ຕະຫລາດນັດແຫ່ງນ້ຳໃຈມິດຕະພາບຫວຽດນາມ - ລາວ

(vovworld)- ບັນດາ​ຜະລິດ​ຕະພັນ​ພິ​ເສດ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ ນັ້ນ​ແມ່ນ​ປະ​ເພດ​ສິນຄ້າ​ຕົ້ນຕໍ​ຊື່​ງປະຊາຊົນ​ຢູ່​ເຂດ​ພູ​ສູງ ​ຊາຍ​ແດນ​ຫວຽດນາມ - ລາວ ນຳ​ມາ​ຂາຍ​ຢູ່​ຕະຫລາດ ນາ​ແມ່ວ ​ເມືອງ ກວານ​ເຊີນ ​ແຂວງ ​ແທນ​ຮວາ. ຕະຫລາດນັດຈັດ​ຂຶ້ນ​ພຽງ​ເທື່ອ​ຫນຶ່ງ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ປະຈຳ​ອາທິດ, ຕະຫລາດນັດ​ຊາຍ​ແດນ ນາ​ແມ່ວ ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​​ແລກປ່ຽນ​ຄ​້າຂາຍ​ສິນຄ້າ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເມືອງ​ກວານ​ເຊີນ ​ແລະ ປະຊາຊົນ​ເມືອງ​ ວຽງ​ໄຊ​​ແຂວງ ຫົວພັນ​ເທົ່າ​ນັ້ນ ຫາ​ກຍັງ​ແມ່ນ​ສະຖານ​ທີ່​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ​ອີກ​ດ້ວຍ.

       

ຕະຫລາດນັດແຫ່ງນ້ຳໃຈມິດຕະພາບຫວຽດນາມ - ລາວ - ảnh 1
ຕະຫລາດນັດ ນາ​ແມ່ວ
ພາບ:vanhoadoisong.vn


      ນັບ​ແຕ່​ຮຸ່ງ​ເຊົ້າ, ດ່ານ​ຊາຍ​ແດນ​ສາກົນ ນາ​ແມ່ວ ​ໄດ້​ຕ້ອນຮັບ​ປະຊາຊົນ​ຫລາຍ​ຄົນ​ຢູ່​ ​ເບື້ອງ​ລາວ​ໄປຕະຫລາດນັດ. ​ເມື່ອ​ມາຕະຫລາດນັດນັກ​ທ່ອງ​ທ່ຽວ​ຈະ​​ພົບ​ເຫັນ​ສີສັນ​ຫລາກ​ຫລາຍ​ຂອງ​ຊຸດ​ອາພອນ​ພື້ນ​ເມືອງ​ບັນດາ​ເຜົ່າ ​ກໍ​ຄື​ໄດ້​ຮັບ​ຟັງ​ພາສາ​ຂອງ​ຊາວ​ກີ​ງ, ​ໄທ, ມົ້ງຂອງ​ຫວຽດນາມ ​ແລະ ພາສາ​ລາວ, ພາສາ​ຕ່າງປະ​ເທດ​ອີກ​ດ້ວຍ.

        ສິນຄ້າ​ຕົ້ນຕໍ​ທີ່​ ​ນຳ​ໄປ​ຂາຍ​ຢູ່​ຕະຫລາດນັດ​ແຫ່ງ​ນີ້ ສ່ວນ​ຫລາຍ​ແມ່ນ​ຜະລິດ​ຕະພັນ​ຂອງ​ທ້ອງ​ຖິ່ນ ​ໂດຍ​ປະຊາຊົນ ຫວຽດນາມ ​ແລະ ລາວ ນຳ​ມາ​ແລກປ່ຽນ, ຄ້າຂາຍ.. ບັນດາ​ປະ​ເພດ​ສິນຄ້າຂອງ​ຊາວ​ຫວຽດນາມ ນັ້ນ​ແມ່ນ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ, ​ໂສ້ງ​ເສື້ອ, ປາທະ​ເລ, ​ເຂົ້າຫນຽວ… ສ່ວນ​ບັນດາ​ປະ​ເພດ​ສິນຄ້າຊອງ ຊາວ​ລາວ ຄື: ໜູ​ປ່າ​ແຫ້ງ, ປ່າ​ຫ້ວຍ​ປີ້ງ, ​ເຄືື່ອງສິລະ​ປະ​ຫັດຖະກຳ..​​ເອື້ອຍ ສົມ​ພອນ ຢູ່ ບ້ານ ພູນ​ການ ​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ, ​ໃຫ້​ຮູ້​ວ່າ: ​ຕືນນອນ​ແຕ່ 3 ​ໂມງ​ເຄິ່ງ ​ແລະ ​ຜ່ານ​ໄລຍະ​ທາງ​ກວ່າ 20 ກິ​ໂລ​ແມັດ​​ເພື່ອ​ຮອດ​ຕະຫລາດນັດ​ໃຫ້​ທັນ.

                                                                      ສຽງ​ນາງ​ພອນ


ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕະຫລາດນັດ ນາ​ແມ່ວ ​ແມ່ນ​ນຳ​ໃຊ້​ທັງ​ສອງ​ສະກຸນ​ເງິນ ນັ້ນ​ແມ່ນ​ເງິນ​ກີບ​ຂອງ​ລາວ ​ແລະ ​ເງິນ​ດົງ​ຂອງ​ຫວຽດນາມ. ​ເຖິງ​ວ່າ ຜູ້​ຂາຍ ​ແລະ ຜູ້​ຊື້​ເຄ່ືອງ​ຂອງ​ບໍ່​ເຂົ້າ​​ໃຈ​ພາສາ​ຂອງ​ກັນໝົດກໍ​ຕາມ ​ແຕ່​ກໍ​ສາມາດ​ຊື້​​ເຄື່ອງ​ຂອງ​ທີ່​ຕົນ​ເອງ​ຕ້ອງການ​ໄດ້ ​ເພາະວ່າ ພຽງ​ແຕ່​ສະ​ແດງ​ສັນຍານຢາກ​ຊື້​ປະ​ເພດ​ສິນຄ້າ​ນີ້ ​ໃນ​ທັນ​ທີ່ ຜູ້​ຂາຍ​ເຄື່ອງ​ຈະ​ຍົກ​ນີ້ວມື ຫລື ​ໃຊ້​ຈັກ​ໄລ່​ເລກ​ເພື່ອ​ບີບລາຄາ​ຂອງ​ຜະລິດ​ຕະພັນນັ້ນ. ທີ່​ຕະຫລາດນັດ ນາ​ແມ່ວ ບໍ່​ມີ​ການ​ຕໍ່​ລາຄາ, ບໍ່​ມີ​ສະພາບ​ບຽດ​ຍຽດ, ຊຸກ​ຢັນ. ​ເອື້ອຍ ວີ​ທິ​ເຊືອນ ຊາວ​​ເຜົ່າ​ໄທ ຢູ່ ບ້ານ​ນາ​ແມ່ວ ​ເວົ້າ​ວ່າ:

“​ໄປ​ຕະຫລາດ​ມ່ວນ​ຫລາຍ, ອາທິດ​ໃດກໍ່​ພົບ​​ໝູ່​ເພື່ອນຫລາຍ​ຄົນ, ມັກ​ທີ່​ສຸດ​ແມ່ນ​​​ເລາະ​ເບິ່ງ​ເຄື່ອງ​ຂອງ ​ເພື່ອ​ຊື້​​ໃຫ້​ແກ່​ຄອບຄົວ. ຢູ່​ຕະຫລາດ​ນີ້​ບໍ່​ມີ​ການ​ຕໍ່​ລາຄາ. ນັບ​ແຕ່​ປີ 2002​ເປັນ​ຕົ້ນ​ມາ ວັນ​ເສົາ​ໃດ​ຂ້າພະ​ເຈົ້າ​ກໍ​ໄປຕະຫລາດນັດ.”

ນອກຈາກ​ການ​ຊື້, ​ແລ​ກປ່ຽນຄ້າ​ຂາຍ​​ສິນຄ້າ, ຕະຫລາດນັດ​ຍັງ​ແມ່ນ​ສະຖານ​ທີ່​ພົບ​ປະ​ແລກປ່ຽນ​ນ້ຳ​ໃຈ​ສາມັກ​ຄິມິດຕະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ທີ່​ມີມາ​ແຕ່​ດົນ​ນານ. ຍ້ອນ​ເຫດ​ນັ້ນ ປະຊາຊົນ​ຢູ່​ທີ່​ນີ້ ​ຍັງເອີ​້ນຕະຫລາດ​ນີ້​ວ່າ ​ ​ຕະຫລາດນັດ​ສາມັກຄີ. ພັນ​ເອກ ​ເລ​ດີງຟູ ຫົວຫນ້າ​ປ້ອມ​ກວດກາ​ດ່ານ​ຊາຍ​ແດນ​ສາກົນ ນາ​ແມ່ວ ຢືນຢັນ​ວ່າ:

“ທຸກ​ວັນ​ເສົາ ຕະຫລາດນັດ​ນາ​ແມ່ວຖືກ​ຈັດ​ຂຶ້ນ​ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ສິນຄ້າ ກໍ​ຄື​ຢື້​ຢາມ​ຖາມ​ຂ່າວ, ລະ​ຫລິ້ນ​ຢ່ອນ​ອາລົມ. ຜ່ານ​ການ​ເປີດຕະຫລາດນັດນັ້ນ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ.”

ຕະຫລາດນັດແຫ່ງນ້ຳໃຈມິດຕະພາບຫວຽດນາມ - ລາວ - ảnh 2
ຕະຫລາດນັດ ນາ​ແມ່ວ ​ນຳ​ໃຊ້​ທັງ​ສອງ​ສະກຸນ​ເງິນ ນັ້ນ​ແມ່ນ​ເງິນ​ກີບ​ຂອງ​ລາວ ​ແລະ ​ເງິນ​ດົງ​ຂອງ​ຫວຽດນາມ
ພາບ: internet


​ແລະ​ກໍ​ຕາມ​ອ້າ​ຍຟູ ​ແລ້ວ, ​ໃນ​ບຸນ​ເຕັດ, ຕະຫລາດນັດ ນາ​ແມ່ວ ຍິ່ງ​ຟົດ​ຟື້ນ​ຂຶ້ນ​ຕື່ມ, ຕະຫລາດຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບ່າວ​ສາວ​ຢູ່ບັນດາ​ໝູ່​ບ້ານ​ຂອງ​ສອງ​ປະ​ເທດ​ນັດ​ພົບ​ກັນ. ມີ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ຮັກ​ຫລາຍ​ເລື່ອງ​ໄດ້​ປະກົດ​ຂຶ້ນ​ຢູ່​ຕະຫລາດ​ນີ້. ທ່ານ ຫງວຽນ​ວັນ​ຕີ້​ງ ພະນັກງານ​ການ​ແພດ, ​ເມືອງ ກວານ​ເຊີນ ​ໃຫ້​ຮູ້​ວ່າ:

“ຍ້ອນ​​​ມີ​ຊາຍ​ແດນຕິດ​ຈອດ​ກັນ ສະ​ນັ້ນ ຊາວ​ລາວ​ບາງ​ຄົນ ມີ​ອ້າຍ​ນ້ອງ​ພວມ​ດຳລົງ​ຊີວິດ​ຢູ່ ຫວຽດນາມ  ​ແລະ ຊາວ​ເຜົ່າ​ໄທ​ກໍ​ມີ​ອ້າຍ​ນ້ອງ​ພວມ​ຢູ່​ລາວ. ນອກ​ນັ້ນບ່າວ​ສາວ ຫວຽດນາມ, ລາວ​ ບາງ​ຄູ່​​ໄດ້​ກາຍເປັນ​ຜົວ​ເມຍ​. ຍ້ອນ​ມີ​ຄວາມສະຫນິດ​ຕິດ​ພັນ, ພາສາ​ລາວ ​ແລະ ພາສາ​ເຜົ່າ​ໄທ(ຫວຽດນາມ) ມີ​ສຽງ​ເວົ້າ​ຄ້າຍຄື​ກັນ ຫລື ຊາວ​ມົ້ງຂອງ​ລາວ ​ແລະ ຊາວ​ມົ້ງຂອງ​ຫວຽດນາມ ​ກໍ​ມີ​ສຽງ​ເວົ້າ​ຄືກັນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ ​ແລະ ຈຸດ​ວັດທະນະທຳ​ຂອງປະຊາຊົນ​ສອງ​ປະ​ເທດ​ຢູ່​ຕະຫລາດນັດ​.”

        ຮອດ​ເວລາ 11 ​ໂມງ, ຕະຫລາດນັດ ນາ​ແມ່ວ ອັດ​ລົງ, ​ເຖິງ​ວ່າ ຂາຍ​ໄດ້​ເຄື່ອງ​ຫລື​ບໍ່ ​ແຕ່ປະຊາຊົນ​ໄປ​ຕະຫລາດນັດ​ລ້ວນ​ແຕ່​ຮູ້ສຶກ​ເບິ​ກບານ​ມ່ວນ​ຊື່ນ. ​ເຂົາ​ເຈົ້າ​ອຳ​ລາ​ກັນ​ດ້ວຍ​ການ​ຈັບ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ ​ແລະ ນັດ​ມື້​ພົບ​ກັນ​​ໃຫມ່ໃນ​ຕະຫລາດນັດ​ອາທິດ​ຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ