ຕ້ອນຮັບບຸນປີໃຫມ່ລາວຢູ່ ຮ່າໂນ້ຍ


(vovworld)-“ພວກ​ຂ້າ​ພະ​ເຈົ້າ​ຢາກ​ນຳ​ເອົາວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ລາວ​ມາ​ໃຫ້​ປະ​ຊາ​ຊົນ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາ ລາວ ບໍ່​ມີ​ເງື່ອນ​ໄຂ​ກັບ​ຄືນຕ້ອນ​ຮັບ​ບຸນ​ປີ​ໃຫມ່​​ພ້ອມ​ກັບ​ຄອບ​ຄົວ​ ກໍ​ຄື​ເພື່ອນ​ມິດ ຫວຽດ​ນາມ ຜູ້​ທີ່​ຮັກ​ແພງ​ປະ​ເທດ​ລາວ ມີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ ແລະ ເຊື່ອມ​ຕົວ​​ໃນບັນ​ຍາ​ກາດ​​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ຢ່າງເບິກ​ບ້ານ​ມ່ວນ​ຊື່ນ.” ນັ້ນ​ແມ່ນ​ຄຳ​ແບ່ງ​ປັນ​ຂອງ ອ້າຍ ຜ້າ​ດອນ ອິນ​ສະ​ແຫວງ, ເຈົ້າ​ຂອງ​ຮ້ານ​ອາ​ຫານ​ລາວ ຢູ່ ຮ່າ​ໂນ້ຍ.

       

ຕ້ອນຮັບບຸນປີໃຫມ່ລາວຢູ່ ຮ່າໂນ້ຍ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ລາວ
ພາບ:vov.vn

        ເວ​ລາ 9 ໂມງ 30 ນາ​ທີ​ຂອງ​ຕອນ​ເຊົ້າ​ວັນ​ທີ 12/4, ບັນ​ຍາ​ກາດ​ຢູ່​ຮ້ານ​ອາ​ຫານ​ລາວ ເລກ​ທີ 110 ເກົາ​ໄຢ - ຮ່າ​ໂນ້ຍໄດ້​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນກວ່າ​ທຸກມື້ ເພາະ​ວ່າ ມື້ນີ້ ຮ້ານ​ອາ​ຫານ​ລາວ ໄດ​້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງ​​ໆເພື່ອ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່ ພ​ສ 2558. ໃນ​ເນື້ອ​ທີ່ 1.000 ຕາ​ລາງ​ແມັດ, ​ທັງຢ​ູ​່​ໃນຮ້ານ ແລະ ​ບໍ​ລິ​ເວນອ​ອ້ມ​ຂ້າງ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍດອກ​ໄມ້ ແລະ ປ້າຍ​ໂຄ​ສະ​ນາ​ຢ່າງ​ສວຍ​ງາມ ເຖິງວ່າ​ໂຕະ​ຕັ່ງ​ໄດ້​ຈັດ​ວາງ​ຕື່ມ​ອີກ​ຫລາຍ​ຊຸດ​ກໍ​ຕາມ ແຕ່​ໄດ້​ມີແຂກມານັ່ງເກືອບ​ເຕັມ​ໝົດ ດ້ວຍ 150 ຄົນ.

ຕ້ອນຮັບບຸນປີໃຫມ່ລາວຢູ່ ຮ່າໂນ້ຍ - ảnh 2
ພິ​ທີ​ບາ​ສີ​ສູ່​ຂວັນ
ພາບ:vov.vn

        ເລື່ອງ​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ລາວ​ຢູ່ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ຢູ​່​ຫວຽດ​ນາມ ເວົ້າ​ລ​ວ​ມ ບໍ່​ແມ່ນ​ເລື່ອງ​ແປກ​ປະ​ຫລາດອີກ. ແຕ່​ລະ​ປີ, ເມື່ອ​ບຸນ​ປີ​ໃຫມ່​ລາວ​ວຽນ​ມາ, ບັນ​ດາ​ໂຮງ​ຮຽນ​ທີ່​ມີ​ນັກ​ຮຽນ, ນັກ​ສຶກ​ສາ​ລາວ​​ມາ​ຮຽນ ລ້ວນ​ແຕ່​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່ໃຫ້​ແກ່​ເຂົາ​ເຈົ້າ ດ​້ວຍ​ຫລາຍ​ຮູບ​ການ​​ທີ່ແຕກ​ຕ່າງ​ກັນ. ອ້າຍ ຜາ​ດອນ ອີນ​ສະ​ແຫວງ, ເຈົ້າ​ຂອງ​ຮ້ານ​ອາ​ຫານ​ລາວ ແບ່ງ​ປັນ​ວ່າ: ຈຸດ​ປະ​ສົງ​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປ​ີ​ໃຫມ່​ລາວ​ໃນ​ມື້ນີ້​ດ້ວຍ​ຄວາມ​ຫວັງ​ຢາກ​ສ້າງ​ບັນ​ຍາ​ກາດ​ເພື່ອ​ໃຫ້​ເພື່ອນ​ມິດ​ຮັກ​ແພງ​ປະ​ເທດ​ລາວ ແລະ ບັນ​ດາ​ນັກ​ສຶກ​ສາ​ລາວ​ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມີ​ໂອ​ກາດ​ໄດ້​ພົບ​ປະ, ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ​ລາວ. ນັບ​ແຕ່​ເມື່ອ​ໄດ້​​ເປີດ​ຮ້ານ, ຍາມ​ໃດ​ອ້າຍ​ກໍ​ຢາກ​​ມີ​ແນວ​ຄິດ​ຢາກເຮັດ​ໃຫ້​ຮ້ານ​ອາ​ຫານນີ້​ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ລາວ ຢູ່ ຮ່າ​ໂນ້ຍ.

ສຽງ ຜາ​ດອນ

        ພິ​ທີ​ບາ​ສີ​ສູ່​ຂວັນ​ເພື່ອ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ໄດ້​ເລີ່ມ​ຂຶ້ນ​ໃນ​ເວ​ລາ 11 ໂມງ 30 ນາ​ທີ. ເຈົ້າ​ຂອງ​ຮ້ານ​ອາ​ຫານ​ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ແມ່ນ​ພາ​ກັນ​ນັ່ງ​ນົບ​ອ້ອມ​ພາ​ຂວັນ​ເພື່ອ​ຂໍ​ພອນ ແລະ​ບ​າ​ສີ​ສູ່​ຂວັນ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ລາວ.ເຂົາ​ເຈົ້າ​ຜູ້​ໃດ​ກໍ​ບ່ຽງ​ແພ, ສະ​ເພາະ​ໝໍ​ພອນ​ແມ່ນ​ນຸ່ງ​ຊຸດ​ໂສ້ງ​ເສື້ອ​ສຸ​ພາບ, ບໍ່​ໃສ່​ເກີບ, ບຽງ​ຜ້າ​ສີ​ແດງ​ດ້ວຍ​ລວດ​ລາຍ​ທີ່​ມີ​ສີ​ຫລາກ​ຫລາຍ, ​ນັ່ງ​ຢູ່​ຕໍ່​ຫນ້າພາ​ບາ​ສີ​ສູ່​ຂວັນ​ດ້ວຍ​ໃບ​ຫນ້າ​ເຄັ່ງ​ຂືມ, ມື​ຈັບ​ໄມ້​ເລີ່ມ​ທຳ​ພິ​ທີ​ຂໍ​ພອນ.

     ພາຍ​ຫລັງ​ພິ​ທີ​ບາ​ສີ​ສູ່​ຂວັນ ແມ່ນ​ລາຍ​ການສະ​ແດງ​ສິ​ລະ​ປະ ໂດຍ​ບັນ​ດາ​ນັກ​ສຶກ​ສາ​ລາວ ສະ​ແດງ.  ສາວ​ລາວ 8,9 ຄົນ ຊື່ງ​ແມ່ນ​ນັກ​ສຶ​ກ​ສາ​ລາວ​ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ໃນຊຸດ​ອາ​ພອນ​ພື້ນ​ເມືອງ​ລາວ​ ດ້​ວຍ​ສີ​​ຫລາກ​ຫລາຍ​ງາມ​ຕາຮ້ອຍຍີ້ມ​ທີ່​ນີ່ມ​ນວນ​ອ່ອນ​ຫວານ ສະ​ແດງ​ບັນ​ດາ​ວາດ​ຟ້ອນ​​ພື້ນ​ເມືອງ​ຢ່າງອ່ອນ​ຊ້ອຍ ​ອັນໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ເຂົ້າ​ຮ່ວມ. ພາຍ​ຫລັງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ແມ່ນ​ລາຍ​ການ​ຟ້ອນ​ລຳ​ວົງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສ​ຶກ​ສາ​ລາວ ແລະ ອະ​ດີດ​ນັກ​ສາ​ຫວຽດ​ນາມ ທີ່​ຮ່ຳ​ຮຽນ​ຢູ່​ລາວ.

       

ຕ້ອນຮັບບຸນປີໃຫມ່ລາວຢູ່ ຮ່າໂນ້ຍ - ảnh 3
​ລາຍ​ການຟ້ອນ​ລຳ​ວົງ​ອວຍ​ພອ​ນ​ປີ​ໃຫມ່
ພາບ:vov.vn

        ນີ້ບໍ່​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ລາຍ​ການ​ຟ້ອນ​ລຳ​ວົງ​, ແຕ່ ອ້າຍ ດ​ວ່ານ​ມີງ, ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ​ຮຽນ ຢູ່ ລາວ ຮູ້​ສຶກ​ອາຍ​ຫນ້ອຍ​ຫນຶ່ງ ເພາະ​ວ່າ ດົນ​ແລ້ວ ອ້າຍບໍ່​ໄດ້​ຟ້ອນ​ລຳ​ວົງ​ກັບ​ໝູ່​ເພື່ອນ. ອ້າຍ​ມີງ ໃຫ້​ຮູ້​ວ່າ: ນີ້​ແມ່ນ​​ໂອ​ກາດ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ປະ​ເທດ​ລ້ານ​ຊ້າງ​ທີ່​ສວຍ​ງາມ ຊື່ງ​​ແມ່ນ​ບ່ອນອ້າຍ​ໄດ້​ຮ່ຳ​ຮຽນ ແລະ ອາ​ໄສ​​ມາ​ເປັນ​ເວ​ລາ ເກືອບ 10 ປີ.

        “ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ​ອະ​ດ​ີດ​ນັກ​ສຶກ​ສາ​ຫວຽດ​ນາມ ຮ່ຳ​ຮຽນ​ຢູ່​ລາວ ເຄີຍ​ເຕົ້າ​ໂຮມ​ກັນ​ເພື່ອ​ທົບ​ທວນ​ຄືນ​ຊຸມ​ເດືອນ​ປີ​ທີ່​ຮ່ຳ​ຮຽນ​ຢູ່​ລາວ. ແຕ່​ມື້ນີ້ ຮ້ານ​ອານ​ຫານ​ລາວ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ລາວຢ່າງ​ເບິກ​ບ້ານ​ມ່ວນ​ຊື່ນ ແລະ ເຂັ້ມ​ຂົ້​ນ​ໄປ​ດ້ວຍ​ສີ​ສັນ​ລາວ ໄດ້​ສ​້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ​ທີ່​ສຸດ ກໍ​ຄື​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຄິດ​​ຮອດ​ຄິດ​ເຖິງ​ບັນ​ດາ​ອະ​ນຸ​ສອນ​ໃນ​ໄລ​ຍະ​ທີ່​ໄດ້ຮ່ຳ​ຮຽນ​ຢູ່​ລາວ. ປີ​ຫນ​້າ ຖ້າ​ຮ້ານ​ອາ​ຫານ​ລາວ ຈັດ​ຕັ້ງ​ງານ​ບຸນ​ຄືມື້ນີ້ ແນ່ນ​ອນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ພາ​ໝູ່​ເພື່ອນ​ມາ​ຮ່ວມ​ຫລາຍກວ່າອີກ.”

                ​ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ແລ້ວນັ້ນແມ່​ນ​ຄຳ​ອວຍ​ພອນ​ປີ​ໃຫມ່​ຂອງ​ບັນ​ດາ​ນັກ​ສຶກ​ສາ​ລາວ​ໃນ​ພິ​ທີ​ຫົດ​ນ້ຳ. ເຖິງວ່າ ໂສ້ງ​ເສື້ອ​ຖືກ​ປຽກ​ໝົດ​ກໍ​ຕາມ ແຕ່​ເພື່ອນ​ໄຂ້​ຄຳ ອິນ​ປະ​ສົມ​ບາດ, ນັກ​ສຶ​ກ​ສາ​ປີ​ທີ 2 ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ ແລະ ທໍ​ລະ​ນີ​ສາດ ຮູ້​ສຶກ​ເບິກ​ບ້ານ​ມ່ວນ​ຊື່ນ​ທີ່​ສຸດ.

        ສຽງ ໄຂ້​ຄຳ

        ທຸ​ກ​ຄົນ​​ໄດ້​ພ້ອມ​ກັນຫົດ​ນ້ຳ​, ມັດ​ແຂນອວຍ​ພອ​ນ​ໃຫ້​ກັນ, ​ຮ້ອງ​ເພງຟ້ອນ​ລຳ​ວົງ ແລະ ຮັບ​ປະ​ທານ​ອາ​ຫານ​ພື້ນ​ເມືອງ​ລາວ. ພິ​ທີ​ຕ້ອນ​ຮັບ​ບຸ​ນ​ປີ​ໃຫມ່​ລາວ​ແກ່​ຍາວ​ຮອດ​23 ໂມງ​ກາງ​ຄືນ​ຈຶ່ງ​ອັດ​ລົງ. ເຖິງວ່າ​ກ່ອນນີ້ ແຂກ​ຫລາຍ​ຄົນ​ບໍ່​ລື້ງ​ເຄີຍ​ກັນ ແຕ່​ມາ​ຮ່ວມ​ ​ບຸນ​ປີ​ໃຫມ່ມື້ນີ້ ທຸກ​ຄົນ​​ຮູ​້​ສຶກ​ຄື​ວ່າ​ມີ​ຄວາມໃກ້​ຊິດ​ສະ​ຫນິດ​ສະ​ຫນົມ​ກັນ​ກວ່າ. ບຸນ​ປີ​ໃຫມ່​ລາວ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ປະ​ຊາ​ຊົນ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ​.

ຕອບກັບ

ຂ່າວ/ບົດ​ອື່ນ