ​ເພາະ​ຂອງ ອາ​ຊຽນ ຍັງ​ຄົງ​ຮັກສາ​ຄຸນຄ່າ​ເດີມ​ໄວ້.

        ສືບ​ຕໍ່​ຍູ້​ແຮງ​ການ​ເຊື່ອມ​ຈອດ ອາ​ຊຽນ ​ແລະ ຊຸກຍູ້​ການພັດທະນາ​ຢ່າງ​ສະໝຳ່ສະ​ເຫມີ, ໝັ້ນຄົງ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ພ້ອມ​ທັງ​ເພີ່ມ​ທະວີ​ສະ​ຕິ ​ແລະ ການ​ກະທຳ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ປະຊາ​ຄົມ​ນັ້ນ ​ແມ່ນ​ຈຸດໝາຍ ທີ່ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ໃນ​ໄລຍະ​ຈະ​ມາ​ເຖິງ. ສືບ​ຕໍ່​ຮັກສາ​ບັນດາ​ຫລັກການ​ພື້ນຖານ, ສາມັກຄີ, ​ເປັນ​ເອກະ​ພາບ ຄຽງ​ຄູ່​ກັບ​ການ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະດິດສ້າງ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ວາງ​ອອກ, ອາ​ຊຽນ ຈະ​ສຳ​ເລັດ​ຈຸດໝາຍ​ຂອງ​ຕົນ, ສ້າງ​ບົດບາດ​ທີ່​ຕັ້ງ​ຢ່າງ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ​ແລະ ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ