ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ຊຽນ ແລະ ຄວາມ​ຫວັງ​ສຳລັບ​ປີ​ໃໝ່ 2023

(VOVWORLD) -ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຊາວຫວຽດນາມ ອາໄສຢູ່ຫຼາຍທີ່ສຸດ, ສ່ວນຫຼາຍແມ່ນເຕົ້າໂຮມຢູ່ບັນດາປະເທດບ້ານໃກ້ເຮືອນຄຽງຄື: ກຳປູເຈຍ, ລາວ, ໄທ. ໃນຊຸມປີທີ່ຜ່ານມາ, ມີຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນຫຼາຍຄົນ ບໍ່ພຽງແຕ່ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດປະຈຳຖິ່ນເທົ່ານັ້ນ, ຫາກຍັງແມ່ນທູດຂອງນ້ຳໃຈມິດຕະພາບ, ໂຄສະນາຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດໃນພາກພື້ນອີກດ້ວຍ. ໃນບັນຍາກາດອັນຄຶກຄື້ນມ່ວນຊື່ນຂອງຊຸມວັນຕົ້ນລະດູບານໃໝ່, ເຊີນທ່ານຜູ້ຟັງພົບປະ ແລະ ຮັບຟັງການແບ່ງປັນຂອງຊາວຫວຽດນາມດີເດັ່ນຈຳນວນໜຶ່ງຢູ່ບັນດາປະເທດອາຊຽນກ່ຽວກັບຄວາມຫວັງໃນປີໃໝ່ 2023.

ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ຊຽນ ແລະ ຄວາມ​ຫວັງ​ສຳລັບ​ປີ​ໃໝ່ 2023 - ảnh 1ທ່ານໝໍເລບ໊າຮຸ່ງ

ປັດຈຸບັນ, ຮ້ານອາຫານ VT ແໜມເນືອງ ມີຜູ້ເຮັດວຽກຢູ່ອຸດອນທານີ ປະມານ 500 ຄົນ, ສ່ວນແຂວງຕ່າງໆລວມທັງໝົດແມ່ນກ່ວາ 1000 ຄົນ. ທາງບໍລິສັດ ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວອຸດອນທານີ ແລະ ເຂດໃກ້ຄຽງ ດ້ວຍການຊື້ຜັກ, ໝາກກວ້ຍ, ໝາກເຟືອງໂດຍເຂົາເຈົ້າປູກ. ກ່ຽວກັບການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຈະມາເຖິງ ຂ້າພະເຈົ້າຫວັງວ່າ ຈະເປີດຮ້ານຢູ່ ຫວຽດນາມ, ຈາກຫວຽດນາມ ຈະສົ່ງອອກໄປຍັງຕ່າງປະເທດ. ຂ້າພະເຈົ້າໄດ້ຊອກຫາຄູ່ຮ່ວມມືຢູ່ ຫວຽດນາມ ແຕ່ດົນແລ້ວ ແຕ່ຕ້ອງຢຸດຊົ່ວຄາວຍ້ອນພະຍາດໂຄວິດ - 19, ດຽວນີ້ຈຶ່ງຊອກຫາຄືນໃໝ່.

ນັ້ນແມ່ນຄຳແບ່ງປັນຂອງທ່ານ ໂຮ່ວັນເລິມ (ຊື່ໄທແມ່ນ ທອງ ກຸນທັງວະວັດ), ເຈົ້າຂອງລະບົບຮ້ານອາຫານແໜມເນືອງ VT ແໜມເນືອງ ທີ່ມີຊື່ສຽງໃນທົ່ວປະເທດໄທ. ໂດຍໄດ້ກຳເນີດ ແລະ ເຕີບໂຫຍ່ຢູ່ໄທ, ແຕ່ເລີ່ມຈາກຄວາມຮັກທີ່ພິເສດຕໍ່ອາຫານການກິນ ຫວຽດນາມ, ບວກກັບເຄັດລັບຂອງພໍ່ປູ່ທີ່ເປັນພໍ່ຄົວໃນວັງໃນສະໄໝລາດຊະວົງ ຫງວຽນ ຖ່າຍທອດໃຫ້, ທ່ານ ເລິມ ໄດ້ເຮັດໃຫ້ເຍື່ອງອາຫານ ແໜມເນືອງ ຂອງເມືອງເກົ່າເຫ້ວກາຍເປັນເຍື່ອງອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບ ບໍ່ພຽງແຕ່ສຳລັບປະຊາຊົນເທົ່ານັ້ນ ຫາກຍັງຂອງພະບໍລົມວົງສານຸວົງໄທອີກດ້ວຍ. ປັດຈຸບັນ, ນອກຈາກຮ້ານອາຫານຢູ່ແຂວງ ອຸດອນທານີ, VT ແໜມເນືອງ ຍັງເປີດຮ້ານອາຫານ ຢູ່ 39 ແຂວງ, ນະຄອນໃນທົ່ວປະເທດໄທ ແລະ ໄດ້ສົ່ງອອກໄປຍັງສິງກະໂປ, ຍີ່ປຸ່ນ, ຮົ່ງກົງອີກດ້ວຍ. ທ່ານ ເລິມ ໃຫ້ຮູ້ວ່າ:

ໃນປີ 2023 ຫວັງວ່າ ການນຳລັດຖະບານ ລັດ ຈະໜູນຊ່ວຍຫຼາຍກ່ວາອີກ ເພື່ອນຳຜະລິດຕະພັນ ຫວຽດນາມ ສົ່ງອອກໄປຍັງໄທ. ປັຈຸບັນ, ຜະລິດຕະພັນຂອງໄທສົ່ງອອກໄປຍັງ ຫວຽດນາມ ກໍ່ມີຫຼາຍແລ້ວ. ຫວັງວ່າບັນດາຜະຕິດຕະພັນຂອງບໍລິສັດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ຈະສົ່ງອອກໄປໄທຫຼາຍກ່ວາອີກ. ສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຍາມໃດກໍ່ກຽມພ້ອມເພື່ອນຳຜະລິດຕະພັນ ຫວຽດນາມ ເຂົ້າມາຂາຍໃຫ້ແກ່ຊາວໄທ ແລະ ຊາຫວຽດນາມຢູ່ໄທ.

ໂດຍຕ່າງກັນກັບສະພາບການຂອງເຈົ້າຂອງບໍລິສັດ VT ແໜມເນືອງ ໂຮ່ວັນເລິມ, ທ່ານໝໍ ເລບ໊າຮຸ່ງ, ຊາວຫວຽດນາມ ອາໄສຢູ່ ກຳປູເຈຍ, ເຖິງວ່າບໍ່ໄດ້ກຳເນີດ ແລະ ເຕີບໂຕຢູ່ປະເທດກຳປູເຈຍ, ແຕ່ທ່ານຍັງຕັດສິນໃຈກໍ່ຮ່າງສ້າງຕົວຢູ່ດິນແດນແຫ່ງນີ້ ໃນໂອກາດໄດ້ມາປິ່ນປົວພະຍາດໃຫ້ແກ່ຄົນທີ່ຮູ້ຈັກ ກ່ອນນີ້ 16 ປີ. ຫຼາຍປີຜ່ານມາ, ໂຮງໝໍຂອງທ່ານໝໍຊາວຫວຽດນາມ ເລບ໊າຮຸ່ງ ໄດ້ນຳມາເຊິ່ງຄວາມດີໃຈໃຫ້ຄົນເຈັບນັບພັນຄົນ, ໃນນັ້ນມີຄົນເຈັບຫຼາຍຄົນປະສົບກັບຄວາມຫຍຸ້ງຍາກ. ທ່ານໝໍ ຮຸ່ງ ແບ່ງປັນວ່າ:

ໃນປີ 2023 ນີ້, ທຳອິດແມ່ນຈະປັບປຸງ, ຫັນເຄື່ອງຈັກເປັນທັນສະໄໝ, ຄື ສ້ອມແປງ, ຍົກລະດັບລະບົບສ່ອງໄຟຟ້າ, ປ່ຽນລະບົບວິໄຈເລືອດໃໝ່, ຫັນຕາມມາດຖານຂອງໂຮງໝໍ Pasteur ນະຄອນໂຮ່ຈີມິນ. ທີສອງແມ່ນ ຈ້າງຜູ້ໃຫ້ຄຳປຶກສາຄັ້ງທີສອງ ກໍ່ສ້າງພື້ນຖານກ່ຽວກັບຂັ້ນຕອນ, ການນຳໃຊ້ເຕັກນິກດີຈີຕອນ ແລະ ພັດທະນາວິຊາສະເພາະຕ່າງໆທີ່ເປັນທ່າແຮງຂອງຕົນ. ກ່ຽວກັບຄຸນນະພາບ, ຕ້ອງເລືອກເອົາບຸກຄະລາກອນຢ່າງເຂັ້ມງວດ. ທ່າໝໍຕ້ອງເຮັດຫຍັງໄດ້ແດ່, ພະຍາບານຕ້ອງເຮັດຫຍັງໄດ້ແດ່ ແມ່ນລ້ວນແຕ່ປະຕິບັດຕາມມາດຖານ. ປັດຈຸບັນ ພະນັກງານຊາວກຳປູເຈຍ ກວມເອົາ 83%. ບັນດາທ່ານໝໍທຸກຄົນລ້ວນແຕ່ຮຽນຢູ່ ຫວຽດນາມ ຢູ່ບັນດາມະຫາວິທະຍາໄລຄື: ມະຫາວິທະຍາການແພດ ໄທບິ່ງ, ມະຫາວິທະຍາໄລການແພດ ຈ່າວິງ.

ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະ ນັບທັງປະຊາຊົນລາວ, ເມື່ອເວົ້າເຖິງຊື່ ຮຸ່ງ “ເຫຼັກ”, ຜູ້ໃດກໍ່ຮູ້ໝົດ. ນັ້ນແມ່ນຊື່ທີ່ຕິດພັນກັບທ່ານ ຟ້າມວັນຮຸ່ງ (ຊື່ລາວແມ່ນ ຄຳຮຸ່ງ ໄຊຈະເລີນ), ຜູ້ອຳນວຍການ ໂຮງງານຄໍາຮຸ່ງ ໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ, ໂຮງງານຜະລິດເຫຼັກສຳເລັດຮູບ ໃຫຍ່ທີ່ສຸດໃນລາວ ດ້ວຍຮ້ານຈຳໜ່າຍໃຫຍ່ 14 ແຫ່ງຢູ່ບັນດາແຂວງ, ນະຄອນ. ເຖິງວ່າໄດ້ກາຍເປັນເສດຖີຂະແໜງເຫຼັກກ້າແລ້ວກໍ່ຕາມ, ແຕ່ນັກທຸລະກິດ ຟ້າມວັນຮຸ່ງ ຍາມໃດກໍ່ມີຄວາມຫວັງປະກອບສ່ວນໃຫ້ແກ່ປະເທດລາວຫຼາຍກ່ວາອີກ ກໍ່ຄືປະກອບສ່ວນສ້າງປະຊາຄົມຊາວຫວຽດນາມອາໄສຢູ່ລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ກາຍເປັນຂົວເຊື່ອມຕໍ່ໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ທ່ານໃຫ້ຮູ້ວ່າ:

ຂ້າພະເຈົ້າກັບເມືອຫວຽດນາມ ແລະ ເຫັນວ່າ ຫວຽດນາມ ມີການພັດທະນາຫຼາຍຢ່າງ. ມີຕຶກອາຄານສູຫຼາຍແຫ່ງ, ຖະໜົນຫົນທາງ, ພື້ນຖານໂຄງລ່າງມີການພັດທະນາຫຼາຍວ່ເມື່ອທຽບໃສ່ກັບເມື່ອກ່ອນ. ການຄົມມະນາຄົມເດີນທາງໄປມາ ກໍ່ມີຄວາມສະດວກ. ຫວຽດນາມ ແລະ ລາວແມ່ນສອງປະເທດ ຮ່ວມຂຸມຄອງດຽວກັນໃນສະໄໝສົງ, ປັດຈຸບັນແມ່ນສະໄໝສັນຕິພາບ, ຫວຽດນາມ ມີການພັດທະນາຄືແນວນັ້ນ, ດັ່ງນັ້ນ ພວກຂ້າພະເຈົ້າທີ່ດຳລົງຊີວິດຢູ່ລາວ ກໍ່ມີຄວາມຫວັງຢ່າງຍິ່ງວ່າ ສອງພັກ, ສອງລັດ ຍາມໃດກໍ່ຈະໜູນຊ່ວຍລາວ ກໍ່ຄືພັດທະນາສອງປະເທດ ພ້ອມກັນກ້າວເດີນໄປສູ່ສັງຄົມນິຍົມຢ່າງໝັ້ນແກ່ນ.

ຊາວ​ຫວຽດ​ນາມອາ​ໄສ​ຢູ່ອາ​ຊຽນ ແລະ ຄວາມ​ຫວັງ​ສຳລັບ​ປີ​ໃໝ່ 2023 - ảnh 2ນັກທຸລະກິດໂຮ່ວັນເລິມ

ຍາມໃດອາຊຽນກໍ່ແມ່ນຈຸດສຸມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໄດ້ຮັບການປັບປຸງ ແລະ ເພີ່ມທະວີໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ເພື່ອບັນລຸໄດ້ຜົນສຳເລັດນີ້ ແມ່ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດາແບບຢ່າງທີ່ດີເດັ່ນຄືນັກທຸລະກິດ ໂຮ່ວັນເລິມ, ທ່ານໝໍ ເລບ໊າຮຸ່ງ ແລະ ນັກທຸລະກິດ ຟ້າມວັນຮຸ່ງ. ເຂົາເຈົ້າຍັງໄດ້ອຸທິດສ່ວນທັງເວັນທັງຄືນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຜ່ານນັ້ນ ກໍ່ຢັ້ງຢືນໄດ້ເຖິງຄຸນຄ່າ, ຄຸນທາດອັນດີງາມຂອງ ຊາວຫວຽດນາມ ກັບເພື່ອນມິດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ