ຈິດຕະກອນມາເລເຊຍ Chua Cheng Koon

(vovworld)-  ຈິດຕະກອນ Chua Cheng Koon ແມ່ນຫນຶ່ງໃນຈຳນວນ ຈິດຕະກອນ 3 ຄົນຂອງກຸ່ມຈິດຕະກອນ ມາເລເຊຍ ທີ່ເຂົ້າຮ່ວມ “ງານວາງສະແດງພາບແຕ້ມ ພ້ອມກັບກຸ່ມ ຈິດຕະກອນຍຸກປະຈຸບັນສາມປະເທດ ຫວຽດນາມ - ໄທ ແລະ ມາເລເຊຍ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດ ຢູ່ ຫໍວາງສະແດງ ເລກທີ 29 ຖະຫນົນຮ່າງບາຍ ຮ່າໂນ້ຍ ຫວ່າງແລ້ວນີ້. ໃນພາບແຕ້ມ 36 ແຜ່ນ ຂອງຈິດຕະກອນ 9 ຄົນ ທີ່ນຳມາວາງສະແດງຢູ່ທີ່ນີ້ ມີພາບແຕ້ມ 4 ແຜ່ນຂອງຈິດຕະກອນ Chua Cheng Koon ໄດ້ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມນະຄອນຫລວງ ຮ່າໂນ້ຍ ກໍຄືແຂກຕ່າງປະເທດ ຍ້ອນເນື້ອໃນພາບແຕ້ມເຮັດໃຫ້ຜູ້ຊົມເຂົ້າໃຈງ່າຍ ແລະ ວິທີທ່າສີກໍເປັນຫນ້າຈັບໃຈທີ່ສຸດ.
ຈິດຕະກອນມາເລເຊຍ Chua Cheng Koon - ảnh 1
ພາບແຕ້ມຂອງຈິດຕະກອນChua Cheng Koon
ພາບ:dantri.com

        “ເປັນຄັ້ງທຳອິດ ຂ້າພະເຈົ້ານຳເອົາພາບແຕ້ມ 4 ແຜ່ນທີ່ແຕ້ມດ້ວຍສີ acrylic ເທິງແຜ່ນແພ. ຂ້າພະເຈົ້າຢາກໃຫ້ຜູ້ຊົມເຂົ້າໃຈຕື່ມອີກກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ ມາເລເຊຍ. ຮູບພາບເດັກນ້ອຍພວມຢອກກັນຢູ່ແຄມແມ່ນ້ຳ. ບັນດາໃບຫນ້າທີ່ຍິ້ມແຍ້ມແຈ່ມໃສ. ບັນດາການເຄື່ອນໄຫວໃຕ້ນ້ຳທີ່ຂຽວເຢັນ, ພາຍໃຕ້ແສງແດດແຈ້ງສະຫວ່າງຂອງດວງຕາເວັນ”

        ນັ້ນແມ່ນຄຳແບ່ງປັນຂອງຈິດຕະກອນ Chua Cheng Koon, ຊື່ງແມ່ນຜູ້ມີອາຍຸສູງກວ່າໝູ່ ແລະ ກໍເປັນຜູ້ເຮັດອາຊີບແຕ້ມພາບມາເປັນເວລາຫລາຍປີເມື່ອທຽບໃສ່ບັນດາສະມາຊິກໃນກຸ່ມຈິດຕະກອນ ມາເລເຊຍ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ ໃນຄອບຄົວຫນຶ່ງ ຢູ່ ມາເລເຊຍ ທີ່ບໍ່ມີຜູ້ໃດເຮັດວຽກງານສິລະປະ, ແຕ່ໃນຊີວິດເກືອບ 55 ປີຂອງຕົນ, ຈິດຕະກອນ Chua Cheng Koon ໄດ້ມີ 40 ປີຕິດພັນກັບອາຊີບແຕ້ມພາບ.

        “ຂ້າພະເຈົ້າ ເລີ່ມແຕ້ມພາບເມື່ອອາຍຸເກືອບ 10 ປີ.  ໃນຄາວນັ້ນ ຂ້າພະເຈົ້າແຕ້ມພາບພຽງຕາມໃຈມັກ ບໍ່ມີຈຸດປະສົງຫຍັງ ແລະ ສະຫງວນເວລາສ່ວນຫລາຍເພື່ອແຕ້ມພາບ. ຮອດມື້ຫນຶ່ງ ພໍ່ແມ່ຂ້າພະເຈົ້າຖາມວ່າ ເມື່ອຮຽນຈົບມັດທະຍົມຕອນຕົ້ນ ລູກຢາກເຂົ້າຮ່ຳຮຽນໃນໂຮງຮຽນສີລະປະບໍ່? ນັບແຕ່ເວລານັ້ນ ຂ້າພະເຈົ້າຈຶ່ງມີສະຕິຕໍ່ເລື່ອງກາຍເປັນຈິດຕະກອນກວ່າ ແລະ ສະຫງວນເວລາສ່ວນຫລາຍເພື່ອຮ່ຳຮຽນ ເອົາບັນດາຄວາມຮູ້ພື້ນຖານກ່ຽວກັບການແຕ້ມພາບ.”

ຈິດຕະກອນມາເລເຊຍ Chua Cheng Koon - ảnh 2
ພາບແຕ້ມຂອງຈິດຕະກອນChua Cheng Koon
ພາບ:vietnamnet

        ຈິດຕະກອນ Chua Cheng Koon ສາມາດແຕ້ມພາບດ້ວຍຫລາຍວິທີ, ຈາກສໍສີ, ນ້ຳສີ, ສີຂັດມັນ ຫລື ສີ acrylic  ເທິງແຜ່ນແພ. ພາບຂອງທ່ານແຕ້ມລ້ວນແຕ່ມີຫົວເລື່ອງກ່ຽວຂ້ອງເຖິງສິ່ງທີ່ເກີດຂຶ້ນໃນຊີວິດປະຈຳວັນ ສະນັ້ນຈຶ່ງເຮັັດໃຫ້ຜູ້ຊົມມີຄວາມເຂົ້າໃຈງ່າຍ ແລະ ຮູ້ສຶກໃກ້ຊິດສະຫນິດສະຫນົມທີ່ສຸດ. ຈິດຕະກອນ Chua Cheng Koon ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຢາກສ່ອງແສງກ່ຽວກັບມະນຸດ, ກ່ຽວກັບຊີວິດ ຜ່ານບັນດາພາບແຕ້ມຂອງຕົນ. ບັນດາສິ່ງທຳມະດາສາມັນໃນຊີວິດປະຈຳວັນ ແຕ່ພັດນຳມາໃຫ້ຂ້າພະເຈົ້າແນວຄວາມຄິດຫລາຍຢ່າງເພື່ອແຕ້ມພາບ. ເມື່ອເຫັນທັດສະນີຍະພາບໃດຫນຶ່ງ ຂ້າພະເຈົ້າເຄີຍຕັ້ງຄຳຖາມວ່າ ຕົນເອງສາມາດຮັບຮູ້ສິ່ງດັ່ງກ່າວຢ່າງຄົບຖ້ວນ ແລະ ເລິກເຊິ່ງໄດ້ຫລືບໍ່ ແລະ ຕ້ອງແຕ້ມພາບແນວໃດເພື່ອສ່ອງແສງຄວາມຮູ້ສຶກທັງໝົດຂອງຕົນເຖິງຜູ້ຊົມເພື່ອໃຫ້ ເຂົາເຈົ້າເຫັນໄດ້ຄວາມເບີກບານມ່ວນຊື່ນ ຄວາມຜາສຸກ, ສິ່ງທີ່ດີງາມ, ການພົວພັນລະຫວ່າງມະນຸດກັບທຳມະຊາດ.”

         ບັນດາພາບແຕ້ມຂອງຈິດຕະກອນ Chua Cheng Koon ສ່ວນຫລາຍແມ່ນແຕ້ມນັບແຕ່ເດືອນ 1 ຮອດເດືອນ 6 ປະຈຳປີ, ເວລາ ນັ້ນ ທ່ານສຸມໃສ່ເຮັດວຽກໃນ studio ຂອງຕົນ. ສ່ວນ 6 ເດືອນທ້າຍປີ ທ່ານເຂົ້າຮ່ວມບັນດາການເສັງ, ງານວາງສະແດງ, ກອງປະຊຸມສຳມະນາ ເພື່ອພົວພັນແລກປ່ຽນ ຖອດຖອນບົດຮຽນ ຫລື ໄປທ່ອງທ່ຽວ ເພື່ອຊອກຫາຫົວເລື່ອງໃຫ້ພາບແຕ້ມຂອງຕົນ. ກັບຄືນມາຢ້ຽມຢາມຫວຽດນາມ ເປັນຄັ້ງ ທີ 2 ໃນປີຫນຶ່ງ, ຈິດຕະກອນ Chua Cheng Koon ປາດຖະຫນາວ່າ ບັນດາເຫດການພົວພັນແລກປ່ຽນດ້ານວິຈິດສິນຄືດັ່ງກ່າວ ຈະສືບຕໍ່ໄດ້ຮັບການທະວີຄູນໃນອະນາຄົດ, ມຸ່ງໄປເຖິງປະຊາຄົມ ອາຊຽນ ເຊື່ອມໂຍງດ້ານວັດທະນະທຳ.

        “ຂ້າພະເຈົ້າປາດຖະຫນາວ່າ ໃນອະນາຄົດ ຈະມີຫລາຍເຫດການວິຈິດສິນ ອາຊຽນ ກວ່າອີກ. ບໍ່ພຽງແຕ່ໄດ້ຮັບການຈັດຕັ້ງຂຶ້ນຢູ່ ຫວຽດນາມ, ມາເລເຊຍ ເທົ່ານັ້ນ ຫາກຍັງຈັດຂຶ້ນຢູ່ ໄທ, ສິງກະໂປ ແລະ ມີການເຂົ້າຮ່ວມຂອງທຸກປະເທດສະມາຊິກ ອາຊຽນ . ສິ່ງດັ່ງກ່າວແມ່ນສຳຄັນທີ່ສຸດ ສຳລັບບັນດານັກສິລະປິນ ເພາະ ພວກເຮົາຈະໄດ້ຖອດຖອນບົດຮຽນໄດ້ຫລາຍຢ່າງ ບໍ່ພຽງແຕ່ກ່ຽວກັບທັກສະດ້ານຈິດຕະກຳເທົ່ານັ້ນ ຫາກຍັງແມ່ນວັດທະນະທຳ, ສີສັນຊາດ ແລະ ສະພາບການຂອງແຕ່ລະປະເທດ ອີກດ້ວຍ.”

        ເມື່ອມາຢ້ຽມຊົມງານວາງສະແດງພາບແຕ້ມ ແລະ ການພົບປະແລກປ່ຽນລະຫວ່າງ ຈິດຕະກອນຍຸກສະໄຫມສາມປະເທດ ຫວຽດນາມ - ໄທ ແລະ ມາເລເຊຍ ທ່ານຈະຮັບຮູ້ໄດ້ສິ່ງທຳມະດາສາມັນແຕ່ພັດມີຊີວິດຊີວາທີ່ສຸດ ຜ່ານບັນດາພາບແຕ້ມຂອງຈິດຕະກອນ Chua Cheng koon.

ຕອບກັບ

ຂ່າວ/ບົດ​ອື່ນ