ງານມະຫາກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້

(vovworld)-ງານ​ມະຫາ​ກຳ​ກິລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASG) ຄັ້ງທີ 5 ດຳເນີນໄປຢູ່ຫວຽດນາມ ຫວ່າງແລ້ວນີ້ ໄດ້ສ້າງຄວາມປະທັບໃຈຫລາຍ​ຢ່າງໃຫ້ແກ່​ເພື່ອນ​ມິດອາ​ຊຽນ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ, ງານ​ມະຫາ​ກຳ​ກິ​ລາ​ນັກຮຽນ ​ແມ່ນ​​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ກິລາ​ນັກຮຽນ ອາ​ຊຽນ ​ພົບ​ປະ​ແລກປ່ຽນ, ຖອດ​ຖອນ​ບົດຮຽນ​​ໃນການ​ແຂ່ງຂັນ​ກິລາ ພ້ອມ​ທັງ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຜ່ານ​ນັ້ນ​ຮັດ​ແຫນ້ນ​ນ້ຳ​ໃຈ​ມິດຕະພາບ​ລະ​ຫວ່າງ​ນັກຮຽນ​ບັນດາ​ປະ​ເທດ​ອາ​ຊຽນ.

ງານມະຫາກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້  - ảnh 1
ພິທີໄຂງານ​ມະຫາ​ກຳ​ກິ​ລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 5
ພາບ: internet

        ງານ​ມະຫາ​ກຳ​ກິ​ລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 5 - ຮ່າ​ໂນ້ຍປີ 2013 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 8 ຄະນະ​ນັກ​ກິລາ​ທີ່ມາ​ຈາກ ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ, ບຣູ​ໄນ, ຟິລີບ​ປີນ, ລາວ ​ແລະ ຫວຽດນາມ ​​ແລະ​ຈະ ແຂ່ງຂັນ​ກິລາ 9 ປະ​ເພດ. ​ເຖິງ​ວ່າ ນີ້​ແມ່ນ​ການ​ແຂ່ງຂັນສະຫງວນ​ສະ​ເພາະໃຫ້​ແກ່​ນັກຮຽນ​ບັນດາ​ປະ​ເທດ ອາ​ຊຽນກໍ​ຕາມ, ​ແຕ່​ສຳລັບ​ບັນດາ​ນັກ​ກິລາ​​ ນີ້​ກໍ່ແມ່ນ​​ໂອກາດ​ເພື່ອ​ຝຶກ​​ແອບ,ຖອດ​ຖອນ​ບົດຮຽນ​ຈາ​ການ​ແຂ່ງຂັນ ​​ແນ​ໃສ່​ກະກຽມ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ກິລາ​ຂະຫນາດ​ໃຫຍ່​ກວ່າ. ທ່ານ ​ເລ​ແມ້ນ​ຮຸ່ງ, ຮອງ​ຫົວຫນ້າ​ກົມ​ວຽກ​ງານ​ນັກຮຽນ, ນັກ​ສຶກສາ, ສັງກັດ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ຫົວຫນ້າ​ຄະນະ​ກິລາ​ຫວຽດນາມ ຢູ່ ງານ​ມະຫາ​ກຳ​ກິລາ ​ໃຫ້​ຮູ້​ວ່າ:

        “ດ້ວຍ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ, ຫວຽດນາມ ​ໄດ້​ກະກຽມ​​ກຳລັງໃຫ້​ແກ່ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນຢ່າງ​ລອບ​ຄອບ​ຖິ່ຖ້ວນ​. ​ແລະນີ້​ກໍແມ່ນ​​ໂອກາດ​ເພ່ືອ​ໃຫ້​ນັກ​ກິລາ​ຝຶກ​ແອບ​. ຄາດໝາຍ​ທີ່​ວາງ​ອອກນັ້ນ​ແມ່ນ ຕ້ອງ​ຄວ້າ​ໄດ້​ລາງວັນ ທີ່​ງານ​ມະຫາ​ກຳ ກິລາ Seagames  ​ແລະ  ງານ​ແຂ່ງຂັນ​ກິລາ​​ອາຊີ ໃນ​ຮົ່ມ”

ງານມະຫາກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້  - ảnh 2
ການແຂ່ງຂັນກິລາລະຫວ່າງນັກຮຽນ ຫວຽດນາມ ແລະ ບຣູໄນ
ພາບ: internet

        ທີ່​ງານ​ມະຫາ​ກຳ​ກິລາ​ນັກຮຽນ, ຄະນະ​ນັກ​ກິລາ​ຫວຽດນາມ ໄດ້ຮັບ​ຜົນງານ​ທີ່​ຫນ້າ​ປະ​ທັບ​ໃຈ ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດຄະນະ​ນັກ​ກິລາ​ຫວຽດນາມ​ຢືນ​ອັນ​ດັບ​ຫນຶ່ງ ທົ່ວ​ຄະນະ ດ້ວຍ 50 ຫລຽນ​ຄຳ ​ແລະ ນັກ​ກິລາລອຍ​ນ້ຳ ຍິງຫງວຽນ​ທິ​ແອ​ງວຽນ ອາຍ​ຸ 17 ປີ ຄ້ວາ​ໄດ້ 8 ຫລຽນ​ຄຳ, 1 ຫລຽນ​ທອງ ​ໃນການ​ແຂ່ງຂັນ​ກິລາ 9 ປະ​ເພດ​. ບໍ່​ພຽ​​ງ​ແຕ່​ບັນລຸ​ຜົນງາ​ນສູງ​ເທົ່າ​ນັ້ນ ປະ​ເທດ​ເຈົ້າພາບ​ຫວຽດນາມ ຍັງ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ເພື່ອ​ນມິດ​ອາ​ຊຽນ ອີກ​ດ້ວຍ. ທ່ານ ຈະ​ວິດ ພະ​ລາ​ຈີວິ​ນ, ຫົວຫນ້າ​ຄະນະ​ນັກກິລາ​ໄທ ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ ຈິວິນ

        ດ້ວຍ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ, ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ເພື່ອ​ໃຫ້​ງານ​ມະຫາ​ກຳ​ກິລາ​ປະສົບ​ຜົນສຳ​ເລັດກໍ​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກຮຽນ​ບັນດາ​ປະ​ເທດ ອາ​ຊຽນ ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ, ຜ່ານ​ນັ້ນ ຮັດ​ແຫນ້ນ​ຄວາມ​ສາມັກຄີ, ມິດຕະພາບ ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ. ສິ່ງ​ດ່ັງກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ຜ່ານ​ພິທີການ​ແຫ່​ທວນ​ໄຟ, ຊັກ​ທຸງຊາດ​ຢ່າງ​ສົມ​ກຽດ ຕະຫລອດ​ຮອດ​ພິທີ​ໄຂ ​ແລະ ອັດ​ງານ​ມະຫາ​ກຳ​ກິລາ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ. ​ເພື່ອນ Tern Jian Han ນັກ​ກິ​ລາ​ລອຍ​ນ້ຳ ມາ​ຈາກ ມາ​ເລ​ເຊຍ ​​ແບ່ງປັນ​ວ່າ:

        “​ເມື່ອ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້, ພວກ​ນ້ອງ​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ​ເຖິງ​ວ່າຈະຄ້ວາ​ໄດ້​ຫລຽນຫລື​ບໍ່​​​ກໍ​ຕາມ ​ແຕ່​ສິ່ງສຳຄັນ​ກວ່າ ນັ້ນ​ແມ່ນຜ່ານ​ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້ ພວກ​ນ້ອງ​ຖອດ​ຖອ​ນບົດຮຽນ​ທີ່​ມີ​ປະ​ໂຫຍ​ດຫລາຍ​ຢ່າງ ​ແລະ ​ໄດ້ລື້ງ​ເຄີຍ​ກັບ​ໝູ່​ເພື່ອນ​ຫລາຍ​ຄົນ, ກໍ່​ຄືມີ​ໂອກາດ​ຄົ້ນ​ຫາ​ວັດທະນະທຳ​ຫວຽດນາມ, ອາຫານ​ການ​ກິນ​ຂອງ​ຫວຽດນາມອີກ​ດ້ວຍ.”

        ສ່ວນ​ເພື່ອນ ​ໂດ້ທິຍ່ານ, ຊາວ​ຫນຸ່ມ​ອາສາ​ສະໝັກ​ມາ​ຈາກ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ທີ່​ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້, ນ້ອງ​ມີ​ກາລະ​ໂອກາດ​ໄດ້​ພົບ​ປະກັບ​ບັນດາ​ໝູ່​ເພື່ອນ​ມາ​ຈາກ​ບັນດາ​ປະ​ເທດອາ​ຊຽນ​ໄດ້, ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ​ຂອງ​ປະ​ເທດ​ເພື່ອນ​ມິດ ​ແລະ ​ພົບ​ປະກັບ​ບັນດາ​ນັກ​ກິລາ. ນອກ​ນັ້ນ ຍັງມີ​ໂອກາດ​ຍົກ​ລະດັບ​ ພາສາ​ຕ່າງປະ​ເທດ, ກໍ​ຄື​ຖອດ​ຖອນ​ໄດ້​ບົດຮຽນ​ຫລາຍ​ຢ່າງ​ຄື: ​ເຈດ​ຈຳ​ນົງ, ນ້ຳ​ໃຈ​ແຂ່ງຂັນ, ຝຶກ​​ແອບ​ຂອງ​ບັນດາ​ນັກ​ກິລາ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ງານ​ມະຫາ​ກຳ​ກິລາ​ນັກຮຽນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 5 ປີ 2013 ​ແມ່ນ​ການ​ແຂ່ງຂັນ​ມິດຕະພາບ, ປະກອບສ່ວນ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ນັກຮຽນ​ບັນດາ​ປະ​ເທດ ອາ​ຊຽນ. ​ເພາະສະ​ນັ້ນ ງານ​ມະຫາ​ກຳ​ກິລາ ມີ​ຄວາມ​ໝາຍ​ສຳຄັນ, ພິ​ເສດ ​ໃນ​ຈຸດ​ເວລາ​ປະ​ຈຸບັນ ​ຂະນະ​ທີ່​ບັນດາ​ປະ​ເທດ ອາ​ຊຽນ ພວມ​ມານະ​ພະຍາຍາມ​ສູ້​ຊົນ​ປະຕິບັດສຳ​ເລັດ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ລວມ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ