ຈາກສິ່ງເສດເຫລືອຕະຫລອດຮອດສິລະປະລະຄອນຕຸກກະຕາ

(vovworld)- ສິ່ງ​ເສດ​ເຫລືອ​ຈາກ​ການ​ດຳ​ເນີນຊີ​ວິດ, ຈາກ​ອຸດ​ສາ​ຫະ​ກຳ ຍາມ​ໃດ​ກໍ​ແມ່ນ​ບັນ​ຫາທີ່​ຮ້ອນ​ເຮັ່ງ ເມື່ອສັງ​ຄົມ​ນັບ​ມື້​ນັບ​ພັດ​ທະ​ນາ. ເພື່ອ​ແກ້​ໄຂ​ບັນ​ຫານີ້, ຫລາ​ຍ​ປະ​ເທດ​ໃນ​ໂລກ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່ກ້າ​ວ​ຫນ້າ​ຫລາຍ​ຢ່າງ​ເພື່ອ​ຜະ​ລິ​ດ​ວັດ​ຖຸ​ສິ່ງ​ຂອງຄ​ືນ​ໃຫມ່​ຈາກ​ສິ່ງ​ເສດ​ເຫລືອ ດ້​ວຍຈຸ​ດ​ປະ​ສົງ​ສືບ​ຕໍ່ນຳ​ໃຊ້​ໃນ​ບັນ​ດາ​ຂົງ​ເຂດ​​ທີ່ແຕກ​ຕ່າງ​ກັນ. ແຕ່​ບັນ​ດາ​ນັກ​ສິ​ລະ​ປິນ​ຄື ອ້າຍ​ວຽງ​ທອງ ຈັນ​ທະ​ວົງ, ​ສັງ​ກັດກອງ​ສິ​ລະ​ປະ​ລະ​ກອນ​ຕຸກ​ກະ​ຕາ​ແຫ່ງ​ຊາດ​ລາວ ພັດ​ມີ​ວິ​ທີ​ເຮັດ​​ທີ່ແຕກ​ຕ່າງ​ກັນ, ​ຫັນສິ່ງ​ເສດ​ເຫລືອນັ້ນ​ ເປັນ​ຕຸກ​ກະ​ຕາ.

ຈາກສິ່ງເສດເຫລືອຕະຫລອດຮອດສິລະປະລະຄອນຕຸກກະຕາ - ảnh 1
ກອງ​ສິ​ລະ​ປະກອນ​ຟ້ອນ​ຕຸກ​ກະ​ຕາ

        ໃນ​ຕອນ​ເຊົ້າ​ມື້​ຫນຶ່ງ ຂ້າ​ພ​ະ​ເຈົ້າ​​ໄດ້ພົບ​​ອ້າຍ ວຽງ​ທອງ ຈັນ​ທະ​ວົງ, ນັກ​ສິ​ລະ​ປິນລາວ​​ປີນີ້ມີ​ອາ​ຍຸກວ່າ 30 ປີ, ເວ​ລານັ້ນ ອ້າຍ​ພວມກະ​ກ​ຽມ​ ​ພ້ອມ​ກັບ​ກອງ​ສິ​ລະ​ປະກອນ​ຟ້ອນ​ຕຸກ​ກະ​ຕາ​ໄປ  ສະ​ແດງ. ເທິງ​ຕັ່ງ sofa ອ້າຍ​ພວມ​ຕັ້ງ​ໃຈ​ໃສ່ ຄອມ​ພິວ​ເຕີ​ຂອງ​ຕົນ,  ຍາດ​ແຍ່ງ​ເວ​ລາ​ຄົ້ນ​ຄ້​ວາ​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີ​ເຮັດ​ຕຸ​ກ​ກະ​ຕາ. ເມື່ອ​ຊົມ​ບັນ​ດາ​ຕຸກ​ກະ​ຕາ​ຊື່ງ​ອ້າຍ​ພ້ອມ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນອອກ​ແບບ​ຜ່ານ​ຄອມ​ພິວ​ເຕີ ​ເບິ່ງຄື​ວ່າ​ແມ່ນ​ເຮັດ​ດ້ວຍ​​ຕອນ​ໄມ້, ວັດ​ຖຸ​​ດິບ​ທີ່​ບໍ່​ທັນ​ໄດ້ຮັບ​ການ​ນຳ​ໃຊ້​ເທື່ອ. ແຕ່​ເມື່ອ​ສັງ​ເກດ​ຢ່າງ​ລະ​ອຽດ​ແລ້ວ ພັດບໍ່​ແມ່ນ​ຄື​ແນວ​ນັ້ນ. ຕົວ​ຢ່າງ​ຄື: ໂຕ​ຊ້າງ, ງາ​ຊ້າງ​ແມ່ນ​ເຮັດ​ດ້ວຍງາ່​ພ້າວ​ແຫ້ງ, ຫູ​ສອງ​ເບື້ອງ​ແມ່​ນ​ເຮັດ​ດ້ວຍ​ຢາງໃນ​ລົດ, ສ່ວນ​ຕົນ​ໂຕ​​ເຮັດດ້ວຍ​ແພ​.  ອ້າຍ ວຽງ​ທອນ​ ຈັ​ນ​ທະ​ວົງ ໃຫ້​ຮູ້​ວ່າ: 


(ສຽງ ອ້າຍ ວຽງ​ທອງ ຈັນ​ທະ​ວົງ)

ຈາກສິ່ງເສດເຫລືອຕະຫລອດຮອດສິລະປະລະຄອນຕຸກກະຕາ - ảnh 2

ປີ 2007, ອ້າຍ​ວຽງ​ທອງ ຈັ​ນ​ທະ​ວົງ ເລີ່ມ​ຮຽນ​ວິ​ທີ​ເລືອກ​ເອົາ​ສິ່ງ​ເສດ​ເຫລືອ​ເພື່ອ​ເຮັດ​ຕຸກ​ກະ​ຕາ  ຫລັງ​ຈາກ​ນັ້ນ ໄດ້ສະ​ແດງເລື່ອງ​ລາວ​ຕ່າງໆ​ທີ​ມີ​ຂຶ້ນ​ໃນ​ສັງ​ຄົມ​ຜ່ານ​ຕຸກ​ກະ​ຕາ. ອ້າຍ​ໄດ້​​ໄປຮຽນ​ວິ​ທີ​ເຮັດ​ຕຸ​ກ​ກະ​ຕາ​ຈາກ ອາ​ຈານ ເລີດ​ມະ​ລີ ອີນ​ສີ​ຊຽງ​ໃຫມ່, ຊື່ງ​ແມ່ນ​ ນັກສິ​ລະ​ປິນ​ດີ​ເດັ່ນ​ຂອງ​ລາວ. ໃນ​ໄລ​ຍະ​ເວ​ລາ​ຮ່ຳ​ຮຽນ​​ຈາກ​ອາ​ຈານ ມາ​ຮອດ​ປະ​ຈຸ​ບັນ, ອ້າຍ​ສະ​ສົມ​ບົດ​ຮຽນໄດ້​ຫລາຍ​ຢ່າງ.


(ສຽງ ອ້າຍ ວຽງ​ທອງ ຈັນ​ທະ​ວົງ)

ອ້າຍ​ວຽງ​ທອງ ຈັນ​ທະ​ວົງ ໃຫ້​ຮູ້​ວ່າ: ເລື່ອ​ງ​ສ້າງ​ຮູບ ແລະ ສະ​ແດງ​ບັນ​ດາ​ຕຸ​ກ​ກະ​ຕາ ຈາກວັດ​ຖຸ​ສິ່ງ​ຂອງ​ທຳ​ມະ​ດາ ຫລື ສິ່ງ​ເສດ​ເຫລືອ ຮຽ​ກ​ຮ້ອງ​ໃຫ້ມີ​ຈີນ​ຕ​ະ​ນາ​ການ​ໃນ​ການ​ກຳ​ນົດ​ຮູບ​ຕົວ​ລະ​ຄອນ, ຕ້ອງ​ນຶກ​ຄິດ​ໄດ້​ນຳ​ໃຊ້ ວັດ​ຖຸ​ສິ່ງ​ຂອ​ງ​ຄື​ແນວ​ໃດ​ໃຫ​້​ເໝາະ​ສົມ​ກັບ ​ຕົວ​ລ​ະ​ຄອນ​. ພາຍ​ຫລັງ​ສ້າງ​ເປັນ​ ​ຕົວ​ລະ​ຄອນ​ແລ້ວ ຕ້ອງ​ຊອກ​ຫາ​ວິ​ທີ​ບັນ​ຊາ​ມັນ, ວິ​ທີ​ສົ່ງ​ສານ​ເຖິງ​ຜູ້​ຊົມ…ບັນ​ດາ​ທັກ​ສະ​ ນັ້ນ​ແມ່ນ​ອີງ​ໃສ່​​​ຈີນ​ຕະ​ນາ​ການ​ຂອງ​ນັກ​ສິ​ລະ​ປິນ​ຫລາ​ຍ​ສຸດ.

       


(ສຽງ ອ້າຍ ວຽງ​ທອງ ຈັນ​ທະ​ວົງ)

ຈາກສິ່ງເສດເຫລືອຕະຫລອດຮອດສິລະປະລະຄອນຕຸກກະຕາ - ảnh 3
ລາຍ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ
    
   ອ້າຍ​ວຽງ​ທອງ ພ້ອມ​ດ້ວຍ​ກອງ​ສິ​ລະ​ປະ​ກອນ ໄດ້​ນຳ​ເອົາ​ສິ​ລະ​ປະ​ລະ​ຄອນ​ຕຸກ​ກະ​ຕາ​ໄປ​ສະ​ແດ​ງ​ຢູ່​ຫລາຍ​ປະ​ເທດ​ຄື: ໄທ, ກ​ຳ​ປູ​ເຈຍ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ… ແລະ ສຸມ​ໃສ່​ແນະ​ນຳ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ ໂດຍ​ຜ່າ​ນ​ບັນ​ດາ​ຕຸກ​ກະ​ຕາ​ດັ່ງ​ກ່າວ​ເພື່ອ​ໃຫ້​ຜູ້​ຊົມ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ, ຊີ​ວິດ​ການ​ເປັນ​ຢູ່ ຂອງ​ປະ​ຊາ​ຊົນລາວ​ບັນ​ດາ​ເຜົ່າ​ ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ