ງານບຸນລອຍກະທົງປະເພນີຂອງໄທຢູ່ຮ່າໂນ້ຍ


(vovworld) - ​ເຊື່ອມ​ຕົວ​ໃນ​ທຳນອງ​ເພງ​ພື້ນ​ເມືອງຂອງ​ໄທ, ຊົມ ​ແລະ ​ເຮັດ​ລອຍກະ​ທທົງດ້ວຍ​ສີ​ຫຼາກ​ຫຼາຍ​ ​ແລ້ວ​ພ້ອມ​ກັນ​ປ່ອຍ​ລົງ​ໜອງ ​ໂຮ່​ໄຕ​ເພື່ອ​ພາວະນາ​ຂໍ​ໃຫ້​ປະສົບ​ແຕ່​ຄວາມ​ໂຊກ​ດີ. ນັ້ນ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ງານ​ບຸນ​ລອຍກະ​ທົງ ​ໂດຍ​ສະຖານທູດ ​ໄທ​ປະຈຳ​ຫວຽດນາມ ສົມທົບ​ກັບ​ກົມ​ສົ່ງ​ເສີມ​ການທ່ອງທ່ຽວ​ໄທ ​ແລະ ບໍລິສັດ​ການບິນ​ໄທ​ ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ ຫວ່າງ​ແລ້ວ​ນີ້.

ງານບຸນລອຍກະທົງປະເພນີຂອງໄທຢູ່ຮ່າໂນ້ຍ - ảnh 1

    18 ​ໂມງ 30 ນາທີ, ​ເມື່ອ​​ແສງ​ພະຈັນ​ເລີ່​ມ​ໂປ​ໂລ​ຂຶ້ນ, ຢູ່​ເຂດ​ເວທີກາງ​ແຈ້ງ​​ແຄມ​ໜອງ​ ​ໂຮ່​ໄຕ, ​ກວ້າງ​ເກືອບ 1000 ຕາ​ແມັດ ​​ໃນ​ບໍລິ​ເວນສະ​ໂມ​ສອນຮ່າ​ໂນ້ຍ, ທີ່ຫ່າງ​ຈາກ​ຖະໜົນ ອຽນ​ຟູ້ ປະມານ 500 ​ແມັດນັ້ນ ​ໄດ້​ດຳ​ເນີນ​ງານ​ບຸນ​ລອຍກະ​ທົງ. ນີ້​ແມ່ນ​ງານ​ບຸນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໄທ, ຖັດຈາກ​ບຸນ​ສົງການ. ​ໃນ​ເວທີ​ກວ້າງ​ປະມານ 20 ຕາ​ແມັດ, ມີຜ້າ​ສີ​​ດ້ວຍ​ຮູບ​ພາບກະ​ທົງຮູບ​ດອກ​ບົວ​ສີ​ບົວພວມ​ສ່ອງ​ແສງບົນ​ໜ້າ​ນ້ຳ, ​ໄກ​ຈາກ​ນັ້ນ​ແມ່ນ​ວັດວາອາ​ຮາມ​ຮູບ​ທາດ​ທີ່​ເປັນ​ສັນຍາ​ລັກ​ຂອງ​ໄທ, ບັນດາ​ນາງສາວສິລະ​ປິນ​ໄທທີ່​ສວຍ​ງາມ​ໃນ​​​ຊຸດ​ອາພອນ​ປະຈຳ​ຊາດ​ເຫຼື້ອມ​ແວວ​ວາວ, ພວມສະ​ແດງ​ວາດ​ຟ້ອນ 4 ພາກ​ທີ່​ເປັນ​ມູນ​ເຊື້ອຂອງ​ໄທທ່າມກາງ​ສຽງ​ດົນຕີ​ສະອອນ​ໃຈ​. ນີ້​ແມ່ນ​ບັນດາ​ວາດ​ຟ້ອນ​ທີ່​ເຄີຍ​ສະ​ແດງ​ໃນ​ໂອກາດ​ງານ​ບຸນ​ລອຍກະ​ທົງຂອງ​ໄທ.

    ຢູ່​ອ້ອມ​ເວທີ​ຕັ້ງ​ໂຕະ 30 ໜ່ວຍ, ຢູ່​ເທິງ​ວາງກະທົງ​ນັບສິບອັນ​ດ້ວຍ​ທຸກ​ຂະໜາດ, ຫຼາຍຮູບ​ແບບທີ່​ແຕກ​ຕ່າງ​ກັນ. ​ກະທົງທີ່ເປັນມູນເຊື້ອ​ແມ່ນ​ເຮັດ​ດ້ວຍ​ກາບ​ກ້ວຍ ​ແລະ ​ໃບ​ຕອງ. ​ເຂົາ​ເຈົ້າ​ເອົາມາພັບ ແລະ ຫຍິບ​ເປັນ​ຮູບ​ດອກ​ບົວ ​ແລະ ປະດັບ​ປະດາ​ດ້ວຍ​ດອກ​ໄມ້​ສົດ, ຢູ່​ໃຈກາງ​ປັກ​ທຽນ 1 ເຫຼັ້ມ ​ແລະ ທູບ 3 ດອກ. ​ແຕ່​ພົ້ນ​ເດັ່ນ​ກວ່ານັ້ນ​ແມ່ນ​ບັນດາ​ລອຍກະທົງ​​ຮູບ​ວັດວາອາ​ຮາມ​ທີ່​ມີ​ຊື່​ສຽງ​ຂອງ​ໄທ, ຫຼື​ກະທົງ​ທີ່​ເຮັດ​ເປັນ​ຫຼາຍ​ຊັ້ນ​ຄື​​ຮູບ​ເຂົ້າໜົມ “ເຄັກ“ ດ້ວຍ​ສີ​ຫຼາກ​ຫຼາຍ​ເຊັ່ນ: ສີ​ບົວ, ສີຂຽວ, ສີຂາວ, ສີ​ເຫຼືອງ. ຢູ່​ທີ່​ນີ້​ຍັງ​ມີ​ໂຕະ​ທີ່​ວາງ​ວັດຖຸ​ຕ່າງໆ​ຄື: ກີບ​ດອກ​ບົວ, ​ໃບ​ຕອງ… ​ເພື່ອ​ໃຫ້​ແຂກ​ສາມາດ​ເຮັດ​ກະທົງ​ດ້ວຍ​ຕົນ​ເອງ​ໄດ້… ພິ​ເສດ, ​ໃນງານ​ບຸນ​ນີ້​, ຄະນະ​ຈັດ​ຕັ້ງ​ໄດ້​ນຳ​ເຂົ້າ​ວັດຖຸ​ເຮັດ​ກະທົງ​ບາງ​ຢ່າງ​ຈາກ​ໄທ​ເຊັ່ນ: ທຽນ​ຫອມ, ດອກ​ໄມ້​ສົດ… ມິ​ງຮັ່ງ ​ແລະ ​ແມ້ງ​ຫ໋ຽວ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ ຮ່າ​ໂນ້ຍ, ພ້ອມ​ກັບ​ແຂກ​ນັບ​ສິບ​ຄົນ​ພວມ​​​ແອບເຮັດ​ກະທົງຮູບ​ດອກ​ບົວ.

    “ນ້ອງ​ເຫັນ​ວ່າການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ. ​ເມື່ອ​ເຮັດ​ເອງ​ຈະ​ມີ​ຄວມໝາຍ​ກວ່າ​ເພື່ອ​ພາວະນາ​ຂໍໃຫ້​ປະສົບ​ແຕ່​ຄວາມ​ໂຊກ​ດີ, ນອກ​ນັ້ນ​ກໍ່​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບປະ​ເພນີ​ຂອງ​ຊາວ​ໄທ. ນ້ອງ​ຮຽນ​ພາສາ​ໄທ​ດັ່ງ​ນັ້ນ​ຈຶ່ງ​ຫວັງ​ວ່າ​ຈະ​ມີ​ໂອກາດ​​ເພື່ອ​ເຮັດ​ເອງຄື​ແນວ​ນີ້. ​ເມື່ອ​ປ່ອຍ​ກະທົງ​ລົງ​ໜ້າ​ນຳ້​ນ້ອງ​ຫວັງ​ວ່າ​ປີ​ນີ້​ຕົນ​ເອງ​ຮຽນ​ພາສາ​ໄທ​ໄດ້​ດີກ​ວ່າ ​ແລະ ຈະ​ມີ​ໂອກາດ​ໄປຢ້ຽມ​ຢ້ຽມ​ໄທ. ທັງຫວັງ​ວ່າການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໄທ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ“.

ງານບຸນລອຍກະທົງປະເພນີຂອງໄທຢູ່ຮ່າໂນ້ຍ - ảnh 2

    “ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່​ນ້ອງ​ໄດ້​ເຂົ້າ​ຮ່ວມງານ​ບຸນ​ຂອງ​ໄທ. ນ້ອງ​ຮູ້ສຶກ​ມີ​ຄວາມໃກ້ຊິດ, ອົບ​ອຸ່ນ ​ແລະ ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ“.

    ​ເວລາ 20 ​ໂມງ, ​ແຂກ​ມາ​ຮ່ວມ​ງານ​ບຸນ​ກໍ່​ຫຼາຍຂຶ້ນ. ​ໃນ​ບໍລິ​ເວນ​ຈັດ​ງານ​ບຸນ​ໄດ້​ມີ​ແຂກ​ປະມານ 400 ຄົນ. ​ໃນ​ນັ້ນ​ມີ​ຫຼາຍ​ຄົນ​ອາຍຸ​ສູງ​ແລ້ວ, ຊຳ້​ບໍ​ໜຳ​ຍັງ​ມີ​ບາງ​ຄົນ​ໄດ້​ພາ​ລູກ​ຫຼານ​ມາ​ຮ່ວມນຳ. ລຸງ ​ເລ​ດ້າຍ​ເຕິ​ມ, ຜູ້​ທີ່​ເຄີຍ​ປະຕິບັດ​ງານ​ຢູ່​ໄທ​ເປັນ​ເວລາ 10 ປີ​ແລ້ວ. ນັບ​ແຕ່​ກັບ​ເມືອ​ປະ​ເທດ​​ເມື່ອ​ປີ 2006 ມາ​ຮອດ​ປະຈຸ​ບັນ, ປີ​ໃດ​ລຸງ​ກໍ່​ເຂົ້າ​ຮ່ວມ​ງານ​ບຸນ​ລອຍ​ກະທົງ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລຸງ​ຫວນ​ຄືນ​ອະນຸສອນ​ແຫ່ງ​ຊຸມ​ປີ​ເດືອນ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ໄທ, ຫວນ​ຄືນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ເພື່ອນ​ມິດ

    “ມື້​ນີ້​ເຂົ້າ​ຮ່ວມ​ງານ​ບຸນ​ລອຍ​ກະທົງ, ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ. ​ແຕ່ລະ​ປີ​ສະຖານທູດ​ໄທ​ລ້ວນ​ແຕ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ນີ້. ​ເມື່ອ​ເຂົ້າ​ຮ່ວມ​ແຕ່ລະ​ເທື່ອ, ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ ​ແລະ ​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໄທ​ມີ​ຄວາມ​ໃກ້ຊິດ​ກວ່າ“.

    ງານ​ບຸນ​ລອຍ​ກະທົງ​ມີ​ມາ​ແຕ່​ປີ 1238 ​ເຖິງ​ປີ 1438 ​ແລະ ​ເຄີຍ​ຈັດ​ຕັ້ງ​ແຕ່​ກາງ​ເດືອນ 11 ​ເຖິງ​ເດືອນ 12. ​ເວລາ​ນີ້​ນ້ຳ​ຢູ່​ໃນ​ແມ່​ນ້ຳ​ກໍ່ສູງ​ຂຶ້ນ ​ແລະ ​ແສງ​ພະຈັນ​ກໍ່​​ໃສ​ແຈ້ງ​ທີ່​ສຸດ. ​ເໝາະ​ສົມ​ກັບ​ການ​ປ່ອຍ​ລອຍ​ກະທົງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ​ປະຈຳ​ຫວຽດນາມ ປັນ​ຢາຣັກ ພູນ​ຊັບ ​ໃຫ້​ຮູ້​ວ່າ:

ເທບ​ສຽງ ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ

    ຮອດ​ເວລາ 22 ​ໂມງ, ​ເມື່ອ​ແສງ​ພະຈັນ​ໃສ​ແຈ້ງ​ກວ່າ ກໍ່​ແມ່ນ​ເວລາ​ທີ່​ແຂກ​ກະກຽມ​ລອຍ​ກະທົງ​​ຢ່າງ​ຮຽບຮ້ອຍ​ແລ້ວ. ​ເຂົາ​ເຈົ້າ​ເລີ່​ມປ່ອຍ​ລົງ​ໜອງ ​ໂຮ່​ໄຕ​ທີ່​ກວ້າງ​ໃຫຍ່​ໄພສານ. ​​ແສງ​ໄຟ​ນາໆ​ສີຈາກລອຍ​ກະທົງນັບ​ຮ້ອຍ​ອັນ​ໄດ້​ເຮັດ​ໃຫ້​ໜ້າ​ນ້ຳ​ສ່ວນ​ໜຶ່ງ​ຢູ່​ໜອງ ​ໂຮ່​ໄຕ​ແຈ້ງ​ສະຫວ່າງ ​ແລະ ງາມ​ແບບ​ມະຫັດສະຈັນ​ກວ່າ. ​

ຕອບກັບ

ຂ່າວ/ບົດ​ອື່ນ