ຊຸກຍູ້ການຮ່ວມສຳພັນການທ່ອງທ່ຽວ ອາຊຽນ

(vovworld)- ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ໄປ, ຫວຽດນາມ ຮັບ​ບົດບາດ​ເປັນ​ປະທານ​ຫນ່ວຍ​​ງານ Marketing ​ແລະ ​ໂຄສະນາ​ໃນ​ການ​ຮ່ວມ​ມື​ທ່ອງ​ທ່ຽວ ອາ​ຊຽນ. ນີ້​ແມ່ນ​ຂໍ້​ສະດວກ​ທີ່​ສຸດ​ເພື່ອ​ໃຫ້ ຫວຽດນາມ ​ໂຄສະນາ, ​ແນະນຳ​ການທ່ອງທ່ຽວ ຫວຽດນາມ ​ໃນ​ກຸ່ມອາ​ຊຽນ ກໍ​ຄື​ກັບ​ບັນດາ​ປະ​ເທດ​ອື່ນ​ນອກ​ພາກ​ພື້ນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ສິ່ງ​ສຳຄັນ​ນັ້ນ​ແມ່ນ ຫວຽດນາມ ພວມ​ພ້ອມ​ກັບ​ອາ​ຊຽນ ມານະ​ພະຍາຍາມ​ປະຕິບັດ​ຈຸດໝາຍ​ໃຫຍ່​ກວ່າ, ນຳ​ອາ​ຊຽນກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ສາກົນ.

        ດ້ວຍ​ພົນລະ​ເມືອງ​ກວ່າ 600 ລ້າ​ນຄົນ, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ນອນ​ໃນ​ເຂດ​ໃຈກາງ ອາຊີ, ​ວັດທະນະທຳ ​ແລະ ມໍລະດົກ​ທຳ​ມະ​ຊາດອຸດົມ​ສົມບູນ, ອາ​ຊຽນ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ພາກ​ພື້ນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ເພື່ອ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ. ນອກນັ້ນ ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ຄ່າ​ບໍລິການພໍ​ດີກໍ​ເປັນ​ປັດ​ໄຈ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມບັນດາ​ປະ​ເທດ ອາ​ຊຽນ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຕາມ​ບົດ​ລາຍ​ງານ“ກຳລັງ​ຄວາມ​ສາມາດ​ແກ້ງ​​ແຍ້​ງ ການທ່ອງທ່ຽວ​ປີ 2012” ຫາ​ກໍປະກາດ, ຂ​ະ​ແຫນງ​ທ່ອງ​ທ່ຽວ​ຂອງ ອາ​ຊຽນ ພວມຢູ່​ໃນ​ທ່າ​ພັດທະນາ​ຢ່າງ​ແຂງ​ແຮງ. ປີ 2011, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ ພາກ​ພື້ນ ອາ​ຊຽນ ຂຶ້ນ​ເຖິງ 81 ລ້ານ​ເທື່ອ​ຄົນ. ສະ​ເພາະ​ປີ 2012, ​ເຖິງ​ວ່າ ​ໂລກ​ປະສົບ​ກັບວິ​ກິດ​ການ​ການ​ເງິນ, ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ​ສູງ ​​ແລະ ​ໄພ​ທຳ​ມະ​ຊາດ​ໄດ້​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຫລາຍ​ປະ​ເທດ​ໃນ​ໂລກ, ​ແຕ່​ຂະ​ແຫນງ​ທ່ອງ​ທ່ຽວ​ໄດ້​ປະກອບສ່ວນ​ຫລາຍ​ພໍ​ສົມຄວນ​ໃນ​ການ​ຮັກສາ​ເສດຖະກິດ​ເປັນ​ປົກກະຕິ ​ແລະ ການພັດທະນາຂອງ​ພາກ​ພື້ນ. ຂົງ​ເຂດ​ທ່ອງ​ທ່ຽວ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ພື້ນຖານ​ເສດຖະກິດ ສັງຄົມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ສ້າງ​ວຽ​ກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຊ່ວຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ສ້າງ​ທ່າ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃຫ້​ແກ່​ພາກ​ພື້ນ.  ປີ 2012 ອາ​ຊຽນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 98 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11,9% ​ເມື່ອ​ທຽບ​ໃສ່​ປີ 2011. ທ່ານ Ramon R Jimenez ຮອງ​ຫົວຫນ້າ​ຫ້ອງການທ່ອງ​ທ່ຽວ ​ຟີລີບ​ປິ​ນ ​ໃຫ້​ຮູ້​ວ່າ:

        “​ໃນ​ອາ​ຊຽນ, ຍາມ​ໃດ​ບັນດາ​ປະ​ເທດ​ກໍມີ​ການ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ​ ກັນ ພ້ອມ​ກັນ​ພັດທະນາ​ໃນ​ຂົງ​ເຂດ​​ເຊື່ອມ​ຕໍ່, ຊຸກຍູ້​ການ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວ​ຕາມ​ທິດ​ນຳ“ປະ​ເທດ​ຫນຶ່ງ​ຂາດ, ບັນດາ​ປະ​ເທດ​ອື່ນ​ມີ” ​ເພື່ອ​ເຮັດ​ແນວ​ໃດ​ນຳ ອາ​ຊຽນ ກາຍ​ເປັນ​ພາກ​ພື້ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຫລາຍກວ່າໝູ່. 10 ປະ​ເທດສະມາຊິກ ອາ​ຊຽນ ພວມ​ມານະ​ພະຍາຍາມ​ສ້າງ​ອາຊຽນກາຍ​ເປັນ​ຈຸດ​ນັດ​ພົບລວມ ພ້ອມ​ກັບ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ໃນ​ປີ 2015.”

        ​ເຖິງ​ວ່າ ບັນລຸ​ໄດ້​ບັນດາ​ໝາກຜົນ​ຕັ້ງຫນ້າ​ກໍ​ຕາມ ​ແຕ່​ຕາມ​ການ​ຕີ​ລາຄາ​ແລ້ວ, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເກືອບ​ທັງ​ໝົດ ພຽງ​ຂຸດ​ຄົ້ນ​ສ່ວນ​ຫນຶ່ງ​ຂອງຄວາມ​ສາມາດ​ບົ່ມ​ຊ້ອນ ຍ້ອນ​ມີ​ບາງ​ຈຸດ​ອ່ອນ, ລວມມີ: ພື້ນຖານ​ໂຄງ​ລ່າງ, ບໍລິການ​ສາທາລະນະ​ສຸກ, ​ແລະ ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຍັງ​ຂາດ. ສະ​ນັ້ນ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ຂະ​ແຫນງ​ທ່ອງ​ທ່ຽວແບບ​ຍືນ​ຍົງ​, ອາ​ຊຽນ ຕ້ອງ​ຕອບ​ສະຫນອງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຖ້ວນ​ກໍ​ຄື​ແຫ​ລ່ງຊັບພະຍາກອນ​ມະນຸດ, ຮັບປະກັນ​ຄຸນ​ນະພາ​ບ ບໍລິການ, ສ້າງ​ສະພາ​ບ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ​ຢ່າງ​ປອດ​ໄພ, ຂຽວ ​ແລະ ໝັ້ນຄົງ.

ຊຸກຍູ້ການຮ່ວມສຳພັນການທ່ອງທ່ຽວ ອາຊຽນ - ảnh 1
ກອງປະຊຸມ ລັດຖະມົນຕີກະຊວງທ່ອງທ່ຽວ ອາຊຽນ ຄັ້ງທີ 16
ພາບ:internet

        ຊື່​ງ​ແມ່ນ​ສະມາຊິກ​ຕັ້ງຫນ້າ​ຂອງ​ອາ​ຊຽນ, ​ໃນ​ໄລຍະ​ຜ່ານ​ມາ, ຂະ​ແຫນງທ່ອງ​ທ່ຽວ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທ່ອງ​ທ່ຽວ​ໃນ ອາ​ຊຽນ ຢ່າງ​ຕັ້ງຫນ້າ ​ແລະ ຮອບດ້ານ. ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​​ໃນ​ຂົງ​ເຂດທ່ອງທ່ຽວ, ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງ​ໂຄງການ​ເພີ່ມ​ກຳລັງ​ຄວາມ​ສາມາດ​ພັດທະນາ​ການທ່ອງທ່ຽວ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໂດຍ​ສະຫະ​ພາບ ​ເອີ​ລົບ​ອຸ​ປະຖຳ, ຫວຽດນາມ ​ໄດ້​ເປັນ​ເຈົ້າພາບ​ຮຽບຮຽງ​ປື້​ມ​ແນະນຳ​ການ​ປະຕິບັດ​ຂໍ້​ຕົກລົງ​ຮັບ​ຮູ້​ເຊິ່ງກັນ ​ແລະ ກັນ ສຳລັບ​ບັນດາ​ຂະ​ແຫນງ​ທ່ອງ​ທ່ຽວ ອາ​ຊຽນ. ປີ 2013- 2014, ຫວຽດນາມ ຮັບ​ຫນ້າ​ທີ່​ເປັນ​ປະທານ​ກຸ່ມ​ງານ Marketing ​ແລະ ​ໂຄສະນາ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ໃນ​ການ​ຮ່ວມ​ມື​ທ່ອງທ່ຽວ​ອາ​ຊຽນ. ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ ຫວຽດນາມ ນັ້ນ​ແມ່ນ​ ພາກ​ກາງ​ຫວຽດນາມ ນອນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ຫວຽດນາມ ພວມ​ພ້ອມ​ກັບ​ບັນດາ​ປະ​ເທດ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫລວງ​ຂອງ​ພາກ​ພື້ນ​ຢ່າງ​ສຸດ​ຂີດ, ສ້າງ​ບັນດາ​ຜະລິດ​ຕະພັນ, ລາຍການ​ທ່ອງ​ທ່ຽວ​ມີ​ເຄື່ອງໝາຍ​​ການຄ້າເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ໄປ​ຄຽງ​ຄູ່​ກັບ​ການ​ໂຄສະນາ ຕ້ອງ​ຕັ້ງຫນ້າ​ສ້າງ​ນະ​ໂຍບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ໄປມາ​ໃນ​ບໍລິ​ເວນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຫລຸ​ດຜ່ອນ​ບັນດາ​ລະບຽບ​ການ​ບໍລິຫານ​ທີ່​ບໍ່​ຈຳ​ເປັນ, ພ້ອມ​ທັງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຢູ່​ບັນດາ​ດ່ານ​ຊາຍ​ແດນ​ສາກົນ​ທາງ​ບົກ, ສະຫນາມ​ບິນ, ທ່າ​ກຳ​ປັ່ນ. ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ຖື​ວ່າ:

        “​ແຕ່ລະ​ທ້ອງ​ຖິ່ນ​ມີ​ທ່າ​ແຮງ​ຫນຶ່ງ​ເພື່ອ​ສຸ​ມ​ໃສ່​ສ້າງ ​ແລະ ພັດທະນາ​ເຄື່ອງໝາຍ​ທ່ອງ​ທ່ຽວ. ນີ້​ແມ່ນ​ສະຖານ​ທີ່​ມີ​ທັດສະນີ​ຍະ​ພາບ, ປູຊະນີຍະສະຖານ​ປະຫວັດສາດ​ຫລາຍ​ແຫ່ງ ​​ເຊິ່ງ​ເປັນ​ຮ່ອງຮອຍ​ຈາກສົງຄາມ, ສະ​ນັ້ນ ຕ້ອງ​ຂຸດ​ຄົ້ນ, ສ້າງ​ຈຸດ​ເດັ່ນ, ມີ​ວິວັດ​ການ​ເພື່ອ​ປະຕິບັດ. ພວກ​ເຮົາ​ຕ້ອງ​ສ້າງ​ຜະລິດ​ຕະພັນ​ລະຫວ່າງ​ເຂດ. ບັນດາ​ປະ​ເທດ​ຄວນ​ຮວ່ມສຳພັນ​, ຮ່ວມ​ມື​ນຳ​ກັນ ​ເຮັດ​ແນວ​ໃດ​​ເພື່ອ​ຫລຸດຜ່ອນ​ບັນດາ​ລະບຽບ​ການ​ບໍລິຫານ​ໃຫ້​ສະດວກ​​ແລະງ່າຍ​ດາຍ​ກວ່າ.”

ຊຸກຍູ້ການຮ່ວມສຳພັນການທ່ອງທ່ຽວ ອາຊຽນ - ảnh 2
ວັດຢູ່ ມ້ຽນມາ
ພາບ:internet

        ປະຈຸ​ບັນ ອາ​ຊຽນ  ກວມ​ອັດຕາ​ສວ່ນ 10%ຂອງ​ຈຳນວນ​ການທ່ອງທ່ຽວ​ທົ່ວ​ໂລກ ​ແລະ ອັດຕາ​ສ່ວນ​ນີ້​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ເພີ່ມ​ຂຶ້ນ 30% ​ໃນ​ຮອບ​ເວລາ 10 - 20ປີ​ຈະ​ມາ​ເຖິງ. ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ, ລະ​ຫວ່າງ ອາ​ຊຽນກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ, ພິ​ເສດ​ແມ່ນ​ປະຕິບັດ​ແຜນ​ຍ​ຸດທະ​ສາດ​ການທ່ອງ​ທ່ຽວ​ໄລຍະ 2012-2015 ​ແນ່​ນອນ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຍັງ​​ພາກ​ພື້ນ, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ຮັບ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລະຫວ່າງ ອາ​ຊຽນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ