ທິມ​ CIRAC ຂອງ ໄທ ແລະ ເຕັກ​ໂນ​ໂລ​ຢີ​ຜະ​ລິດຈາກ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ​ຄືນ​ໃໝ່ ເພື່ອ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດໝູນ​ວຽນ

(VOVWORLD) -        ໂດຍເປັນໜຶ່ງໃນ 4 ທິມທີ່ໄດ້ຮັບໄຊຊະນະໃນການເສັງທົດສອບປະດິດຄິດສ້າງຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ (EPPIC) 2020 ໂດຍ ອົງການພັດທະນາ  ສົມທົບກັບບັນດາປະເທດ ອາຊຽນ (UNDP) ຈັດຕັ້ງຂຶ້ນຫວ່າງມໍ່ໆມານີ້ທິມ CIRAC ຂອງ ໄທ ໄດ້ນຳສະເໜີເຕັກໂນໂລຢີໜຶ່ງທີ່ມີລັກສະນະບຸກທະລຸນັ້ນແມ່ນ ເຕັກໂນໂລຢີຫັນປ່ຽນົງຫຸ້ມຫໍ່ snack ໃຫກາຍເປັນອາລູມີນຽມແລະ ນ້ຳມັນກາຊວນເຖິງວ່າໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນທົດລອງກໍຕາມ ແຕ່ໄດ້ໃຫ້ໝາຍຜົນທີ່ມີຄວາມເປັນໄປໄດ້ພໍສົມຄວນດ້ວຍສະມັດຕະພາບບຳບັດຖົງຫຸ້ມຫໍ່ snack 1000 ໂຕນ ເປັນ ອາລູມີນຽມ 200 ກິໂລກະຣາມ ຕໍ່ວັນອັນໄດ້ປະກອບສ່ວນຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ແລະ ຊຸກຍູ້
  ເຊີນທ່ານຮັບຟັງສຽງຂອງທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ຜູ້ກໍ່ຕັ້ງທິມ CIRAC.
         ດ້ວຍຄວາມຮູ້ທີ່ຮຽນມາໄດ້ຈາກພະແນກນ້ຳມັນອາຍແກັດ PPC, ມະຫາວິທະຍາໄລ ຈຸລາລົງກອນ ຂອງ ໄທ ແລະ ປະສົບການເຮັດວຽກໃນບໍລິສັດເຄມີ SCG, ທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ອາຍຸ 30 ປີ, ພ້ອມດ້ວຍເພື່ອນຄົນໜຶ່ງ ໄດ້ກໍ່ຕັ້ງທິມ CIRAC ຂຶ້ນມາ ເພື່ອຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຜະລິດຖົງຫຸ້ມຫໍ່ snack ຄືນໃໝ່ ໃຫ້ກາຍເປັນອາລູມີນຽມ ແລະ ນ້ຳມັນກາຊວນ ກ່ອນນີ້ສອງປີ. ປັດຈຸບັນ, ເຕັກໂນໂລຢີຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ເປັນ ອາລູມີນຽມ ໄດ້ຮັບການພັດທະນາຢ່າງສົມບູນແບບ ແລະ ພວມຢູ່ໃນໄລຍະທົດລອງຢູ່. ສ່ວນການຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ເປັນ ນ້ຳມັນກາຊວນ ພວມຢູ່ໃນໄລຍະຄົ້ນຄວ້າ ແລະ ພັດທະນາ. ທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ຜູ້ກໍ່ຕັ້ງທິມ CIRAC ແບ່ງປັນຕື່ມອີກວ່າ: 
 
ທິມ​ CIRAC ຂອງ ໄທ ແລະ ເຕັກ​ໂນ​ໂລ​ຢີ​ຜະ​ລິດຈາກ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ​ຄືນ​ໃໝ່ ເພື່ອ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດໝູນ​ວຽນ - ảnh 1ທິມ CIRAC ໃນການເສັງ  EPPIC 2020 (ພາບ:UNDP)

        ຈຸດດີດັ່ງກ່າວຂອງທິມ CIRAC ໄດ້ຮັບການຕີລາຄາສູງຈາກຄະນະຈັດຕັ້ງ ແລະ ກຳມະການການເສັງ EPPIC 2020. CIRAC ກາຍເປັນໜຶ່ງໃນສີ່ທິມ ທີ່ຍາດໄດ້ລາງວັນດຽວກັນຂອງການເສັງດັ່ງກ່າວ ແລະ ໄດ້ຮັບລາງວັນມີມູນຄ່າ 18.000 USD ແລະ ເຂົ້າຮ່ວມລາຍການບຳລຸງສ້າງພາຍໃນ 9 ເດືອນ ເພື່ອພັດທະນາແນວຄວາມຄິດຂອງຕົນໃຫ້ກາຍເປັນໂຄງການ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ. ທ່ານ ຮວ່າງແທັ່ງຫວິງ, ພະນັກງານອົງການ UNDP  ຫວຽດນາມ - ຫົວໜ່ວຍຈັດຕັ້ງການເສັງ EPPIC 2020 ຕີລາຄາວ່າ:

        “ການນຳສະເໜີເຕັກໂນໂລຢີຜະລິດຢາງພະລາດຕິກເສດເຫຼືອຄືນໃໝ່ຂອງ CIRAC ໄດປະສົບຜົນສຳເລັດທີ່ສຸດ ສຳລັບພື້ນຖານເສດຖະກິດໝູນວຽນ. ຈຸດໃໝ່ຂອງກິດຈະກຳດັ່ງກ່າວແມ່ນ ນອກຈາການເກັບໂຮມ ແລະ ຜະລິດຢາງພະລາດຕິກເສດເຫຼືອຄືນໃໝ່ ແລະ ຜະລິດອອກຜະລິຕະພັນອື່ນໆ ຄືເປັນອາລູມີນຽມ ແລະ ນ້ຳມັນກາຊວນແລ້ວ, ມັນຍັງສ້າງມູນຄ່າເພີ່ມ, ສ້າງທ່າໄດ້ປຽບທີ່ໃຫຍ່ຫຼວງກວ່າ ເມື່ອທຽບໃສ່ການຜະລິດຢາງພະລາດສະຕິກທຳມະດາ. ເພາະວ່າ, ໄທ ຍັງແມ່ນຕະຫຼາດທີ່ຕ້ອງນຳເຂົ້າອາລູມີນຽມເປັນຈຳນວນຫຼາຍ. ດ້ວຍລັກສະນະທີ່ໃໝ່ອ່ຽ ແລະ ປະຄິດຄິດສ້າງຄືແນວນີ້, ນີ້ແມ່ນມາດຕະການທີ່ມີກຳລັງບົ່ມຊ້ອນໃນການຜະລິດຢາງພະລາດສະຕິກເສດເຫຼືອຫຼາຍທີ່ສຸດ. ເຕັກໂນໂລຢຂອງທິມ CIRAC ຈະຊ່ວຍເຮັໃຫ້ເພີ່ມກຳລັງໜູນໃນການເກັບໂຮມຢາງພະລາດສະຕິກເສດເຫຼືອ, ຜ່ານນັ້ນ, ຈະຊ່ວຍຫຼຸດຜ່ອນການີ້ມຢາງພະລາດຕິກເສດເຫຼືອອອກສູ່ທະເລ”.

        ສຳລັບທິມ CIRAC, ການເຂົ້າຮ່ວມ EPPIC 2020 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າສະເໜີແນວຄວາມຄິດປະດິດຄິດສ້າງ ແລະ ໄດ້ເຊື່ອມຕໍ່ກັບບັນດາຜູ້ທີ່ມີການປ່ຽນແປງໃໝ່ ແລະ ປະດິດຄິດສ້າງໃນພາກພື້ນ ອາຊຽນ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ເຂົາເຈົ້າສ້າງ ແນວຄວາມຄິດດຳເນີນທຸລະກິດຂອງໂຄງການດັ່ງກ່າວໃຫ້ສຳເລັດອີກດ້ວຍ. ນີ້ກໍແມ່ນຂໍ້ຈຳກັດຂອງບັນດານັກເຕັກນິກຄືທ່ານ ປະລິນຍາເອກ ສີຂະລິນ ເຕມິຍະກຸນ ແລະ ເພື່ອນຮ່ວມງານ.

 

        ພາຍຫຼັງທີ່ບັນລຸໄດ້ຜົນສຳເລັດໃນການເສັງ EPPIC 2020, CIRAC ໄດ້ວາງແຜນການສ້າງເຄື່ອງປະຕິກອນ ສຳເລັດ ແລະ ສືບຕໍ່ຍູ້ໄວການຄົ້ນຄວ້າເຕັກໂນໂລຢີຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ກາຍເປັນນ້ຳມັນກາຊວນ. ພ້ອມກັນນັ້ນ ກໍ່ໂຄສະນາ, ສ້າງເຄື່ອງໝາຍການຄ້າ, ເວັບໄຊ ເພື່ອພັດທະນາໃຫ້ກາຍເປັນບໍລິສັດ. ນອກຈາກນັ້ນ, CIRAC ຍັງຊອກຫາບັນດານັກລົງທຶນ, ຄູ່ຮ່ວມມືສະໜອງວັດຖຸດິບ ແລະ ບ່ອນຈຳໜ່າຍຜະລິດຕະພັນ ແລະ ເຕັກໂນໂລຢີ ໃນປີ 2021 ເພື່ອມຸ່ງໄປເຖິງການເປີດກວ້າງຕະຫຼາດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2022./.

ຕອບກັບ

ຂ່າວ/ບົດ​ອື່ນ