ງານດົນຕີ ອາຊີຕາເວັນອອກສ່ຽງໃຕ້ ປີ 2016


(vovworld)- ງານ​ດົນ​ຕີ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEA Pride 2016) ແມ່ນ​ງານ​ດົນ​ຕີ​ປະ​ຈຳ​ປີ ແລະ ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 3 ຢູ່ ຫວຽດ​ນາມ. ລາຍ​ການ​ດົນ​ຕີ​ພິ​ເສດນີ້ ​ ​ດຳ​ເນີນ​ໄປໃນ​ວັນ​ທີ 25/6 ຢູ່ American Clup, ເລກ​ທີ 21 ຖະ​ຫນົນ ຮາຍ​ບ່າ​ຈຶງ ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້: “ເພີ່​ມ​ສີ​ສັນ​ໃຫ້ດົນ​ຕີ​ຂອງ​ເພື່ອນ” (Color your music).  ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ສະ​ຖານ​ທູດ​ອາ​ເມ​ລິ​ກາ ປະ​ຈຳ ຮ່າ​ໂນ້ຍ, SEA Pride 2016 ແມ່ນ​ມຸ່ງ​ໄປ​ເຖິງ​ຄວາມເປີດ​ອົກ​ເປີດ​ໃຈ, ​ຄວາມເຄົາ​ລົບ ແລະ ​ຄວາມສະ​ເຫມີ​ພາບ ທີ່​ສະ​ຫງວນ​ໃຫ້​ແກ່​ເພື່ອນ​ຫນຸ່ມ.

 

 ງານດົນຕີ ອາຊີຕາເວັນອອກສ່ຽງໃຕ້ ປີ 2016 - ảnh 1

        ງານ​ດົນ​ຕີ SEA Pride 2016  ຖືກ​ຈັດ​ຂຶ້ນ​ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ນຳ​ ລາຍ​ການດົນ​ຕີ​​ດ້ວຍ​ສີ​ສັນ​ຫລາກ​ຫລາຍ ມາ​ໃຫ້​ບັນ​ດາ​ເພື່ອນ​ຫນຸ່ມ​​. SEA Pride 2016 ແມ່ນ​ການ​ສົມ​ທົບ​ຂອງ​ຫລາຍ​ປະ​ເພດ​ດົນ​ຕີ​ຄື: Indie, Pop, Rock ແລະ EDM. ພິ​ເສດ SEA Pride 2016 ຍັງ​ແມ່ນສະ​ຖານ​ທີ່​ບັນ​ເທິງໃຫ້​ແກ່​ຜູ້​ກະ​ເທີຍ, ຜູ້ສອງ​ເພດ ແລະ ​ຜູ້ປ່ຽນ​ເພດ ຢູ່ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ໃນ​ອາ​ຊຽນ ເວົ້າ​ລວມ ເມື່ອ​ນຳ​ເອົາ​ສານ​ກ່ຽວ​ກັບ​ຄວາມ​ເປີດ​ອົກ​ເປີດ​ໃຈ ແລະ ເຄົາ​ລົບ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ. ທ່ານ ຫງວຽນ​ມີງ​ຮ່​ວາງ, ຜູ້​ຮ່ວມ​ງານ​ໃນ​ວຽກ​ງານສື່​ສານ​ຂອງ​ໂຄງ​ການ SEA Pride 2016 ໃຫ້​ຮູ້​ວ່າ:

        “SEA Pride 2016 ເປີດ​ປະ​ຕູ​ນັບ​ແຕ່​ເວ​ລາ 9h30 ນາ​ທີ ຮອດ 23 ໂມງ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ການ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​​ວົງດົນ​ຕີ, ຕັ້​ງ​ຄ້າຍ​ຊາວ​ຫນຸ່​ມ​ລະ​ດູ​ແລ້ງ, workshop ກ່ຽວ​ກັບ​ວົງ​ຄະ​ນາ​ຍາດ​ຜູ້​ກະ​ເທີຍ, ​ຜູ້ສອງ​ເພດ​ແລະ​​ຜູ້ປ່ຽນ​ເພດ. Show ສະ​ແດງ​ອາ​ພອນ​ສະ​ໄຫມຂອງ​ນັກ​ອອກ​ແບບ Carol Tran ທີ່​ສະ​ຫງວນ​ໃຫ້​ແກ່​​ຜູ້​ກະ​ເທີຍ, ​​ຜູ້ສອງ​ເພດ ແລະ ​ຜູ້ປ່ຽນ​ເພດ ດຳ​ເນີນ​ຫລັງຈາກ​ນັ້ນ. ນອກນັ້ນ ຍັງ​ມີ​​ການ​ເຕັ້​ນ ​ຈໍ Flash mob ຂອງ​ກຸ່ມ​ຫົວ​ຄິດ​ປະ​ດິດ​ສ້າງ​ຫົວ​ຫນ້າຫນຸ່ມອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້  YEASLI.  ພາ​ຍ​ຫລັງ 18 ໂມງ ແມ່ນ​ລາຍ​ການ​​ດົນ​ຕີ​ຊື່ງ​ຜູ້​ໃດ​ກໍ​ຢາກ​ຮັບ​ຊົມ​ ທີ່ SEA Pride 2016 ຄັ້ງ​ນີ້. ລາ​ຄ​າ​ປີ້​ຊົມ​ແຕ່ 10 ໂທງ - 17 ໂມງ ແມ່ນ 80.000 ດົງ, ສ່ວນ​ລາ​ຄາ​ຊົມໝົດ​ມື້​ແມ່ນ 200.000 ດົງ. SEA Pride 2016 ດຶງ​ດູດ ປະ​ມານ 5000 ຄົນ​ເຂົ້າ​ຮ່ວມ.”

        ເຫດ​ການ​ດົນ​ຕີ SEA Pride 2016 ໄດ້ແຜ່​ລາມ​ອອກ​ຢ່າງວ່ອງ​ໄວ, ພິ​ເສດ ສຳ​ລັບ​ວົງ​ຄະ​ນາ​ຍາດ​ຜູ້​ກະ​ເທີຍ, ​ຜູ້ສອງ​ເພດ ແລະ ​ຜູ້ປ່ຽນ​ເພດ. ເອື້ອຍ ຟານ​ແທງ​ຈາງ, ສະ​ມາ​ຊິກ​ສະ​ໂມ​ສອນ​ຜູ້​ກະ​ເທີຍ, ​ຜູ້ສອງ​ເພດ ແລະ ​ຜູ້ປ່ຽນ​ເພດ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​​ວ່າ ນັບ​ມື້​ນັບ​ມີການ​ເຄື່ອນ​ໄຫວ​ຫລາຍ​ຢ່າງທີ່​ສະ​ຫງ​ວນ​ໃຫ້​ແກ່​ປະ​ຊາ​ຄົມ​ຜູ້​ກະ​ເທີຍ, ຜູ້​ສອງ​ເພດ ແລະ ຜູ້​ປ່ຽນ​ເພດ. ຜ່ານນັ້ນ ທຸກ​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພວກ​ຂ້າ​ພະ​ເຈົ້າ​ກວ່າ, ມີ​ການ​ສັງ​ເກ​ດ​ຢ່າງ​ພາ​ວະ​ວິ​ໄສ​ກ່ຽວ​ກັບ​ບັນ​ຫາ​ຜູ້​ກະ​ເທີຍ ພ້ອມ​ທັງ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເພດ​ສຳ​ພັນ​ທີ່​ປອດ​ໄພ​ໃນ​ເພດ.”

 ງານດົນຕີ ອາຊີຕາເວັນອອກສ່ຽງໃຕ້ ປີ 2016 - ảnh 2
ພາບ: kenh14

        ເຂົ້າຮ່ວມ​ການ​ກະ​ກຽມ​ງານ​ດົນ​ຕີ​ນັບ​ແຕ່ມື້​ທຳ​ອິດ, ທ່ານ​ນາງ Marcia Anglarill, ທີ່​ປຶກ​ສາ​ດ້ານ​ວັດ​ທະ​ນະ​ທຳ ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ຫົວ​ຂໍ້​ຕົ້ນ​ຕໍ​ຂອງ SEA Pride 2016 ປີນີ້ ແມ່ນ​ມຸ່ງ​ໄປ​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງການ​ເຮັດ​ວຽກ​ບໍ່​ມ​ີ​ຮົ້ວ​ກີດ​ຂວາງ​ໃຫ້​ແກ່​ບັນ​ດາ​ ຜູ້​ກະ​ເທີຍ, ສອງ​ເພດ ແລະ ​ຜ​ູ້ປ່ຽນ​ເພດ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຄົນ​ກ່ຽວ​ກັບ​ບັນ​ຫານີ້. ຈຸດ​ເດັ່ນ​ຂອງ ​ງານ SEA Pride 2016  ປີນີ້​ແມ່ນ​ລາຍ​ການ​ດົນ​ຕີ​ຂະ​ຫນາດ​ໃຫຍ່ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກອງ​ດົນ​ຕີ​​ທີ່ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ​ DJ Lina ມາ​ຈາກ ອາ​ເມ​ລິ​ກາ ແລະ Nibiru Band ມາ​ຈາກອັງ​ກິດ, ຟິ​ລີບ​ປີນ… ນັກ​ດົນ​ຕີ Sean Lam ສັງ​ກັດ​ກອງ​ດົນ​ຕີ Rock Indie “ Hang up the Moon” ມາ​ຈາກ ສິງ​ກະ​ໂປ ໄດ້​ແບ່ງ​ປັນ​ວ່າ:

        “ເຂົ້າ​ຮ່ວມ​ເຫດ​ການ​ດົນ​ຕີ​ຄັ້ງ​ນີ້ ພວກ​ຂ້າ​ພະ​ເຈົ້າ​ຢາກ​ນຳ​ມາ​ໃຫ້​ພວກ​ເພື່ອນ​ບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ຊີ​ວິດ, ຄອບ​ຄົວ, ວຽກ​ງານ, ຊ້ຳ​ບໍ່​ໜຳ​ ນັບ​ທັງ​ສັດ​ລ້ຽງ​ອີກ. ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ຄຳ​ເຊີນ​ມາ​ສະ​ແດງ​ຢູ່ SEA Pride 2016.”

        ນອກ​ຈາກ​ບັນ​ດາ​ວົງ​ດົນ​ຕີມາ​ຈາກ​ຕ່າງ​ປະ​ເທດ​ແລ້ວ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮ້ອງ ແລະ ​ວົງດົນ​ຕີ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ ຄື: ນັກ​ດົນ​ຕີ Noo Phuoc Thinh, ​ວົງ​ດົນ​ຕີ Microwave, Oplus… ອ້າຍ ກວາງ​ຮືງ, ສະ​ມາ​ຊິກ ກອງ​ດົນ​ຕີ rock The O –ring Chains ຫວຽດ​ນາມ ໃຫ້​ຮູ້​ວ່າ

        “ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ວ່າ ຕົນ​ເອງ​ແມ່ນ​ຜູ້​ເຄື່ອນ​ໄຫວ​ທາງ​ສັງ​ຄົມ, ຂ້າ​ພະ​ເຈົ້າ​ເຄົາ​ລົບ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ໃນ​ສັງ​ຄົມ. ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ໄດ້​ຮັບ​ການ​ເຄົາ​ລົບ ແລະ ເຂົ້າ​ໃຈ​ແຈ້ງ.  ໃນ​ຂົງ​ເຂດ​ດົນ​ຕີ​ກໍ​ມີ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບນັ້ນ. ພວກ​ຂ້າ​ພະ​ເຈົ້າ​ນິ​ຍົມ​ດົນ​ຕີ Rock ເຖິງວ່າ​ຍັງ​ມີ​ທັດ​ສະ​ນະ​ແຕກ​ຕ່າງ​ກ່ຽວ​ກັບ​ປະ​ເພດ​ດົນ​ຕີນີ້ ແຕ່​ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ປາດ​ຖະ​ຫນາດ​ຢາກ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ວົງ​ຄະ​ນາ​ຍາດ.”

        ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ງານ​ດົນ​ຕີ​ມີ​ຄຸນ​ນະ​ພາບ​ສູງ, ຂະ​ຫນາດ​ໃຫຍ່ ແລະ ຟົດ​ຟື້ນ​ມ່ວນ​ຊື່ນເທົ່າ​ນັ້ນ, ​ຫາກ SEA Pride 2016 ຍັງ​ແມ່ນ​ສະ​ຖານ​ທີ່​ເພື່ອ​ໃຫ້​ເພື່ອນ​ຫນຸ່ມ​ສະ​ແດງ​ຄວາມ​ສາ​ມາດ​ຂອງ​ຕົນ ຈາກນັ້ນຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ເຂົາ​ເຈົ້າ​ກ່ຽວ​ກັ​ບ​ລະ​ດູ​ຮ້ອນ​ທີ່​ຫນ້າ​ຈົດ​ຈ່ຳ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ