“ຄູ່ຮ່ວມມືຍຸດທະສາດ”-ຂີດໝາຍໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ໄທ

(vovworld)-ປີ 2013 ​ເປັນ​ຂີດ​ໝາຍ​ໄລຍະ​ໃຫມ່​ໃນ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ​ໄທ. ນັ້ນ​ແມ່ນ​ກາ​ນນຳ​ສອງ​ຝ່າຍ​​​ໄດ້ເປັນ​ເອກະ​ພາ​ບຍົກ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ໄທ ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເມື່ອ​​ເດືອນ 6/2013. ​

“ຄູ່ຮ່ວມມືຍຸດທະສາດ”-ຂີດໝາຍໃຫມ່ໃນການພົວພັນລະຫວ່າງຫວຽດນາມ ແລະ ໄທ - ảnh 1
ທ່ານ ອະນຸສົນ ຈີນ​ວັນ​ໂນ, ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ​ຫວຽດນາມ

        ນັບ​ແຕ່​ທ້າຍ​ປີ 2012, ​ເພື່ອ​ກະກຽມ​ໃຫ້​ແກ່​ເລື່ອງ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ​ໄທ​ຂຶ້ນ​ເປັນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ນຳ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ໄດ້​ມີ​ການ​ພົບ​ປະ​​ຄັ້ງຕ່າງໆ, ພິ​ເສດ​ແມ່ນ​ການ​ປະຊຸມ​ຄະ​ນະ​ລັດຖະບານ​ລວມຄັ້ງ​ທີ 2 ​ເມື່ອ​ເດືອນ 11/2012 ​ເພື່ອ​ລົງ​ນາມ​ໃນ​ບັນດາເອກະສານທີ່​ກ່ຽວຂ້ອງ. ກ້າວ​ເຂົ້າ​ສູ່​ປີ 2013, ຕໍ່​ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ສອງ​ຝ່າຍ​ສືບ​ຕໍໍ່ຊຸກຍູ້ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ໃນ​ດ້ານ​ການ​ທູດ​ປະຊາຊົນ. ​ເລື່ອງ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ໄທ-​ຫວຽດນາມ, ຫວຽດນາມ-​ໄທ ຢູ່​ບັນດາ​ແຂວງ, ນະຄອນ​, ທ້ອງ​ຖິ່ນ​ຕ່າງໆ, ພິ​ເສດ​ຢູ່​ພາກ​ກາງ​ຫວຽດນາມ ​ໄດ້​ຊ່ວຍ​ໃຫ້ການ​ໄປມາ, ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​​ແມ່ນ​ສະດວກ​ກວ່າ. ນອກ​ນັ້ນ, ລາຍການ​ພົບ​ປະ​ແລກປ່ຽນ​ຊາວ​ຫນຸ່ມ​ກໍ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ ອະນຸສົນ ຈີນ​ວັນ​ໂນ, ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ​ຫວຽດນາມ ຕີ​ລາຄາ​ວ່າ:

        ສຽງ​ທ່ານ ອະນຸສົນ

        ​ໃນ​ຖະ​ແຫລ​ງການ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ໄທ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເມື່ອ​ເດືອນ 6 ປີ 2013, ສອງ​ຝ່າຍ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະອຽດ​ຄື: ​ເພີ່ມ​ທະວີ​ການ​​ເຈລະຈາ​ດ້ານ​ການ​ເມືອງ​ຍຸດ​ທະ​ສາດ, ພ້ອມ​ກັນ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບອາດຊະຍາ​ກຳ​ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ, ຢືນຢັນຄືນ​ ​ບໍ່​ອະນຸຍາດ​ບໍ່​ວ່າ​ບຸກຄົນ​ຫລື​ອົງການ​ໃດ​ນຳ​ໃຊ້​ ​ຜືນ​ແຜນ​ດິນ​ຂອງປະ​ເທດ​ຕົນ​​ເພື່ອປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ຄືນ​ປະ​ເທດ​ອື່ນ, ​ເພ່ີມ​ທະວີ​ການ​ຮ່ວມ​ສຳພັນ​ໃນ​ອາ​ຊຽນ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ອົງ​ປະກອບ​ພາກ​ພື້ນ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ສິ່ງ​ດ່ັງກ່າວ, ທ່ານ ​ເອກ​ອັກຄະ​ລັດຖະທູດ ອະນຸສົນ ຈີນ​ວັນ​ໂນ ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ ອະນຸສົນ

        ​ເມື່ອ​​ໃຫ້​ຂໍ້ສັງ​ເກດກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ​ໄທ ​ໃນ​ຂົງ​ເຂດ​ຮ່ວມ​ມື ອາ​ຊຽນ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ອະນຸສົນ ຈີນ​ວັນ​ໂນ ຢືນຢັນ​ວ່າ:

ສຽງ​ທ່ານ ອະນຸສົນ

​ເພື່ອ​ປະຕິບັດ​ຫັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ທີ່​ກອງ​ປະຊຸມ​ຮ່ວມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ່ ບາງກອກ ​ໃນ​ທ້າຍ​ປີ 2013, ສອງ​ຝ່າຍ​ໄດ້​ປຶກສ​າຫາລື​ແຜນການ​ເຄື່ອນ​ໄຫວ​ລະອຽດ ​ແລະ ​ເປັນ​ເອກະ​ພາບ​ຈະ​ລໍຖ້າ​ຈຸດ​ເວລາ​ທີ່ສະດວກ​ເພື່ອ​ໃຫ້​ລັດຖະບານ​ສອງ​ປະ​ເທດ​ຮັບຮ​ອງ​ເອົາ ​ແລະ ​ຜັນ​ຂະຫຍາຍ​ເຖິງ​ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການ.. ຈາກ​ບັນດາ​ໝາກຜົນ​ຂອງ​ປີ 2013, ອາດ​ຈະ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ໄທ ຈະ​ມີ​ສັນຍານ​ດີໃຫມ່​ໃນ​ປີ 2014 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ