ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ

(VOVWORLD) -ໂຮງຮຽນປະຖົມ ທົ໊ງເຍິດ - ເຊິ່ງເປັນໂຮງຮຽນເອກະຊົນທີ່ຕັ້ງຢູ່ໃນບໍລິເວນຂອງວັດ ໂບ່ເດ, ຢູ່ແຂວງ ຄຳມ່ວນ, ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວກ່ອນນີ້ກວ່າ 30 ປີ.ໂຮງຮຽນແຫ່ງດັ່ງກ່າວເປັນຕຶກ 2 ຊັ້ນ, ມີຫ້ອງຮຽນເກືອບ 10 ຫ້ອງ, ນີ້ແມ່ນບ່ອນ ທີ່ອ້າຍຄູເອື້ອຍຄູ ຫວຽດນາມ ໄດ້ອຸທິດຊີວິດຂອງຕົນສ່ວນຫຼາຍເຂົ້າໃນການສອນພາສາ ຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສ ຢູ່ ລາວ ແລະ ລູກຫຼານຊາວລາວ ທີ່ພວມດຳລົງຊີວິດຢູ່ທີ່ແຂວງພາກກາງຂອງລາວນີ້.
ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ - ảnh 1ປ້າຍວັດ ໂບ່ເດ່ ໄດ້ຕັ້ງຢູ່ເທິງປ້າຍຂອງໂຮງຮຽນປະຖົມທົ໊ງເຍິດ

ເມື່ອລົດໄປສົ່ງພວກຂ້າພະເຈົ້າຈາກເຂດເຮືອນພັກຂອງ ຄູອາຈານ ຫວຽດນາມ ທີ່ຕັ້ງຫ່າງຈາກໂຮງຮຽນປະມານ 3 – 4 ກິໂລແມັດ ຈອດຢູ່ຕໍ່ໜ້າປະຕູໂຂງຂອງໂຮງຮຽນ, ພໍລົງຈາກລົດ, ພວກຂ້າພະເຈົ້າຕ່າງກໍຕົກຕະລຶງ ເມື່ອເຫັນປ້າຍວັດ ໂບ່ເດ່ ໄດ້ຕັ້ງຢູ່ເທິງປ້າຍຂອງໂຮງຮຽນປະຖົມທົ໊ງເຍິດ. ຢືນຢູ່ທີ່ນີ້, ພວກຂ້າພະເຈົ້າ ສາມາດເຫັນໄດ້ຮູບປັ້ນພະແມ່ກວານອິມ ທີ່ໄດ້ຕັ້ງຢູ່ຢ່າງສະຫງ່າໃຕ້ຮົ່ມຕົ້ນໄມ້ອັນຂຽວສະຫວາດສະເຫວີຍ. ຍ່າງຊື່ໆເຂົ້າໄປໃນເດີ່ນປູເບຕົງ, ສຽງທີ່ພວກຂ້າພະເຈົ້າໄດ້ຍິນນັ້ນ ບໍ່ແມ່ນສຽງລະຄັງ, ສຽງເຄາະກະລໍ ຫາກແມ່ນສຽງຂອງຄູອານຈານພວມສອນນ້ອງໆນັກຮຽນອ່ານພາສາ ຫວຽດ.

ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ - ảnh 2 ຄູ ໄກສອນ ອິນທະວົງ

ຢູ່ໃຕ້ຮົ່ມຕົ້ນໄມ້ອັນຂຽວເຢັນສະຫວາດສະເຫວີຍ, ພວກຂ້າພະເຈົ້າ ໄດ້ພົບປະກັບ ຄູ ໄກສອນ ອິນທະວົງ ເຊິ່ງເປັນຜູ້ອຳນວຍການໂຮງຮຽນແຫ່ງດັ່ງກ່າວ. ເມື່ອຮູ້ວ່າ ພວກຂ້າພະເຈົ້າມາທີ່ນີ້ ດ້ວຍຈຸດປະສົງຢາກຊອກຮູ້ກ່ຽວກັບໂຮງຮຽນສອນພາສາ ຫວຽດ,  ຄູ ໄກສອນ ອິນທະວົງ ໃຫ້ຮູ້ວ່າ: ໂຮງຮຽນແຫ່ງນີ້ ໄດ້ນຳວິຊາພາສາ ຫວຽດ ເຂົ້າຫຼັກສູດການສອນຫຼັກໆ ແລະ ສອນໃຫ້ແກ່ເດັກແຕ່ຂັ້ນອະນຸບານ ຫາ ຫ້ອງ ປໍ 5 ໄປພ້ອມໆກັບບັນດາວິຊາອື່ນໆ.ຄູ ໄກສອນ ອິນທະວົງ ໃຫ້ຮູ້ຕື່ມອີກວ່າ:

ໃນການໂອ້ລົມສົນທະນາ,  ຜູ້ອຳນວຍການໂຮງຮຽນ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບການຮຽນ, ການສອນ ພາສາ ຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມທີ່ ອາໄສຢູ່ທີ່ນີ້ ແລະ ລູກຫຼານຊາວ ລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້. ປັດຈຸບັນ, ໂຮງຮຽນແຫ່ງນີ້ ພວມນຳໃຊ້ຕຳລາຮຽນດ້ວຍ ພາສາ ຫວຽດ ເພື່ອສອນໃຫ້ແກ່ເດັກແຕ່ ປໍ 1 ຫາ ປໍ 5. ທາງໂຮງຮຽນກໍປະສົບກັບຄວາມຫຍຸ້ງຍາກບາງຢ່າງກ່ຽວກັບຕຳລາຮຽນ, ປຶ້ມຂຽນຂອງນັກຮຽນ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວ ຄູອາຈານໄດ້ຂຽນໃສ່ກະດານເພື່ອໃຫ້ນັກຮຽນຈົດໃສ່ປື້ມ.

        ຄວາມຫຍຸ້ງຍາກກ່ຽວກັບອຸປະກອນການຮຽນ, ການສອນ ບໍ່ແມ່ນຄວາມຫຍຸ້ງຍາກດຽວ ທີ່ຄູອາຈານຢູ່ທີ່ນີ້ພວມປະເຊີນໜ້າ, ຄວາມຫຍຸ້ງຍາກທີ່ສຸດສຳລັບບັນດາຄູອາຈານ ເມື່ອຫາກໍມາສອນຢູ່ນີ້ ແມ່ນຄວາມແຕກຕ່າງກັນດ້ານພາສາ, ເພາະວ່ານັກຮຽນຢູ່ທີ່ນີ້ ລ້ວນແຕ່ແມ່ນລູກຫຼານຊາວຫວຽດນາມ ອາໄສ ຢູ່ລາວ ລຸ້ນທີ 4 ທີ 5 ແລ້ວ, ສະນັ້ນ ພື້ນຖານກ່ຽວກັບພາສາຫວຽດ ຂອງນ້ອງໆແມ່ນບໍ່ໄດ້ດີປານໃດ.

ຄູ​ສອນ ຫວຽດ​ນາມ ສຸດ​ຈິດ​ສຸດ​ໃຈ​ກ​ັບ​ອາ​ຊີບ​ເປັນ​ອາ​ຈານ​ສອນ​ຢູ່​ປະ​ເທດ​ລ້ານ​ຊ້າງ - ảnh 3

 ເອື້ອຍຄູ ເລທິງາ ໃນຊົ່ວໂມງສອນວິຊາພາສາ ຫວຽດ  

 ເອື້ອຍຄູ ເລທິງາ, ຄູສອນວິຊາພາສາ ຫວຽດ ຫ້ອງປໍ 1, ມາຈາກແຂວງ ກວ໋າງບິ່ງ ຫວຽດນາມ ຫາກໍ່ສິ້ນສຸດຊົ່ວໂມງສອນ ພາສາ ຫວຽດ ໃຫ້ຮູ້ວ່າ: ຂ້າພະເຈົ້າ ມາສອນຢູ່ ລາວ ນັບແຕ່ເດືອນກັນຍາ ປີ 2016, ສ່ວນໜຶ່ງແມ່ນຍ້ອນຄວາມຮັກແພງຂອງຕົນທີ່ມີຕໍ່ພໍ່ແມ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແລະ ສ່ວນໜຶ່ງແມ່ນຢາກມີຄວາມເຂົ້າໃຈກ່ຽວກັບປະເທດ ລາວ ອ້າຍນ້ອງຫຼາຍກວ່າອີກ.

        “ຕອນທຳອິດທີ່ຂ້າພະເຈົ້າຫາກໍມາທີ່ນີ້, ຂ້າພະເຈົ້າ ເວົ້າພາສາລາວ ຍັງບໍ່ເກັ່ງ, ນອກຈາກການຮຽນດ້ວຍຕົນເອງແລ້ວ, ໃນຊົ່ວໂມງສອນຢູ່ຫ້ອງຮຽນ ຂ້າພະເຈົ້າຍັງຮຽນພາສາ ລາວ ນຳພວກນ້ອງນັກຮຽນອີກດ້ວຍ ເພື່ອແນໃສ່ແກ້ໄຂບັນດາສິ່ງຕິດຂັດກ່ຽວກັບດ້ານ ພາສາ. ໃນເວລາສອນ, ຂ້າພະເຈົ້າໄດ້ໃຊ້ທັງສອງພາສາ, ທຳອິດ ແມ່ນສອນດ້ວຍພາສາ ຫວຽດ ກ່ອນ, ຖ້າຫາກນັກຮຽນຜູ້ໃດທີ່ຍັງບໍ່ເຂົ້າໃຈນັ້ນ ຂ້າພະເຈົ້າຈະອະທິບາຍເປັນພາສາ ລາວ. ຫຼັກສູດການຮຽນ - ການສອນຢູ່ທີ່ນີ້ ແມ່ນພວກຂ້າພະເຈົ້າ ຮຽບຮຽງເອົາເອງ ໂດຍອີງໃສ່ຫຼັກສູດການຮຽນ - ການສອນຂອງ ຫວຽດນາມ.”

        ກໍເຊັ່ນດຽວກັນກັບ ເອື້ອຍຄູ ງາ. ເມື່ອຮຽນຈົບວິຊາສະເພາະ ວັນນະຄະດີ, ມະຫາວິທະຍາໄລເອກະຊົນ ຝຸຊວັນ, ນະຄອນ ເຫວ້ ໃນປີ 2011 ແລະ ຮູ້ຂ່າວວ່າ ພະແນກສຶກສາ ແຂວງ ກວ໋າງບິ່ງ ຮັບສະໝັກຄູອາຈານ ໄປສອນ ຢູ່ ລາວ, ອ້າຍຄູ ເຈືອງວັນເຟືອງ ໄດ້ຍື່ນເອກະສານ ແລະ ໄດ້ຖືກຄັດເລືອກໄປສອນ ວິຊາພາສາ ຫວຽດ ຫ້ອງປໍ 5 ຢູ່ທີ່ນີ້. ອ້າຍຄູ ເຈືອງວັນເຟືອງ ຍິ້ມແຍ້ມແຈ່ມໃສ ແລະ ແບ່ງປັນສູ່ຟັງວ່າ:

        “ເມື່ອມາທີ່ນີ້, ບັນດານ້ອງໆນັກຮຽນ ໄດ້ອອກໄປຮັບພວກຂ້າພະເຈົ້າເໝືອນດັ່ງຕ້ອນຮັບພີ່ນ້ອງໃນຄອບຄົວດຽວກັນ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມສະໜິດສະໜົມຂອງຄົນ ລາວ ແລະ ຜ່ານນັ້ນຊ່ວຍພວກຂ້າພະເຈົ້າມີຄວາມານະພະຍາຍາມກວ່າໃນການສອນ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະສອນຢູ່ ລາວ ຈົນຮອດເມື່ອພັກກິນເບ້ຍບຳນານ. ຄອບຄົວຂ້າພະເຈົ້າກໍສະໜັບສະໜູນການຕັດສິນໃຈຂອງຂ້າພະເຈົ້າ ແລະ ເມຍຂອງຂ້າພະເຈົ້າກໍເປັນຄູສອນ ພາສາ ຫວຽດ, ປັດຈຸບັນ ພວມສອນຢູ່ແຂວງ ສະຫວັນນະເຂດ ແລະ ໃນໄລຍະຈະມາເຖິງ, ເມຍຂອງຂ້າພະເຈົ້າ ກໍຈະຍ້າຍມາສອນຢູ່ທີ່ນີ້ນຳຂ້າພະເຈົ້າເລີຍ”.

        ການສອນພາສາ ຫວຽດ ໃຫ້ ລູກຫຼານຊາວຫວຽດນາມ ອາໄສ ຢູ່ລາວ ແມ່ນເພື່ອແນໃສ່ຊ່ວຍໃຫ້ພວກນ້ອງບໍ່ລືມກົກເຄົ້າເຫງົ້າກໍຂອງຕົນ. ສຳລັບບັນດານ້ອງນັກຮຽນ ລາວ ແລ້ວ, ການຮຽນພາສາ ຫວຽດ ແມ່ນເພື່ອຈຸດປະສົງ ພາຍຫຼັງຮຽນຈົບມັດທະຍົມຕອນປາຍແລ້ວ, ນັກຮຽນຫຼາຍຄົນຈະໄປຮຽນຕໍ່ຢູ່ ຫວຽດນາມ. ໃນອະນາຄົດ, ເມື່ອໂຮງຮຽນມັດທະຍົມຕອນຕົ້ນໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ງານແລ້ວ, ຫວັງວ່າ ຈະມີອ້າຍຄູເອື້ອຍຄູ ຫຼາຍຄົນຄື ເອື້ອຍຄູ ງາ, ອ້າຍຄູ ເຟືອງ ໄປສອນຢູ່ທີ່ນັ້ນ ເພື່ອຖ່າຍທອດຄວາມຮູ້ໃຫ້ພວກນ້ອງ, ແນໃສ່ອະນຸລັກຮັກສາ ພາສາ ຫວຽດ ແລະ ເສີມຂະຫຍາຍມູນເຊື້ອມັກຮັກການຮ່ຳຮຽນ ຂອງຊາວ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ