ຕະຫຼາດ ມາເລເຊຍ ຢູ່ໃຈກາງ ໄຊງ່ອນ

(VOVWORLD) - ໂດຍນອນໃນໃຈກາງເມືອງ 1, ນະຄອນ ໂຮ່ຈີມິນ, ຖະໜົນ ຫງວຽນອານນີງ ໄດ້ຖືກ ຂະໜານນາມວ່າ “ຕະຫຼາດ ມາເລເຊຍ ຢູ່ໃຈກາງ ໄຊງ່ອນ”.
ຕະຫຼາດ ມາເລເຊຍ ຢູ່ໃຈກາງ ໄຊງ່ອນ - ảnh 1 ຖະໜົນ ຫງວຽນອານນີງ

ດ້ວຍຄວາມຍາວພຽງປະມານ 100 ແມັດເທົ່ານັ້ນ ແຕ່ຖະໜົນສາຍນີ້ໄດ້ເຕົ້າໂຮມເກືອບ 100 ຄອບຄົວຄ້າຂາຍບັນດາປະເພດສິນຄ້າທີ່ເປັນເອກະລັກສະເພາະຂອງຊາວ ມາເລເຊຍ ຄື: (Hijab) ຜ້າຄຸມຫົວ, (Baju Kurung) ເສື້ອມູນເຊື້ອຂອງຊາວ ມາເລເຊຍ, ເຄື່ອງທີ່ລະນຶກ ແລະ ບັນດາຮ້ານອາຫານມາເລເຊຍ. ນີ້ແມ່ນບ່ອນຊື້ຂາຍທີ່ມີຊື່ສຽງຂອງແຂກທ່ອງທ່ຽວຊາວມຸດສະລິມ, ຫຼື ບັນດາຜູ້ຢາກຊອກຮູ້ຕື່ມອີກກ່ຽວກັບພື້ນຖານວັດທະນະທຳນີ້.

        ໂດຍຕັ້ງຢູ່ເຮືອນເລກທີ 35 ຖະໜົນ ຫງວຽນອານນີງ, ຮ້າຍຂາຍຜ້າແພ ແລະ ເຄື່ອງນຸ່ງຂອງຊາວ ມຸດສະລິມ “Basiroh” ພວມດຶງດູດຜູ້ມາຊື້ຂາຍຢ່າງຫຼວງຫຼາຍ. ມີຜູ້ໄປຊື້ເຄື່ອງທີ່ລະນຶກເພື່ອເປັນຂອງຕ້ອນ ແລະ ກໍ່ມີຄົນຊື້ເຄື່ອງໄປຂາຍ. ປ້າ Basiroh, ເຈົ້າຂອງຮ້ານ, ດ້ວຍໃບໜ້າຄືຄົນມີບຸນ, ຜິວຂາວ, ຫົວຄຸມຜ້າ Hijab ພວມໂອ້ລົມກັບແຂກດ້ວຍພາສາ ມາເລເຊຍ ແບບລ່ຽນໄຫຼຄືດັ່ງຊາວທ້ອງຖິ່ນ. ປ້າເປັນຊາວເຜົ່າຈຳ ແລະ ກໍ່ຄືດັ່ງຜູ້ປະດິດສ້າງຖະໜົນ ມາເລເຊຍ ສາຍນີ້:

        “ກ່ອນນີ້, ຂ້າພະເຈົ້າໄດ້ພົບປະກັບຄະນະພະນັກງານຊາວ ມາເລເຊຍ ມາ ຫວຽດນາມ ເຮັດວຽກ, ເຂົາເຈົ້າໄປຊອກຫາໂສ້ງເສື້ອຂອງຊາວ ມຸດສະລິມແຕ່ບໍ່ມີ. ຂ້າພະເຈົ້າຄິດວ່າ, ຕົນເອງແມ່ນຊາວມຸດສະລິມເຜົ່າຈຳ ເປັນຫຍັງຄືບໍ່ເຮັດໂສ້ງເສື້ອຂອງຊາວມຸດສະລິມເພື່ອຂາຍ. ໃນເບື້ອງຕົ້ນ, ທຶນຮອນບໍ່ມີຫຼາຍ, ຂ້າພະເຈົ້າຂາຍ 3 4 ຊຸດເທົ່ານັ້ນ, ຫຼັງຈາກນັ້ນ ແມ່ນ 20 30 ຊຸດ, ມາຮອດປະຈຸບັນ, ຢູ່ ມາເລເຊຍ ຮູ້ຊື່ສຽງຂອງຂ້າພະເຈົ້າຍ້ອນຂ້າພະເຈົ້າແມ່ນຜູ້ທຳອິດເປີດຮ້ານຂາຍໂສ້ງເສື້ອ ມາເລເຊຍ ຢູ່ ຫວຽດນາມ”

        ແຂກທີ່ໄປຖະໜົນແຫ່ງນີ້ສ່ວນຫຼາຍແມ່ນຊາວ ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນ. ເຂົາເຈົ້າໄປແຫ່ງນີ້ເພື່ອຊອກຫາບັນດາຊຸດໂສ້ງເສື້ອ baju kurung ຫຼື ເລືອກຊື້ຜ້າແຜຕາມຄວາມນິຍົມ. ສິນຄ້າຢູ່ທີ່ນີ້ມີຫຼາຍຮູບຫຼາຍແບບ, ທັງຖືກທັງມີຄຸນນະພາບສູງ. ນັ້ນແມ່ນສາຍເຫດທີ່ພາໄປເຖິງເລື່ອງເປັນຫຍັງແຫ່ງນີ້ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ມີພໍ່ຄ້າຊາວຂາຍ ມາເລເຊຍ, ອິນໂດເນເຊຍ, ບຣູໄນ ມາຊື້ເຄື່ອງໄປຂາຍຕໍ່ອີກດ້ວຍ. ປ້າ Ro Sama, ໃນ 7 ປີມານີ້ໄດ້ໄປມາ ລະຫວ່າງ ຫວຽດນາມ - ມາເລເຊຍ ເປັນປະຈຳ ເພື່ອເອົາສິນຄ້າໄປຂາຍໄດ້ແບ່ງປັນວ່າ:

        “ເມື່ອມາແຫ່ງນີ້ຂ້າພະເຈົ້າຮູ້ສຶກສະບາຍໃຈຫຼາຍ, ໄປຊື້ເຄື່ອງຂອງຖືກກ່ວາຢູ່ ມາເລເຊຍ. ຢູ່ທີ່ນີ້ກໍ່ໄດ້ນຳໃຊ້ເງິນ ringgit ຂອງ ມາເລເຊຍ ອີກ. ເວົ້າລວມແລ້ວແມ່ນຊື້ຂາຍສະດວກສະບາຍຫຼາຍ. ນອກຈາກນັ້ນ, ບັນດາເຍື່ອງອາຫານກໍ່ແຊບນົວ ແລະ ການຊອກຫາກໍ່ງາຍກ່ວາເມື່ອກ່ອນ. 6- 7 ປີກ່ອນ, ເມື່ອຂ້າພະເຈົ້າມາ ຫວຽດນາມ ເຫັນວ່າອາຫານບໍ່ແຊບ ແຕ່ປະຈຸບັນແມ່ນແຊບຫຼາຍ. ຊາວ ຫວຽດນາມ ສະໜິດສະໜົມ ແລະ ມັກຊ່ວຍເຫຼືອຄົນອື່ນ.”

ຕະຫຼາດ ມາເລເຊຍ ຢູ່ໃຈກາງ ໄຊງ່ອນ - ảnh 2ຊາວມາເລເຊຍ ໄປຊື້ເຄື່ອງຢູ່ຮ້ານໃນຖະໜົນ ຫງວຽນອານນີງ

        ເມື່ອໄປຖະໜົນສາຍນີ້, ແຂກທ່ອງທ່ຽວຍັງໄດ້ຮັບປະທານເຍື່ອງອາຫານ ມາເລເຊຍ ນັບຮ້ອຍໆເຍື່ອງ. ປ້າ Basiroh ກໍ່ເປັນຜູ້ທຳອິດເປີດຮ້ານອາຫານ ມາເລເຊຍ ຢູ່ແຫ່ງນີ້. ຄວາມຕ້ອງການຊື້ຂາຍ ແລະ ກິນດື່ມຂອງຊາວມຸດສະລິມຢູ່ຖະໜົນສາຍນີ້ນັບມື້ນັບເພີ່ມຂຶ້ນ, ຍ້ອນເຫດນັ້ນ, ບັນດາຮ້ານອາຫານໄດ້ເປີດໃໝ່ຫຼາຍຮ້ານ. ບັນດາຮ້ານອາຫານຢູ່ແຫ່ງນີ້ສ່ວນຫຼາຍແມ່ນຊາວເຜົ່າຈຳເປີດ, ຍ້ອນວ່າສ່ວນຫຼາຍຖືສາສະໜາອິດສະລາມ ດັ່ງນັ້ນເຂົາເຈົ້າຮູ້ດີກ່ຽວກັບເຍື່ອງອາຫານທີ່ຖືກຫ້າມ. ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ມາເລເຊຍ ຄື: Nasi Lemak, Roti, ເຂົ້າໜົມ crep, ກາເຟ ມາເລເຊຍ, ກະແລມ ມາເລເຊຍ… ທີ່ໄດ້ວາງຂາຍໃນຖະໜົນສາຍນີ້ລ້ວນແຕ່ໄດ້ຕິດປ້າຍ “halal” (ໝາຍຄວາມວ່າແມ່ນອາຫານສຳລັບຊາວ ອຸດສະລິມ). ເອື້ອຍເຈົາ Sali Kin, ເຊື້ອຊາດ ມາເລເຊຍ, ເຈົ້າຂອງຮ້າຍອາຫານ Haji Osman ໃຫ້ຮູ້ວ່າ:

        “ສ່ວນຫຼາຍຜູ້ດຳລົງຊີວິດຢູ່ແຫ່ງນີ້ແມ່ນເຊື້ອຊາດ ມາເລເຊຍ ດັ່ງນັ້ນ ພວກຂ້າພະເຈົ້າໄດ້ດຳລົງຊີວິດແບບປະສົມກົມກຽວ, ເອື້ອເຟື້ອເພື່ອແຜ່ນຳກັນ. ພວກຂ້າພະເຈົ້າຢາກນຳວັດທະນະທຳ, ອາຫານການກິນຂອງຊາວ ມາເລເຊຍ ໃຫ້ໃກ້ຊິດກັບຊາວ ຫວຽດນາມ ກ່ວາ. ຂ້າພະເຈົ້າຢາກໃຫ້ຊາວ ມາເລເຊຍ ມາທີ່ນີ້ມີໂອກາດໄດ້ຮັບປະທານເຍື່ອງອາຫານຂອງບ້ານເກີດເມືອງນອນ ໃນນະຄອນ ໂຮ່ຈີມິນ ແລະ ຫວັງວ່າ ນັບມື້ຈະນັບມີຊາວ ຫວຽດນາມ ຫຼາຍຄົນມາທີ່ນີ້ເພື່ອຖ່າຍທອດວັດທະນະທຳອາຫານການກິນ ມາເລເຊຍ ເຖິງທຸກໆຄົນ.”

        ຕະຫຼາດ ມາເລເຊຍ ໄດ້ເປີດທຸກວັນໃນອາທິດ, ແຕ່ຟົດຟື້ນທີ່ສຸດແມ່ນວັນທ້າຍອາທິດ ຫຼື ບັນດາວັນບຸນ. ອາດເວົ້າໄດ້ວ່າ, ບັນດາຮ້ານຂາຍໂສ້ງເສື້ອ ແລະ ອາຫານ ຮັບໃຊ້ຊາວ ມາເລເຊຍ ຢູ່ອ້ອມແອ້ມຕະຫຼາດ ເບັນແທ່ງ (ນະຄອນ ໂຮ່ຈີມິນ) ພວມປະກອບສ່ວນບໍ່ໜ້ອຍເຂົ້າໃນວຽກງານສ້າງສາພາບພົດອັນດີງາມຂອງ ຫວຽດນາມ ໃນຈິດໃຈແຂກທ່ອງທ່ຽວສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ