ທົ່ງໄຫຫີນ - ມໍລະດົກວັດທະນະທຳດູດດື່ມນັກທ່ອງທ່ຽວ


(vovworld) - ​ໄຫ​ຫີນບູຮານ ນັບ​ພັນ​ໆຫນ່ວຍ ມີ​ນ້ຳຫນັກ​ແຕ່ 600 ກິ​ໂລກາມ ​ເຖິງ 1 ​ໂຕນ ມີ​ອາຍຸ​ແຕ່ 2.500 - 3000 ປີ ຕັ້ງ​ຢາຍ​ເດຍລະດາດ ​​ໃນທົ່ງ​ຢູ່ ​ເມືອງ​​ແປກ ​ແຂວງ ຊຽງ​ຂວາງ. ມາ​ຮອດ​ປະຈຸ​ບັນ, ຕົ້ນ​ກຳ​ເນີ​ດຂອງ​ບັນດາ​ໄຫ​ຫີນ​​ເຫຼົ່ານີ້ ພວມ​​ເປັນ​ສິ່ງ​ທີ່ປິດສະໜາສຳ​ລັບ​ນັກ​ຄົ້ນ​ຄ້ວາບູຮານຄະດີ ກໍ​ຄື​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທົ່ວທຸກ​ສາລະ​ທິດ. ​

ທົ່ງໄຫຫີນ - ມໍລະດົກວັດທະນະທຳດູດດື່ມນັກທ່ອງທ່ຽວ - ảnh 1
ເດັກນ້ອຍມີຄວາມແປກປະຫລາດຕໍ່ໄຫຫີນ ຢູ່ ແຂວງ ຊຽງຂວາງ
ພາບ:internet

        ​ເມື່ອ​ມີ​ໂອກາດມາ​ຢ້ຽມປະ​ເທດລ້ານ​ຊ້າງ​ທີ່​ສວຍ​ງາມ, ສິ່ງ​ທຳ​ອິດ​ທີ່ນັກ​ທ່ອງ​ທ່ຽວ​ສົນ​ໃຈ​ແມ່ນ​ທົ່ງ​ໄຫ​ຫີນ. ​ເພາະວ່າ ຢູ່​ທີ່​ນີ້​ມີ​ໄຫ​ຫີນໃຫຍ່​, ນ້ອຍທັງໝົດ ​ປະມານ 2000 ​ ຫນ່ວຍ, ຕັ້ງ​ຍັ່ງ​ຢາຍ​ເດຍລະດາດ ຢູ່ 57 ບ່ອນ​ໃນສາມ​ໝູ່ບ້ານທີ່​ຫ່າງ​ຈາກ​ເທດສະບານ​ເມືອງ ​ໂພນ​ສະຫວັນ ​ແຂວງ ຊຽງ​ຂວາງ​ປະມານ 7 ກິ​ໂລ​ແມດ. ​ໄຫ​ຫີນ​ຫນ່ວຍ​ໃຫຍ່​ສຸດ​ມີ​ເສັ້ນ​ຜ່າກາງ 2,5ແມັດ ແລະ ສູງ​ເຖິງ 2,57 ​ແມດ, ມີ​ນ້ຳຫນັກ​ຫຼາຍ​ໂຕນ. ຫນ່ວຍນ້ອຍ​ສຸດ​ມີ​ຂະຫນາດພໍອູ້ມໜຶ່ງ   . ​ໄຫ​ຫີນ​ສ່ວນ​ຫລາຍ​ບໍ່​ມີ​ຝາປົກ ​ແລະ ​ມີ​ຮູບຊົງ​ແຕກ​ຕ່າງ​ກັນ, ບໍ່​ມີ​ຫນ່ວຍ​ໃດຄ້າຍ​ຄື​ກັນ ​ແລະ ​ຕັ້ງ​ຍັ່ງ​ຢາຍ​ເດຍລະດາດບໍ່​ເປັນ​ລະບຽບ. ມີ​ເລື່ອງ​ລາວ​ສືບ​ທອດ​ກັນ​ມາແຕ່​ບູຮານ​ນະ​ການ​​ວ່າ: ຂຸນ​ເຈືອງ ​ແມ່ນກົກ​ເຫຼົ່າ​ຊົນ​ເຜົ່າ​ລາວ​​ບູຮານ, ພາຍຫລັງ​ຕີ​​ເອົາຊະນະ​​ສັດຕູ, ຂຸນ​ເຈືອງ​​ໄດ້ສ່ັງ​ໃຫ້​ຜະລິດ​ບັນດາ​ໄຫ​ຫີນ​ດັ່ງກ່າວ​ເພື່ອບັນ​ຈຸ​ເຫລົ້າ​ກຽມ​ຈັດ​ງານ​ລ້ຽງ​ສະຫຼອງ​ໄຊຊະນະ. ປະຊາຊົນ​ຢູ່​ທີ່​ນີ້​ພັດ​​ເຊື່ອວ່າ, ບັນດາ​ໄຫ​ຫີນ​​ເຫຼົ່າ​ນີ້ແມ່ນ​ຈອກ​ກິນເຫລົ້າ​ຂອງ​ບັນດາ​ເທວະ​ດາ. ອ້າຍ​ບູນມີ ຊາວ​ຊຽງ​ຂວາງ​ໃຫ້​ຮູ້​ວ່າ:

                ສຽງ​​ເພື່ອນ​ບຸນ​ມີ


        ປີ 1930, ນັກ​ຄົ້ນ​ຄ້ວາ​ຊາວ ຝລັ່ງ ມີ​ຊຶ່ວ່າ Madelaine Colani ​ໄດ້​ດຳ​ເນີນ​ການ​ຂຸດ​ຄົ້ນ​ຢູ່​ເຂ​ດທົ່ງ​ໄຫ​ຫີນ ​ແລະ ຊອກ​ເຫັນ​ວັດ​ຖຸພັນ​ຫລາຍ​ຢ່າງ​ວາງຢູ່ໃກ້​ກັບ​ໄຫ​ຫີນ​ຄື: ​ໂສ້ງ​ເສື້ອ, ​ເຄື່ອງ​​ເອ້ຍ້ອງ​​ເກົ່າ​ແກ່ ​ໂດຍ​​ໄດ້​ຮັບ​ການຜະລິດ​ກ່ອນ​ນີ້​ປະມານ 400 - 600 ປີ. ທ່ານ​ນາງ​ໄດ້ຢັ້ງ​ຢືນ​ວ່າ: ບັນດາ​ໄຫ​ຫີນ​​ເຫຼົ່ານັ້ນ ບໍ່​ແມ່ນ​ ນຳ​ໃຊ້​​ເພື່ອບັນຈຸ​ເຫລົ້າ ​ເພາະວ່າ​ບໍ່​ເຫັນພະຍານ​ຫລັກ​ຖານ​ໃດ​ໆ​ທີ່​ຈະ​ພິສູດ​​ໃຫ້​​ເຫັນແຈ້ງ​ສິ່ງ​ດັ່ງກ່າວໄດ້. ຈາກ​ນັ້ນ ບັນດາ​ນັກ​ຄົ້ນ​ຄ້ວາ​ຈຶ່ງ​ຍົກ​ອອກ​ສົມ​ຕິ​ຖານທີ່​ວ່າ​ບັນດາ​ໄຫ​ຫີນ​ນີ້​ອາດ​ຈະ​ໃຊ້​ເພື່ອບັນຈຸ​ອັດຖິ​ຂອງ​ຊາວ​ຍວນ ຊຶ່ງ​ແມ່ນ​ຫນຶ່ງ​​ໃນ​ບັນດາ​​ເຜົ່າ​ບູຮານ​ຂອງ​ລາວ.  ຍ້ອນ​ບັນດາ​ສິ່ງ​ເລິກ​ລັບມະຫັດສະຈັນ​ຢູ່​ທົ່ວ​ໄຫ​ຫີນ​ຊຽງ​ຂວາງ ​ໄດ້​ເຮັດ​ໃຫ້​ເຂດ​ດິນ​ແດນ​​ແຫ່ງນີ້​ກາຍ​ເປັນ​ມໍລະດົກ​ອັນ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ກວ່າ​ໝູ່​ຢູ່​ປະ​ເທດ​ລ້ານ​ຊ້າງ. ​​​ເມື່ອ​​ໄດ້​ຮັບ​ຊົມ​ທົ່ງ​ໄຫ​ຫີນ ​ແລະ ຮູ້ສຶກ​ແປ​ກປະຫລາດ​​ໃຈ​, ອ້າຍ ຫງວຽນ​ມີນ​ຕວນ ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ​​ໄດ້​ແບ່ງປັນ​ວ່າ:

        “​ຂ້າພະ​ເຈົ້າ​​ແມ່​ນຜູ້​ໂຊກ​ດີ​ເມື່ອ​ໄດ້​ມາ​ຢ້ຽມ​ຊົມ​ທົ່ງ​ໄຫ​ຫີນ ​ແລະ ຮູ້​ສື​ກປະ​ທັບ​ໃຈ​ຫລາຍ. ບັນດາ​ໄຫ​ຫີນ​ຢູ່ທີ່​ນີ້​ແມ່ນ​ເກົ່າ​ແກ່ ​ແລະ ​ເລິກ​ລັບ. ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດຂອງ​ມັນ. ​ແຕ່​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຜ່ານ​ການ​ທ່ຽວ​ຊົມ​ຄັ້ງນີ້​ຂ້າພະ​ເຈົ້າ​ເຫັນ​ວ່າ ນາຍ​ຊ່າງ​ທີ່​ຜະລິ​ດບັນດາ​​ໄຫ​ຫີນ​ຂອງ ຊາວລາວ​ບູຮານ​ແມ່ນປະ​ເສີດ​ເລີດ​ລ້ຳ ນີ້​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ລາວ.”

ທົ່ງໄຫຫີນ - ມໍລະດົກວັດທະນະທຳດູດດື່ມນັກທ່ອງທ່ຽວ - ảnh 2
ທົ່ງໄຫຫີນ
ພາບ: internet

        ຍ້ອນ​ຄວາມ​ງາມ​ທີ່​ແຕກ​ຕ່າງ ​ແລະ ບັນດາ​ເລື່ອງ​ລາວ​ ​ກ່ຽວ​ກັບ​ໄຫ​ຫີນ​ບໍ່​ທັນ​ບົ່​ງບອກ​ໃຫ້​ຮູ້ຕົ້ນ​ກຳ​ເນີ​ດຂອງມັນ ຍິ່ງ​ເຮັດ​ໃຫ້​ທົ່ງ​ໄຫ​ຫີນ​ ນັບ​ມື້​ນັບດູດ​ດື່ມ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລວງ​ຫລາຍ. ​ແຕ່ລະ​ປີ ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ທົ່ງ​ໄຫ​ຫີນ 1 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນກວ່າ 60%​ແມ່ນ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ. ​ແລະ ​ເພື່ອ​ໃຫ້​​ເພື່ອນ​ມິດສາ​ກົນ​ຮູ້​ຈຶກ​ເຖິງ​ເຂດ​ປູຊະນີຍະ​ສະຖານ​ແຫ່ງ​ເທບ​ນິຍາຍ​ນີ້, ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ລາວ ພວມ​ກະ​ກຽມ​ສຳ​ເນົາ​ເອກະສານ​ຍື່ນສະ​ເຫ​ນີຕໍ່​ອົງການ UNESCO ຮັບຮອງ​​ເປັນ​ມໍລະດົກ​ວັດທະນະທຳ​ໂລກ.

Anh Dao

ຂ່າວ/ບົດ​ອື່ນ