ງານວາງສະແດງວັດທະນະທຳອາຊຽນຢູ່ ຮ່າໂນ້ຍ


(vovworld)-  “ຫ​ວຽດ​ນາມ ​ເຕັມ​ໄປ​ດ້ວຍໄມ​ຕິ​ຈິດ​ມິດຕະພາບ ແລະ ກ້າວ​ຂຶ້ນ​ຢ່າງ​ແຮງ, ມາ​ເລ​ເຊຍ ປະກອບ​ດ້ວຍຫລາຍ​ຊົນ​ເຜົ່າ ຫລື ອິນ​ໂດ​ເນ​ເຊຍ ​​​ເປັນພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ”. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ແຂກ​ເຂົ້າ​ຊົມ​ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ ອາ​ຊຽນ ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ຫວ່າງ​ແລ້ວນີ້ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 47 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ແລະ 19 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອາ​ຊຽນ​.

ງານວາງສະແດງວັດທະນະທຳອາຊຽນຢູ່ ຮ່າໂນ້ຍ - ảnh 1
ບັນ​ດາ​ຜູ້​ຊົມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ
ພາບ:TTXVN

        ຫໍ​ສະ​ຫ​ມຸດ​ແຫ່ງ​ຊາດ​ໄດ້​​ຮັບ​ເລືອກ​ເຟັ້ນ​​ເປັນສະ​ຖາ​ທີ່​ວາ​ງ​ສະ​ແດງວັດ​ຖຸ​ພັນ​ກວ່າ 1000 ຢ່າງ​ໃນ​ງານ​ວາງ​ສະ​ແດງ​ຄັ້ງນີ້. ຈາກ​ປະ​ຕູ​ເຂົ້າ​ຫ້ອງວາງ​ສະ​ແດງ, ທ່ານ​ສາ​ມາດ​ເຫັນ​ໄດ້​ປ້າຍ​ໂຄ​ສະ​ນາຂະ​ຫ​ນາດ​ໃຫ​ຍ່, ໃນ​ນັ້ນແນະ​ນຳ​ລາຍ​ລະ​ອຽດ​ບັນ​ດາ​ຂໍ້​ມູນ​ກ່ຽວ​ກັບ 10 ປະ​ເທດ​ສະ​ມາ​ຊິກອາ​ຊຽນ ຄື: ເນື້ອ​ທີ່, ຈຳ​ນວນ​ພົນ​ລະ​ເມືອງ, ຊີ​ວິດ​ທາງ​ດ້ານ​ວັດ​ທ​ນະ​ທຳ​ຫລື​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ. ນອກນັ້ນ ຍັງ​ມີ​ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ກໍ​ຄື​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລ​ປະ​ເທດ ອາ​ຊຽນຄື: ປະ​ເທດ​ໄທ ດ້ວຍ​ຮູບ​ພາບ​ຂອງວັດ​ ພະ​ແກ້ວ, ວັດ​ອາ​ລຸນ, ບຸນ​ສົງ​ການ; ປະ​ເທດ​ກຳ​ປູ​ເຈຍ ດ້ວຍ​ຮູບ​ພາບ ອັງ​ກໍ​ວັດ, ອັງ​ກຳ​ທອມ; ຫວຽດ​ນາມ ດ້ວຍ​ຮູບ​ພາບວັດ​ເສົາ​ດຽວ, ອ່າວ​ຮ້າ​ລອງ…. ໄດ້ ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ. ຢູ່​ເບື້ອງ​ຂວາ ຫ້ອງວາງ​ສະ​ແດງ, ຜູ້​ຊົມ​ໄດ້​​ພົບ​ເຫັນ​ປື້ມ, ຫ​ນັງ​ສື​ພິມ​ກ່ຽວ​ກັບ​ບັນ​ດາ​ຫົວ​ເລື່ອງວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ການ​ຮ່ວມ​ມື​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ດ້ວຍ​ຫລາຍ​ພາ​ສາ​ຕ່າງ​ກັນຄື: World Food Thailand, Todays Singapore, ປະ​ຫ​ວັດ​ສາດ​ກຳ​ປູ​ເຈຍ. ທ່ານ​ນາງ ຟານ​ທິ​ກີມ​ຢູງ, ຜູ້​ອຳ​ນວຍ​ການ​ຫໍ​ສະ​ຫມຸດ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ບັນ​ດາ​ເອ​ກະ​ສານ​ທີ່​ໄດ້​ແນະ​ນຳ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ແມ່ນ​ອຸ​ດົມ​ສົມ​ບູນ ແລະ ຫລາຍ​ຮູບ​ຫລາຍ​ແບບ. ເອ​ກະ​ສານ​ເຫລົ່າ​ນັ້ນ​ແມ່ນ​ນຳ​ມາ​ຈາກ​ຫໍ​ສະ​ຫມຸດ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຫໍ​ສະ​ຫມຸດ​ແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ກໍ່​ຄື​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ຢູ່ ຮ່າ​ໂນ້ຍ.”

ງານວາງສະແດງວັດທະນະທຳອາຊຽນຢູ່ ຮ່າໂນ້ຍ - ảnh 2
ປື້ມ​ກ່ຽວ​ກັບ​ອາ​ຊຽນ
ພາບ:.vnanet.vn

        ນອກ​ຈາກ​ບັນ​ດາ​ເອ​ກະ​ສານ​ທີ່​ແນະ​ນຳ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່​ລ​ະ​ປະ​ເທດ​ອາ​ຊຽນ​ແລ້ວ, ງານ​ວາງ​ສະ​ແດງ​ຄັ້ງນີ້ ຍັງ​ສຸມ​ໃສ່​ແນະ​ນຳ​ບັນ​ດາ​ເອ​ກະ​ສານ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທະ​ເລ​ຕາ​ເວັນ​ອອກ - ຊຶ່ງແມ່ນ​ຂົງ​ເຂດ​ວັ​ທະ​ນະ​ທຳ​ທີ່​ໃຫມ່​ອ່ຽມ ແລະ ບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ​ຄື: ປື້ມ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊາ​ຕະ​ກຳ​ດຽວ, ອະ​ນາ​ຄົດ​ດຽວ. ນີ້​ແມ່ນ​ບັນ​ດາ​ເອ​ກະ​ສານ​ສ່ອງ​ແສງ​​ເຖິງ​ວິ​ວັດ​​ແຫ່ງ​ການ​ພັດ​ທະ​ນາ​ອັນ​ຍາວ​ນານ, ລຽນ​ຕິດ​ໃນ​ການສ້າງ, ຂຸດ​ຄົ້ນ ແລະ ການ​ຄ້າລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້. ທ່ານ​ນາງ ຟານ​ທິ​ກີມ​ຢູງ ໃຫ້​ຮູ້​ວ່າ:

        “ຕາມທັດ​ສະ​ນະ​ຂອງ​ພວກ​ຂ້າ​ພະ​ເຈົ້າ​​ແລ້ວ, ວັດ​ທະ​ນະ​ທຳອາ​ຊຽນ ບໍ່​ພຽງ​ແຕ່​ແມ່ນ​ວັດ​ທ​ະ​ນະ​ທຳ​​ເວົ້າລວມ. ວັດ​ທະ​ນະ​ທຳ​ທະ​ເລ​ກໍ​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ. ທຳ​ມະ​ດາພວກ​ເຮົາພຽງ​ສຸມ​ໃສ່​ແນະ​ນຳ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ, ວັດ​ທະ​ນະ​ທຳ​ການ​ສະ​ແດງ​ສິ​ລະ​ປະ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ, ​ຫາກບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງວັດ​ທະ​ນະ​ທຳ​ທະ​ເລ. ນີ້​ກໍ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ເພື່ອ​ຮ່ວມ​ສຳ​ພັນ​ບັນ​ດາ​ປ​ະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນຳ​ກັນ. ເພາະ​ວ່າ ບັນ​ດາ​ປະ​ເທດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ສ່ວນ​ຫລາຍ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທະ​ເລ​ຕາ​ເວັນ​ອອກ​ສວມ​ບົດ​ບາດ​ສຳ​ຄັນ ດ້ວຍ​ບັນ​ດາ​ທ່າ​ໄດ້​ປຽບ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ແມ່ນ​ຂົວ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ​ທີ່​ສຳ​ຄັນ. ຜ່ານນັ້ນ, ບັນ​ດາ​ປະ​ເທດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ຈະພ້ອມ​ກັນ​ວາງ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເສີມ​ຂະ​ຫ​ຍາຍຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ຈຸດ​ພິ​ເສດສະ​ເພາະ​​ເຊິ່ງພວກ​ເຮົາ​ບໍ່​ທັນ​ຂຸດ​ຄົ້ນ​ໝົດ​ເທື່ອ​.”

        ໃນ​ເວ​ລາ 3 ອາ​ທິດ, ງານ​ວາງ​ສະ​ແດງ​ໄດ້ດຶງ​ດູດ​ແຂກ​ເຂົ້າ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ສະ​ເລ່ຍ​ແຕ່​ລະ​ມື້​ມີ​ປະ​ມານ 2000 ເທື່ອ​ຄົນ​ມາ​ຢ້ຽມ​ຊົມ ຊື່ງ​ລວມ​ມີ ຊາວ​ຮ່າ​ໂນ້ຍ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຕໍ່​ຈາກ​ງານ​ວາງ​ສະ​ແດງ ວັດ​ທະ​ນະ​ທຳ​ອາ​ຊຽນ​ແລ້ວ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ປີ 2015. ພິ​ເສດ​ແມ່ນ​ງານ​ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ຢູ່ ໝູ່​ບ້ານ​ວັດ​ທ​ະ​ນະ​ທຳ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ ຢູ່ ດົງ​ໂມ, ເຊີນ​ໄຕ​.

ຕອບກັບ

ຂ່າວ/ບົດ​ອື່ນ