ຄະນະນັກຫນັງສືພິມ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ


(vovworld) - ຫວ່າງ​ແລ້ວ​ນີ້, ຄະນະ​ນັກ​ຫນັງສືພິມ ລາວ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ການ​ຢ້ຽມຢາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງໃຫ້​ແກ່​ບັນດາ​ນັກ​ຫນັງສືພິມ​ລາວ, ບໍ່​ສະ​ເພາະ​ແຕ່ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ຫວຽດນາມ​ ​ແລະ ຊາວ​ຫວຽດນາມ​ແມ່ນ​ຜູ້​ຮັກ​ແພງ​ແຂກ​ເທົ່າ​ນັ້ນ ຫາກ​ມາ​​ເຮັດ​ວຽກ​ຢູ່ຫວຽດນາມຄັ້ງ​ນີ້ ບັນດາ​ນັກ​ຫນັງສື​ພິມລາວ​ຍັງ​ຖອດ​ຖອນ​​​ໄດ້ບົດຮຽນ​ທີ່​ມີ​ປະ​ໂຫຍດຫລາຍ​ຢ່າງ​ໃຫ້​​ແກ່ວຽກ​ງານ​​ການ​ຂ່າວ​ຂອງ​ຕົນ.

ຄະນະນັກຫນັງສືພິມ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 1
ຄະນະນັກຫນັງສືພິມ ສປປ ລາວ ຢ້ຽມຢາມອ່າວຮ້າລອງ

  ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ຄັ້ງ​ນີ້​ຂອງຄະນະ​ນັກ​ຫນັງສືພິມ ລາວ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕອບສະຫນອງ “ປີແຫ່ງຄວາມ​ສາມັກຄີມິດຕະພາບ ຫວຽດນາມ ລາວ 2012”. ໃນຂອບເຂດການຢ້ຽມຢາມ, ຄະນະນັກຫນັງສືພິມລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຫນັງສືພິມ Thanh nien (ແປ່ວ່າຊາວຫນຸ່ມ), ຫນັງສືພິມ Vietnamnet, ສະຖານີໂທລະພາບນະຄອນ ໂຮ່ຈິມີນ, ສະຖານີ​ວິທະຍຸກະຈາຍສຽງໂທລະພາບ ​ແຂວງກວ໋າງນີງ. ​ເອື້ອຍ ​ເພັດ​ສະໝອນ, ນັກ​ຂ່າວ​ສັງກັດ​ຫນັງສືພິມ​ວຽງ​ຈັນ​ໃຫມ່ ​ໃຫ້​ຮູ້​ວ່າ: ​ເມື່ອ​ເຮັດ​ວຽກ​ກັບ​ບັນດາ​ອົງການສື່​ມວນ​ຊົນຢູ່​ຫວຽດນາມ ​ເອື້ອຍ​ເອງ​ຖອດ​ຖອນ​ໄດ້​ບົດຮຽນ​ຫລາຍ​ຢ່າງ​.

    ສຽງ: ນາງ​ເພັດ​ສະໝອນ


        ນອກຈາກ​ບັນດາ​ການ​ເຮັດ​ວຽກ, ​ແລກປ່ຽນ​ວິຊາ​ສະ​ເພາະ​ກັບ​ຜູ້​ຮ່ວມ​ງານ​ຂອງ​ຫວຽດນາມ, ບັນດາ​ນັກ​ຫນັງສືພິມ​ລາວ ຍັງ​ໄດ້​ໄປ​ຢ້ຽມຢາ​ມນະຄອນ ​ໂຮ່ຈິ​ມີນ ​ແລະ ​ແຂວງ​​ໃກ້​ຄຽງ​ຈຳນວນ​ຫນຶ່ງ​ຄື: ​ແຂວງ​ເບ​ນ​ແຈ, ​ຕຽນ​ຢາງ, ຫວູງ​ເຕົາ. ນະ​ທີ່​ນີ້ ​ເຂົາ​ເຈົ້າ​ເກັບ​ກຳ​​ຂໍ້​ມູນ​ຂ່າວສານ​, ຮູບ​ພາບ ​ແລະ ​ເອກະສານໄດ້​ຫລາຍ​ຢ່າງ​ເພື່ອ​ຮັບ​ໃຊ້​​ການ​​ຂຽນຂ່າວ ​ແລະ ບົດ ​​ເພື່ອແນະນຳ​ກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຊາດ​ຫວຽດນາມ ທີ່​ສວຍ​ງາມ​ດ້ວຍ​ທັດສະນີ​ຍະ​ພາບ​ຫລາຍ​ແຫ່ງ ​ພ້ອມ​ດ້ວຍ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ຊາວ​ຫວຽດນາມ​ຜູ້​ຮັກ​ແພງ​ແຂກ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ຂອງລາວ.
ຄະນະນັກຫນັງສືພິມ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ - ảnh 2
ຄະນະນັກຫນັງສືພິມ ສປປ ລາວ ພວມຮັບຟັງຂັບລຳເພງພື້ນເມືອງພາກໃຕ້

ມີ້ທໍ ​ແມ່ນ​ທ້ອງ​ຖິ່ນ​ຫນຶ່ງ​ທີ່​ໄດ​້ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ຄະນະ​ນັກ​ຫນັງສືພິມ​ລາວ ຫລາຍ​ກວ່າ​ໝູ່. ນະ​ທີ່​ນີ້​ບັນດາ​ນັກ​ຫນັງສືພິມ​ລາວ ​ໄດ້​ພາຍ​ເຮືອ​ລ່ອງ​ຕາມ​ຄອງ​ເໝືອງ​​ໃຕ້ຮົ່ມ​ຕົ້ນ​ພ້າວທີ່​ຂຽວ​ອຸ່ມທຸ່ມ, ​ໄດ້​ຮັບ​ຟັງ​ຂັບ​ລຳ​ພື້ນ​ເມືອງ​ພາກ​​ໃຕ້​ໂດຍ​ບັນດາ​ນັກ​ສິລະ​ປີນຢູ່​ທ້ອງ​ຖິ່ນ​ດັ່ງກ່າວ.

                                                      ສຽງ​ຂັບ​ລຳ​ເພງ​ພື້ນ​ເມືອງ


        ນັກ​ຫນັງ​ສື​ພິມ​ລາວ ​ໄດ້​ຖ່ານ​ທຳ​ເອົາບັນດາ​ຮູບ​ພາບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ເຫຼົ່າ​ນັ້ນ. ສ່ວນ​ອ້າຍ​ວິ​ລະພອນ  ນັກວິ​ຊາ​ການ​ສັງກັດ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ການທ່ອງທ່ຽວ​ລາວ ພັດ​​ເມົາ​ມົວ​ຮັບ​ຟັງ​ບັນດາ​ສຽງ​ຂັບ​ຮ້ອງ​ໂດຍ​ນັກ​ສິລະ​ປີນ​ສະ​ແດງ.

                                                            ສຽງ: ທ່ານ ວິລະພອນ


​        ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​​ໃນ​ຫລາຍ​ທ້ອງ​ຖິ່ນ​ຢູ່ ​ຫວຽດນາມ, ບັນດາ ນັກ​ຫນັງສືພິມ​ລາວ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ ຫວຽດນາມ ກວ່າ, ຈາກ​ນັ້ນ ​ເຂົາ​ເຈົ້າ​ສາມາດ​ແນະນຳ​ກ່ຽວ​ກັບປ​ະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ໃຫ້​ແກ່​ປະຊາຊົນ​ລາວ​ໄດ້​ຮັບ​ຊາບ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ຮອບ​ດ້ານ​ກວ່າ. ອ້າ​ຍບຸນ​ຕຽງ ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງ​ແຫ່ງ​ຊາດ​ລາວ ​​ແບ່ງປັນ​ວ່າ:

                                                              ສຽງ: ທ່ານ ບຸນຕຽງ

              ການ​ຢ້ຽມຢາມ​ຫວຽດນາມ​ຜ່ານ​ມາ ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທີ 5 ຂອງ​ຄະນະ​ນັກ​ຫນັງສືພິມ​ລາວ ​ໂດຍ​ປະຕິບັດ​ຕາມ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ. ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ນີ້ ຝ່າຍ​ການ​ນຳ​ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​ຫນູນ​ຊ່ວຍ​ນັກ​ຫນັງສືພິມ​ລາວ ມາ​ຫວຽດນາມ​ເພື່ອ​​ພ້ອມ​ກັນ​ເຮັດ​ວຽກ, ​ແລກປ່ຽນ​ວິຊາ​ສະ​ເພາະ​ກັບ​ບັນດາ​ນັກຂ່າວ​ຫວຽດນາມ​ຢູ່ ​ແຕ່​ລະ​ຫົວຫນ່ວຍ. ການ​ຢ້ຽມຢາມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​​ໃນ​ທຸກ​ຂົງ​ເຂດ​ລະຫວ່າ​ງສອງ​ປະ​ເທດ ຊຶ່ງ​ແມ່ນ​ສະມາ​ຊິກ​ຂອງ​ອາ​ຊຽນທັງສອງ.
                                                                                                                                                                

ຕອບກັບ

ຂ່າວ/ບົດ​ອື່ນ