ດ່າ​ໜັງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ໄທ

(VOVWORLD) -ພາຍຫຼັງໄລຍະເວລາກວ່າ 45 ປີ, ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ, ສາຍພົວພັນລະຫວ່າງ ຫວຽດນາມ - ໄທ ໄດ້ພັດທະນາຢ່າງແຮງ, ແທດຈິງໃນທຸກຂົງເຂດ. ໃນໄລຍະຜ່ານມາ, ໄປຄຽງຄູ່ກັບການພັດທະນາການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ ຫວຽດນາມ ພິເສດແມ່ນນະຄອນ ດ່າໜັງ ກັບ ໄທ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸຜົນງານຫຼາຍຢ່າງ. ດ້ວຍບັນດາທ່າໄດ້ປຽບກ່ຽວກັບທີ່ຕັ້ງຍຸດທະສາດ - ຢູ່ຈຸດປາຍທາງຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ແມ່ນສູນເສດຖະກິດຂອງພາກກາງ - ໄຕງວຽນ ຂອງ ຫວຽດນາມ, ດ່າໜັງ ພວມເປັນຈຸດນັດພົບທີ່ໜ້າສົນໃຈສຳລັບນັກລົງທຶນ ແລະ ຄູ່ຮ່ວມມື ໄທ.
ດ່າ​ໜັງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ໄທ - ảnh 1ກອງປະຊຸມສຳມະນາສາກົນ ກ່ຽວກັບການເພີ່ມທະວີໄມຕີຈິດມິດຕະພາບ ແລະ ເຊື່ອມຕໍ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ດ່າໜັບ - ໄທ 

ກ່ຽວກັບຂົງເຂດການຄ້າ, ປັດຈຸບັນ, ດ່າໜັງ ມີວິສາຫະກິດກວ່າ 20 ແຫ່ງ ທີ່ມີການພົວພັນດ້ານການຄ້າໂດຍກົງກັບ ໄທ ເປັນຕົ້ນແມ່ນບໍລິສັດຢາງພາລາ ດ່າໜັງ, ບໍລິສັດ Vinatex, ບໍລິສັດນຳເຂົ້າ  - ສົ່ງອອກພາກກາງ,… ການແລກປ່ຽນການຄ້າລະຫວ່າງ ດ່າໜັງ ແລະ ໄທ ພວມເປັນປົກກະຕິ ບັນລຸສະເລ່ຍ 45 ລ້ານ USD ຕໍ່ປີ. ໃນອາຊຽນ, ໄທ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ ດ່າໜັງ. ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງ ໄທ ແລະ ດ່າໜັງ ຖືກຈັດຂຶ້ນເປັນປະຈຳ ຕົວຢ່າງຄື: ລາຍການເຊື່ອມຕໍ່ການຄ້າແຂວງ ຂອນແກ່ນ, ລາຍການສົ່ງເສີມການຄ້າຢູ່ ອຸດອນທານີ. ມີວິສາຫະກິດຫຼາຍແຫ່ງຂອງ ໄທ ໄດ້ເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວແລວສາກົນຕາເວັນອອກ ຕາເວັນຕົກ - ເຊິ່ງເປັນເຫດການທີ່ຖືກຈັດຂຶ້ນປະຈຳປີຢູ່ ດ່າໜັງ, ເພື່ອຊອກຫາໂອກາດລົງທຶນຢູ່ ດ່າໜັງ. ປັດຈຸບັນ, ມີຜະລິດຕະພັນຕ່າງໆຂອງ ດ່າໜັງ ໄດ້ສົ່ງອອກໄປຍັງປະເທດ ໄທ ຄື ຢ່າງພາລາສຳເລັດຮູບ, ຜະລິດຕະພັນກັ່ນຕອງນ້ຳມັນປີໂຕລຽມ, ດ່າໜັງໄດ້ນຳເຂົ້າວັດຖຸດິບຮັບໃຊ້ຂະແໜງອຸດສາຫະກຳຂອງ ໄທ. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງການຮ່ວມມືໃນຂົງເຂດການຄ້າລະຫວ່າງ ດ່າໜັງ ແລະ ໄທ, ທ່ານ ອຳນາດ ຈຸນລະຈາດ - ທີ່ປຶກສາອັກຄະລັດຖະທູດ, ຫົວໜ້າຫ້ອງການສົ່ງເສີມການລົງທຶນ ໄທ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າຕີລາຄາວ່າ ດ່າໜັງ ແລະ ທ້ອງຖິ່ນຕ່າງໆຂອງ ໄທ ມີຄວາມສາມາດບົ່ມຊ້ອນແມ່ນເຊື່ອມຕໍ່ກ່ຽວກັບ Logistic ເພາະວ່າ ດ່າໜັງ ມີຄວາມສາມາດບົ່ມຊ້ອນກາຍເປັນສູນ Logistic. ເຂດເສດຖະກິດພິເສດຂອງ ໄທ ສາມາດເຊື່ອມຕໍ່ກັບເຂດອຸດສາຫະກຳຂອງ ດ່າໜັງ. ດ່າໜັງ ມີທ່າແຮງກ່ຽວກັບຢາງພາສາ ແລະ ອາໄຫຼ່ລົດໂອໂຕ. ສ່ວນໄທ ມີທ່າແຮງກ່ຽວກັບອຸດສາຫະກຳຢາງພາລາ ແລະ ການປະກອບລົດໂອໂຕ. ພວກເຮົາຄວນເອົາໃຈໃສ່ເຖິງການຊຸກຍູ້ຂົງເຂດນີ້ໃນໄລຍະຈະມາເຖິງ. ໜຶ່ງໃນບັນດາຂົງເຂດຮ່ວມມືລະຫວ່າງສອງຝ່າຍແມ່ນຂົງເຂດອຸດສາຫະກຳເຕັກໂນໂລຢີສູງ.”

ດ່າ​ໜັງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ໄທ - ảnh 2ດ່າໜັງ ໄດ້ເປີດສາຍການບິນ 6 ສາຍໄປຍັງ ບາງກອກ, ຊຽງໃໝ່ (ພາບ: tuoitre.vn)

ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ດ່າໜັງ ແລະ ໄທ ບັນລຸໝາກຜົນຫຼາຍຢ່າງໃນຊຸມປີມໍ່ໆມານີ້. ປີ 2017 ມີແຂກທ່ອງທ່ຽວ ໄທ ປະມານ 22,000 ເທື່ອຄົນມາທ່ຽວ ດ່າໜັງ ເທົ່ານັ້ນ, ແຕ່ຮອດປີ 2019 - ໄລຍະກ່ອນເກີດໂລກລະບາດໂຄວິດ - 19 ຈຳນວນແຂກທ່ອງທ່ຽວໄດ້ເພີ່ມຂຶ້ນທົບ 9 ເທົ່າ. ໄທ ເປັນຕະຫຼາດທ່ອງທ່ຽວຈຸດສຸມໃຫຍ່ອັນດັບທີສາມຂອງ ດ່າໜັງ. ດ່າໜັງ ໄດ້ເປີດສາຍການບິນ 6 ສາຍໄປຍັງ ບາງກອກ, ຊຽງໃໝ່ ຂອງບໍລິສັດການບິນ Vietnam Airlines, Vietjet air,  Air Asia , Bangkok Airways ດ້ວຍຄວາມຖີ່ 56 ຖ້ຽວຕໍ່ອາທິດ. ດ່າໜັງ ມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາການທ່ອງທ່ຽວ. ພະແນກທ່ອງທ່ຽວ ດ່າໜັງ ໄດ້ສົມທົບກັບພະແນກທ່ອງທ່ຽວ ໄທ ຈັດລາຍການແນະນຳສະຖານທີ່ທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວ ຢູ່ ບາງກອກ. ທ່ານນາງ ໂດະທິກວິ່ງເຈິມ - ຮອງຫົວໜ້າຄະນະສົ່ງເສີມແຜນການ ແລະ ການລົງທຶນ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດ່າໜັງ ຕີລາຄາວ່າ:

  “ເຖິງວ່າໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ຂະແໜງການທ່ອງທ່ຽວ ເຮັດໃຫ້ການແລກປ່ຽນແຂກທ່ອງທ່ຽວຖືກຂາດວັກຂາດຕອນໃນກໍ່ຕາມ ແຕ່ການເຊື່ອມຕໍ່ກັບຕະຫຼາດທ່ອງທ່ຽວ ໄທ ຍັງໄດ້ຮັບການຮັກສາ ໂດຍຜ່ານການເຄື່ອນໄຫວຕ່າງໆທີ່ຈັດຂຶ້ນແບບທາງໄກ. ໃນໄລຍະຈະມາເຖິງ, ໄທ ຍັງຄົງແມ່ນຕະຫຼາດຈຸດສຸມ ເຊິ່ງ ດ່າໜັງ ມຸ່ງໄປເຖິງ, ເອົາໃຈໃສ່ເຂົ້າໃນການທ່ອງທ່ຽວຫຼີ້ນ ກອັບ ແລະ ຜັກຜ່ອນບຳລຸງສຸຂະພາບ.”

ການຮ່ວມມືທາງດ້ານການສຶກສາ ແລະ ບຳລຸງສ້າງ ກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງ ດ່າໜັງ ແລະ ຄູ່ຮ່ວມມື ໄທ. ນັບແຕ່ປີ 2004 ມາຮອດປັດຈຸບັນ, ມະຫາວິທະຍາໄລດ່າໜັງ ໄດ້ລົງນາມໃນເອກະສານຮ່ວມມືກວ່າ 20 ສະບັບກັບຮາກຖານການສຶກສາທີ່ມີຊື່ສຽງຂອງໄທ ຄື ມະຫາວິທະຍາໄລ ມະຫິດົນ, ມະຫາວິທະຍາໄລຂອນແກ່ນ, ມະຫາວິທະຍາໄລ ມະຫາສາລະຄາມ… ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນເຊີນ - ຮອງອະທິການບໍດີມະຫາວິທະຍາໄລ ດ່າໜັງ ໃຫ້ຮູ້ວ່າ:

“ທຸກໆປີ, ຈະມີອາຈານສອນພາສາໄທ 1 – 2 ຄົນ ອາສາມາສອນພາສາໄທໃຫ້. ນັບແຕ່ປີ 2005 ມາຮອດປັດຈຸບັນ, ທາງໂຮງຮຽນ ຍັງໄດ້ຮັບການໜູນຊ່ວຍຈາກກົມຮ່ວມມືສາກົນ ກະຊວງການຕ່າງປະເທດ ໄທ ໂດຍຜ່ານການສົ່ງອາສາສະໝັກໄປສອນພາສາ ໄທ, ສະໜອງວັດຖຸອຸປະກອນຕ່າງໆເພື່ອສອນພາສາ ໄທ, ເພື່ອເປີດຫ້ອງເອກະສານ ໄທ, ຮັບໃຊ້ການສຶກສາຮ່ຳຮຽນ, ຊ່ວຍໃຫ້ນັກສຶກສາໃນໂຮງຮຽນ ມີໂອກາດໄດ້ຊອກຮູ້ກ່ຽວກັບພາສາ, ວັດທະນະທຳ ໄທ. ໄປຄຽງຄູ່ກັນນັ້ນ, ການແລກປ່ຽນນັກສຶກສາ ໄທ ໄປຝຶກຫັດຢູ່ ມະຫາວິທະຍາໄລ ດ່າໜັງ ກໍໄດ້ຮັບການຊຸກຍູ້ສົ່ງເສີມ”.

ກ່ຽວກັບຂົງເຂດພົວພັນແລກປ່ຽນປະຊາຊົນ, ສະຫະພັນບັນດາສະມາຄົມມິດຕະພາບ ນະຄອນ ດ່າໜັງ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດ່າໜັງ ແລະ ອົງການ, ຫົວໜ່ວຍຕ່າງໆ ໄດ້ສົມທົບກັນສ້າງຂີດໝາຍຫຼາຍຢ່າງໃນການປະກອບສ່ວນຊຸກຍູ້ ແລະ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນນະຄອນກັບປະຊາຊົນທ້ອງຖິ່ນຕ່າງໆຂອງໄທ, ພົ້ນເດັ່ນແມ່ນ: ລາຍການພົວພັນແລກປ່ຽນມິດຕະພາບ ກັບສະຫະພັນແມ່ຍິງແຂວງ ສະກົນ, ໄທ; ເຫດການຕ່າງໆຄື “ຕະຫຼາດນັດແລກປ່ຽນການຄ້າ ແລະ ງານວາງສະແດງພາບຖ່າຍ ຫວຽດນາມ - ໄທ”; “ກອງປະຊຸມສຳມະນາໂອກາດດຳເນີນທຸລະກິດ ແລະ ການລົງທຶນເຂົ້າ ດ່າໜັງ…

ຄວາມສາມາດບົ່ມຊ້ອນຂອງການຮ່ວມມືລະຫວ່າງ ດ່າໜັງ ແລະ ທ້ອງຖິ່ນ, ຄູ່ຮ່ວມມືຕ່າງໆຂອງ ໄທ ຍັງໃຫຍ່ຫຼວງທີ່ສຸດ, ພິເສດ ເມື່ອດ່າໜັງ ໄດ້ກຳນົດເປົ້າໝາຍກາຍເປັນໜຶ່ງໃນບັນດາສູນເສດຖະກິດ - ສັງຄົມ ຂະໜາດໃຫຍ່ຂອງທົ່ວປະເທດ ແລະ ອາຊີຕາເວັນອອກສ່ຽງໃຕ້. ດ້ວຍທີ່ຕັ້ງພູມີສາດທີ່ສະດວກ, ພື້ນຖານໂຄງລ່າງທັນສະໄໝ ແລະ ຢູ່ປາຍແລວເສດຖະກິດຕາເວັນອອກຕາເວັນຕົກ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ດ່າໜັງ ແລະ ຄູ່ຮ່ວມມືຂອງ ໄທ ຍັງມີໂອກາດຫຼາຍຢ່າງເພື່ອພັດທະນາ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ./.

ຕອບກັບ

ຂ່າວ/ບົດ​ອື່ນ