ຈຸດນັດພົບຂອງບັນດາຜູ້ມັກອາຫານແລະ ວັດທະນະທຳລາວ

(vovworld)- ຍາກ​ທີ່​ຈະ​ຊອກ​ໄດ້​ຮ້ານ​ອາຫານ​ລາວ ຢູ່ ນະຄອນຫລວງ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ​ແລະ ຢູ່​ຫວຽດນາມ ​ເວົ້າ​ລວມ. ​ແຕ່​ ນັກຮຽນ, ນັກ​ສຶກສາລາວ​ທີ່​ພວມ​ຮຳ່ຮຽນ​ຢູ່ ຮ່າ​ໂນ້ຍ ​ເຄີຍ​​ເວົ້າໃຫ້ກັນ​ຟັງ​ກ່ຽວ​ກັບ​ຮ້ານ​ອາຫານ​​ແຫ່ງຫນຶ່ງທີ່​ເຕັມ​ໄປ​ດ້ວຍ​ສີສັນ​ລາວ. ຢູ່​ທີ່​ນີ້ ທຸກ​ຄົນ​ສາມາດ​ພົບ​ປະ​ແລກປ່ຽນ, ​ແຮກສ່ຽວ ​ແລະ ຮັບ​ປະທານ​ອາຫານ​ຂອງ​ປະ​ເທດ​ລ້ານ​ຊ້າງ​ທີ່​ສວຍ​ງາມ​ໄດ້. ​

ຈຸດນັດພົບຂອງບັນດາຜູ້ມັກອາຫານແລະ ວັດທະນະທຳລາວ - ảnh 1
ຮ້ານ​ອາຫານ​ລາວ ຢູ່ ນະຄອນຮ່າ​ໂນ້ຍ
photo: Dieu Hong

        ຮ້ານ​ອາຫານ​ທີ່​ມີ​ຊ່ືວ່າ: ສະບາຍດີ​ ຕັ້ງ​ຢູ່​ຖະຫນົນ ຫວູຫື​ວ, ​ເມືອງ​ແທງ​ຊວນ, ​ເບື້ອງ​ຫລັງ​ຂອງ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ເຂດ​ 1 ຊື່​ງ​ແມ່ນ​ແຫ່ງ​ທີ່​ມີ​ນັກ​ສຶກສາລາ​ວ ກວ່າ 100 ຄົນ​ພວມ​ຮຳ່ຮຽນຢູ່. ​ເຖິງ​ວ່າ ​ຕັ້ງ​ບົນຖະຫນົນ​ສາຍນ້ອຍ​ກໍ​ຕາມ ​ແຕ່​ທ້າຍ​ອາທິດ ຍາມ​ໃດ​ຮ້ານ​ອາຫານ​ນີ້​ກໍ​ມີແຂກ​ຄົນ​ມາຮັບ​ປະທານ​ອາຫານ​ລາວເປັນ​ຈຳນວນ​ຫລວງຫລາຍ. ປ້າຍ​ໂຄສະນາ​ຂອງ​ຮ້ານ​ມີ​ຮູບ​ສາວ​ລາວ​ ພະນົມ​ມື​ກົ້ມ​ຫົວ​ສະບາຍດີ. ປະຕູ​ເຂົ້າ​ຮ້ານ​ກໍ່​ນ້ອຍໆ, ຖ້າ​​ບໍ່ແມ່ນ​ແຂກ​ທີ່ເຄີຍ​ມາຍາ​ກທີ່ຈະ​ຄິດ​​ໄດ້​ວ່າ ນີ້​ແມ່ນ​ຮ້ານ​ອາຫານ ​ແຕ່​ໃນຮ້ານ​ພັດ​ມີ​ແຂກ​ຫລາຍຄົນ​ຢູ່.

        ດ້ວຍ​ເນື້ອ​ທີ່ພຽງ 80 ​ຕາລາງ​ແມັດ​ເທົ່າ​ນັ້ນ  ​ແຕ່​​ຮ້ານ​ອາຫານ​ແຫ່ງ​ນີ້​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ງາມ​ຕາ ​ແລະ ​ເໝາະ​ສົມ. ຢູ່​ເທິງ​ຝາ​ເຮືອນມີ​ຮູບ​ສາວ​ລາວ​ທີ່​ສວຍງາມ ພ້ອມ​ກັບ​ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຫວຽດນາມ. ນອກ​ນັ້ນ​ຍັງ​ມີຮູບ​ເຈົ້າ​ຂອງຮ້ານ​ຖ່າຍ​ກັບ​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ, ອະດີດ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ​ຫວຽດນາມ ​ແລະ ຮູບ​ທີ່ຖ່າຍ​ກັບ​ໝູ່​ເພື່ອນລາວ.. ​ນອກນັ້ນ​ຍັງ​ມີ​ເຄື່ອງ​ຂອງ​ປະດັບ​ທີ່​ເປັນ​ສັນຍາ​ລັກ​ຂອງ​ລາວ​ຄື: ​ໂຕ​ຊ້າງ, ​ໂຖ ​ແລະ ຮູບ​ພາບ​ທາດຫຼວງ​ທີ່​ເຮັດ​ດ້ວຍ​ເງິນ. ແຕ່​ສິ່ງ​ພິ​ເສດ ​ໃນ​ຮ້ານ​ອາຫານ​ນີ້ ​ເຈົ້າ​ຂອງ​ຮ້ານ​​ໄດ້​ຈັດ​​ເວທີ​ນ້ອຍ​ໆເພື່ອ​ໃຫ້​ແຂກ​ສາມາດ​ຂຶ້ນ​ຟ້ອນລຳວົງ ​ແລະ ຮ້ອງລຳ​ທຳ​ເພງ​ໄດ້. ນາງ ​ເຈີ​ນ​ແທງ​ຖາວ, ​ເຈົ້າ​ຂອງ​ຮ້ານ​ອາຫານ​ສະບາຍດີ, ​ຮຽນ​ຈົບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​​ເມື່ອ​ປີ 2000 ​​ແບ່ງປັນ​ວ່າ​:

        “ຂ້າພະ​ເຈົ້າ​ເປີດ​ຮ້ານ​ອາຫານ​ນີ້​ມາ​ເປັນ​ເວລາ 4,5 ປີ​ແລ້ວ, ​ໄລຍະ​ທຳ​ອິດ​ ​ແຂກ​ມາ​ບໍ່​ຫຼາຍ, ​ແຕ່​​ປະຈຸ​ບັນ ​ແຂກ​ມາ​ຮ້ານ​ນີ້​ຫລາຍ​ພໍ​ສົມຄວນ​. ຂ້າພ​ະ​ເຈົ້າ​ຢາກ​ລົງທຶນ​​ສ້ອ​ມ​ແປງ​ຍົກ​ລະດັບຕົບ​ແຕ່ງຮ້ານ​ຄືນ​ໃຫມ່ ​ເພື່ອ​ຕ້ອນຮັບ​ແຂກ​ໃນ​ຊຸມ​ມື້​ທ້າຍ​ອາທິດ.”

        ​ໂດຍ​ກຳ​ໄດ້ຄວາມນິຍົມຂອງຄົນລາວ ທີ່ມັກຮ້ອງລຳທຳເພງ ສະນັ້ນ ນາງຖາວໄດ້ກໍ່ສ້າງຮ້ານອາຫານ ​ສົມທົບ​ກັບ​ການ​ເຮັດບໍ​ລິ​ການ karaoke. ແຂກມາຮ້ານນີ້ສາມາດກິນ ດື່ມ​ແລະ ຮ້ອງ​ເພງ​ຕາມ​ຄວາມ​ນິຍົມ. ​ແຂກ​ສ່ວນ​ຫລາຍ​ມັກເລືອກ​​ເອົາ​ເພງ​ລາວ, ​​ເພງໄທ​ເພື່ອ​ຮ້ອງ​​​ເພງນຳ​ກັນ. ຈຳນວນ​ແຂກ​ມາ​ຮ້ານ​ອາຫານ​ຫລາຍ​ສຸດ​​​ແມ່ນໃນ​ຊຸມ​ມື້​ທ້າຍ​ອາ​ທິດ.

​        ໃນ​ຮ້ານ​ມີ​ບັນດາ​ເຍື່ອງ​ອາຫານ​​ລາວທີ່​ມີ​ຊື່​ສຽງ​​ຄື: ລາບ, ຕຳ່​ໝາກ​ຮຸ່ງ, ປານື້ງໝາກ​ນາວ, ​ແກງ​ປາສົ້ມ… ​ເພື່ອນ ກີດ ມາ​ຈາກ​ແຂວງ ອຸດົມ​ໄຊ, ຊື່​ງ​ແມ່ນນັກ​ສຶກສາ​ປີ​ທີ 2 ຂອງ​ສະຖາບັນ​ການ​ເມືອງ ການ​ປົກຄອງ​ເຂດ​ 1 ​ໃຫ້​ຮູ້​ວ່າ:

ສຽງ​ເພື່ອນ​ກີດ

        ສ່ວນ​ອ​້າຍ​ສົມ​ບັດ ສີ​ຫາ​ລາດ, ພະ​ນັກ​ງານ​ຢູ່​ແຂວງ ບໍລິ​ຄຳ​ໄຊ ພວມ​ຮຳ່ຮຽນຢູ່​ ສະຖາບັນ​ການ​ເມືອງ ການ​ປົກຄອງ​ເຂດ​ 1 ມາ​ຮ້ານ​ນີ້​ເປັນ​ເທື່ອ​ທຳ​ອິດ,​ໃຫ້​ຮູ້​ວ່າ:

ສຽງ​ອ້າຍ​ສົມບັດ


        ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ນັກ​ສຶກສາລາ​ວທີ່​ພວມ​ຮຳ່ຮຽນ​ຢູ່​ຫວຽດນາມ​ເທ່ົາ​ນັ້ນ, ຮ້ານ​ອາຫານ​ສະບາຍ​ດີ​ຍັງ​ແມ່ນ​ສະຖານ​ທີ່​ພົບ​ປະ​ຂອງ​ບັນດາ​ອະດີດນັກ​ສຶກສາ​ຫວຽດນາມ ທີ່​ເຄີຍ​ຮຳ່​ຮຽນ​ຢູ່​ລາວ. ອ້າ​ຍ ດວານ​ວັນ​ມີ​ງ, ຮຽນ​ຈົບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ປີ 2006 ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມີ​ເວລາ​ຫວ່າງ ຂ້າພະ​ເຈົ້າ​ກໍ​ມາ​ຮ້ານ​ອາຫານ​ນີ້ ​ເພື່ອ​ຫວນຄືນ​ບັນດາ​ອະນຸສອນ​ຊຸມ​​ເດືອນ, ປີ​ທີ່ຮຳ່ຮຽນ​ຢູ່​ລາວ. ຢູ່​ທີ່​ນີ້ ມີ​ອາ​ຫານ ລາວ ຫລາຍ​ເຍື່ອງ​​,​ ມີ​ເບຍ​ລາວ​ ​ແລະ ​ກໍ່​​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ກັບເພື່ອນ​ນັກ​ສຶກສາລາ​ວຫລາຍ​ຄົນອີກ. ​”

ຈຸດນັດພົບຂອງບັນດາຜູ້ມັກອາຫານແລະ ວັດທະນະທຳລາວ - ảnh 2

        ບັນດາ​ແຂກຄົນ​ມາຮ້ານ​ອາຫານ​ນີ້​ກໍ​ຫວັງ​ວ່າ ຄວາມ​​ໄຝ່ຝັນ​ຂອງ​ເຈົ້າ​ຂອງ​ຮ້ານ​ຈະ​ປະກົດ​ຜົນ​ເປັນ​ຈິງ. ນັ້ນ​ແມ່ນ ​ເປີດກວ້າງ, ພັດທະນາ​ຮ້ານ​ອາຫານ​ກວ່າ​ອີກ​ເພື່ອ​ຕ້ອນຮັບ​ແຂກ​ຄົນ​ຜູ້​ທີ່​ນິຍົມ​ວັດທະນະທຳ, ອາຫານລາວ. ບໍ່​ພຽງ​ແຕ່​ນັກ​ສຶກສາລາ​ວພວມ​ຮຳ່ຮຽນ​ຢູ່ ຫວຽດນາມ, ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່​ເຄີຍ​ຮຳ່ຮຽນ​ຢູ່​ລາວ​ເທົ່າ​ນັ້ນ ຫາກ​ບັນດາ​ຜູ້​ທີ່​ສົນ​ໃຈ​ເຖິງ​ປະ​ເທດ​ລ້ານ​ຊ້າງ​ກໍ​ຮູ້ຈັກ​ຮ້ານ​ອາຫານ​ສະບາຍດີ​ຄື​ດັ່ງ​ຈຸດ​ນັດ​ພົບ​ທີ່​ມີ​ຊີວິດ​ຊີວາ​ເພື່ອ​ຊອກ​ຫາ​ວັດທະນະທຳ​ລາວ ຢູ່ ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ