(vovworld)- ໂດຍແມ່ນນັກຮຽນເກັ່ງຮອບດ້ານຢ່າງລຽນຕິດໃນໄລຍະ 10 ປີ ດ້ວຍຄະແນນສະເລ່ຍແຕ່ລະປີ ແມ່ນ 9,5 ຂຶ້ນໄປ. ນັ້ນແມ່ນໝາກຜົນການຮ່ຳຮຽນຂອງ ດວານຫນືງອກລີງ, ນັກຮຽນດີເດັ່ນຂອງ ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫງວຽນເຕີດແທ່ງ ແຂວງ ກອນຕູມ. ຫວ່າງແລ້ວນີ້, ດວານຫນືງອກລີງ ເປັນກຽດແມ່ນຫນຶ່ງໃນຈຳນວນນັກຮຽນ ຫວຽດນາມ 8 ຄົນໄດ້ຮັບທຶນການສຶກສາປະຈຳປີຂອງອາຊຽນ, ໂດຍກະຊວງສຶກສາ ສິງກະໂປ ອຸປະຖຳໃນປີ 2016.
![ດວານຫນືງອກນີງ- ນັກຮຽນເກັ່ງຮອບດ້ານໄດ້ຮັບທຶນການສຶກສາອາຊຽນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_11_24/7.jpg)
ດວານຫນືງອກລີງ, ນັກຮຽນໄດ້ຮັບທຶນການສຶກສາອາຊຽນ
ພາບ:baokontum
|
ນັບແຕ່ຄາວຍັງນ້ອຍ, ດວານຫນືງອກລີງ ມີຄວາມຕື່ນຕົວໃນການຮ່ຳຮຽນ ແລະ ມັກຮ່ຳມັກຮຽນ. ຜົນງານການຮຽນໃນໄລຍະ 10 ປີຂອງນ້ອງແມ່ນມີຄວາມປະທັບໃຈທີ່ສຸດ, ກ່ອນນີ້ ນ້ອງເຄີຍໄດ້ຮັບລາງວັນທີ 2 ໃນການເສັງຄະນິດສາດ Olympic ຮ່າໂນ້ຍເປີດກວ້າງ; ຫລຽນຄຳໃນການເສັງພາສາອັງກິດ Olympic ທາງອິນເຕີແນດທົ່ວປະເທດປີ 2014 – 2015; ຫລຽນຄຳວິຊາເຄມີສາດ ປໍ 5 ໃນການເສັງ Olympic 30/4 ປີ 2016. ເມື່ອຕີລາຄາກ່ຽວກັບລູກສິດຂອງຕົນ, ອ້າຍຄູ ຫງວຽນທາຍເຊີນ, ຄູປະຈຳຫ້ອງມໍ 5 ລົງເລິກວິຊາເຄມີສາດ, ໂຮງຮຽນມັດທະຍົມຕອນປາຍລົງເລິກ ຫງວຽນເຕີນແທ່ງ ແຂວງກອນຕູມ ໃຫ້ຮູ້ວ່າ:
“ໃນວິວັດການຮ່ຳຮຽນ, ດວານຫນືງອກລີງ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ແມ່ນນັກຮຽນເກັ່ງທຸກວິຊາ. ບໍ່ພຽງແຕ່ຮຽນເກັ່ງເທົ່ານັ້ນ ດວານຫນືງອກລີງ ຍັງມີນ້ຳໃຈຊ່ວຍເຫລືອໝູ່ເພື່ອນເພື່ອເຮັດໃຫ້ຜົນງານການຮ່ຳຮຽນຂອງ ຫ້ອງຮຽນ ມໍ 5 ລົງເລິກວິຊາເຄມີສາດ ເວົ້າລວມ ແລະ ດວານຫນືງອກລີງ ເວົ້າສະເພາະ ຢືນອັນດັບຫນຶ່ງ ແລະ ອັນດັບ 2 ໃນໂຮງຮຽນ. ນ້ອງດວານຫນືງອກລີງ ມີຄວາມເປັນກຽດທີ່ສຸດໄດ້ຮັບທຶນການສຶກສາ ອາຊຽນ ໃນຄັ້ງນີ້”
ເພື່ອຍາດໄດ້ຜົນງານດີເດັ່ນໃນການຮ່ຳຮຽນ ນັ້ນກໍຍ້ອນການຝືກຝົນຫລໍ່ຫລອມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງ ດວານຫນືງອກລີງ. ຄຽງຂ້າງຄຳຕັກເຕືອນແນະນຳບອກສອນຂອງພໍ່ແມ່, ການສິດສອນຂອງຄູອາຈານ, ການມັກຮ່ຳມັກຮຽນຂອງ ດວານຫນືງອກລີງ ແມ່ນພື້ນຖານໃຫ້ແກ່ຜົນສຳເລັດຂອງນ້ອງປະຈຸບັນ. ນອກຈາກຊົ່ວໂມງຂຶ້ນຫ້ອງແລ້ວ, ດວານຫນືງອກລີງ ຍາມໃດກໍຊອກບັນດາວິທີຮ່ຳຮຽນໃຫມ່ດ້ວຍຕົນເອງ ແລະ ໄດ້ນຳມາເຊິ່ງປະສິດທິຜົນ. ສຳລັບ ວິຊາພາສາອັງກິດ ແລ້ວ, ພ້ອມກັບການແລກປ່ຽນທັກສະໃນການຟັງ, ເວົ້າ, ອ່ານ, ຂຽນ, ແຕ່ລະມື້ ດວານຫນືງອກລີງ ຍັງເພີ່ມຄວາມຮູ້ດ້ວຍວິທີຊົມບັນດາລາຍການສອນພາສາອັງກິດ ທາງໂທລະພາບ, ແຜ່ນ CD ຫລື ຮຽນເອງທາງອິນເຕີແນັດ.
![ດວານຫນືງອກນີງ- ນັກຮຽນເກັ່ງຮອບດ້ານໄດ້ຮັບທຶນການສຶກສາອາຊຽນ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_11_24/5.jpg)
ດວານຫນືງອກລີງ ແລະ ຫົວຫນ້າສະຖານກົງສູນສິງກະໂປ
ຢູ່ ນະຄອນໂຮ່ຈິມີນ
ພາບ:baokontum
|
ເພື່ອຍາດໄດ້ທຶນການສຶກສາປະຈຳປີຂອງ ອາຊຽນ, ດວານຫນືງອກລີງ ໄດ້ເສັງຜ່ານ 3 ວິຊາຄື: ຄະນິດສາດ, ພາສາອັງກິດ, ບົດກວດກາ IQ ແລະ ການສຳພາດ (Interview) ໂດຍກົງດ້ວຍພາສາອັງກິດ ດ້ວຍໝາກຜົນດີເລີດ. ນັບແຕ່ເດືອນ 11/2016 ເປັນຕົ້ນໄປ, ດວານຫນືງອກລີງ ໄດ້ໄປຮຽນຢູ່ໂຮງຮຽນທີ່ຕົນເອງໄດ້ຄັດເລືອກຢູ່ປະເທດສິງກະໂປໃນໄລຍະ 4 , ໃນນັ້ນ 2 ປີແມ່ນຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ແລະ ອີກ 2 ປີ ແມ່ນຮຽນກຽມ ມະຫາວິທະຍາໄລ ດ້ວຍຄ່າຮຽນ, ຄ່າກິນຢູ່ພັກເຊົາ ໂດຍລັດຖະບານ ສິງກະໂປ ອຸປະຖຳ. ດວານຫນືງອກລີງ ໃຫ້ຮູ້ວ່າ:
“ນ້ອງຮູ້ສຶກດີໃຈຫລາຍ ຍ້ອນວ່າຕົນເອງໄດ້ຮັບທຶນການສຶກສາ ອາຊຽນ. ນ້ອງຄິດວ່າ ໄດ້ຮັບໝາກຜົນໃນມື້ນີ້ ກໍຍ້ອນຕົນເອງມີຄວາມມານະພະຍາຍາມໃນການເສັງພາກຮຽນຄັ້ງຕ່າງໆຜ່ານມາ. ທຶນການສຶກສາ ອາຊຽນຈະຊ່ວຍໃຫ້ນ້ອງຫລາຍສິ່ງຫລາຍຢ່າງໃນການຮ່ຳຮຽນ. ນ້ອງຈະພະຍາຍາມຮ່ຳຮຽນໃນໄລຍະ 4 ປີ ທີ່ຮຽນຢູ່ ສິງກະໂປ ເພື່ອເພີ່ມຄວາມຮູ້ຕື່ມອີກ. ຄວາມໄຝ່ຝັນຂອງນ້ອງ ແມ່ນຢາກາຍເປັນທ່ານໝໍ ເພາະອາຊີບນີ້ ນ້ອງມັກທີ່ສຸດ.”
ທຶນການສຶກສາ ອາຊຽນ ໂດຍກະຊວງສຶກສາຂອງສິງກະໂປ ມອບໃຫ້ໄວຫນຸ່ມບັນດາປະເທດ ອາຊຽນ ດ້ວຍຈຸດປະສົງສ້າງກາລະໂອກາດໃຫ້ແກ່ພວກນ້ອງພັດທະນາຄວາມສາມາດບົ່ມຊ້ອນຂອງຕົນກໍຄືປະກອບບັນດາທັກສະສຳຄັນໃນອະນາຄົດ. ນັກຮຽນຫວຽດນາມ 8 ຄົນ ໄດ້ຮັບທຶນການສຶກສາອາຊຽນໃນປີນີ້ ມີກາລະໂອກາດຮ່ຳຮຽນຢູ່ບັນດາໂຮງຮຽນຂອງສິງກະໂປ ໃນໄລຍະ4 ປີ ຈົນເຖິງເວລາໄດ້ຮັບ ໃບ ຢັ້ງຢືນກຽມມະຫາວິທະຍາໄລ ຫລືໄດ້ຮັບຫນັງສືຢັ້ງຢືນ ແລະ ມີເງື່ອນໄຂຄົບຖ້ວນເພື່ອສືບຕໍ່ຮ່ຳຮຽນຕາມບັນດາລາຍການມະຫາວິທະຍາໄລຢູ່ ອັງກິດ, ສິງກະໂປ ແລະ ຫລາຍປະເທດອື່ນໃນໂລກ.
ຍາດໄດ້ທຶນການສຶກສາ ອາຊຽນ ແມ່ນເງື່ອນໄຂທີ່ດີເພື່ອໃຫ້ ດວານຫນືງອກລີງ ສູ້ຊົນບັນລຸໄດ້ຄວາມໄຝ່ຝັນຂອງຕົນ. ດ້ວຍຜົນງານການຮ່ຳຮຽນດີເດັ່ນ ແລະ ຈິດໃຈມັກຮ່ຳມັກຮຽນ, ດວານຫນືງອກລີງ ຈະຍາເ+
ໄດ້ໝາກຜົນການຮ່ຳຮຽນສູງເມື່ອຮ່ຳຮຽນຢູ່ ສິງກະໂປ.