ນັກ​ຊ່ຽວຊານກໍາປູ​ເຈຍ: “​ໂຄ​ວິດ - 19 ​ແມ່ນ​ການ​ທົດ​ສອບ ເພື່ອ​​ໃຫ້ ອາຊຽນສະ​ແດງ​ບົດບາດ​ນໍາພາ​​ໃນ​ໂຄງ​ສ້າງ​ພາກ​ພື້ນ

(VOVWORLD) - ໂລກລະບາດໂຄວິດ - 19 ໄດ້ ແລະ ກໍາລັງວາງອອກສິ່ງທ້າທາຍໃຫຍ່ທີ່ບໍ່ເຄີຍມີມາກ່ອນ ສໍາລັບທຸກປະເທດ ແລະ ພາກພື້ນໃນໂລກ, ລວມທັງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ໃນສະພາບການນັ້ນ, ກາງເດືອນເມສາຜ່ານມາ,ໂດຍຕອບສະໜອງຂໍ້ລິເລີ່ມຂອງຫວຽດນາມ - ເຊິ່ງເປັນປະເທດປະທານ ອາຊຽນ 2020, ຫວຽດນາມ ໄດ້ດໍາເນີນກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ຜ່ານທາງອອນລາຍ. ຫວ່າງມໍ່ໆມານີ້, ນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການພົບປະກັບທ່ານປະລິນຍາເອກ Chcheang Vannarith - ກໍາມະການຄະນະບໍລິຫານ ສະຖາບັນວິໄສທັດ ອາຊີ (AVI), ອົງການ think  tank (ຄົ້ນຄວ້າ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ) ແຖວໜ້າຂອງ ກໍາປູເຈຍ ກ່ຽວກັບໝາກຜົນ, ຄວາມໝາຍ ກໍຄືບົດບາດຂອງບັນດາປະເທດ ຢູ່ທີ່ສອງກອງປະຊຸມດັ່ງກ່າວ.
 ນັກ​ຊ່ຽວຊານກໍາປູ​ເຈຍ: “​ໂຄ​ວິດ - 19 ​ແມ່ນ​ການ​ທົດ​ສອບ ເພື່ອ​​ໃຫ້ ອາຊຽນສະ​ແດງ​ບົດບາດ​ນໍາພາ​​ໃນ​ໂຄງ​ສ້າງ​ພາກ​ພື້ນ - ảnh 1ທ່ານປະລິນຍາເອກ Chcheang Vannarith - ກໍາມະການຄະນະບໍລິຫານ ສະຖາບັນວິໄສທັດ ອາຊີ (AVI) 

        ນັກຂ່າວ: ຂໍຮຽນທ່ານ, ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3 ທາງອອນລາຍ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນ ແລະ ການເປັນເຈົ້າການຮັບມືຂອງ ອາຊຽນ ຕໍ່ໜ້າບັນດາການຜັນແປໃນພາກພື້ນ ແລະ ທົ່ວໂລກ. ຂໍຮຽນທ່ານ, ໝາກຜົນສໍາຄັນທີ່ສອງກອງປະຊຸມດັ່ງກ່າວບັນລຸໄດ້ ມີຫຍັງແດ່?

        “ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ + 3 ທາງອອນລາຍ ມີຢູ່ 3 ສານຫຼັກໆຄື: ທີໜຶ່ງແມ່ນຍົກສູງຄໍາໝັ້ນສັນຍາດ້ານການເມືອງຂອງການນໍາບັນດາປະເທດໃນພາກພື້ນໃນການຮັບມືກັບບັນດາຜົນກະທົບຈາກໂລກລະບາດຢ່າງຮອບດ້ານ. ການສໍາຜັດຂອງທັງປະຊາຄົມ ອາຊຽນ ກໍໄດ້ເນັ້ນໜັກເຖິງໃນຖະແຫຼງການຮ່ວມຂອງກອງປະຊຸມ. ທີສອງແມ່ນ, ເພີ່ມທະວີການສົມທົບນະໂຍບາຍໃນພາກພື້ນໃຫ້ຫຼາຍກວ່າອີກ, ພິເສດແມ່ນແບ່ງປັນຄວາມຮູ້ ແລະ ຂໍ້ມູນ, ຮັບປະກັນການຮັກສາລະບົບສະໜອງສາກົນ, ໂດຍສະເພາະແມ່ນຢຸກຢາ ແລະ ບັນດາຜະລິດຕະພັນທີ່ຈໍາເປັນໃນຊີວິດປະຈໍາວັນຄືສະບຽງອາຫານ. ສຸດທ້າຍ ແມ່ນຄໍາໝັ້ນສັນຍາດ້ານການເງິນ, ປະກອບສ່ວນເຂົ້າໃນກອງທຶນຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ. ສິ່ງນີ້ມີບົດບາດສໍາຄັນທີ່ສຸດ ເພື່ອແນໃສ່ໜູນຊ່ວຍບັນດາປະເທດຜ່ານຜ່າວິກິດການນີ້. 3 ສານດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ກໍຄືຄວາມເຊື່ອໝັ້ນຂອງບັນດາປະເທດ ຕໍ່ໜ້າສ່ິງທ້າຍນາໆປະການນີ້”.

        ນັກຂ່າວ: ຂໍຮຽນທ່ານ! ທ່ານຕີລາຄາແນວໃດຕໍ່ບົດບາດຂອງຫວຽດນາມ ໃນຖານະເປັນປະທານ ອາຊຽນ 2020 ໃນສອງກອງປະຊຸມດັ່ງກ່າວ?

        “ເລື່ອງບັນດາປະເທດ ອາຊຽນ ລ້ວນແຕ່ຢູ່ໃນແນວຮົບດຽວກັນ ແລະມີທັດສະນະເປັນເອກະພາບກັນກ່ຽວກັບບັນດາບັນຫາໃຫຍ່ຂອງພາກພື້ນ ຄືວິກິດການ, ໄພພິບັດ, ໂລກລະບາດນັ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ. ດັ່ງນັ້ນ, ອາດເວົ້າໄດ້ວ່າ ໃນຖານະເປັນປະທານ ອາຊຽນ 2020 ຫວຽດນາມ ປະຕິບັດໄດ້ເປັນຢ່າງດີ ເມື່ອຍົກອອກຂໍ້ລິເລີ່ມກ່ຽວກັບສອງກອງປະຊຸມສຸດຍອດພິເສດຜ່ານມາ. ນີ້ແມ່ນຄັ້ງທໍາອິດ ທີ່ອາຊຽນດໍາເນີນກອງປະຊຸມລະຫວ່າງການນໍາບັນດາປະເທດໃນພາກພື້ນ ກໍຄື ກັບການນໍາບັນດາປະເທດຄູ່ຮ່ວມມືຜ່ານທາງອອນລາຍ. ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດນີ້, ບັນດາກອງປະຊຸມດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການຮ່ວມມືນະໂຍບາຍ, ແບ່ງປັນຄວາມຮູ້, ປະສົບການລະຫວ່າງບັນດາປະເທດນໍາກັນ. ບົນເນື້ອໃນຈິດໃຈຂອງຫົວຂໍ້ປີ ອາຊຽນ 2020, ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ການສ້າງຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງ ອາຊຽນ ຢ່າງສຸດຂີດ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຄິດວ່າ ດ້ວຍບົດບາດເປັນປະທານອາຊຽນ 2020 ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍພື້ນຖານດີຈີຕອນໃນການເພີ່ມທະວີການແລກປ່ຽນລະຫວ່າງບັນດາປະເທດສະມາຊິກ, ກໍຄືເພີ່ມທະວີການຮ່ວມມືກັບຄະນະເລຂາທິການ ອາຊຽນ ໃນການຮັບມືກັບຜົນກະທົບຂອງໂລກລະບາດ”.

        ນັກຂ່າວ: ຕາມທ່ານແລ້ວ, ອາຊຽນ ໄດ້ສະແດງບົດບາດ ແລະ ມີຜົນສະທ້ອນແນວໃດ ໃນການຮັບມືກັບບັນດາບັນຫາໃຫຍ່ຂອງພາກພື້ນ, ລະອຽດແມ່ນໂລກລະບາດໂຄວິດ - 19 ຄັ້ງນີ້?

        “ໂລກລະບາດໂຄວິດ - 19 ຄັ້ງນີ້ ແມ່ນການທົດສອບ ເພື່ອໃຫ້ ອາຊຽນພິສູດຄວາມສາມາດນໍາພາໃນການຊຸກຍູ້ການຮັບມືຂອງພາກພື້ນຕໍ່ໜ້າວິກິດການ. ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໄດ້ຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນຜົນເສຍຫາຍໃຫ້ໄດ້ຢູ່ໃນລະດັບຕໍ່າສຸດນັ້ນ ແມ່ນຕ້ອງມີການເຂົ້າຮ່ວມຢ່າງຄົບຊຸດ ແລະ ມີຄວາມເຊື່ອໝັ້ນເຊິ່ງກັນແລະກັນ ເຊິ່ງບໍ່ພຽງແຕ່ລະຫວ່າງບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກນັບທັງບັນດາປະເທດຄູ່ຮ່ວມມື ໃນກຸ່ມ ອາຊຽນ + 3 ອີກດ້ວຍ. ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແມ່ນບັນດາປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີຫຼາຍປະສົບການໃນການແກ້ໄຂວິກິດການ, ດັ່ງນັ້ນ ເຮັດແນວໃດເພື່ອລະດົມການໜູນຊ່ວຍຂອງບັນດາປະເທດນີ້ໄດ້ ແມ່ນສິ່ງສໍາຄັນທີ່ສຸດ, ພິເສດແມ່ນບ້ວງເງິນປະກອບສ່ວນເຂົ້າໃນກອງທຶນຮັບມືກັບໂລກລະບາດໂຄວິດ -  19 ຂອງ ອາຊຽນ. ຂ້າພະເຈົ້າ ຢັ້ງຢືນອີກຄັ້ງໜຶ່ງຖືວ່າ, ຫວຽດນາມ ປະຕິບັດການເຊື່ອມຕໍ່ ອາຊຽນ ກັບ 3 ປະເທດຄູ່ຮ່ວມມືດັ່ງກ່າວໄດ້ເປັນຢ່າງດີ”.

        ນັກຂ່າວ: ຂໍຮຽນທ່ານ, ກໍາປູເຈຍ ໄດ້ມີການປະກອບສ່ວນແນວໃດ?

         “ສໍາລັບ ກໍາປູເຈຍ, ອາຊຽນ ແມ່ນເສົາຄໍ້າສໍາຄັນໃນນະໂຍບາຍການຕ່າງປະເທດ. ການປັບປຸງໂຄງສ້າງຂອງພາກພື້ນ ອາຊຽນ ກໍແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ກໍາປູເຈຍ. ດັ່ງນັ້ນ, ກໍາປູເຈຍ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ, ກໍຄືແບ່ງປັນປະສົບການໃນການວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ເຖິງວ່າແຫຼ່ງກໍາລັງຍັງຈໍາກັດກໍ່ຕາມ. ໃນສອງກອງປະຊຸມພິເສດທີ່ຫາກໍດໍາເນີນໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ Samdech Techo Hunsen ກໍໄດ້ສະເໜີບາງຂໍ້ລິເລີ່ມ ເປັນຕົ້ນແມ່ນ ກົນໄກໜູນຊ່ວຍດ້ານເສດຖະກິດໃຫ້ບັນດາປະເທດໃນພາກພື້ນ, ພິເສດແມ່ນປະຊາຊົນທີ່ນອນໃນກຸ່ມຖືກຜົນສະທ້ອນຫຼາຍກວ່າປະເທດອື່ນ ຫຼື ວິສາຫະກິດຂະໜາດນ້ອຍ ແລະ ກາງ, ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ”./.

ນັກຂ່າວ: ຂໍຂອບໃຈທ່ານ!

ຕອບກັບ

ຂ່າວ/ບົດ​ອື່ນ