ຈັກຫາຍໃຈທຽມມືຖື-ຄວາມຫວັງໃຫມ່ໃຫ້ແກ່ຄົນເຈັບຫລາຍຄົນ

(vovword)-ພະ​ຍາດ​​ປະ​ສາດກ້າມຊີ້ນ ເຮັດ​ໃຫ້​ວິ​ວັດ​ການ​ຫາຍ​ໃຈ​ຂອງ​ຄົນ​ເຈັບ​ຫ​ຍຸ້ງ​ຍາກກວ່າ. ຍ້ອນບໍ່​ມີ​ຢາ​ປິ່ນ​ປົວ, ຄົນ​ເຈັບ​ສ່ວນ​ຫລາຍ​ຕ້ອງນອນ​ໂຮງ​ໝໍ ແລະ ຕິດ​ພັນ​ກັບ​ຈັກ​ຫາຍ​ໃຈທຽມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ມາດ​ຕະ​ການ​ຫ​ນຶ່ງ​ໃຫ້​ແກ່​ບັນ​ຫານີ້ ຊື່ງ​ໂຮງ​ໝ​ໍ Tan Tock Seng ແນະ​ນຳ ເພື່ອ​ຊ່ວຍ​ຄົນ​ເຈັບ​ມີ​ຊີ​ວິດ​ຂະ​ຫ​ຍັນ​ຂັນ​ເຄື່ອນ ແລະ ເບ​ິກ​ບານ​ມ່ວນ​ຊື່ນກວ່າ​ຢູ່​ນອກ​ໂຮງ​ໝໍ.

ຈັກຫາຍໃຈທຽມມືຖື-ຄວາມຫວັງໃຫມ່ໃຫ້ແກ່ຄົນເຈັບຫລາຍຄົນ - ảnh 1
ພາບປະກອບ:internet

        ໂຮງ​ໝ​ໍTan Tock Seng ຊື່ງ​ແມ່ນ​ໂຮງ​ໝ​ໍ​ຫລາຍ​ພະ​ແນ​ກ​ແຫ່ງ​ໃຫ​ຍ່​ທີ​ສອງ​ຂອງ ສິງ​ກະ​ໂປ ແລະ ປິ່ນ​ປົວ​ສະ​ເພາະ​ບັນ​ດາ​ພະ​ຍາດ​ຕິດ​ແປດ ແລະ ຟື້ນ​ຟູ​ຊີບ ​ໄດ້​ສະ​ຫນອງ​ບໍ​ລິ​ການ​ໃຫ້​ເຊົ່າ​ຈັກ​ຫາຍ​ໃຈ​ທຽມມື​ຖື. ດ້ວຍ​ການ​ອອກ​ແບບທັງ​ນ້ອຍ,ກະທັດ​ລັດ. ຈັກ​ຫາຍ​ໃຈ​ນີ້ ໄດ້​ຊ່ວຍ​ໃຫ້​ບັນ​ດາ​ຜູ້​ຖືກ​​​ເປັນພະ​ຍາດປະ​ສາດກ້າມ​ຊີ້ນ ບໍ່​ຈຳ​ເປັນ​​ຕ້ອງນອນ​​ໃນ​ໂຮງ​ໝໍອີກ, ຫາກສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ກາງ​ແຈ້ງ. ອ້າຍ Syahrunizham Zainal, ອາ​ຍຸ 22 ປີ, ຊື່ງ​ແມ່ນ​ຄົນ​​ເປັນ​ພະ​ຍາດ​ ​ປະ​ສາດ​ກ້າມ​ຊີ້ນໃຫ້​ຮູ້​ວ່າ: ກ່ອນນີ້ ຂ້າ​ພະ​ເຈົ້າ​ເຄີ​ຍ​ຫລິ້ນ​ກິ​ລາ​ປະ​ເພດ Boccia, ແຕ່​ປະ​ຈຸ​ບັນ​ສຸ​ຂະ​ພາບບໍ່​ຮັບ​ປະ​ກັນ ​ພຽງ​ຢືນ​​​ເບີ່​ງຊື່ໆເທົ່າ​ນັ້ນ. ໂດຍ​ມີ​ຈັກ​ຫາຍ​ໃຈທຽມມື​ຖື​ ອ້າຍ Syahrunizham Zainal ສາ​ມາດ​ຫລິ້ນ​ກິ​ລາ​ປະ​ເພດ​ ​ທີ່​ອ້າຍ​ນິ​ຍົມຄືນ​ໃໝ່​ໄດ້.

        “ຈັກ​ຫາຍ​ໃຈ​ທຽມຫ​ນ່ວຍນີ້ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ຂ້າ​ພະ​ເຈົ້າ​ຫາຍ​ໃຈ​ດີກວ່າ ແລະ ຄວາມອິດ​ເມື່ອຍກໍ່​ບັນ​ເທົາ​ສ່ວນ​ໃດ​ສ່ວນ​ໜຶ່ງ. ມັນ​ຍັງ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລິ້ນ​ກິ​ລາ​ບາງ​ປະ​ເພດ​ໄດ້. ຈັກ​ຫາຍ​ໃຈ​ທຽມ​ມື​ຖືໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຫາຍ​ໃຈກວ່າ ແລະ ສ​ຸ​ຂະ​ພາບ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ນັບ​ມື້​ນັບ​ດ​ີຂຶ້ນ.”

        ກ່ອນ​ນີ້, ບັນດາ​ຄົນ​ເຈັບຄື​ອ້າ​ຍ Syahrunizham Zainal ຕ້ອງ​ນອນໂຮງ​ໝໍ​ເປັນ​ປະຈຳ ​ເພື​ອ່ປິ່ນປົວ ​ແລະ ​ນຳ​ໃຊ້​ຈັກຫາຍ​ໃຈ​ທຽມເມື່ອ​ຈຳ​ເປັນ.  ຍ້ອນ​ບໍ່​ທັນມີ​ຢາ​ປິ່ນປົວ, ​​ເວລາ​ນອນ​ໂຮງໝໍ​ຂອງ​ບັນດາ​ຄົນ​ເຈັບ​ນີ້​ອາ​ດຈະ​ຖື​ກ​ແກ່ຍາວ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຄົນ​ເຈັບ​ຮູ້​ສຶກອິດ​ເມື່ອຍ​ທີ່​ສຸດ. ນອກ​ນັ້ນ ​​ເມື່ອ​ນອນ​ໂຮງໝໍ​​ເປັນ​ປະຈຳ​ ອາດ​ພາໃຫ້ຄົນ​ເຈັບຖື​ກ​ຕິດ​​​ແປດ​ໂລກລະບາດ​ອີກ. ສະ​ນັ້ນ ຈັກ​ຫາຍ​ໃຈ​ທຽມມື​ຖື ຊ່ວຍ​ໃຫ້​ຄົນ​ເຈັບ​ສາມາດປິ່ນປົວ​ຢູ່​​ເຮ​ືອນ​ໄດ້. ​ເພື່ອ​ຮັບປະກັນ​ໃຫ້​ ​ຄົນ​ເຈັບ​​ປິ່ນປົວ​ຢູ່​ເຮືອ​ນ, ​ໂຮງໝໍ Tan Tock Seng ​ໄດ​້​ແນະນຳ​ໃຫ້​ຄອບ​ຄົວ​ຄົນ​ເຈັບ​ວິທີ​ນຳ​ໃຊ້​ຈັກ​ຫາຍ​ໃຈທຽມ, ບັນດາ​ຂັ້ນ​ຕອນ​ຕ້ອງ​ປະຕິບັດ​​ໃນກໍລະນີ​ຮີບ​ດ່ວນ, ວິທີ​​ຫາຍ​ໃຈ​ທຽມ…. ​ແລະວາງ​ແຜນ​ປິ່ນປົວ​ໃຫ້​ເໝາະ​ສົມ. ທ່ານໝໍ Chan Yeow, ພະ​ແນ​ກຟື້ນ​ຟູ​ຊີບ, ສັງກັດ​ໂຮງໝໍ Tan Tock Seng ​ໃຫ້​ຮູ້​ວ່າ:

        “ຖ້າ​ຫາກ​ພວກ​ເຮົາ​ບໍ່​ຊ່ວຍ​ຄົນ​ເຈັບ​ເຫ​ຼົ່າ​ນີ້, ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ຕິດ​ພັນ​ກັບ​ໂຮງໝໍ​ຕະຫລອດ​. ສະ​ນັ້ນ ສິ່ງ​ສຳຄັນ​ແມ່ນ ພວກ​ເຮົາ​ຕ້ອງ​ຊອກ​ຫາ​ບັນ​ດາ​ມາດ​ຕະການ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດ, ຊ່ວຍ​​ໃຫ້​​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ.”

        ​ເມື່ອ​ໃຊ້​ຈັກ​ຫາຍ​ໃຈ​ທຽມ​ມື​ຖືນີ້, ລາຍ​ຈ່າຍ​ໃຫ້​ແກ່​ການ​ປິ່ນປົວ​ໃນ​ມື້ຫນຶ່ງ​​ແມ່ນ ປະມານ 70 ​SGD (ສະກຸນ​ເງິນ​ຂອງ​ສິງກະ​ໂປ), ​ໃນ​ຂະ​ນະ​, ທີ່​ນອນປິ່ນປົວ​​ໃນ​ໂຮງໝໍ​ຕ້ອງ​ເສຍ​​ເງິນ​ເຖິງ 1.000 SGD. ບໍ່​ພຽງ​ແຕ່ປະ​ຢັດ​ລາຍ​ຈ່າຍ​ເທົ່າ​ນັ້ນ, ອັດຕາ​ສ່ວນ​ຜູ້​ລອດ​ຕາຍ ​ແລະ ຄຸນ​ນະພາ​ບຊີວິດຂອງ​ຄົນ​ເຈັບ​ກໍ​ເພີ່ມ​ຂຶ້ນອີກ. ນອກ​ນັ້ນ ​ຈັກ​ຫາຍ​ໃຈ​ທຽມ​ມື​ຖືນີ້ ກໍ​ໄດ້​ປະກອບສ່ວນ​ຫລຸດຜ່ອນ​ຈຳນວນ​ຄົນ​ເຈັບ​ນອນ​​ໃນໂຮງໝໍຕ່າງໆ. ​ໂຮງໝໍ Tan Tock Seng ປາດ​ຖະຫນາ​ວ່າ ຈະ​ມີ​ຄົນ​ເຈັບ​ຫລາຍ​ຄົນ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​​ຈັກ​ຫາຍ​ໃຈ​ທຽມ​ມື​ຖືນີ້.

ຕອບກັບ

ຂ່າວ/ບົດ​ອື່ນ