ງານວາງສະແດງໝາສາກົນປະຈຳປີຢູ່ ໄທ

(vovworld)- ງານ​ວາງສະ​ແດງ​ພິ​ເສດ​ທີ່​ມີ​ຊື່​ວ່າ: “ງານ​ວາງສະ​ແດງ​ແນະນຳ​ບັນດາ​ ​ພັນ​ຫມາສາກົນ ປະຈຳ​ປີ” ຫາ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ບາງກອກ ຂອງ​ໄທ. ​ເຫດການ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ດ​​ຳ​ເນີນ​ໄປ​ໃນ​ເວລາ 4 ວັນ ​ໄດ້​ດຶງ​ດູດ​ຊາວ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​​ເຂົ້າ​ຊົມເປັນ​ຈຳນວນ​ຫລວງຫລາຍ.ຜ່ານ​ງານ​ວາງສະ​ແດງ​ນີ້,​ ຄະນະ​ຈັດ​ຕັ້ງ​ຢາກ​ສົ່ງ​ສານທີ່​ວ່າ“ຄວນ​ຮັກ​ແພງ ​ແລະ​ເບິ່ງ​ແຍງ​ບັນດາ​ໂຕ​ໝາ​ຄື​ດັ່ງ​ສະມາຊິກ​ໃນ​ຄອບຄົວ”.

ງານວາງສະແດງໝາສາກົນປະຈຳປີຢູ່ ໄທ - ảnh 1
ໝາ​ຫລາຍ​ໂຕບໍ່​ພຽງ​ແຕ່​ຕ້ອງການ​ອາຫານ​ເທົ່າ​ນັ້ນ ຫາກ​ພວກມັນ​ຢາກ​ໄດ້​ຮັບ​ຄວາມເບິ່ງ​ແຍງ, ດູ​ແລ​ຮັກ​ແພງ​ອີກ​ດ້ວຍ
photo: baomoi.com

        “ງານ​ວາງສະ​ແດງ​​ໄດ້ແນະນຳ​ບັນດາ​ພັນ​ໝາ​ສາກົນ” ​ໄດ້​ເຕົ້າ​​ໂຮມ ໝາ 3500 ​ໂຕ ດ້ວຍ​ຫລາຍ​ແນວ​ພັນ​ແຕກ​ຕ່າງ​ກັນ​ທີ່​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ ຄື: ໝາງາມ ຂອງ​ໄທ, ໝາ Bangkaews, Chihuahuas, Maltese. ທີ່​ງານ​ວາງສະ​ແດງ​ນີ້ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຖືກ​ຈັດ​ຂຶ້ນ ​ເພື່ອ​ເຊີດ​ຊູ​ການ​ປະກອບສ່ວນ​ຂອງ​​ໝາຫລາຍ​ໂຕ​ໃນ​ສັງຄົມ​ມະນຸດ​ປະຈຸ​ບັນ, ກໍ​ຄື​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ສັດລ້ຽງ. ທ່ານ​ນາງ ພອນ​ພັນ ບູ​ເນີ, ສະ​​ມາ​ຊິກ​ຂອງ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

        ສຽງ​ທ່ານ​ນາງ ພອນ​ພັນ

        ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ວາງສະ​ແດງ​ແມ່ນ​ລາຍການ​ສະ​ແດງ​ຊຸດ​ອາພອນ​ໃຫ້​ແກ່​ ໝາຕ່າງໆ ຊື່​ງ​ແມ່ນ​ບັນດາ​ເພື່ອນ​ທີ່​ຈົ່ງ​ຮັກ​ພັກ​ດີ​ກັບ​ມະນຸດ ​ໄດ້​ນຸ່ງ​ບັນດາ​ຊຸ​ດອາພອນ ​ແລະ ​ເຄ່ືອງ​ປະດັບທີ່​ມີ​ສີສັນ​ຫລາ​ກຫລາຍ ​ໂດຍ​ເລີ່​ມມາ​ຈາກ​ເລ່ືອງ​​ພື້ນ​ເມືອງ​ຂອງ​ໄທ. ງານ​ວາງສະ​ແດງ​ກໍ​ໄດ້​ແນະນຳ​ເຖິງ​ບັນດາ​ຜູ້​ຮັກ​ແພງ​ສັດ​ລ້ຽງ​ບັນດາ​ຜະລິ​ດຕະພັນ ​ແລະ ບໍລິການ​ເບິ່ງ​ແຍງ​ໃຫ້​ໂຕ​ໝາ​ຄື: ອາຫານ, ​ເຄື່ອງ​ນຸ່ງ, ​ເຄື່ອງ​​ປະດັບ, ​ເຄື່ອງບຳລຸງ​ຂົນ ​ແລະ ​ເບີ່​ງ​ແຍງສຸຂະພາບ. ມີ​ 300 ເຄື່ອງໝາຍ​ການ​ຄ້າຊັ້ນ​ນຳ​ໃນ​ໂລກ ຄື: Pedigree, Eukanuba ​ແລະ Frontline ​ໄດ້​ນຳ​ມາ​ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ການ​ນິຍົມ​ກວ່າ​ໝູ່ ​ແລະ ບັນດາ​ຜະລິດ​ຕະພັນ​ໃຫມ່​ສຸດ, ​ເປັນ​ຄັ້ງ​ທຳ​ອິດ​ນຳ​ມາ​ແນະນຳ​ຕໍ່​ຜູ້​ຊົມໃຊ້​. ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ໝາ ຫລາຍ​ໂຕຈະ​​ໄດ້​ຊົມ​ໃຊ້​ຫລາຍ​ບໍລິການ​ໂດຍ​ບໍ່​ເສຍ​ຄ່າ​ຄື: ອາບ​ນ້ຳ, ຕັດ​ຂົນ ​ແລະ ຍ້ອມ​ຂົນ. ຜ່ານ​ງານ​ວາງສະ​ແດງ​ນີ້ ມີ​ສານ​ຫນຶ່ງ​ໄດ້​ສົ່ງ​​ເຖິງ​ທຸກ​ຄົນ, ນັ້ນ​ແມ່ນ ໝາ​ຫລາຍ​ໂຕບໍ່​ພຽງ​ແຕ່​ຕ້ອງການ​ອາຫານ​ເທົ່າ​ນັ້ນ ຫາກ​ພວກມັນ​ຢາກ​ໄດ້​ຮັບ​ຄວາມເບິ່ງ​ແຍງ, ດູ​ແລ​ຮັກ​ແພງ​ອີກ​ດ້ວຍ. ທ່ານ Tim Terella, ຜູ້​ຊ່ຽວຊານ​ຝຶກ​ຊ້ອມ​ໝາ​​ມາ​ຈາກ ອາ​ເມ​ລິ​ກາ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​​ເວົ້າ​ເຖິງ ໝາ ອາຍຸ 4 ປີ​ຂອງ​ຕົນ​ທີ່​ມີ​ຊື່ວ່າ Seeker ພັນ Siberian Husky ທີ່​ຫາ​ກໍ​ໄດ້​ຮັບ​ລາງ​ວັນ​ຂອງ​​ການ​ແຂ່ງຂັນ:

        “Seeker ສາມາດ​​ເຄື່ອນ​ຍ້າຍ​ຢ່າງ​ວ່ອງ​ໄວ. ​ເພາະວ່າ ນີ້​ແມ່ນ​ພັນ​ໝາ​ກິລາ. ຄະນະ​ກວດ​ສອບ ກໍ​ມັກ​ຂົນ​ຂອງ Seeker ທັງ​ງາມ ​ແລະ ທັງ​ຫນາ ​ແລະ ຂົນຂອງ​ມັນຈະ​ສາມາດກັນ​ຫນາວໃຫ້​ມັນ​ໄດ້​ເມື່ອ​ອາກາດ​ຫນາວ​ຈັດ​ຢູ່​ເຂດ​ຂົ້ວ​ໂລກ​ເຫນືອ”  
ງານວາງສະແດງໝາສາກົນປະຈຳປີຢູ່ ໄທ - ảnh 2
photo:internet

  ງານ​ວາງສະ​ແດງ​ຄັ້ງ​ນີ້​ເປັນ​ຄັ້ງ​ທີ13 ​ໄທ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ ​ເພື່ອ​ແນະນຳ​ບັນດາພັນ​ໝາ​ສາກົນ. ​ເຫດການ​ນີ້​ໄດ້​ນຳ​ມາ​ໃຫ້​ປະຊາຊົນ​ໄທ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ ມີກາລະ​ໂອກາດ​ໄດ້​ຮັບ​ຊົມ​ບັນດາ​ພັນ​ໝາ​ທີ່​ລື​ຊື່​ຂອງ​ໂລກກໍ​ຄື​ຮັບ​ຊົມ​ໝາ​ສະ​ແດງຄວາມ​ເກັ່ງ​ກ້າ​ ​ແລະ ສິ່ງ​ສຳຄັນ​​ແມ່ນ​ສະ​ແດງຄວາມ​ຮັກ​ຕໍ່​ບັນດາ​ເພື່ອນຂອງ​ຕົນ

ຕອບກັບ

ຂ່າວ/ບົດ​ອື່ນ