ຕ້ອນຮັບບຸນວັນເພງເດືອນ 8 ແລະ ພ້ອມກັນຄົ້ນຫາອາຊີຕາເວັນອອກສຽງໃຕ້

(vovworld)-ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​ນ້ອງ​​ເຍົາວະ​ຊົນ ອະນຸຊົນ ​ແລະ ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍ ​ໃນ​ໂອກາດ​ບຸນ​ວັນ​ເພງ​ເດືອນ 8 ປີ 2013 ເປັນ​ຈຳ​ນວນ​ຫລວງ​ຫລາຍ​ແມ່ນ​ລາຍການ“ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ພ້ອມ​ກັນ​ຄົ້ນ​ຫາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້”. ລາຍການ​ລວມມີ ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ, ​ແນະນຳ​ການ​ລະ​ຫລິ້ນ​ພື້ນ​ເມືອງ ​ແລະ ອາ​ຫານ​ການ​ກິນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໂດຍ​ຫໍພິພິດທະພັນ​ຊົນ​ເຜ່ົາ​ວິ​ທະຍາ​ຫວຽດນາມ ສົມ​ທົບ​ກັບ​ສະຖານທູດບັນດາ​ປະ​ເທດ​ອາ​ຊຽນ ປະ​ຈຳ ຮ່າ​ໂນ້ຍ ​ແລະ ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍຈັດ​ຕັ້ງ​ຂຶ້ນ.

 ຕ້ອນຮັບບຸນວັນເພງເດືອນ 8 ແລະ ພ້ອມກັນຄົ້ນຫາອາຊີຕາເວັນອອກສຽງໃຕ້ - ảnh 1


           ​ເລີ່​ມຕົ້ນລາຍການ“ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ພ້ອມ​ກັນ​ຄົ້ນ​ຫາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້” ​ແມ່ນ​ການສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ຜູ້ຍິງ ​ແລະ ຜູ້​ຊາຍ​ບັນດາ​ເຂດ,ພາກ​ຂອງ​ຫວຽດນາມ, ລາວ, ກຳ​ປູ​ເຈຍ, ຟິລິບ​ປີນ, ບຣູ​ໄນ, ມຽນມາ, ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຕີ​ມໍ​ຕາ​ເວັນ​ອອກ. ສິ່ງ​ພິ​ເສດ, ບັນດາ​ຊຸດ​ອາພອນ​ນີ້​ໂດຍ​ແມ່ນ​ພວກ​ນ້ອງ​ເຍົາວະ​ຊົນ​ຫວຽດນາມ ​ແລະ ນັກ​ສຶກສາ​ບັນດາ​ປະ​ເທດ​ອາ​ຊຽນພວມ​ຮຳ່ຮຽນ​ຢູ່ ຫວຽດນາມ ສະ​ແດງ. ອາພອນ​ແຕ່​ລະ​ຊຸດ​ນັ້ນ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຕັກນິກ​​ການ​ຕັດຫຍິບ, ຖັກ​ແສ່ວ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄຸນຄ່າ​​ວັດທະນະທຳ​ມີ​ມາ​ແຕ່​ດົນ​ນານ​ຂອງ​ບັນດາ​ປະ​ເທດ​ດັ່ງກ່າວ​ອີກ​ດ້ວຍ. ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ຫວຽດນາມ ລວມມີ: ​ຊຸດ​ອາພອນ​ຂອງ​ເຜົ່າ​ກີ​ງ, ​ເຜົ່າ​ມົ້ງ, ​ເຜ່ົາ​ໄທດຳ, ​ເຜົ່າ​ຢາ​ວ​ແດງ. ສ່​ວນຈຸດ​ພົ້ນ​ເດັ່ນ​ຂອງ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງຕີ​ມໍ​ຕາ​ເວັນ​ອອກ ​ແມ່ນ​​ເຄື່ອງ​ສຳອາງ​ຄື​ປອກແຂນ, ປອກ​ຄໍ…​ ພິ​ເສດ ​ແມ່ນ​ມົງກຸດທີ່​ປະດັບ​ປະດາດ​້ວຍ​ຮູບ​​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ. ສ່ວນ​ຊຸດ​ອາພອນ​ຂອງຊາວ​ເຜົ່າ ຢາ​ວາ ຢູ່ ອິນ​ໂດ​ເນ​ເຊຍ ມີ​ລວດລາຍປະດັບ​ປະດາຢ່າງລະ​ອຽດ​ລະ​ອໍ ​ແລະ ສວຍ​ງາມ​​ເປັນ​ຈຳນວນ​ຫລວງຫລາຍ ​ ດ້ວຍ​ເຕັກນິກ​ຖັກ​ແສ່ວ​ ​ແລະ ​ເຕັກນິກ​ພິມ​ດ້ວຍ​ຂີ້​ເຜິ້ງ. ສ່ວນ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ລາວ, ​ແມ່ຍິງ​ນຸ່ງ​ສິ້ນ ​ແລະ ​ໃສ​່​ຜ້າ​ບຽງ​.

 ຕ້ອນຮັບບຸນວັນເພງເດືອນ 8 ແລະ ພ້ອມກັນຄົ້ນຫາອາຊີຕາເວັນອອກສຽງໃຕ້ - ảnh 2
ກາ​ນລະ​ຫລິ້ນ​ຍ່າງ​ດ້ວຍກະ​ໂປະ​ໝາກພ້າວ
ພາບ:internet

        ຄຽງ​ຂ້າງ​ເຂດ​ສະ​ແດງ​ຊຸດ​ອາພອນ​ພື້ນ​ເມືອງ​ຂອງ​ບັນດາ​ເຜົ່າ​​​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລ້ວ, ​ເຂດ​ແນະນຳ​​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ບັນດາ​ປະ​ເທດ​ກໍ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງຫລາຍ. ການ​ລະ​ຫລິ້ນ​ພື້ນ​ເມືອງ​ຄື ດຶງ​​ເຊືອກບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ຫລິ້ນ​ຂອງ​ຫວຽດນາມເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ລະ​ຫລິ້ນ​ຂອງ​ໄທ​ອີກ​ດ້ວຍ. ແຕ່​ຈຸດ​ທີ່​ແຕກ​ຕ່າງ​ກັນ​ນັ້ນ​ແມ່ນ ການ​ລະ​ຫລິ້ນ​ດຶງ​ເຊືອກ​ຂອງ​ຫວຽດ​ນາມ​ພ​ຽງ​​ແຕ່​ມີ​ເຊືອກ​ສາຍ​ຫ​ນຶ່ງ​ທີ່​ແບ່ງ​ເປັນ​ສອງ​ຝ່າຍ​​ເພື່ອ​ແຂ່ງຂັນ​ກັນ. ສ່ວນ​ການ​ລະ​ຫລິ້ນ​ດຶງ​ເຊືອກ​ຂອງ​ໄທ ພັດ​ມີ​ເຊ​ືອກສາມ​ສາຍ​ທີ່​ມັດ​ໃສ່​ວົງ​ມົນ​ ບາງ​ເທື່ອ​ແມ່ນລົດ​ໃຊ້ ແລະ 3 ຄົນ​ຜູ້​ລະສາຍປີນ​ຫລັງ​ໃສ່​ກັນ​​ເພື່ອດຶງ. ຝ່າຍ​ໃດ​ຖືດ​ດຶງ​ຜ່ານ​ຈຸດ​ໃຈ​ກາງ​ຂອງວົງ​ມົນ​ ຝ່າຍນັ້ນ​ຖືກ​ເສຍ​ໄຊ.

        “ຫລານເຫັນ​ວ່າ ການ​ລະ​ຫລິ້ນ​ປະ​ເພດນີ້​ມ່ວນ​ຫລາຍ. ຜູ້​ຫລິ້ນ​ຕ້ອງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ. ເຂົ້າ​ຮ່ວມ​ລາຍ​ການ​ຫລານ​ຮູ້​ຈັກ​ເຖິງ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຂອງ​ໄທ​ຕື່ມອີກ”

        ການ​ລະ​ຫລິ້ນ​ຍ່າ​ງດ້ວຍກະ​ໂປະ​ໝາກພ້າວ​ຂອງ​ມາ​ເລ​ເຊຍບໍ່​ພຽງ​ແຕ່​ດຶງ​ດູດ​ພວກ​ນ້ອງ​ເຍົາວະ​ຊົນ​ເທ່ົາ​ນັ້ນ​ຫາກ​ພໍ່​ແມ່​ຂອງ​ພວກ​ນ້ອງ​ກໍ​ຢາກ​ເຂົ້າ​ຮ່ວມ​ອີກ​ດ້ວຍ.

ກາ​ນລະ​ຫລິ້ນ​ຍ່າງ​ດ້ວຍກະ​ໂປະ​ໝາກພ້າວ ຊື່​ງລວມມີກະ​ໂປະໝາກພ້າວ 2 ​ເຄິ່ງ ​ຖື​ກມັດ​​​​ດ້ວຍ​ເຊືອກ​ສາຍ​ຍາວ. ຜູ້​ຫລິ້ນ​ຕ້ອງ​ຢືນ​ເທິງກະ​ໂປະໝາກພ້າວ 2 ​ເຄິ່ງ​ແລ້ວ ດຶງ​ເຊືອກ​ເພື່ອ​ຍ່າງ ຜູ້​​ໃດ​ຍ່າງ​ໄວ​ກວ່າ​​ແມ່ນ​ຈະ​ຮັບຊະນະ.

        ສ່ວນ​ຢູ່​ບໍ​ລິ​ເວນ​ອື່ນ, ​ເຖິງ​ວ່າ​ບັນ​ຍາ​ກາດ​ບໍ່​ອຶກ​ກະ​ທຶກ​ຄຶກ​ໂຄ​ມ​ຄື​ການ​ລະ​ຫລິ້ນ​ດຶງ​ເຊືອກ​ຫລືການ​ຍ່າງ​ດ້ວຍ​ກະ​ໂປະ​ໝາກພ້າວ​ກໍ​ຕາມ ແຕ່ບັນດາ​ກາ​ນລະ​ຫລິ້ນພູມ​ປັນ​ຍາ​ຄື: ຊອກ​ຮູ້​ທຸງຊາດ, ​ເງິນຕາ, ມໍລະດົກ​ວັດທະນະທຳ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຜ່ານ​ແຜນ​ທີ່, ທາສີ​ທຸງຊາດ​ບັນດາ​ປະ​ເທດ, ​ປະດິດພາບ​ມໍລະດົກ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ເຂົ້າຫລື ການ​ລະ​ຫລິ້ນ​ຫ້ອຍເມັດ, ​ແກ້​ເຊືອກ​ຂອງ ບຣູ​ໄນກໍ​ດຶງດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເພື່ອນ ຢູຍ​ຮືງ, ​ຜູ້​ອາ​ສາ​ສະ​ໝັກ​ຂອງ​ລາຍ​ການ​ແນະ​ນຳ​ ​ໃຫ້​ຮູ້​ວ່າ:

        “ ການ​ລະ​ຫລິ້ນຫ້ອຍ​ເຊືອກ​ມີ​ສອງ​ປະ​ເພດ, ​ຫອ້ຍ​ເຊືອກ​ນ້ອຍ ​ແລະ ຫ້ອຍເຊືອກ​ໃຫຍ່​ກວ່າ. ການ​ລະ​ຫລິ້ນ​ແບບ​ນີ້​ບໍ່​ຍາກ​ປານ​ໃດ ຜູ້​ຫລິ້ນ​ພຽງ​ແຕ່​ສະ​ແດງ​ຄວາມ​ຄ່ອງ​ແຄ້ວຂອງ​ຕົນ. ກາ​ນລະ​ຫລິ້ນ​ນີ້​ກໍດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງຫລາຍ.

         ບໍ​ລິ​ເວນ​​ແນະນຳອາ​ຫານ​ການ​ກິນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ດ້ວຍ​ພໍ່​ຄົວ​ແມ່ຄົວ​ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນ​ບ່ອນ​ທີ່ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຢ້ຽມຢາມ​ຢູ່​ທີ່​ນີ້. ມີ​ອາ​ຫານ​ຫລາຍ​ເຍື່ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ໝາກ​ໄມ້​ສົດ​​ທີ່​ລື​ຊື່​ຂອງ​ປະ​ເທດ​ຈຳ​ນວນ​ຫ​ນຶ່ງ​ໃນ​ພາກ​ພື້ນ​ໄດ​້​ຮັບ​ການ​ແນະ​ນຳ ແລະ ວາງ​ຂາຍ​ຢູ່​ທີ່ນີ້​ເພື່ອ​ຮັບ​ໃຊ້​ແຂກ​ຄົນ​ເຂົ້​າ​ຊົມ.

        ເຖິງວ່າ​ດຳ​ເນີນ​ໄປ​ພຽງ 2 ມື້​ເທົ່າ​ນັ້ນ ແຕ່​ລາຍ​ການ​ ຕ້ອນຮັບ​ບຸນ​ວັນ​ເພງ​ເດືອນ 8 ​ແລະ ພ້ອມ​ກັນ​ຄົ້ນ​ຫາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່ຜູ້​ເຂົ້າ​ຮ່ວມ. ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ມີ​ກາ​ລະ​ໂອ​ກາດ​ໄດ້​ຮັບ​ຟັງ, ຮັບ​ຊົມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຂົ້າ​ຮ່ວມ​ໂດຍ​ກົງ​ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ໃຫມ່​ອ່ຽ​ມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ບັນ​ດາ​ປະ​ເທດ ໃນ​ອາ​ຊຽນ. ລາຍ​ການ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ຈຸດ​ໝາຍ​ທີ່​ຄະ​ນະ​ຈັດ​ຕັ້ງ​​ໄດ້ວາງ​ອອກ ແລະ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

 

       

ຕອບກັບ

ຂ່າວ/ບົດ​ອື່ນ