ຄະນະຜູ້ແທນຫ້ອງວ່າການສູນກາງພັກຫວຽດນາມ ຢ້ຽມຢາມ ລາວ

ຄະນະຜູ້ແທນຫ້ອງວ່າການສູນກາງພັກຫວຽດນາມ ຢ້ຽມຢາມ ລາວ - ảnh 1
ທ່ານ​ ​ເຈີ່ນ​ກວກ​ເວື້ຶອງ, ຫົວ​ໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມນຳ​ໜ້າ ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້ມີການຢ້ຽມຢາມ ສປປ ລາວ

(vovworld)ວັນ​ທີ  8/2, ຢູ່​ສຳ​ນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ ບຸນ​ຍັງ ວໍລະ​ຈິດ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ຮອງ​ປະທານ​ປະ​ເທດ ສປປ ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ ​ເຈີ່ນ​ກວກ​ເວື້ຶອງ, ຫົວ​ໜ້າ​ຫ້ອງວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມນຳ​ໜ້າ, ທີ່ພວມ​ຢູ່​ຢຽມຢາມ​ລາວ​ແຕ່​ວັນ​ທີ 7 – 12/2. ທ່ານ​ຮອງ​ປະທານ​ປະ​ເທດ ບຸນ​ຍັງ ວໍ​ລະ​ຈິດ ຢືນຢັນວ່າ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ​ຄວນໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ແດງ​ຄວາມ​ຫວັງ​ວ່າ: ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ 2 ຝ່າຍ​ຈະ​ຊຸກຍູ້​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ​ບົດຮຽນດ້ານ​ວິຊາ​ການ, ສ້າງ​ຜົນງານ​ອັນ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ​​ບັນດາເຫດການ​ໃຫຍ່​​ໃນ​ປີ 2012 ​ເຊິ່ງ​ແມ່ນ​ປີ​​ແຫ່ງ​ຄວາມສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ. ທ່ານ ​ເຈີ່ນ​ກວກ​ເວື້ອງ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດຖະບານ​ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ຈັດ​ຕັ້ງ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012 ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ຫ້ອງ​ວ່າການສູນ​ກາງ 2 ປະ​ເທດ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ປະກອບ​ສ່ວນ​ເພີ່​ມພູມ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ