ຖະ​ໜົນ China town ຄຶກ​ຄຶ້​ນຢູ່​ທ່າມ​ກາງ​ ນະ​ຄອນຫຼວງ ບາງກອກ

(VOVWORLD) - ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ອາຫານການກິນທີ່ເປັນເອກະລັກສະເພາະດ້ວຍລົດຊາດທີ່ແປກ, ໄທ ກາຍເປັນປະເທດມີພື້ນຖານການທ່ອງທ່ຽວທີ່ພັດທະນາກ່ວາໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້. ພິເສດ, ຢູ່ບາງກອກ ຍັງມີຖະໜົນທີ່ສະຫງວນໃຫ້ແກ່ຊາວຈີນ ທີ່ມີຊື່ວ່າ China town. ເມື່ອມາແຫ່ງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມຖະໜົນຫົນທາງດ້ວຍສະຖາບັດຕະຍາກຳທີ່ປະສົມປະສານລະຫວ່າງຊາວຈີນ ແລະ ຊາວໄທເທົ່ານັ້ນ ຫາກຍັງໄດ້ຊິມບັນດາເຍື່ອງອາຫານຢູ່ແຄມທາງທີ່ດຶງດູດໃຈອີກດ້ວຍ.

ຖະ​ໜົນ China town ຄຶກ​ຄຶ້​ນຢູ່​ທ່າມ​ກາງ​ ນະ​ຄອນຫຼວງ ບາງກອກ - ảnh 1China town ຢູ່ບາງກອກ ໄທ

China town ແມ່ນຊື່ເອີ້ນລວມຂອງບັນດາເຂດຖະໜົນແບບຈີນ ທີ່ມີໜ້າຢູ່ຖະໜົນຕ່າງໆໃນທົ່ວໂລກ. ຢູ່ໄທ, China town ຍັງມີຊື່ໄທວ່າ ເຍົາວະຣາດ, ຕັ້ງຢູ່ເມືອງ ສຳພັນທະວົງ, ໃຈກາງນະຄອນຫຼວງບາງກອກ. ໃນຊຸມປີ 1700, ຊາວ ຈີນ ໄດ້ໄປຖະໜົນນີ້ ເພື່ອແນໃສ່ເປີດກວ້າງ “ເສັ້ນທາງສາຍໄໝ” ແລກປ່ຽນຄ້າຂາຍກັບຊາວສະຫຍາມ (ຊາວໄທໃນປັດຈຸບັນ), ມີຊາວຈີນຫຼາຍຄົນໄດ້ດຳລົງຊີວິດ ແລະ ທຳມາຫາກິນຢູ່ທີ່ນີ້ເພື່ອສ້າງຖະໜົນ China town ທີ່ມີຊື່ສຽງ ແລະ ໃຫຍ່ທີ່ສຸດຢູ່ອາຊີ ຄືໃນປັດຈຸບັນ.

ນັບແຕ່ຍາມສາຍັນຮອດຕອນກາງຄືນ ແມ່ນຈຸດເວລາທີ່ຖະໜົນອາຫານການກິນນີ້ຄຶກຄື້ນມ່ວນຊື່ນກ່ວາເວລາໃດໝົດ. ບັນດາຮ້ານອາຫານຢູ່ 2 ແຄມທາງພົ້ນເດັ່ນຂຶ້ນດ້ວຍປ້າຍສີແດງທີ່ເປັນເອກະລັກສະເພາະຂອງວັດທະນະທຳຈີນ. ແຂກທ່ອງທ່ຽວນັບພັນຄົນ ມາແຫ່ງນີ້ບໍ່ພຽງແຕ່ເພື່ອຮັບຊົມ, ຄົ້ນຫາຈຸດປະສົມປະສານລະຫວ່າງວັດທະນະທຳຂອງໄທ ແລະ ຈີນເທົ່ານັ້ນ ຫາກຍັງເພື່ອຊິມບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງສອງປະເທດຄື: ເປັດປິ່ນ, ກ້ຽວ, ຕິມຊຳ, ສົ້ມຕຳ, ງົວຜັດຜົງກະລີ່, ເຂົ້າໜຽວໝາກມ່ວງອີກດ້ວຍ… ໂດຍເປັນຄັ້ງທຳອິດທີ່ມາຖະໜົນອາຫານ ຈີນ  ຢູ່ໄທ, ທ່ານ Thomas ແຂກທ່ອງທ່ຽວ Scotland ພ້ອມກັບຄອບຄົວ ມັກທີ່ສຸດເມື່ອໄດ້ຮັບປະທານບັນດາເຍື່ອງອາຫານຢູ່ທີ່ນີ້:

ຂ້າພະເຈົ້າຮູ້ສຶກວ່າເຍື່ອງອາຫານຢູ່ທີ່ນີ້ມີຄວາມດຶງດູດໃຈທັງດ້ານສີສັນ ແລະ ລົດຊາດ, ມີທັງບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວໄທຄື ຕົ້ມຍຳ, ນ້ຳຄັ້ນໝາກໄມ້ຊະນິດຕ່າງໆ ແລະ ບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາວຈີນອີກດ້ວຍ. ບາງເຍື່ອງອາຫານມີລົດຊາດເຜັດພໍສົມຄວນແຕ່ຍັງແຊບ ແລະ ເປັນໜ້າຊີມ.

ຕາມທ່ານ ວະທານຊາ ເມືອງຈັນ, ຫົວໜ້າໜ່ວຍງານບັນດາບັນຫາກ່ຽວກັບຄວາມເປັນລະບຽບຮຽບຮ້ອຍເມືອງສຳພັນທະວົງແລ້ວ, ຈຳນວນແຂກທ່ອງທ່ຽວມາຖະໜົນ Chinatown ໃນໄລຍະເກີດພະຍາດໂຄວິດ - 19 ຍັງເຫຼືອປະມານ 50% ແຕ່ໄລຍະຫຼັງໂຄວິດ - 19 ກໍ່ພວມຄ່ອຍໆເພີ່ມຂຶ້ນກັບຄືນຄືໄລຍະກ່ອນເກີດພະຍາດ. ບັນດາຮ້ານອາຫານກິນດື່ມ, ສະຖານທີ່ທ່ອງທ່ຽວຂອງຖະໜົນບັນລຸເກືອບ 100% ຈຳນວນແຂກທ່ອງທ່ຽວ:

 
  
ຖະ​ໜົນ China town ຄຶກ​ຄຶ້​ນຢູ່​ທ່າມ​ກາງ​ ນະ​ຄອນຫຼວງ ບາງກອກ - ảnh 2ແຂກທ່ອງທ່ຽວ ຫວຽດນາມ ຢູ່ China town 

ເມື່ອເລາະຢູ່ອ້ອມແອ້ມຖະໜົນ, ພວກເຮົາສາມາດເຫັນໄດ້ວ່າມີແຂກທ່ອງທ່ຽວຕ່າງປະເທດຫຼາຍພໍສົມຄວນ, ໃນນັ້ນກໍ່ມີແຂກທ່ອງທ່ຽວຫວຽດນາມ ອີກດ້ວຍ. ເລມິງ ແລະ ເຈິ່ນງອກມາຍ ແຂກທ່ອງທ່ຽວຫວຽດນາມ ໄດ້ແບ່ງປັນວ່າ:

ຖະໜົນຍ່າງ ອາຫານການກິນຢູ່ແຫ່ງນີ້ມີຈຸດຄ້າຍຄືກັນກັບຖະໜົນຍ່າງຢູ່ ຫວຽດນາມ ນັ້ນແມ່ນມີຫຼາຍຮ້ານອາຫານຂອງຊາວຕ່າງປະເທດ ແລະ ມີແຂກທ່ອງທ່ຽວຊາວຕ່າງປະເທດຫຼາຍຄົນ ແຕ່ມີຈຸດແຕກຕ່າງກັນນັ້ນແມ່ນເຂົາເຈົ້າຍັງອະນຸຍາດໃຫ້ລົດຊະນິດຕ່າງຂີ່ເຂົ້າຖະໜົນ ແລະ ຖະໜົນກໍ່ກວ້າງຫຼາຍ. ບັນດາເຍື່ອງອາຫານກໍ່ຄ້າຍຄືກັນກັບ ອາຫານ ຫວຽດ ແຕ່ເຜັດ ແລະ ຫວານກ່ວາ. ຂ້າພະເຈົ້າມັກກິນອາຫານຢູ່ນີ້ຫຼາຍ ຍ້ອນວ່າ ຂ້າພະເຈົ້າແມ່ນຊາວໜຸ່ມ ດັ່ງນັ້ນຈິ່ງມັກການລົງພຶດຕິກຳຕົວຈິງ.

ຖ້າມີໂອກາດ, ແນ່ນອນວ່ານ້ອງຈະກັບຄືນມາແຫ່ງນີ້ອີກ ຍ້ອນວ່າອາຫານຢູ່ທີ່ນີ້ມີຫຼາຍຮູບຫຼາຍແບບ. ເຖິງວ່າແມ່ນຖະໜົນຊາວຈີນ ແຕ່ກໍ່ມີອາຫານຂອງໄທຫຼາຍເຍື່ອງ ເພື່ອໃຫ້ທຸກຄົນຊີມ. ເມື່ອມາບາງກອກ ແນ່ນອນວ່າ Chinatown ແມ່ນສະຖານທີ່ແຂກທ່ອງທ່ຽວຈະໄດ້ລົງພຶດຕິກຳຕົວຈິງ ຈຸດວັດທະນະທຳຂອງຊາວຈີນ ຢູ່ ໄທ, ນັ້ນແມ່ນການລົງພຶດຕິກຳຕົວຈິງທີ່ພິເສດທີ່ສຸດ ແລະ ຫາຍາກຢູ່ຫຼາຍບ່ອນໃນໂລກ.

Chinatown ບາງກອກ ແມ່ນຈຸດນັດພົບສຸດຍອດ ເພື່ອໃຫ້ເພື່ອນໆມາຄົ້ນຫາວັດທະນະທຳ ຈີນ ໃນການເດີນທາງໄປທ່ຽວໄທ. ການດຳລົງຊີວິດແບບຄຶກຄື້ນມ່ວນຊື່ນນັບທັງເວັນ ແລະ ຄືນຢູ່ແຫ່ງນີ້ຈະນຳມາເຊິ່ງຄວາມຮູ້ສຶກທີ່ເຕັມໄປດ້ວຍພະລັງຊີວິດໃຫ້ແກ່ແຂກທ່ອງທ່ຽວ ເພື່ອມີການທ່ອງທ່ຽວທີ່ຈັບອົກຈັບໃຈ ແລະ ເປັນໜ້າຈົດຈຳທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ