ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ

(VOVWORLD) -ລາຍການກວດພະຍາດແຈກຢາຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ  ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີມີຄວາມໝາຍນະນຸດສະທໍນ້ຳໃຈອູ້ມຊູຊ່ວເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກອຳນາດການປົກຄອງ  ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກາກບ້ານເກີດເມືອງນອນນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ. 
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ - ảnh 1ທ່ານໝໍ ຫວຽດ ກວດພະຍາດໃຫ້ແກ່ລຸງ ມາຍຄັກຈ້ອງ 

ໂດຍມີໜ້າແຕ່ຮຸ່ງເຊົ້າ, ລຸງ ມາຍຄັກຈ້ອງ, ອາຍຸ 90 ປີ ແລະ ປ້າ ເຈິ່ນທິງາ, ອາຍຸ 76 ປີ ເຊິ່ງເປັນຊາວ ຫວຽດນາມ ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ເປັນເວລາຫຼາຍປີ ກັ້ນ ຄວາມປາບປື້ມໃຈບໍ່ໄດ້ເມື່ອໄດ້ທ່ານໝໍ ຫວຽດນາມ ມາກວດພະຍາດໃຫ້ດ້ວຍຄວາມສຸດຈິດສຸດໃຈ, ລອບຄອບຖີ່ຖ້ວນ ແລະ ແຈກຢາຍຢຸກຢາ, ແວ່ນຕາ ຟຼີໃຫ້.

ທ່ານໝໍໄດ້ກວດຕາ, ກວດດັງ ແລະ ເອົາແວ່ນຕາໃຫ້, ໃສ່ແລ້ວເຮັດໃຫ້ຂ້າພະເຈົ້າອ່ານໜັງສືໄດ້ແຈ້ງກວ່າ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ.

ຜ່ານລາຍການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນລາວ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ມີໂອກາດກວດພະຍາດ ເປັນຕົ້ນແມ່ນການວັກແທກຄວາມດັນເລືອດ, ຈັງຫວະເຕັ້ນຂອງຫົວໃຈ, ກວດຕາ, ຫູ-ດັງ-ຄໍ, ໄດ້ໃຫ້ຄໍາປຶກສາກ່ຽວກັບບາງພະຍາດທົ່ວໄປ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ໃນການເບິ່ງແຍງດູແລສຸຂະພາບ ແລະ ໄດ້ຮັບຢາບຳລຸງ, ວີຕາມິນ ແລະ ຢາເພີ່ມພູມຄຸ້ມກັນ, ນ້ຳຢາຂ້າເຊື້ອ… ບັນດາກໍລະນີທີ່ເປັນພະຍາດເຈັບໜັກ ຈະໄດ້ໃຫ້ຄຳປຶກສາ ແລະ ມີວິທີໜູນຊ່ວຍເພື່ອໃຫ້ປິ່ນປົວໃຫ້ດີຂາດ. ອ້າຍ ອະນຸສິດ, ອາຍຸ 40 ປີ ຢູ່ບ້ານ ສີບຸນເຮືອງ, ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ ມີທ່ານໝໍເກັ່ງຈາກ ຫວຽດນາມ ມາກວດພະຍາດຟຼີ ໃຫ້ແກ່ປະຊາຊົນ ລາວ ຜູ້ປະສົບກັບຄວາມຫຍຸ້ງຍາກ, ເມຍ ແລະ ລູກສາວຂອງອ້າຍກໍໄດ້ລະດົມກຳລັງໃຈໃຫ້ມາກວດ. ອ້າຍເລົ່າສູ່ຟັງວ່າ, ກ່ອນທີ່ໂລກລະບາດໂຄວິດ - 19 ແຜ່ລະບາດ, ອ້າຍໄດ້ເປັນລູກຈ້າງໃຫ້ແກ່ໂຮງງານປຸງແຕ່ງໄມ້, ແຕ່ເສຍດາຍຕາຖືກບາດເຈັບ, ຫຼັງຈາກນັ້ນມາ ລາວບໍ່ສາມາດເຫັນຮຸ່ງ ແລະ ນ້ຳຕາໄຫຼຊຶມຕະຫຼອດ:

“ພາຍຫຼັງທີ່ໄດ້ທ່ານໝໍ ຫວຽດ ກວດໃຫ້, ຂ້າພະເຈົ້າກໍຮູ້ສຶກມີຄວາມອຸ່ນອ່ຽນໃຈຫຼາຍກວ່າ ກ່ຽວກັບພະຍາດຂອງຕົນ ແລະ ຮູ້ສຶກດີໃຈຫຼາຍ. ນີ້ແມ່ນນະໂຍບາຍທີ່ດີ ເພື່ອແນໃສ່ໜູນຊ່ວຍປະຊາຊົນ, ສະແດງສາຍພົວພັນໄມຕີຈິດມິດຕະພາບອັນດີງາມລະຫວ່າງສອງປະເທດ, ຍາມໃດກໍອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ”.

ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ - ảnh 2ປະຊາຊົນລາວ ແລະ ພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ອາໄສ ຢູ່ ນະຄອນຫຼວງ ວຽງຈັນ ມາກວດພະຍາດເປັນຈຳນວນຫຼາຍ

ຄະນະປະຕິບັດງານຂອງຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ລວມມີສະມາຊິກ 31 ຄົນ, ໃນນັ້ນ ມີທ່ານໝໍ, ພະຍາບານ ແລະ ນັກອາສາສະໝັກ 25 ຄົນ ເຊິ່ງມີປະສົບການໃນການກວດ, ປິ່ນປົວພະຍາດເປັນເວລາຫຼາຍປີ. ເຂົາເຈົ້າບໍ່ຫວາດຫວັ່ນຕໍ່ໄລຍະທາງທີ່ຫ່າງໄກ, ເຂົ້າຮ່ວມລາຍການດ້ວຍຄວາມປາດຖະໜາວ່າ ຈະຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ. ແພດການຢາ ກາວທິມິງຕວຽດ, ສະມາຊິກຂອງຄະນະໃຫ້ຮູ້ວ່າ:

“ເມື່ອໄດ້ຮູ້ຂ່າວວ່າ ພໍ່ແມ່ພີ່ນ້ອງເຮົາຢູ່ຕ່າງປະເທດປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນໃນຂົງເຂດສາທາລະນະສຸກ, ພວກຂ້າພະເຈົ້າກໍໄດ້ຊັບສ້ອນວຽກງານລົງທະບຽນເຂົ້າຮ່ວມ. ພວກຂ້າພະເຈົ້າໄດ້ເປີດກວດພະຍາດພະແນກພາຍໃນ, ພະແນກຢາພື້ນເມືອງ, ພະແນກຕາ, ການຢາ ແລະ ສົມທົບກັບນັກອາສາສະໝັກໃນວຽກງານແປພາສາເພື່ອຮັບໃຊ້ການກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ ນະຄອນຫຼວງວຽງຈັນ ກໍຄື ປະຊາຊົນ ລາວ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໃຫ້ໄດ້ດີທີ່ສຸດ”.

ທ່ານ ຫວໍແທ່ງເຈິດ - ຮອງປະທານ ຄະນະກຳມະການຮັບຜິດຊອບກ່ຽວກັບ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ, ຫົວໜ້າຄະນະແພດໝໍໃຫ້ຮູ້ວ່າ, ຈຸດປະສົງຂອງການເຄື່ອນໄຫວການກຸສົນຄັ້ງນີ້ ແມ່ນເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທ້ອງຖິ່ນ ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈ, ສຸຂະພາບ ໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນຫຼວງ ວຽງຈັນ. ພ້ອມທັງສະແດງນ້ຳໃຈສາມັກຄີອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງທຸກຂັ້ນ, ທຸກຂະແໜງການ ແລະ ເພີ່ມທະວີສາຍພົວພັນແຮກສ່ຽວມິດຕະພາບລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ.

“ຜ່ານການຢ້ຽມຢາມ, ກວດພະຍາດ, ແຈກຢາຍຢຸກຢາ ແລະ ຂອງຂວັນຄັ້ງນີ້, ພວກຂ້າພະເຂົ້າຫວັງວ່າ ຈະຊ່ວຍໃຫ້ປະຊາຄົມຊາວ ຫວຽດນາມ ແລະ ປະຊາຊົນລາວ ມີສຸຂະພາບທີ່ດີ, ສູ້ຊົນພະຍາຍາມບືນຕົວຂຶ້ນ, ຕັ້ງໜ້າເຮັດທຸລະກິດເພື່ອປົວແປງຊີວິດການເປັນຢູ່ ແລະ ປະກອບສ່ວນເຂົ້າໃນການສ້າງປະເທດ ລາວ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ ແລະ ພັດທະນາ”.

ໃນຂອບເຂດລາຍການ,  ຄະນະແພດໝໍໄດ້ແຈກຢາ ແລະ ມອບຂອງຂວັນໃຫ້ແກ່ 500 ຄົນ. ຂອງຂວັນແຕ່ລະພູດມີມູນຄ່າ 1 ລ້ານດົ່ງ, ເຖິງວ່າມູນຄ່າຈະບໍ່ຫຼາຍກໍຕາມ, ແຕ່ນີ້ກໍ່ແມ່ນນ້ຳໃຈ, ຄວາມຮັກແພງ, ການແບ່ງປັນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ, ສະແດງນ້ຳໃຈສາມັກຄີ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ; ປະກອບສ່ວນໃດໜຶ່ງເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ