ຊີວິດການເປັນຢູ່ຂອງນັກສຶກສາຫວຽດນາມ ຢູ່ ຢາກາກຕາ ປະເທດ ອີນໂດເນເຊຍ

ຫ່າງ​ຈາກ​ນະຄອນຫລວງ ຈັກກາກ​ຕາ ໄປທາງ​ທິດຕາ​ເວັນ​ອອກ ປະມານ 40 ກິ​ໂລ​ແມດ, ມະຫາວິທະຍາ​ໄລ​ President ປະ​ເທດ ອິນ​​ໂດ​ເນ​ເຊຍ ​ແມ່ນ​ສະຖານ​ທ່ີ​ທີ່​ຈັບ​ອົກ​ຈັບ​ໃຈ​ເພື່ອ​ພັດທະນາ​ການສ​ຶກສາ. ນີ້​ແມ່ນ​ໂຮງຮຽນ​ທີ່​ມີ​ນັກ​ສຶກສາ​ຫວຽດນາມ​ປະມານ 100 ຄົນ. ບັນດາ​ເພື່ອນ​ຫນຸ່ມ​ຫວຽດນາມ ຮຳ່ຮຽນ​ຢູ່​ທີ່​ນີ້ ພວມ​ມານະ​ພະຍາຍາມ​ຮຳ່ຮຽນ ​ເພື່ອ​ເກັບ​ກຳ​ຄວາມ​ຮູ້​ໃຫ້ໄດ້​ຫລາຍ​ຢ່າງ ,​ຊອກຮູ້ແລະທຳຄວາມເຂົ້າ​ໃຈ​ກ່ຽວກັບ​ວັດທະນະທຳ​ຂອງອິນ​ໂດ​ເນ​ເຊຍ​ໃຫ້​ເລິກເຊິ່ງກວ່າ.

        ​ນາງເລ​ຫງວຽນ​ທູ​ຖ໋າວ ນັກ​ສຶກສາ​ປີທີ່ 2 ຂະ​ແຫນງ​ປະຊາສຳພັນ, ມະຫາ​ວິທະຍາ​ໄລ President ​​ໄດ້​ອາສາ​ສະໝັກ​ເປັນ​ຜູ້ນຳ​ທ່ຽວ ພາ​ຂ້າພະ​ເຈົ້າ​ໄປ​ຢ້ຽມ​ຊົມ​ໂຮງຮຽ​ນ​ແຫ່ງ​ນີ້. ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກ່ຽວ​ກັບ​ເງ່ືອນ​ໄຂ​ດຳ​ລົງ​ຊີວິດ ​ແລະ ບັນຍາກາດ  ແຫ່ງການ​ຮຳ່ຮຽນ​ຢູ່​ທີ່​ນີ້. ນາງ​ເລ​ຫງວຽນ​ທູ​ຖ໋າວ ​ໃຫ້​ຮູ້​ວ່າ: ດ້ວຍ​ເນື້ອ​ທີ່​ກວ່າ 10.000 ຕາລາງ​ແມັດ, ​ເຂດ​ຫໍ​ພັກ​ນີ້​ສາມາດ​ຮັບ​ນັກ​ສຶກສາ​ໄດ້ 3000 ຄົນ​ໃນ​ພາບ​ດຽວ.

        “ ຢູ່ທີ່ນີ້, ຫໍພັກນັກສຶກສາຊາຍ ແລະ ຍິງ ແມ່ນແຍກຢູ່ຕ່າງຫາກ, ສະນັ້ນ ພວກນ້ອງ ມີຫ້ອງລວມ ​ເພື່ອ​ໃຫ້​ນັກສຶກສາຊາຍ ຍິງ​ເຕົ້າ​ໂຮມ​ກັນ​ເພື່ອ​ໂອ້​ລົມ​ສົນທະນາ ​ຫລື ຮຽນ​ເປັນ​ກຸ່ມ. ຢູ່​ທີ່​ນີ້ ມີ​ຫ້ອງ​ຫນຶ່ງ​ສະ​ເພາະ ​ເພື່ອ​ໃຫ້​ພວກ​ເພື່ອນ​ຫລິ້ນ​ປິ່ງປ່ອງ, ບານບ້ວງ , ບາງ​ເທື່ອ​ພວກ​ນ້ອງ​ກໍ່ຈັດການ​ເຄື່ອນ​ໄຫວ​ນອກ​ຫລັກສູດ. ​ສຳລັບ​ນ້ອງ​ແລ້ວ, ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ, ຫ່າງ​ໄກ​ຄອບຄົວ​ກໍ​ຕາມ ​ແຕ່​ໂຊກ​ດີ ທີຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ນ້ອງ​ຢູ່​ທີ່​ນີ້​ກໍ​ສະດວກ​ດີພໍຄວນ.“

        ຫໍ​ພັກ​ຂອງ​ນັກ​ສຶກສາ​ຊາຍ​ແມ່ນ​ກວ້າງ​ກວ່າ, 2 ຄົນ ຢູ່ຫ້ອງ​ຫນຶ່ງປະກອບ​ເຄື່ອງ​ໃຊ້​ຢ່າງ​ຄົບ​ຖ້ວນ. ຍ້ອນ​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ຄອບຄົວ​ໄດ້​​ເຮັດ​​ໃຫ້​ບັນດາ​ນັກ​ສຶກສາ​ຫວຽດນາມ​ຢູ່ທີ່​ນີ້​ມີຄວາມເຂັ້ມແຂງແລະເພິ່ງພາຕົວເອງໄດ້ດີ ດ່ວານ​ຫ໋າຍຮວ່າງ, ເຊິ່ງປະຈຸ​ບັນ ພວມຮຽນປີ​ສຸດ​ທ້າຍຂອງ​ຂະ​ແຫນງ Maketing..​ໃຫ້​ຮູ້​ວ່າ:

        “ພວກ​ນ້ອງ​ຢູ່​ມໍ່ກັບ​ໂຮງຮຽນ, ສະ​ນັ້ນ ​ເລື່ອງ​ໄປ​ມາ​ກໍ​ສະດວກ​ຫລາຍ ໃຊ້​ເວລາພຽງ 5 ນາ​ທີ່. ສ່ວນ​ເລື່ອງ​ກິນ​ດື່ມ ​ແມ່ນ​ແຕ່ງກິນ​ເອງ ຫລື​ກິນ​ຢູ່ຮ້ານອາຫານ, ຢູ່​ທີ່​ນັ້ນ​ມີ​ຮ້ານ​ອາຫານ​ 15 -20 ຮ້ານ,​ເຍື່ອງອາຫານ​ອຸດົມສົມບູນ. ປະຊາຊົນ​ຢູ່​ທີ່​ນີ້ ​ເຂົາ​ເຈົ້າ​ແມ່ນ​ຜູ້​ສະຫນິດສະຫນົມ ພ້ອມ​ແລ້ວ​ທີ່ຈະຊ່ວຍ​ເຫລືອພວກ​ນ້ອງ ​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.“

ຊີວິດການເປັນຢູ່ຂອງນັກສຶກສາຫວຽດນາມ ຢູ່ ຢາກາກຕາ ປະເທດ ອີນໂດເນເຊຍ - ảnh 1

(ຢູ່ມະຫາວິທະຍາໄລ President ມີນັກສຶກສາຫວຽດນາມປະມານ 100ຄົນ)

​ເຊິ່ງຕ່າງ​ກັບ​ຫໍ​ພັກ​ຂອງ​ຜູ້​ຊາຍ, ຫ້ອງ​ນອນ​ຂອງ​ນຶກ​ສຶກສາ​ຍິງ​ແມ່ນ​ນ້ອຍ​ກວ່າ ​ແຕ່​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ກະທັດ​ລັດ. ທຸກ​ມື້ ນອກຈາກ​ຂຶ້ນ​ຫ້ອງ​ແລ້ວ ບັນດາ​ນັກ​ສຶກສາ​ຍິງ ລ້ວນ​ແຕ່​ຍາດ​ເວລາ​ເພື່ອ​ຮຽນດ້ວຍຕົວ​ເອງ ​ແລະ ພ້ອມ​ກັນ​ອ່ານ​ປື້​ມ​ເລື່ອງ​ ​ທີ່​ສົ່ງ​ມາ​ຈາກ​ຫວຽດນາມ. ຕາຕະລາງ​ຮຽນ​ຢູ່​ທີ່​ນີ້ ​ແມ່ນ​ຕ່າງ​ກັບ​ນັກ​ສຶກສາ​ພາຍ​ໃນ​ປະ​ເທດ, ຢູ່ ອິນ​ໂດ​ເນ​ເຊຍ ປີ​ຫນຶ່ງ​ມີ​​ 3 ພາກຮຽນ, ​ແຕ່​ລະ​ພາກ​ແມ່ນ 2.5 -3 ​ເດືອນ, ຫລັງ​ຈາກ​ນັ້ນ ​ໄດ້​ພັກຜ່ອນ​ປະມານ​ເດືອນ​ຫນຶ່ງ. ຜ່ານ​ເກືອບ 3 ປີ ທີ່​ຮຳ່ຮຽນ​ຢູ່​ປະ​ເທດ​ນີ້, ນາງ ຫງວຽນ​ທິຮ່ວຽນ​ຈາງ ນັກ​ສຶກສາ​ປີ​ທີ 3 ຂະ​ແຫນງ​ການ​ເງິນ ທະນາຄານ ສະແດງ​ຄວາມຮູ້ສຶກປະທັບ​ໃຈວ່າ:

        “​ໃນ​ເບື້ອງ​ຕົ້ນ, ພວກ​ນ້ອງ​ມາ​ທີ່​ນີ້​ແມ່ນ​ຕົກສະ​ເງີ້ຫລາຍ,​ຄິດ​ວ່າ ຢູ່​ແຫ່ງ​ນີ້​ແມ່ນ​ຂຶ້ນ​ກັບ​ໃຈກາງ​ຂອງ​ນະຄອນຫລວງ ຢາ​ກາກ​ຕາ ​ແຕ່​​ເມື່ອມາ​ຮອດ​ແລ້ວ​ເຫັນ​ວ່າ​ຢູ່​ທີ່​ນີ້​ແມ່ນ​ຫ່າງ​ໄກ​​ຈາກໃຈກາງຕົວເມືອງ​ຫລາຍ. ​ເບື້ອງ​ຕົ້ນ ພວກ​ນ້ອງ​ກໍ​ເສຍ​ຫວັງ​ຫລາຍ ​ແຕ່​​ເຫັນ​ວ່າ ປະຊາຊົນ​ອິນ​ໂດ​ເນ​ເຊຍ​ແມ່ນ​ຜູ້​ສະຫນິດສະຫນົມ,​ ສະ​ນັ້ນ ພວກ​ນ້ອງ​ກໍ​ມີ​ຄວາມອຸ່ນ​ອ່ຽນໃຈແດ່ໜ້ອຍໜື່ງ.“

        ສຳລັບ ຫງວຽນ​ຕູ່​ງຮູ​ຍ,​ ນັກ​ສຶກສາ​ປີ​ທີ 1 ຂະ​ແຫນງ Marketing ​ແລ​້ວ,​  ພາສາ ອິນ​ໂດ​ເນ​ເຊຍ ​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ເມື່ອມາ​​ແຫ່ງ​ນີ້. ​ເພື່ອນຮູ​ຍ ​ໃຫ້​ຮູ້​ວ່າ:

        “ສຳລັບ​ນ້ອງ​ແລ້ວ, ຄວາມ​ຕົກສະ​ເງີ້​ແມ່ນ​ ພາສາ​ອິນ​ໂດ​ເນ​ເຊຍ ຍ້ອນ​ວ່າ ​ແຕ່​ກ່ອນ​ນ້ອງບໍ່​ເຄີຍຮັບ​ຟັງ​ພາສາ​ອິນ​ໂດ​ເນ​ເຊຍ​ຈັກ​ເທື່ອ, ​ເມ່ືອ​ມາ​ແຫ່ງ​ນີ້ ​ເຫັນ​ວ່າ ພວກ​ອ້າຍ​ເອື້ອຍ​ຊາວ​ຫວຽດນາມ ​ເວົ້າ​ພາສາ​ອິນ​ໂດ​ເນ​ເຊຍ​ຢ່າງ​ລ່ຽນ​ໄຫລ, ນ້ອງ​ນິຍົມ​ນັບຖື ​ແລະ ນ້ອງ​ຄິດ​ວ່າ ຕົນ​ເອງຈະ​ພະຍາຍາມ​ຮຳ່ຮຽນ​ເພື່ອ​ສາມາດ​ເວົ້າ​ພາສາ​ອິນ​ໂດ​ເນ​ເຊ​ຍຢ່າງ​ລ່ຽນ​ໄຫລຄື​ແນວ​ນັ້ນ.“

        ຊາວ​ຫວຽດນາມ​ຜູ້​ໃດ​ມີ​ໂອກາດ​ແວ່​ຢາມ​ມະຫາວິທະຍາ​ໄລ President ປະ​ເທດ ອິນ​​ໂດ​ເນ​ເຊຍ ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊີ່ງ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຳ່ຮຽນ​ຢູ່​ທີ່​ນີ້ ກໍ​ຄື​ຄວາມ​ໃກ້ຊິດ​ສະຫນິດສະຫນົມ​ຂອງ​ບັນດາ​ຄູ​ອາຈານ ​ແລະ ນັກ​ສຶກສາ​ອິນ​ໂດ​ເນ​ເຊຍ ພິ​ເສດ ​ແມ່ນ​ນ້ຳ​ໃຈ​ສາມັກຄີ, ມັກ​ຮຳ່​ມັກ​ຮຽນ​ຂອງ​ບັນດາ​ນັກ​ສຶກສາ​ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ. ພວກ​ເພື່ອນ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຂອງ​ການ​ພົວພັນ​ແລກປ່ຽນ​ທາງ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ​​ເວົ້າ​ສະ​ເພາະ, ລະຫວ່າງ ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ​ໃນ​ທ່າ​ອ່ຽງສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ