ງານວາງສະແດງຮູບແຕ້ມ “ແສງແດດຈາກຮົ່ມເງົາ” - ພາບພົດ ຫວຽດນາມ ຜ່ານມູມມອງຂອງຈິດຕະກອນ ໄທ

(VOVWORLD) - ຍ້ອນບັນດາຄວາມຮັກແພງຕໍ່ປະຊາຊົນ ແລະ ທິວທັດທຳມະຊາດ ຫວຽດນາມ ໃນໄລຍະເວລາຍາວ, ບວກກັບການພົບເຫັນທີ່ເປັນໜ້າຈັບໃຈກ່ຽວກັບ “ແສງແດດ”, “ຕົ້ນໄມ້” ແລະ “ຮົ່ມເງົາ” ເຮັດໃຫ້ບັນດາຮູບແຕ້ມຂອງຈິດຕະກອນ ເອກະໄຊ ລວດສູງເນີນ ໄດ້ກາຍເປັນຮູບແຕ້ມທີ່ມີຊີວິດຊີວາທີ່ສຸດ, ດຶງດູດໃຈຜູ້ຊົມ.

ຮູບແຕ້ມສີນ້ຳມັນກ່ວາ 40 ແຜ່ນກ່ຽວກັບທິວທັດທຳມະຊາດທີ່ງົດງາມຂອງນະຄອນຫລວງ ຮ່າໂນ້ຍ ແລະ ພາກເໜືອ ຫວຽດນາມ ຂອງຈິດຕະກອນ ເອກະໄຊ ລວດສູງເນີນ - ຜູ້ທີ່ມີຄວາມສາມາດທີ່ສຸດກ່ຽວກັບການແຕ້ມທິວທັດທຳມະຊາດ ໄທ ພວມໄດ້ນຳມາວາງສະແດງຢູ່ງານວາງສະແດງ “ແສງແດດຈາກຮົ່ມເງົາ” ທີ່ຮ່າໂນ້ຍ. ບັນດາຮູບແຕ້ມນີ້ ແມ່ນເລື່ອງລາວກ່ຽວກັບຄວາມຮັກທິວທັດທຳມະຊາດ, ປະຊາຊົນ ແລະ ມູມມອງກ່ຽວກັບປະເທດ ຫວຽດນາມ ຂອງຈິດຕະກອນທີ່ມາຈາກ ໄທ. ໃນລາຍການຊາຍຄາອາຊຽນມື້ນີ້, ຂໍເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ VOV ເຂົ້າຮ່ວມງານວາງສະແດງ ເພື່ອຊອກຮູ້ກ່ຽວກັບຄວາມຮັກ ແລະ ມູມມອງຂອງຈິດຕະກອນ ເອກະໄຊ ລວດສູງເນີນ ສຳລັບ ຮ່າໂນ້ຍ ແລະ ຫວຽດນາມ ແດ່ເດີ.

ງານວາງສະແດງຮູບແຕ້ມ “ແສງແດດຈາກຮົ່ມເງົາ” - ພາບພົດ ຫວຽດນາມ ຜ່ານມູມມອງຂອງຈິດຕະກອນ ໄທ - ảnh 1

ເຖິງວ່າອາຍຸເກືອບ 60 ປີແລ້ວກໍ່ຕາມ, ແຕ່ຈິດຕະກອນ ເອກະໄຊ ລວດສູງເນີນ ຍັງເປັນຄົນເຈົ້າຊູ້, ລາວນຸ່ງເສື້ອແວັດສີຊ້ຳ, ທາງໃນນຸ່ງເສື້ອຍືດສີນ້ຳເງິນ, ແລະ ນຸ່ງໂສ້ງຢິນສີຟ້າແກ່. ຮູບຮ່າງເປັນຄົນຕ່ຳເກິ່ງ, ຜິວດຳແດງ ແລະ ຜົມກູດຍາວພຽງບ່າ. ຈິດຕະກອນ ເອກະໄຊ ລວດສູງເນີນ ພວມຢືນຢູ່ຂ້າງຮູບແຕ້ມທີ່ມີຂະໜາດ 85 ຄູນ 130 ຊັງຕີແມັດ ທີ່ແຕ້ມຮູບຕົ້ນໄມ້ໃຫຍ່ທີ່ມີອາຍຸຫລາຍຮ້ອຍປີ, ລຳຕົ້ນເປັນກະຕູດກະຕີດ, ຫຍາບກະດ້າງ, ສີເຫລືອງແກ່ ແລະ 4 ຄົນຂອບຈຶ່ງສາມາດຮອບໄດ້.

ເບິ່ງຕົ້ນໄມ້ໃຫຍ່ເຫລົ່ານີ້ ແນ່ນອນວ່າ ແມ່ນຢູ່ ໜອງຮ່ວານກຽມ ແລ້ວ. ນ້ອງເຫັນໄດ້ທິວທັດທຳມະຊາດທີ່ລຶ້ງເຄີຍ. ນ້ອງຮູ້ສຶກໄດ້ເຖິງພະລັງຊີວິດຂອງຕົ້ນໄມ້, ແສງແດດ. ຕ້ອງເວົ້າວ່າ ຈິດຕະກອນຄົນນີ້ ໃຊ້ສີສຸດທີ່ງ່າຍດາຍ, ແຕ່ພັດພັນລະນາໄດ້ເຖິງບັນຍາກາດໃນຮູບແຕ້ມ. ມັນເຮັດໃຫ້ຄົນເຮົາຮູ້ສຶກໄດ້ເຖິງຄວາມອົບອຸ່ນ, ຜາສຸກ.

  ສຳລັບກະໂຕນ້ອງເອງ ເມື່ອຊົມຮູບແຕ້ມກໍ່ມັກຫລາຍ. ຮູບແຕ້ມນີ້ໄດ້ແຕ້ມກ່ຽວກັບ ນິງບີງ. ນີ້ແມ່ນແມ່ນ້ຳສາຍໜຶ່ງຢູ່ ນິງບີງ. ເມື່ອຢືນຢູ່ໄກຫລຽວເບິ່ງ, ເຮົາສາມາດຮູ້ສຶກໄດ້ລະດັບໄກ້-ໄກ, ການຄິດສ້າງບັນຍາກາດຂອງອາວ ເອກະໄຊ, ທຸກສິ່ງທຸກຢ່າງເລັ່ງໃສ່ແສງແດດຢູ່ທາງລຸ່ມ. ທຸກສ່ວນນັບແຕ່ພູ, ແມ່ນ້ຳ, ສາຍນ້ຳໄຫຼຂອງແມ່ນ້ຳລ້ວນແຕ່ສຸມໃສ່ແສງແດດ.

ງານວາງສະແດງຮູບແຕ້ມ “ແສງແດດຈາກຮົ່ມເງົາ” - ພາບພົດ ຫວຽດນາມ ຜ່ານມູມມອງຂອງຈິດຕະກອນ ໄທ - ảnh 2

ເພື່ອແຕ້ມໄດ້ບັນດາຮູບແຕ້ມມີ “ຊີວິດຊີວາ” ນັ້ນ, ຈິດຕະກອນ ເອກະໄຊ ລວດສູງເນີນ ໄດ້ສະຫລະເວລາປະມານ 10 ເດືອນ ເພື່ອລົງຕົວຈິງຢູ່ ຮ່າໂນ້ຍ ແລະ ບັນດາແຂວງພາກເໜືອຂອງ ຫວຽດນາມ ຄື: ຮ່າຢາງ, ຮ່ວາບີງ, ນິງບີງ, ແທງຮ໊ວາ. ເຖິງວ່າກ່ອນນັ້ນ ລາວໄດ້ມີປະສົບການແຕ້ມທິວທັດທຳມະຊາດກ່ວາ 30 ປີ ແລະ ເຄີຍໄປແຕ້ມຢູ່ຫລາຍປະເທດຄື: ເຢຍລະມັນ, ຝຣັ່ງ, ເອີຣົບ…ກໍ່ຕາມ.

ງານວາງສະແດງຮູບແຕ້ມ “ແສງແດດຈາກຮົ່ມເງົາ” - ພາບພົດ ຫວຽດນາມ ຜ່ານມູມມອງຂອງຈິດຕະກອນ ໄທ - ảnh 3

ຍ້ອນບັນດາຄວາມຮັກແພງຕໍ່ປະຊາຊົນ ແລະ ທິວທັດທຳມະຊາດ ຫວຽດນາມ ໃນໄລຍະເວລາຍາວ, ບວກກັບການພົບເຫັນທີ່ເປັນໜ້າຈັບໃຈກ່ຽວກັບ “ແສງແດດ”, “ຕົ້ນໄມ້” ແລະ “ຮົ່ມເງົາ” ເຮັດໃຫ້ບັນດາຮູບແຕ້ມຂອງຈິດຕະກອນ ເອກະໄຊ ລວດສູງເນີນ ໄດ້ກາຍເປັນຮູບແຕ້ມທີ່ມີຊີວິດຊີວາທີ່ສຸດ, ດຶງດູດໃຈຜູ້ຊົມ. ສ່ວນທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

ງານວາງສະແດງຮູບແຕ້ມ “ແສງແດດຈາກຮົ່ມເງົາ” - ພາບພົດ ຫວຽດນາມ ຜ່ານມູມມອງຂອງຈິດຕະກອນ ໄທ - ảnh 4

ນີ້ແມ່ນຂ່າວດີຂາວມ່ວນສຳລັບຈິດຕະກອນ ເອກະໄຊ ລວດສູງເນີນ ຍ້ອນວ່າລາວກຳລັງສ້າງແຜນການລົງຕົວຈິງຢູ່ພາກກາງ ແລະ ພາກໃຕ້ຂອງ ຫວຽດນາມ ໃນປີ 2019. ພາຍຫລັງງານວາງສະແດງສິ້ນສຸດລົງໃນວັນທີ 09 ມີນາ ຢູ່ຮ່າໂນ້ຍ, ຈິດຕະກອນ ເອກະໄຊ ລວດສູງເນີນ ແລະ ຜູ້ຮ່ວມງານຈະນຳບັນດາຮູບແຕ້ມດັ່ງກ່າວ ໄປວາງສະແດງຢູ່ ບັງກອກ, ປະເທດ ໄທ ໃນລະຫວ່າງວັນທີ 01-30 ມິຖຸນາ 2019 ເພື່ອຊ່ວຍໃຫ້ປະຊາຊົນ ໄທ ເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ຕື່ມອີກ ./.

ຕອບກັບ

ຂ່າວ/ບົດ​ອື່ນ