ງານມະໂຫລານເດັກນ້ອຍອາຊຽນ ປີ 2016- ການເຄື່ອນໄຫວແຫ່ງຄວາມສາມັກຄີມິດຕະພາບ


(vovworld)- ເປັນ​ຄັ້ງ​ທຳ​ອິດ ​ທີ່ມີ​​ເດັກ​ນ້ອຍເກືອບ 300 ຄົນ​ທີ່​ມາ​ຈາກ 7 ປະ​ເທດ​ໃນ​ກຸ່ມ ອາ​ຊຽນ​ຄື: ອິນ​ໂດ​ເນ​ເຊຍ, ລາວ, ໄທ, ສິງ​ກະ​ໂປ, ຟິ​ລີບ​ປີນ, ມາ​ເລ​ເຊຍ ແລະ ຫວຽດ​ນາມ ໄດ້​ເຕົ້າ​ໂຮມ​ກັນ​ຢູ​່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ເພື່ອເຂົ້າ​ຮ​ວ່ມ​ງານ​ມະ​ໂຫລານ​​ເດັກ​ນ້ອຍ ອາ​ຊຽນ ປີ 2016. ບັນ​ດາ​ຫລານ​ນ້ອຍ​ໃນ​ເກນ​ອາ​ຍຸ ແຕ່ 9-15 ປີ, ໄດ​້ຜ່ານ​ຜ່າ​ຮົ້ວ​ກີດ​ຂວາງ​ດ້ານ​ວັດ​ທະ​ນະ​ທຳ, ດ້ານ​ພາ​ສາ ເພື່ອ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ປະ​ໂຫຍດ​ໃນ​ງານ​ມະ​ໂຫລານ ດ້ວຍ​ຫົວ​ຂໍ້ “ວິ​ໄສ​ທັດ​ດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ”. ນີ້​ແມ່ນ​ແນວ​ຄວາມ​ຄິດ​ໂດຍ​ຫວຽດ​ນາມ ເປັນ​ຜູ້​ລິ​ເລີ່ມ ແລະ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ. ຈຸດ​ເດັ່ນ​ຂອງ​ງານ​ມະ​ໂຫລານ ແມ່ນ​ງານ​ລາ​ຕີ​ສິ​ລະ​ປະ ​ຊື່ງດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ເດັກ​ສາ​ກົນ ​ທີ 1/6​. 

ງານມະໂຫລານເດັກນ້ອຍອາຊຽນ ປີ 2016- ການເຄື່ອນໄຫວແຫ່ງຄວາມສາມັກຄີມິດຕະພາບ - ảnh 1
ງານ​ມະ​ໂຫລານ​ເດັກ​ນ້ອຍອາ​ຊຽນ ປີ 2016
ພາບ:vtv

                ເວ​ລາ 8 ໂມງ​ຄ່ຳ​ຂອງວັນ​ທີ 1/6, ບັນ​ຍາ​ກາດໃນ​ເວ​​ທີສະ​ແດງ ຂອງ​ໂທ​ລະ​ພາບ​ຫວຽດ​ນາມ ​​ມີ​ຄວາມ​ຄຶກ​ຄື້ນ​ມ່ວ​ນ​ຊື່ນດ້ວຍ​ສຽງ​ດົນ​ຕີ ແລະ ປະ​ດັບ​ປະ​ດາ​ບັນ​ດາ​ຮູບ​ພາບ​ທີ່​ເປັນ​ສີ​ສັນວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​.  ​ເວ​ທີ​ສະ​ແດງ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມີຮູບ​ພາບທຸງ​ຊາດ​ບັນ​ດາ​ປະ​ເທດ ອາ​ຊຽນ ຖືກ​ສາຍ​ຜ່ານ​ຫນ້າ​ຈໍ led,  ຫລານ​ນ້ອຍ ຮົ່ງ​ມີງ ຊື່ງ​ແມ່ນ​ຜູ້​ໄດ້​ຮັບ​ລາງວັນ​ທີ​ຫນຶ່ງ​ໃນ​ງານ​ປະ​ກວດ​ສຽງ​ເພງ​ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອຍ​​ຫວຽດ​ນາມ ປີ 2015 ໄດ້ຂັບ​ຮ້ອງ​ບົດ​ເພງ​ທີ່​ມີ​ຊື່​ວ່າ: “ງານ​ມະ​ໂຫລານ​ເດັກ​ນ້ອຍ​ໂລກ” ພ້ອມ​ກັບ​​ວົງ​ດົນ​ຕີ​ປະ​ສານ​ສຽງ​ຂອງ​ສູນ​ວັດ​ທະ​ນະ​ທຳ​ເມືອງ​ບາ​ດີງ ຮ່າ​ໂນ້ຍ. ໃນ​ທາມ​ກາງ​ສຽງ​ດົນ​ຕີ​ນັ້ນ, ເດັກ​ນ້ອຍ​ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າທີ່​ເຫລື້ອມ​ແວວ​ວາວ, ມື​ຈັບ​ທຸງ​ຊາດ ໄດ້​​ຍ່າງ​ອອກເວ​ທີ​ສະ​ແດງ​ຕາ​ມ​ລຳ​ດັບ​ດ້ວຍ ໃບ​ຫນ້າ​ຍີ່ມ​ແຍ້ມ​ແຈ່ມ​ໃສ​.

                “ຫລານ​ມີ​ຄວາມ​ຮູ້​ສຶກ​ຕື​່ນ​ເຕັ້ນ​ໃຈ​ທີ່​ສຸດ​ເພື່ອ​ໄດ້​ຂຶ້ນ​ເວ​ທີ​ສະ​ແດງ​​ບົດ​ຟ້ອນ​ຂອງ​ຕົນ. ​ບົດ​ຟ້ອນນີ້ ຫລານ​ໄດ້​ຝືກ​ແອບ​ມາ​ເປັນ​ເວ​ລາ 1 ເດືອນ​ແລ້ວ, ຫວັງ​ວ່າ ​ມັນ​ຈະ​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ”

        Zainee, ອາ​ຍຸ 15 ປີ ມາ​ຈາກ ສິງ​ກະ​ໂປ ໃນ​ຊຸດ​ໂສ້ງ​ເສື້ອ​ສີ​ເຫລືອງ​ເຫລືອມ​ແວ​ວ​ວາວ​ພວມ​ລໍ​ຖ້າ​ຮອດ​​ລາຍ​ການ​ສະ​ແດງ​ຂອງ​ຕົນ. ຫລານ​ນ້ອຍ 6 ຄົນ​ມາ​ຈາກ​ສິງ​ກະ​ໂປ ໄດ້​​ນຳ​ເອົາ​ວາດ​ຟ້ອນ​ Melting pot nation ​ທີ່​ຟົດ​ຟື້ນ​ຂອງ​ປະ​ເທດ​ຕົນ​ມາ​ສະ​ແດງ​ຢູ່​ງານ​ມະ​ໂຫລານ. ນີ້​ແມ່ນ​ລາຍ​ການ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລະ​ອຽດ​ນັບ​ທາງ​ດ້ານ ​ ​ແນວ​ຄວາມ​ຄິດ, ເລືີ່ອງ​ຈັດການສະ​ແດງກໍ​ຄື​ຊຸດ​ອາ​ພອນ. Zainee ແບ່ງ​ປັນ​ຕື່ມ​ອີກວ່າ:

        “ເຖິງວ່າ​ ນ້ອງ​​ເຄ​ີຍຮຽນ​ສະ​ເພາະ​ກ່ຽວ​ກັບ​ການ​ເຕັ້ນ hiphop ແລະ newsyle ແຕ່​ດົນ​ນານ​ແລ້ວ. ແຕ່​ເພື່ອ​ຮັບ​ໃຊ້​ໃຫ້ Festival ຄັ້ງ​ນີ້ ພວກ​ນ້ອງ​ໄດ້​ຝືກ​ແອບ​ວາດ​ຟ້ອນ​ໃຫມ່ ໂດຍມີ​ການ​ປະ​ສົມ​ປ​ະ​ສານ​ລະ​ຫວ່າງວາດ​ຟ້ອນ​ຂອງ​ສິງ​ກະ​ໂປ, Malayu, ອິນ​ເດຍ ແລະ ຈີນ. ເຖິງວ່າ ບໍ່​ຍາກ​ປານ​ໃດ ແຕ່​ຕ້ອງ​ຕັ້ງ​ໃຈ​ທີ່​ສຸດ​ຈຶ່ງ​ສະ​ແດງ​ຖືກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງວາດ​ຟ້ອນ​ໄດ້.”

ງານມະໂຫລານເດັກນ້ອຍອາຊຽນ ປີ 2016- ການເຄື່ອນໄຫວແຫ່ງຄວາມສາມັກຄີມິດຕະພາບ - ảnh 2
ພວກ​ຫລານ​ນ​້ອຍ​ລາວ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ

        ສ່ວນ​ບັນ​ດາ​ຫລານ​ຍິງມາ​ຈາກ​ໄທ ໄດ້​ນຳ​ມາ​ໃຫ້​ງານ​ມະ​ໂຫລານ​ຄັ້ງ​ນີ້​ວາດ​ຟ້ອນ​ລຳ​ວົງ​ທີ່​ເປັນ​ມູນ​ເຊື້ອ. ໃນ​ຊຸດ​ອາ​ພອນ​ສີ​ເຫລືອງ​ຂອງລາ​ຊະ​ວົງ ພວກ​ຫລານໄດ້ສະ​ແດງ​ວາດ​ຟ້ອນ​ພື້ນ​ເມືອງ​ຂອງ 4 ພາກ​ຢູ່​ໄທ​ຄື: ພາກ​ເຫນືອ, ພາກ​ອີ​ສານ, ພາກ​ກາງ ແລະ ພາກ​ໃຕ້​.

        ສ່ວນລາຍ​ການ​ສະ​ແດງ​ຂອງ​ບັນ​ດາ​ຫລານ​ນ້ອຍ​ມາ​ຈາກສູນ​ວັດ​ທະ​ນະ​ທຳ ເຍົາ​ວະ​ຊົນຂອງລາວ​ໄດ້​ສ້າງ​ຄ​ວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຊົມ ດ້ວຍ​ໃບ​ຫນ້າ​ເປັນ​ຕາ​ຮັກ, ສຽງ​ເພງ​​ສົ​ດ​ໃສ ແລະ ວາດ​ຟ້ອນ​ທີ່​ອ່ອນ​​ຊ້ອນ ວາດ​ຟ້ອນ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ນຶກ​ເຫັນ​ເຖິງ​ບັນ​ດາ​ດອກ​ຈຳ​ປາ​ທີ່​ສວຍ​ງາມຂອງ​ລາວ. ນ້ອງ ຈີນ​ລະ​ວັນ ພົນ​ວິ​ຈິດ, ​​ຜູ້​ຂັບ​ຮ້ອງ​ບົດ​ເພງ​ປະ​ຈຳ​ເມືອງ​ລາວ​ແບ່ງ​ປັນ​ວ່າ:

ສຽງ​ ຈີນ​ລະ​ວັນ

        ສ່ວນ​ບັນ​ດາ​ຫລານ​ນ້ອຍ​ມາ​ຈາກ​ປະ​ເທດ ອິນ​ໂດ​ເນ​ເຊຍ ໃນ​ຊຸດ​ອາ​ພອນ​ສີ​ດຳ, ສີ​ເຫລືອງໃສ່​ໝວກ​ທີ່​ປະ​ກອບ​ດ້ວຍຂົນ​ຍາວ ພ້ອມ​ກັບ​ຄູ່ປີ​ກສີ​ແດງ ໃນ​ທຳ​ນອງ​ເພງສະ​ແດ​ງ​ວາດ​ຟ້ອນໄດ້ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​​ໃຫ້​ແກ່​ຜູ້​ຊົມ. ທ່ານ​ນາງ Neni Suryani, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ Sanggar Seni& Rias Citra ໃຫ້​ຮູ້​ວ່າ: ລາຍ​ການນີ້​ຍາດ​ໄດ້​ຫລາຍ​ລາງວັນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ງານມະໂຫລານເດັກນ້ອຍອາຊຽນ ປີ 2016- ການເຄື່ອນໄຫວແຫ່ງຄວາມສາມັກຄີມິດຕະພາບ - ảnh 3
ພວກ​ຫລານ​ນ້ອຍ​ລາວ​ສະ​ແດງ​ລາຍ​ການ​ສິ​ລະ​ປະ

        “ພວກ​ຫລານ​ນ້ອຍ​ມາ​ຈາກ ສູນ​ສິ​ລະ​ປະ Sanggar Seni&Rias, Java. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຄັ້ງ​ນີ້ ພວກ​ຫລານ​ນຳ​ເອົາ​ວາດ​ຟ້ອນ Jaipongan ແລະ Garuda Ngapak ມາ​ແນະ​ນຳ​ໃຫ້​ຜູ້​ຊົມ​ຫວຽດ​ນາມ. ພວກ​ຫລານນ​ອ້ຍ​ໄດ້​ມີ​ໂອ​ກາດ​ພົບ​ປະ​ກັບ​ໝູ່​ເພື່ອນ​ຫວຽດ​ນາມ ແລະ ມີ​ຄ​ວາມເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດກວ່າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ປີ​ໃດ​ກ​ໍ​ຈະ​ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ຄື​ແນວນີ້​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ກວ່າ. ການ​ກະ​ກຽມ​ຂອງ​ຫວຽດ​ນາມ ໃຫ້​ແກ່ Festival ຄັ້ງນີ້​ແມ່ນ​ລອບ​ຄອບ​ຖີ່​ຖ້ວນ​ທີ່​ສຸດ.”

        ບັນ​ດາ​ລາຍ​ການ​ສະ​ແດງ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ລ້ວນ​ແຕ່​ມີ​ສ​ີ​ສັນ​ພື້ນ​ເມືອງ ໂດຍ​ຫລານ​ນ້ອຍ 75 ຄົນ​​ສະ​ແດງ ໄດ້​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃຫ້​ເພື່ອນ​ມິດ​ສາ​ກົນ.

ສຽງ​ຈີນ​ລາ​ວັນ

        ງານ​ມະ​ໂຫລານ​ສິ້ນ​ສຸດ​ລົງ​ດ້ວຍ​ບົດ​ເພງ A song of peace ໂດຍ​ພວກ​ນ້ອງ​ ມາ​ຈາກ 7 ປະ​ເທດ​ສະ​ແດ​ງ. ບົດ​ເພງ ເວົ້າ​ເຖິງ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ຮັກ​ຫອມ​ສັນ​ຕິ​ພາບ, ຄວາມ​ເສ​ລີ​ພາບ, ໄມ​ຕິ​ຈິດ ແລະ ຄວາມ​ປ່ອງດອງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ. ນີ້​ກ​ໍ​ແມ່ນ​ບົດ​ເພງ​ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເລືອກ​ເຟັ້ນ​ເພື່ອ ອັດ MV ດົນ​ຕີ, ເພື່ອ​ສົ່ງ​ສານກ່ຽວ​ກັບ​ຊາຍ​ຄາ ອາ​ຊຽນ “ວິ​ໄສ​ທັດ​ດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ” ຢ່າງ​ຈະ​ແຈ້ງກວ່າ.

        ໃນ​ຂອ​ບ​ເຂດ​ງານ​ມະ​ໂຫລານ​ເດັກ​ນ້ອຍປີ 2016 ຊື່ງ​ດຳ​ເນີນ​ແຕ່​ວັນ​ທີ 28/5-2/6, ບັນ​ດາ​ພວກ​ນ້ອງ​ ອາ​ຊຽນ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງ​ຄື: ໄປ​ທັດ​ສະ​ນະ​ສຶກ​ສາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຢູ່ ຮ່າ​ໂນ້ຍ, ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ Homestay ແລະ ຊົມ​ລາຍ​ການ​ຕຸກ​ກະ​ຕາ​ນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ