ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” - ງານວາງສະແດງແຫ່ງຄວາມຊົງຈຳຂອງນັກຮົບເກົ່າ

(VOVWORLD) -ເສັ້ນທາງເຊິ່ງຫວຽດນາມ ແລະ ລາວ ພ້ອມກັນກ້າວເດີນແມ່ນເສັ້ນທາງຂອງເລືອດເນື້ອຈຶ່ງມີຄືມື້ນີ້.
ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” - ງານວາງສະແດງແຫ່ງຄວາມຊົງຈຳຂອງນັກຮົບເກົ່າ - ảnh 1(ບັນດາພາບຖ່າຍອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ)

ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” ໄດ້ ຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02/12/1975 – 02/12/2020) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13/12/1920 – 13/12/2020). ງານວາງສະແດງຄັ້ງນີ້ໄດ້ເປັນການປະກອບສ່ວນຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ກໍຄືສ້າງຄວາມຊົງຈຳທີ່ບໍ່ສາມາດລົງລື່ມໄດ້ໃນໃຈຂອງນັກຮົບເກົ່າອາສາສະໝັກຫວຽດນາມ.

ໂດຍແມ່ນທະຫານຜູ້ໜຶ່ງທີ່ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວຢູ່ລາວ ນັບແຕ່ຊຸມປີ 1970, ເມື່ອມາຢ້ຽມຢາມງານວາງສະແດງ ແລະ ໄດ້ຮັບຊົມບັນດາພາບຖ່າຍກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານ ຫງວຽນຊົງເກົ່າ, ສະມາຊິກສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ, ຜູ້ທີ່ເປັນທະຫານອາສາສະໝັກ, ນັກຊ່ຽວຊານດ້ານການທະຫານຊ່ວຍການປະຕິວັດລາວ ໃນເມື່ອກ່ອນ, ເລົ່າສູ່ຟັງຄວາມຕື້ນຕັນໃຈວ່າ:

        “ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ລາວ ກໍ່ເປັນເວລາ 30 ປີ, ຄືຢູ່ອັດຕະປື, ສາລາວັນ, ສະຫວັນນະເຂດ, ຈຳປາສັກ, ທົ່ງໄຫຫີນຊຽງຂວາງ… ພວກຂ້າພະເຈົ້າຂອບໃຈພັກ, ລັດ, ກອງທັບ, ລັດຖະບານລາວ ທີ່ໄດ້ລ້ຽງດູ, ອຸ້ມຊູຊ່ວຍເຫຼືອເພື່ອໃຫ້ພວກຂ້າພະເຈົ້າຍັງມີຊີວິດຢູ່ໃນມື້ນີ້, ໄດ້ເຫັນບັນດາຜົນງານຂອງການປະຕິວັດ. ແລະ ພວກຂ້າພະເຈົ້າກໍ່ໄດ້ຄິດຮອດບັນດາເພື່ອນຮ່ວມກົມກອງທີ່ໄດ້ພ້ອມກັນຮ່ວມເດີນທາງ, ພ້ອມກັນຕໍ່ສູ້ ແກ່ບໍ່ໄດ້ກັບເມືອອີກ, ນັ້ນແມ່ນຄວາມເຈັບປວດທີ່ບໍ່ສາມາດຫຼີກລ້ຽງໄດ້”.

ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” - ງານວາງສະແດງແຫ່ງຄວາມຊົງຈຳຂອງນັກຮົບເກົ່າ - ảnh 2 (ທ່ານ ຫງວຽນຊົງເກົ່າ ແມ່ນທະຫານຜູ້ໜຶ່ງທີ່ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວຢູ່ລາວ ນັບແຕ່ຊຸມປີ 1970)

45 ປີຜ່ານພົ້ນໄປແລ້ວ ກໍແມ່ນ 45 ປີແຫ່ງການເຕີບໂຕ ແລະ ພັດທະນາ. ໃນຊຸມປີທະຫານອາສາສະໝັກ, ນັກຊ່ຽວຊານດ້ານການທະຫານຍັງໜຸ່ມແໜ້ນຢູ່, ການເຕີບໂຕນັ້ນແມ່ນຍ້ອນມີຄຸນງາມຄວາມດີຂອງປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ, ຂອງປະທານ ໄກສອນ ພົມວິຫານ ແລະ ຂອງສະເດັດເຈົ້າ ສຸພານຸວົງ ທີ່ທຸ້ມເທເຫື່ອແຮງເພີ່ມພູນຄຸນສ້າງ. ເສັ້ນທາງເຊິ່ງຫວຽດນາມ ແລະ ລາວ ພ້ອມກັນກ້າວເດີນແມ່ນເສັ້ນທາງແຫ່ງເລືອດເນື້ອ ແລະ ການເສຍສະຫຼະຈຶ່ງຍາດມາໄດ້ຄືວັນນີ້. ສາຍພົວພັນສະໜິດແໜ້ນ “ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ແບ່ງປັນກັນ” ຜ່ານສິບໆປີ, ຈາກສົງຄາມຕ້ານຝລັ່ງ, ອາເມລິກາ ມາຮອດປະຈຸບັນ. ເມື່ອມາຢ້ຽມຢາມງານວາງສະແດງ, ທ່ານ ຫງວຽນຊົງເກົ່າ ໄດ້ຫວນຄືນຄວາມຊົງຈຳໃນຊຸມປີຕໍ່ສູ້ທີ່ຫຍຸ້ງຍາກລຳບາກ, ກໍຄືການຊ່ວຍເຫຼືອຂອງປະຊາຊົນລາວ.

        “ໃນຊຸມເດືອນປີພວກຂ້າພະເຈົ້າປະຕິບັດງານຢູ່ລາວ, ລຳບາກຫຼາຍ ແລະ ຍາມອາກາດປ່ຽນແປງບັນດາບາດແຜໃນຕົວຂອງຂ້າພະເຈົ້າໄດ້ຊີ້ບອກຂ້າພະເຈົ້າບໍ່ສາມາດຫຼົງລື່ມບຸນຄຸນ, ການອຸມຊູຊ່ວຍເຫຼືອຂອງປະຊາຊົນລາວ, ບັນດາເພື່ອນທະຫານລາວ ທີ່ໄດ້ແບ່ງມັນຕົ້ນ, ສາລີໃຫ້ແກ່ຂ້າພະເຈົ້າ, ເພື່ອພ້ອມກັບບັນດາເພື່ອນປະຕິບັດໜ້າທີ່ປະຕິວັດ”.

ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” - ງານວາງສະແດງແຫ່ງຄວາມຊົງຈຳຂອງນັກຮົບເກົ່າ - ảnh 3 (ງານວາງສະແດງໄດ້ດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍ)

ຮູບພາບປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ແສນເຄົາລົບຮັກຂອງສອງຊາດ, ຜູ້ທີ່ໄດ້ສ້າງເສັ້ນທາງ, ແຜນນະໂຍບາຍ ແລະ ແມ່ນຜູ້ກໍ່ຕັ້ງສາຍພົວພັນແບບພິເສດຫວຽດນາມ - ລາວ, ນັ້ນແມ່ນການສະໜິດແໜ້ນ, ໝັ້ນຄົງຂະນົງແກ່ນເຊິ່ງລຸ້ນລູກລຸ້ນຫຼານຕ້ອງປົກປັກຮັກສາ ແລະ ເສີມຂະຫຍາຍຄືດັ່ງປະທານໂຮ່ຈີມິນ ເຄີຍເວົ້າວ່າ ຊ່ວຍເພື່ອນຄືຊ່ວຍຕົນເອງ. ນອກນັ້ນ, ງານວາງສະແດງຄັ້ງນີ້ກໍ່ເປັນການປະກອບສ່ວນຊ່ວຍໃຫ້ລຸ້ນໜຸ່ມໃນປະຈຸບັນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະທານໄກສອນ ພົມວິຫານ ແລະ ປະທານໂຮ່ຈີມິນ, ມີຄວາມເຂົ້າໃຈກວ່າກ່ຽວກັບເສັ້ນທາງປະຫວັດສາດພ້ອມກັນຕໍ່ສູ້ປົກປັກຮັກສາປະເທດຊາດຂອງສອງຊາດຫວຽດນາມ-ລາວ.

(Voxpop)

ນອກນັ້ນ, ງານວາງສະແດງຄັ້ງນີ້ກໍ່ສຸມໃສ່ແນະນຳໃຫ້ຜູ້ຊົມກ່ຽວກັບຊີວິດ ແລະ ພາລະກິດການປະຕິວັດຂອງປະທານ ໄກສອນ ພົມວິຫານ - ເປັນເພື່ອນສະຫາຍ, ເພື່ອນຜູ້ຍິ່ງໃຫຍ່ຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ; ແນະນຳຕໍ່ຜູ້ຊົມພາບພົດກ່ຽວກັບປະເທດລາວ ທີ່ສວຍງາມ. ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ໃຫ້ຮູ້ວ່າ.

(ທ່ານເອກອັກຄະລັດຖະທູດ ແສງເພດ ຮຸ່ງບຸນຍວງ)

ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” - ງານວາງສະແດງແຫ່ງຄວາມຊົງຈຳຂອງນັກຮົບເກົ່າ - ảnh 4(ບັນດາພາບຖ່າຍກ່ຽວກັບການເນີນຊີວິດວັດທະນະທຳຂອງປະເທດລາວ)

        ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ” ໄດ້ວາງສະແດງພາບຖ່າຍເກືອບ 100 ແຜ່ນກ່ຽວກັບສາຍພົວພັນແບບພິເສດລະຫວ່່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະຕໍ່ສູ້ກູ້ຊາດ, ປົດປ່ອຍຊາດໃນເມື່ອກ່ອນ, ກໍຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດໃນປະຈຸບັນ ແລະ ຄວາມຕັດສິນໃຈຂອງສອງພັກ, ສອງລັດ  ແລະ ປະຊາຊົນສອງປະເທດໃນການປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ