ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ອົງ​ອາດ​ກ້າ​ແກ່ນ, ຮັກ​ແພງ, ແບ່ງ​ປັນ​ເຊິ່ງ​ກັນ ແລະ ກັນ ທ່າມ​ກາງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນຊຸມວັນນີ້ປະເທດ ອິນໂດເນເຊຍ ພວມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ເມື່ອກາຍເປັນປະເທດທີ່ມີການແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນ ອາຊີໃນລະຫວ່າງຄວາມເປັນ ແລະ ຄວາມຕາຍປະຊາຄົມຊາວ ຫວຽດນາມ ໄດ້ເສີມຂະຫຍາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ອົງອາດກ້າແກ່ນ ບືນຕົວຂຶ້ນໃນທ່າມກາງຂອງໂລກລະບາດ.
ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ອົງ​ອາດ​ກ້າ​ແກ່ນ, ຮັກ​ແພງ, ແບ່ງ​ປັນ​ເຊິ່ງ​ກັນ ແລະ ກັນ ທ່າມ​ກາງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາຍຫຼັງທີ່ປິ່ນປົວຫາຍດີ, ເອື້ອຍ ເວິນແອັງ, ພະນັກງານກຸ່ມບໍລິສັດ Kanguru ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 

ເອື້ອຍ ເວິນແອັງ, ພະນັກງານກຸ່ມບໍລິສັດ Kanguru, ດຳລົງຊີວິດຢູ່ນະຄອນຫຼວງ ຈາກາຕາ ເຊິ່ງເປັນນະຄອນທີ່ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດໃນທົ່ວປະເທດ ອິນໂດເນເຊຍ,  ເປັນໜຶ່ງໃນບັນດາຊາວ ຫວຽດນາມ ທີ່ມີຄວາມອົງອາດກ້າແກ່ນ ສືບຕໍ່ຢູ່ຕໍ່ຈຸດໃຈກາງຂອງໂລກລະບາດໂຄວິດ - 19. ເຖິງວ່າ ເອື້ອຍກໍມີຄວາມລະມັດລະວັງ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດແລ້ວກໍ່ຕາມ ແຕ່ເອື້ອຍກໍບໍ່ສາມາດຫຼີກລ້ຽງການຖືກຕິດເຊື້ອພະຍາດໂຄວິດ - 19 ໄດ້ ເມື່ອດຳລົງຊີວິດໃນວົງຄະນະຍາດທີ່ມີ ພົນລະເມືອງຂອງນະຄອນ ກວ່າ 50% ຖືກຕິດເຊື້ອພະຍາດດັ່ງກ່າວ ແລະ 85% ຈຳນວນຜູ້ຕິດເຊື້ອດັ່ງກ່າວ ແມ່ນຕ້ອງປະຕິບັດການແຍກຕົວຢູ່ເຮືອນພັກສ່ວນຕົວ. ເຖິງຢ່າງໃດກໍຕາມ, ເອື້ອຍກໍຮູ້ສຶກວ່າ ຕົນເອງມີຄວາມໂຊກດີທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ. ເອື້ອຍ ເວິນແອັງ ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກວ່າໂຊກດີຫຼາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຈາກປະຊາຄົມຊາວ ຫວຽດນາມ ແລະ ຈາທາງບໍລິສັດຂອງຕົນ. ບັນດາພະນັກງານສະຖານທູດ ຫວຽດນາມ ກໍໄດ້ໃຫ້ຄໍປຶກສາ ແລະ ແບ່ງປັນຂໍ້ມູນຂ່າວທີ່ເປັນປະໂຫຍດຫຼາຍຢ່າງ ຊ່ວຍໃຫ້ຂ້າພະເຈົ້າສາມາດຕິດຕໍ່ກັບແພໝໍ ແລະ ໂຮງໝໍໃນໄລຍະທີ່ຫຍຸ້ງຍາກນີ້. ໄປຄຽງຄູ່ກັນນັ້ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ກໍໃຫ້ຄວາມອົບອຸ່ນ, ຄວາມຮັກແພງ ແລະ າກຢຸກຢາ ກໍຄືເຄື່ອງຂອງທີ່ຈຳເປັນຫຼາຍຢ່າງມາໃຫ້ຂ້າພະເຈົ້າ. ບັນດານ້ຳໃຈເຫຼົ່ານັ້ນ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈກວ່າ ແລະ ຢຶດໝັ້ນເອົາຊະນະເຊື້ອພະຍາດໂຄວິດ - 19, ສືບຕໍ່ເຮັດວຽກ ແລະ ດຳລົງຊີວິດໃນໄລຍະນີ້”.

ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອິນ​ໂດ​ເນ​ເຊຍ ອົງ​ອາດ​ກ້າ​ແກ່ນ, ຮັກ​ແພງ, ແບ່ງ​ປັນ​ເຊິ່ງ​ກັນ ແລະ ກັນ ທ່າມ​ກາງ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕິດຕໍ່ພົວພັນຖາມຂ່າວຊາວຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ

ສະພາບຂອງເອື້ອຍ ເວິນແອັງ ກໍແມ່ນສະພາບຂອງຊາວ ຫວຽດນາມ ຫຼາຍຄົນທີ່ພວມດຳລົງຊີວິດຢູ່ ອິນໂດເນເຊຍ ໃນຕອນນີ້. ດ້ວຍທິດນຳທີ່ວ່າ ເອົາໃຈໃສ່ເຖິງປະຊາຄົມ, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ຢູ່ຈຸດໃຈກາງໂລກລະບາດຢ່າງສຸດຂີດ, ນັບແຕ່ໄລຍະໂລກລະບາດແຜ່ລະບາດໃໝ່ໆ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຜັນຂະຫຍາຍມາດຕະການຈຳນວນໜຶ່ງເພື່ອປົກປ້ອງພົນລະເມືອງ. ທ່ານ ດັ້ງຈ້ອງອານ, ເລຂາທີສອງ ຮັບຜິດຊອບວຽກງານປະຊາຄົມ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຮູ້ວ່າ:

ທີໜຶ່ງແມ່ນ, ສະຖານທູດ ໄດ້ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ອິນໂດເນເຊຍ, ສະເໜີໃຫ້ຝ່າຍ ອິນໂດເນເຊຍ ສ້າງເງື່ອນໄຂຮັບປະກັນຄວາມປອດໄພ ໃຫ້ແກ່ພົນລະເມືອງ ຫວຽດນາມ ໃນບໍລິເວນ ໃນໄລຍະເກີດໂລກລະບາດ. ທີສອງແມ່ນ, ສະຖານທູດ ສືບຕໍ່ຮັກສາການໃຫ້ຄຳຶກສາຜ່ານໂທລະສັບສາຍດ່ວນ ເພື່ອປົກປ້ອງພົນລະເມືອງ, ພິເສດແມ່ນກ່ຽວຂ້ອງເຖິງບັນຫາໂລກລະບາດ. ນອກຈາກນັ້ນ, ຜ່ານບັນດາສະມາຄົມ, ສະໂມສອນຕ່າງ ພວກຂ້າພະເຈົ້າກໍກຳໄດ້ສະພາບການຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທ້ອງຖິ່ນແຫ່ງຕ່າງໆຂອງ ອິນໂດເນເຊຍ, ຜ່ານນັ້ນໄດ້ແຈ້ງສະພາບການ ແລະ ໃຫ້ຄຳແນະນຳພົນລະເມືອງ ກ່ຽວກັບວິທີເບິ່ງແຍງຮັກສາສຸຂະພາບ, ມາດຕະການປ້ອງກັນຕ້ານໂລລະບາດຂອງປະເທດປະຈຳຖິ່ນພ້ອມກັນນັ້ນ ກໍກຳໄດ້ຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ. ທີສາມແມ່ນ, ຍ້ອນຊາວ ຫວຽດນາມ ອາໄສຢູ່ທີ່ນີ້ມີຄວາມສ່ຽງຕິດເຊື້ອໄວຣັດສູງ, ສະນັ້ນ, ພວກຂ້າພະເຈົ້າ ກໍຕິດຕາມສະພາບການຂອງປະຊາຄົມຊາວ ຫວຽດນາມ ຢ່າງໃກ້ຊິດ, ມີການຕິດຕໍ່ຢື້ຢາມຖາມຂ່າວ, ໃຫ້ຄຳແນະນຳ ແລະ ຊ່ວຍຕິດຕໍ່ກັບແພດໝໍ ອິໂດເນເຊຍ ແລະ ຫວຽດນາມ ເພື່ອໄດ້ຮັບຄຳປຶກສາຢ່າງທັນການ”.

ພ້ອມກັບຄວາມເອົາໃຈໃສ່ຂອງລັດ, ລັດຖະບານ, ສະຖານທູດ ຫວຽດນາມ ໄດ້ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຈັດຖ້ຽວບິນ 5 ຖ້ຽວສົ່ງພົນລະເມືອງ ຫວຽດນາມ 700 ຄົນ ເຊິ່ງນອນໃນເປົ້າໝາຍບຸລິມະສິດ ກັບຄືນເມືອປະເທດໃນໄລຍະເກີດໂລກລະບາດ. ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະສືບຕໍ່ຈັດຕັ້ງບັນດາຖ້ຽວບິນຕ່າງໆ ເພື່ອສົ່ງຜູ້ທີ່ຖືກຕິດຄ້າງຢູ່ ອິນໂດເນເຊຍ ກັບຄືນເມືອປະເທດ ເມື່ອເງື່ອນໄຂອຳນວຍຄວາມສະດວກ. ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍສະເໜີໃຫ້ລັດຖະບານ ອິນໂດເນເຊຍ ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ທີ່ນີ້ ໄດ້ສຳຜັດກັບການສັກວັກຊິນກັນພະຍາດໂຄວິດ - 19.

ບໍ່ພຽງແຕ່ມີຈິດໃຈໝັ້ນແກ່ນ ແລະ ພ້ອມກັນແບ່ງປັນຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດເທົ່ານັ້ນ, ຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ ຍັງມີກິດຈະກຳທີ່ແທດຈິງຫຼາຍຢ່າງ ປະກອບສ່ວນໃຫ້ແກ່ວິວັດທະນາການຕ້ານໂລກລະບາດໂຄວິດ - 19 ຂອງປະເທດປະຈຳຖິ່ນອີກດ້ວຍ. ພາຍຫຼັງທີ່ໂລກລະບາດແຜ່ລະບາດຢູ່ ອິນໂດເນເຊຍ ໃນເດືອນມີນາ ປີ 2020, ບໍລິສັດ ອຽວ ໄຊງ່ອນ Group ທີ່ມີສຳນັກງານຕັ້ງຢູ່ ຈາກາຕາ ເຊິ່ງມີເຈົ້າຂອງບໍລິສັດແມ່ນຊາວ ຫວຽດນາມ ໄດ້ຈັດລາຍການ “ຄວາມຮັກຂອງພວກຂ້າພະເຈ້າທີ່ມີຕໍ່ເພື່ອນ” ໃນທັນທີ. ໃນລາຍການດັ່ງກ່າວ ມີເຂົ້າຈີ່ ຫວຽດນາມ ກວ່າ 1.000 ກ້ອນ ໄດ້ສົ່ງໄປຍັງໂຮງໝໍແຫ່ງຕ່າງໆ ທີ່ປະຕິບັດການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ນະຄອນຫຼວງ ຈາກາຕາ ເພື່ອມອບໃຫ້ຖັນແຖວແພດໝໍ, ພະຍາບານ - ບຸກຄົນທີ່ຢູ່ແນວໜ້າຕ້ານໂລກລະບາດຢູ່ ອິນໂດເນເຊຍ. ໃນການແຜ່ລະບາດໂລກລະບາດໂຄວິດ - 19 ຮອບທີ 2 ນີ້, ເຖິງວ່າ ຖືກຜົນກະທົບຢ່າງໜັກໜ່ວງ ເນື່ອງຈາກລັດຖະບານ ອິນໂດເນເຊຍ ປະຕິບັດບັນດາມາດຕະການລອກດາວ, ຈຳກັດບໍລິເວນ ອັນໄດ້ເຮັດໃຫ້ລາຍຮັບຂອງບໍລິສັດດັ່ງກ່າວຫຼຸດລົງເຖິງ 75% ກໍຕາມ, ແຕ່ຍ້ອນມີຄວາມເຂົ້າອົກເຂົ້າໃຈ ຕໍ່ຄວາມຫຍຸ້ງຍາກລຳບາກ ແລະ ຄວາມອັນຕະລາຍ ເຊິ່ງກຳລັງແພດໝໍ ນະຄອນຫຼວງ ຈາກາຕາ ພວມປະເຊີນໜ້າ, ບໍລິສັດ ອຽວ ໄຊງ່ອນ Group ຍັງສືບຕໍ່ປະຕິບັດວຽກງານການກຸສົນ, ເຮັດຂອງກິນແລ້ວສົ່ງໄປໃຫ້ບັນດາແພດໝໍ, ພະຍາບານ ເພື່ອຕໍ່ກຳລັງແຮງໃຫ້ເຂົາເຈົ້າ ສືບຕໍ່ປະຕິບັດໜ້າທີ່ຕ້ານໂລກລະບາດ. ທ່ານນາງ ເລທິຕວຽດມາຍ, ຜູ້ອຳນວຍການບໍລິສັດ ອຽວ ໄຊງ່ອນ Group ແບ່ງປັນວ່າ:

ໃນເບື້ອງຕົ້ນ, ພວກຂ້າພະເຈົ້າລົງທະບຽນສົ່ງເຂົ້າໃຫ້ແກ່  ໂຮງໝໍ 10 ແຫ່ງດ້ວຍຈຳນວນ 100 ກ່ອງໃຫ້ແຕ່ລະແຫ່ງ ເຊິ່ງລວມມີ ເຂົ້າປຽກເຂົ້າ, ເຂົ້າຈີ່, ເຂົ້າລາດໜ້າໂດຍທາງຮ້ານອາຫານຂອງພວຂ້າພະເຈົ້າເຮັດເອງ. ປັດຈຸບັນ, ບັນດາກ່ອງເຂົ້າເຫຼົ່ນັ້ນ ແມ່ນສະຫງວນໃຫ້ແກ່ຖັນແຖວແພດໝໍ, ພະຍາບານ, ຖ້າຫາກວ່າ ມີເງື່ອນໄຂສະດວກກວ່າອີກ, ຂ້າພະເຈົ້າຈະມອບເຂົ້າໃຫ້ທັງຄົນເຈັບອີກດ້ວຍ”.

ຮູບພາບແພດໝໍຈັບເອົາກ້ອນເຂົ້າຈີ່ ຫວຽດນາມ ຫຼື ພວມຮັບປະທານຖ້ວຍເຝີທີ່ຍັງຮ້ອນໆ ໃນບັ້ນຕໍ່ສູ້ລະຫວ່າງຄວາມເປັນກັບຄວາມຕາຍ, ພ້ອມດ້ວຍຮູບພາບບັນດາພໍ່ຄົວແມ່ຄົວ ນຸ່ງຊຸດປ້ອງກັນ ພ້ອມກັນກະກຽມແຕ່ລະກ່ອງເຂົ້າ ເພື່ອມອບໃຫ້ບັນດາແພດໝໍຢູ່ໂຮງໝໍແຫ່ງຕ່າງໆຢູ່ ຈາກາຕາ ແມ່ນຮູບພາບທີ່ເຕັມໄປດ້ວຍຄວາມເມດຕາປານີ. ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຕໍ່ກຳລັງແຮງໃຫ້ແກ່ບັນດານັກຮົບຊຸດຂາວເທົ່ານັ້ນ, ບໍລິສັດ ອຽວ ໄຊງ່ອນ Group ຍັງແຈກຢາຍເຂົ້າສານຟີຼິໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ ຈາກາຕາ ອີກດ້ວຍ. ທັງຕ້ອງປ້ອງກັນ, ຕ້ານໂລກລະບາດ, ທັງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ ທັງປະກອບສ່ວນຫຼາຍກິດຈະກຳ ທີ່ມີຄວາມໝາຍໃຫ້ແກ່ປະເທດປະຈຳຖິ່ນ, ບໍລິສັດ ອຽວ ໄຊງ່ອນ Group ຍັງແຜ່ກະຈາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວ ຫວຽດນາມ ອີກດ້ວຍ.

ໃນໄລຍະເກີດໂລກລະບາດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ ມີພຽງແຕ່ປະມານ 300 ຄົນ ດຳລົງຊີວິດຢູ່ບັນດານະຄອນໃຫຍ່ຄື ນະຄອນຫຼວງ ຈາກາຕາ, Yogyakata, Bali, Bandung ແລະ ບັນດາເຂດໃກ້ຄຽງ.  ດ້ວຍຄວາມອົງອາດກ້າແກ່ນ, ການແບ່ງປັນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຄວາມເມດຕາປານີ, ຫວັງວ່າ ປະຊາຄົມຊາວ ຫວຽດນາມ ທີ່ພວມຢູ່ຈຸດໃຈກາງຂອງໂລກລະບາດໂຄວິດ - 19 ນີ້ ຈະຜ່ານຜ່າໄລຍະຫຍຸ້ງຍາກນີ້ ແລະ ເອົາຊະນະຕໍ່ໂລກລະບາດ, ສາມາດສືບຕໍ່ເຮັດວຽກ, ດຳລົງຊີວິດຢູ່ ອິນໂດເນເຊຍ./.

ຕອບກັບ

ຂ່າວ/ບົດ​ອື່ນ