(VOVWORLD) - ທ່ານ ຫງວຽນວັນຄວງ, ເກີດປີ 1922 ຢູ່ບ້ານ ເຕື໊ອງລວາດ, ຕາແສງ ອຽນຈິ, ເມືອງ ອີ໊ອຽນ, ແຂວງນາມດິ້ງ. ປີ 1930, ຍ້ອນຊີວິດການເປັນຢູ່ໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ທ່ານໄດ້ໄປນຳພໍ່ ໄປອາໄສຢູ່ເມືອງຊຳເໜືອຂອງລາວເພື່ອຫາລ້ຽງຊີບ. ໂດຍມີສະຕິຕື່ນຕົວ, ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວການປະຕິວັດໃນສະມາຄົມມິດຕະພາບ ຊາວຫວຽດນາມ ອາໄສຢູ່ ຊຳເໜືອ ນັບແຕ່ເມື່ອອາຍຸຫາກໍ່ໄດ້ 22 ປີ. ຜ່ານການຕໍ່ຕ້ານຕ້ານສັດຕູ ເປັນ 2 ຄັ້ງ, ທ່ານໄດ້ອຸທິດສ່ວນຊີວິດຂອງຕົນແກ່ການປະຕິວັດ ແລະ ໄມຕີຈິດມິດຕະພາບຂອງສອງປະເທດ ຫວຽດນາມ - ລາວ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກຫວຽດນາມ ແລະ ນັກຊ່ຽວຊານຫວຽດນາມຊ່ວຍເຫຼືອລາວ ຄົບຮອບ 71 ປີ (30 ຕຸລາ 1949 – 30 ຕຸລາ 2020), ບັນນາທິການວິທະຍຸກະຈາຍສ
ໂດຍເປັນຄົນມີຮູບຄີງນ້ອຍ, ສີໜ້າແຂງກ້າ, ເວົ້າຈາຈະແຈ້ງ, ເດັດຂາດ ບໍ່ມີໃຜເຊື່ອເລີຍວ່າ ປິນີ້, ທ່ານ ຫງວຽນວັນຄວງ ມີອາຍຸ 98 ປີແລ້ວ. ໃນສີໜ້ານັ້ນ ໄດ້ສະແດງໃຫ້ເຫັນຄຸນນະທາດຂອງອ້າຍທະຫານ “ລຸງໂຮ່”, ຕາຂອງທ່ານຮຸ່ງປະກາຍຂຶ້ນ ແລ້ວເລົ່າແຕ່ລະຄວາມຊົງຈຳໃນສະໄໝເຄື່ອນໄຫວການປະຕິວັດຢູ່ ຊຳເໜືອສູ່ຟັງວ່າ:
“ປີ 1944, ຊາວຫວຽດນາມ ອາໄສຢູ່ ຊຳເໜືອ ມີປະມານກວ່າ 200 ຄອບຄົວ ດ້ວຍຈຳນວນປະຊາກອນ 400 ຄົນ, ສ່ວນຫຼາຍແມ່ນມາທຳມາຫາກິນ, ບາງຄົນກໍໄປອອກແຮງງານ, ແຕ່ສ່ວນຫຼາຍແມ່ນເປັນຊ່າງຕັດຫຍິບ. ນາຍຄູ ຫງວຽນຫຶວແຮງ ແລະ ທ່ານໝໍ ບຸ່ຍງອັກເຕ້ວ ແມ່ນຜູ້ທີ່ມີລະດັບວິຊາສະເພາະຢູ່ ຊຳເໜືອ ໄດ້ເປັນຜູ້ຈັດຕັ້ງຂົນຂວາຍພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ທີ່ນີ້ ສ້າງຕັ້ງສະມາຄົມປະສານມິດຊາວຫວຽດນາມ ອາໄສຢູ່ ຊຳເໜືອ”.
ທ່ານ ຫງວຽນວັນຄວງ ດີໃຈທີ່ໄດ້ພົບກັບໝູ່ຮ່ວມກົມກອງ |
ພາຍໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ ຝລັ່ງ, ປະຊາຊົນບັນດາເຜົ່າຂອງ ລາວ ກໍຄືພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ດຳລົງຊີວິດ, ທຳມາຫາກິນ ຢູ່ ຊຳເໜືອ ບໍ່ມີສິດເສລີ, ຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກ, ລຳບາກທີ່ສຸດ. ເດືອນ ມີນາ ປີ 1945, ຍີ່ປຸ່ນ ໂຄ່ນລົ້ມ ຝລັ່ງ ຢູ່ ອິນດູຈິນ, ອັກຄະລັດຖະທູດ ຝລັ່ງ ມີເຈດຈຳນົງຢາກມ້າງເພທຳລາຍ ໂຮງງານຜະລິດໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ ແລະ ບາງສຳນັກງານທີ່ຕັ້ງຢູ່ ຊໍາເໜືອ ເພື່ອກໍ່ຄວາມສັບສົນວຸ້ຍວາຍໃຫ້ແກ່ ກອງທັບ ຍີ່ປຸ່ນ ເມື່ອມາກຳອຳນາດ. ໂດຍເຫັນໄດ້ວ່າ ນີ້ແມ່ນວຽກງານທີ່ມີຄວາມສຳຄັນ, ສະມາຄົມປະສານມິດ ໄດ້ເປັນເຈົ້າການສົມທົບກັບເພື່ອນ ລາວ ເຕົ້າໂຮມ, ຂົນຂວາຍ, ຄວາມຕື່ນຕົວຂອງຊາວໜຸ່ມຜູ້ມີນ້ຳໃຈຮັກຊາດ, ກຽດຊັງສັດຕູ ຝລັ່ງ ເພື່ອສ້າງຕັ້ງກອງປ້ອງກັນຕົນເອງ ເພື່ອຮັບຜິດຊອບວຽກງານປົກປັກຮັກສາ ແລະ ສ້າງສາຍຕິດຕໍ່ປະສານກັບທະຫານ ຫວຽດມິນ. ໂດຍມີທ່າໄດ້ປຽບທີ່ໄດ້ຮຽນໜັງສື ລາວ ນັບແຕ່ຄາວຍັງນ້ອຍ, ເຂົ້າໃຈພູມສັນຖານ, ທ່ານ ຫງວຽນວັນຄວງ ແມ່ນໜຶ່ງໃນຈຳນວນສະມາຊິກດີເດັ່ນ 25 ຄົນ ໄດ້ຮັບຄວາມໄວ້ວາງໃຈ, ຄັດເລືອກ ແລະ ມອບໝາຍໜ້າທີ່ໃຫ້ຕິດຕາມສະພາບການພາຍໃນປະເທດຢ່າງໃກ້ຊິດຕິດແທດ, ໂຄສະນາກ່ຽວກັບອົງການ ຫວຽດມິນ ໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສ ຊຳເໜືອ, ສ້າງພື້ນຖານ ແລະ ຊ່ອງທາງຕິດຕໍ່ພົວພັນ.
“ພວກຂ້າພະເຈົ້າຮູ້ສຶກງົງ ແລະ ສັບສົນທີ່ສຸດ ເພາະວ່າ ໃນສະໄໝນັ້ນບໍ່ຮູ້ວ່າຈະເຮັດແນວໃດ, ພຽງແຕ່ອີງໃສ່ປະຊາຊົນ ເພື່ອສ້າງສາຍຕິດຕໍ່ປະສານກັນ. ຮອດເດືອນ ກຸມພາ ປີ 1947, ພວກຂ້າພະເຈົ້າ ໄດ້ຕອນຮັບກົມກອງທຳອິດທີ່ມີການປະກອບອາວຸດຢ່າງຄົບຖ້ວນ ແລ້ວບຸກເຂົ້າຍຶດຄອງເອົາເຂດຕາເວັນຕົກສ່ຽງເໜືອ ຂອງຊຳເໜືອ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ໄດ້ຕ້ອນຮັບກົມກອງທີ 2 ນັ້ນແມ່ນ ກອງພັນ C160 ເຊິ່ງເປັນອົງການທຳອິດຂອງກອງພັນໃຫຍ່ 52 ແລະ ອີກກົມກອງໜຶ່ງ ຄື ສຳພັນທະມິດ ລາວ - ຫວຽດນາມ, 2 ກົມກອງດັ່ງກ່າວໄດ້ໄປຢຶດຄອງເອົາ ຊຽງຄໍ້”.
ທ່ານ ຫງວຽນວັນຄວງ ອ່ານປຶ້ມກ່ຽວກັບສາຍພົວພັນ ຫວຽດນາມ - ລາວ ໃນເວລາຫວ່າງ |
ປີ 1947, ກອງພັນໃຫຍ່ ໄຕຕ໊ຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ທ່ານ ຄວງ ແລະ ຊາວໜຸ່ມຫວຽດນາມ ອາໄສ ຢູ່ ຊຳເໜືອ 24 ຄົນ ໄດ້ເຂົ້າຮ່ວມກອງຮ້ອຍ ຂອງກອງພັນໃຫຍ່. ດ້ວຍຈິດໃຈບໍ່ຫວັ່ນໄຫວຕໍ່ຄວາມທຸກຍາກລຳບາກ, ເຂົ້າເຈົ້າໄດ້ອຸທິດສ່ວນ, ໄປທົ່ວທຸກບ່ອນ, ເຮັດທຸກວຽກງານທີ່ການປະຕິວັດຕ້ອງການ, ເຂົາເຈົ້າເຂົ້າໃຈວ່າ ມີແຕ່ຂົນຂວາຍປະຊາຊົນລາວ ລຸກຮື້ຂຶ້ນຕໍ່ສູ້ເທົ່ານັ້ນ ຈຶ່ງຈະຕີເອົາໄຊຊະນະພວກລ່າເມືອງຂຶ້ນ ຝລັ່ງ ຜູ້ຮຸກຮານໄດ້. ເຂົາເຈົ້າ ແບ່ງກັນຕິດພັນກັບປະຊາຊົນເພື່ອສ້າງຮາກຖານ, ສ້າງຕັ້ງບັນດາອົງການມະຫາຊົນ, ກອງທະຫານລາດກອງຫຼອນ, ລຸກຮື້ຂຶ້ນກໍ່ສ້າງອຳນາດການປົກຄອງ. ພັດທະນາຮາກຖານຈາກແຄບໃຫ້ເປັນກວ້າງ, ສ້າງກຳລັງອ່ອນດ້ອຍໃຫ້ເປັນກຳລັງເຂັ້ມແຂງ, ກໍ່ສ້າງບັນດາເຂດກອງຫຼອນ ເທື່ອລະກ້າວ. ຮ່ວມກິນຢູ່ນຳປະຊາຊົນ, ອອກແຮງງານທຳການຜະລິດພ້ອມກັບປະຊາຊົນ ເພື່ອພ້ອມກັບປະຊາຊົນ ລາວ ຕີຕ້ານສັດຕູ, ຕ້ານການກວາດລ້າງ, ປົກປ້ອງຮາກຖານ, ບ້ານເມືອງ. ວຽກງານຂົນຂວາຍ, ໂຄສະນາໃຫ້ພໍ່ແມ່ປະຊາຊົນ ໄດ້ປະສົບກັບຄວາມຫຍຸ້ງຍາກແລ້ວ ແຕ່ການຂົນຂວາຍສັດຕູ ຍິ່ງປະສົບກັບຄວາມຫຍຸ້ງຍາກກວ່າຫຼາຍທົບຫຼາຍເທົ່າ, ອັນຕະລາຍທີ່ສຸດແມ່ນເມື່ອຖືກສັດຕູພົບເຫັນ ຫຼື ຮັບມືກັບພວກປະຕິການ. ທ່ານ ຄວງ ຫວນຄືນຊຸມວັນທີ່ປະຕິບັດການຂົນຂວາຍຢູ່ ຊຳເໜືອ ວ່າ: “ຢູ່ເມືອງຊອນ ມີພວກຫົວໂປ່ ເຊື່ອຖື ຜີ ນັ້ນແມ່ນ ຊາດິນ, ພວກມັນເຄື່ອນໄຫວຢ່າງດຸເດືອດ, ບໍ່ແມ່ນໃຜກໍຂົນຂວາຍໄດ້. ຈາກນັ້ນ ຕ້ອງຕິດຕາມແບບປິດລັບ, ປຸກປັ່ນຍຸແຍ່ພາຍໃນ ເພື່ອໃຫ້ພວກມັນທຳລາຍດັບສູນເຊິ່ງກັນແລະກັນ”.
ປີ 1967, ທ່ານ ຫງວຽນວັນຄວງ ກັບມາເຮັດວຽກຢູ່ຄະນະປະຕິບັດງານພາກຕາເວັນຕົກ ຢູ່ ເຊີນລາ. ປີ 1968, ເມື່ອເອກະສານການຮ່ວມມືລະຫວ່າງ 2 ແຂວງ ຫົວພັນ ແລະ ເຊີນລາ ໄດ້ຮັບການລົງນາມ, ທ່ານ ຄວງ ໄດ້ແຕ່ງຕັ້ງໄປປະເທດ ລາວ, ສົມທົບກັບບັນເພື່ອນລາວ ເພື່ອຂົນຂວາຍ, ປຸກລະດົມ, ຈັດສົ່ງນັກຮຽນລາວ 35 ຄົນຢູ່ເມືອງ ເມືອງຊອນ ແລະ ຊຽງຄໍ້ ໄປຮຽນຢູ່ ແຂວງເຊີນລາ. ປັດຈຸບັນ ລຸ້ນຄົນດັ່ງກ່າວ ໄດ້ເຕີບໃຫຍ່, ແລະ ຮັບດຳລົງບັນດາພາລະໜ້າທີ່ສຳຄັນຂອງພັກ ແລະ ລັດລາວ. ທ່ານ ຄວງ ແບ່ງປັນວ່າ: “ສຳລັບທະຫານທີ່ເຮັດວຽກງານປະສານຕິດຕໍ່, ໂຄສະນາອົມຮົມ ແມ່ນຕ້ອງມີລັກສະນະຕັ້ງໝັ້ນສູງເປັນພິເສດ, ຖືຄວາມຕັ້ງໝັ້ນເປັນແບບວິທີພື້ນຖານຂອງຕົນ”.
“ຕ້ອງອີງໃສ່ປະຊາຊົນ ໄດ້ຮັບການລ້ຽງດູຈາກປະຊາຊົນ, ອີງໃສ່ປະຊາຊົນເພື່ອເຮັດວຽກງານຕິດຕໍ່ພົວພັນ, ຫຍຸ້ງຍາກທີ່ສຸດແມ່ນວຽກງານພະລາທິການ, ໄປຮອດໃສແມ່ນຕ້ອງກິນຢູ່ນຳປະຊາຊົນຢູ່ຫັ້ນ, ປະຊາຊົນໃຫ້ກິນຫຍັງແມ່ນເຮົາກິນອັນນັ້ນ, ຫາປະຊາຊົນເປັນຫູເປັນຕາເພື່ອລາຍງານສະພາບການໃຫ້. ພິເສດແມ່ນ ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈນຳປະຊາຊົນ, ເພາະວ່າ ປະຊາຊົນມີຄວາມໄວ້ວາງໃຈຕໍ່ໄຊຊະນະຂອງກອງທັບ, ກຳລັງສັດຕູແຮງແກ່ນປານນັ້ນ ແຕ່ກໍຍັງຕີເອົາຊະນະໄດ້, ສະນັ້ນ ໄປຮອດໃສ, ປະຊາຊົນກໍໃຫ້ການຊ່ວຍເຫຼືອຢ່າງສຸດຂີດ”.
ໃນໄລຍະເຄື່ອນໄຫວປະຕິບັດຢູ່ປະເທດລາວ, ທ່ານ ຄວງ ໄດ້ຮັບປະຕິບັດຫຼາຍໜ້າທີ່ແຕກຕ່າງກັນ, ບາງເທື່ອເປັນທະຫານຈັບປືນໂດຍກົງ, ຄຽງບ່າຄຽງໄລ່ນຳເພື່ອນມິດສະຫາຍຕໍ່ຕ້ານສັດຕູ, ບາງເທື່ອເປັນທະຫານພະລາທິການ, ບາງເທື່ອໄດ້ແຕ່ງຕັ້ງໄປເປັນທູດທະຫານສຳພັນທະມິດ ຫວຽດນາມ - ລາວ, ເຂົ້າຮ່ວມກອງປະກອບອາວຸດໂຄສະນາ ລາວຢູ່ພາກເໜືອ ໂດຍ ສະຫາຍ ໄກສອນ ພົມວິຫານ ເປັນຫົວໜ້າ, ແຕ່ບາງເທື່ອພັດເປັນນາຍແປພາສາໃນການເຮັດວຽກຄັ້ງຕ່າງໆລະຫວ່າງການນຳ ແຂວງຫົວພັນ ແລະ ເຊີນລາ. ສຳລັບທ່ານ ຄວງ ແລ້ວ, ທຸກສິງທຸກຢ່າງເຫຼົ່ານັ້ນ ແມ່ນເລີ່ມຈາກນ້ຳໃຈຮັກຊາດ ແລະ ນັ້ນກໍ່ແມ່ນພາລະກຳ, ທ່ານ ໄດ້ອຸທິດ ສ່ວນຊີວິດຂອງຕົນແກ່ການປະຕິວັດ ແລະ ໄມຕີຈິດມິດຕະພາບລວມ ລະຫວ່າງສອງປະເທດ ຫວຽດນາມ - ລາວ./.