ທ່າອ່ຽງພັດທະນາຂະແຫນງກົນຈັກເອເລັກໂຕນິກຂອງໄທ


(vovworld)- ກົນ​ຈັກ​ເອ​ເລັກ​ໂຕ​ນິກ ແມ່ນກ​ານ​ປະ​ສົມ​ລະ​ຫວ່າງເຕັກ​ນິກ​ກົນ​ຈັກ, ເຕັກ​ນິກ​ເອ​ເລັກ​ໂຕ​ນິກ ແລະ ເຕັກ​ນິກ​ຄອມ​ພິວ​ເຕີ ເພ່​ື່​ອ​ຜະ​ລິດ​​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່ມີ​ຄຸນ​ລັກ​ສະ​ນະ​ພົ້ນ​ເດັ່ນ​ຄື: robot ຫລື​ບັນ​ດາ​ລະ​ບົບ​ກົນ​ຈັກ​ອັດ​ຕະ​ໂນ​ມັດ​ໃນ​ຕ່ອງ​ໂສ້​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ. ວິ​ຊາກົນ​ຈັກ​ເອ​ເລັກ​ໂຕ​ນິກ ຫາກໍ່​ປະ​ກົດ​ອອກ​ຢູ່​ໄທ​ໃນ​ໄລ​ຍະ 10 ປີ​ມານີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເລື່ອງ​ຮ່ຳ​ຮຽນ ແລະ ຊອກ​ຮູ້​ກ່ຽວ​ກັບ​ຂະ​ແຫນງນີ້​ຢູ່​ໄທ ມີ​ທ່າ​ອ່ຽງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ບໍ່​ພຽງ​ແຕ່​ສ​ຳ​ລັບໄວ​ຫນຸ່ມ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ນັກ​ວິ​ສາ​ວະ​ກອນ ແລະ ນາ​ຍ​ຊ່າງ​ຢູ່​ບັນ​ດາ​ຂະ​ແຫນງ​ອື່ນ​ຄື: ກົນ​ຈັກ​, ໄຟ​ຟ້າ, ສ້ອມ​ແປງ​ລົດ​ໂອ​ໂຕ​ອີກ​ດ້ວຍ. ສາຍ​ເຫດ ນັ້ນ​ແມ່ນ ຍ້ອນ​ກົ​ນ​ຈັກ​ເອເລັກ​ໂຕ​ນິກ​ແມ່ນ​ຂະ​ແຫນງ​ຫນຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ບັນ​ດາ​ໂຮງ​ງານ​ອຸດ​ສາ​ຫະ​ກຳ, ໃນ​ຂະ​ນະ ປະ​ຈຸ​ບັນ ໄທ​ມີ​ໂຮງ​ງານ​ອຸດ​ສາ​ຫະ​ກຳ​ ກວ່າ 140.000 ແຫ່ງ.

        ນ້ອງ ​ຊັກ​ກາພົງ ເໝືອງ​ແສນ ນັກ​ສຶກ​ສາ​ພະ​ແນກ​ໄຟ​ຟ້າ ຢູ່ ​ຊຽງ​ໄໝ່, ຮຽນ​ອາ​ຊີບ ກົນ​ຈັກ​ໄຟ​ຟ້າຕື່ມ​ອີກ ​ຢູ່ ໂຮງ​ຮຽນ Rajamanga University of Technology Lanna ກວ່າ ຫນຶ່ງ​ປີ. ​ທຳ​ມະດາ,  ຊັກ​ກາພົງ ​ເຝິກ​ງານກົນ​ຈັກ​ເອ​ເລັກ​ໂຕ​ນິກ​ ໃນ​ຕອນ​ຄ່ຳ​ພາຍ​ຫລັງ​ເລິກ​​ຮຽນທຸກມື້​ໃນ​ອາ​ທິດ ແລະ ທ້າຍ​ອາ​ທິດ. ຫນ່ວຍ​​ຂອງ ຊັກ​ກາພົງ ລວມ​ມີ 2 ຄົນ, ຊັກ​ກາພົງ ຮັບ​ຜິດ​ຊອບ​ການ​ຕິດ​ຕັ້ງ​ອຸ​ປະ​ກອນ​ຂອງ ບໍ​ລິ​ສັດ Festo ນຳ​ເຂົ້າ​ຈາກ ເຢຍ​ລະ​ມັນ, ສ່ວນ​ເພື່ອນ​ຂອງ ຊັກ​ກາພົງ ຮັບ​ຜິດ​ຊອບ​​ ຊອບ​ແວ ແລະ ສ້າງ​ ປະ​ໂລ​ແກຼມ ​. ຊັກ​ກາພົງ ແມ່ນ​ຫນຶ່ງ​ໃນຈຳນວນ​ນັກ​ສຶກ​ສາ​ນັບ​ຮ້ອຍ​ຄົນ​ທີ່ຮຽນ​ວິ​ຊາ​ກົນ​ຈັກ​ໄຟ​ຟ້າ​ໃນ​ໄລ​ຍະ 3-4 ປີ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ 16 ແຫ່ງ​ຂອງ​ໄທ. ຊັກ​ກາພົງ ແບ່ງ​ປັນ​ວິ​ວັດ​ການ​ຮຽນວ່າ.

ສຽງ ຊັກ​ກາພົງ

ທ່າອ່ຽງພັດທະນາຂະແຫນງກົນຈັກເອເລັກໂຕນິກຂອງໄທ - ảnh 1
​ຊັກ​ກາພົງ ເໝືອງ​ແສນ ພ້ອມ​ກັບ​ເພື່ອນ​ໃນ​ການ​ແຂ່ງ​ຂັນ​ສີ​ມື
ແຮງ​ງານ​ ອາ​ຊຽນ ຈັດ​ຂຶ້ນ​ຢູ້ ຮ່າ​ໂນ້ຍ​ໃນ​ເດືອນ 10/2014
ພາບ:vov

        ໃນ​ຊຸ​ຸມປີ​ຜ່ານ​ມາ, ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ຊື່ງ​ແມ່ນ​ຫົວ​ຫນ່ວຍ​ຈັດ​ຕັ້ງ​ການ​ບຳ​ລຸງ​ສ້າງ​ສີ​ມື​ແຮງ​ງານ​ໄທ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເປີດ​ຂະ​ແຫນງ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ ແລະ ບຳ​ລຸງ​ສ້າງ​ເຕັກ​ໂນ​ໂລ​ຊີ​ໃຫມ່​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ​ໃນ​ໂຮງ​ງານ​ອຸດ​ສາ​ຫະ​ກຳ. ຄຽງ​ຄູ່​ກັນ​ນັ້ນ ​ແມ່ນດຳ​ເນີນ​ການກວດ​ກາ​ສີ​ມື​ແຮ​ງ​ງານ​ໃຫ້​ແກ່​ພວກ​ນ້ອງ​ພາຍ​ຫລັງ​ຮຽນ​ຈົບ​ຂະ​ແຫນງ​ຕາມ​ມາດ​ຖານ​ສີ​ມື​ແຮງ​ງານ​ໂລກ. ທ່ານໂກ​ເມກ ປີ​ຢາ​ພັນ, ຜູ້​ຊ່ຽວ​ຊານ​ສອນ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ​ຂອງ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ມາ​ເປັນ​ເວ​ລາ 15 ປີ​ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ໂກ​ເມກ

        ປະ​ຈຸ​ບັນ, ການ​ສອນ​ອາ​ຊີບກົນ​ຈັກ​ເອ​ເລັກ​ໂຕ​ນິກ ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ​ຖະ​ບານ​ໄທ ແລະ ມີ​ການ​ປະ​ສານ​ສົມ​ທົບ​ກັບ​ຫລາຍ​ຝ່າຍ​​ທີ່​ມີ​ສ່ວນກ່ຽວ​ຂ້ອງ. ທ່ານ​ນາງ ປຸນ​ຣີກ ສະ​ມິ​ຕິ​, ຫົວ​ຫນ້າ​ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໄທ ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ນາງ ປຸນ​ຣິກ

        ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ການ​ສິດ​ສອນ, ຄຽງ​ຄູ່​ກັບ​ກາ​ນນຳ​ເຂົ້າ​ອຸປະ​ກອນ​​ເຝິກ​ງານ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ, ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ ຍັງ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ບຳ​ລຸງ​ສ້າງ​ຖັນ​ແຖວ​ຄູ​ສອນ​ໃນ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ. ຄູ​ສອນ​ວິ​ຊາ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ ​ລ້ວນ​ແຕ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ຈາກ​ຜູ້​ຊ່ຽວ​ຊານ​ເຢຍ​ລະ​ມັນ​. ນອກນັ້ນ ກົມ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ຍັງ​ຈັດສົ່ງ​ຄູ​ສອນໄປ​ຮຽນ​ຢູ່ ຍີ່​ປຸ່ນ ໃນ​ໄລ​ຍະ 4 ປີ, ຫລັງ​ຈາກນັ້ນ​ກັບ​ຄືນ​ເມືອ​ປະ​ເທດ​ສອນ​ໃຫ້​ພວກ​ນ້ອງ​ພາຍ​ໃນ​ປະ​ເທດ. ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ວຽກ​ງານ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ​ຢູ່​ໄທ, ທ່ານ ໂກ​ເມກ ປີ​ຢາ​ພັນ ຕີ​ລາ​ຄາ​ວ່າ:

ສຽງ​ທ່ານ ໂກ​ເມກ ປີ​ຢາ​ພັນ


ທ່າອ່ຽງພັດທະນາຂະແຫນງກົນຈັກເອເລັກໂຕນິກຂອງໄທ - ảnh 2
ທິມ​ໄທ​ໄດ້​ຮັບ​ຫລຽນ​ທອງ​ໃນ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ​ອາ​ຊຽນ
ພາບ:vov

        ທ່ານ​ໂກ​ເມກ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ວ່າ: ຂະ​ແຫນງ​ກົນ​ຈັກ​ເອ​ເລັກ​ໂຕ​ນິກ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ, ບໍ່​ພຽງ​ແຕ່​ຢູ່​ໄທ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ ອີກ​ດ້ວຍ. ເພາະ​ວ່າ ບັນ​ດາ​ປະ​ເທດ​ຄື ໄທ, ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ສິງ​ກະ​ໂປ, ກຳ​ປູ​ເຈຍ.. ນັບ​ມື້​ນັບ​ນຳ​ໃຊ້​​ຫລາຍລະ​ບົບ​ອັດ​ຕະ​ໂນ​ມັດໃນ​ບັນ​ດາ​ໂຮງ​ງານ​ອຸດ​ສາ​ຫະ​ກຳ​ຕາມ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ