ນັກສຶກສາ ຫວຽດນາມ ກັບທຶນສຶກສາ ອາຊຽນ ຂອງລັດຖະບານ ສິງກະໂປ

(vovworld) - ກໍ​​ເຊັ່ນ​ດຽວ​ກັນ​ກັບ​ປະ​ເທດ​ຈຳ​ນວນ​ຫນຶ່ງ​ໃນ​ກຸ່ມ ອາ​ຊຽນ, ​ແຕ່ລະ​ປີ ລັດຖະບານ ສິງກະ​ໂປ ສະຫງວນ​ທຶນ​ສຶກສາ​ຈຳນວນ​ຫນຶ່ງ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ​ບັນດາ​ປະ​ເທດ ອາ​ຊຽນ ທີ່​ມີ​ຜົນງານ​ສູງ​ໃນ​ການ​ຮ່ຳຮຽນ, ​ໃນ​ນັ້ນ ມີ ຫວຽດນາມ. ສຳລັບ​ນັກຮຽນ, ນັກ​ສຶກສາ​ຫວຽດນາມ, ​ເລື່ອງ​ໄດ້​ຮັບ​ທຶນ​ສຶກສາ ອາ​ຊຽນ ຂອງ​ລັດຖະບານ​ສິງກະ​ໂປ ບໍ່​ພຽງ​ແຕ່​​ແມ່ນ​ກາລະ​ໂອກາດ​ເພື່ອ​ສຳ​ພັດ​ກັບ​ພື້ນຖານການ​ສຶກສາ​ທີ່ທັນ​ສະ​ໄຫມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ເຂົ້າ​ໃຈ​ກວ່າກ່ຽວກັບປະ​ເທດ​ ​ແລະ ຊາວ​ສິງກະ​ໂປ, ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາປະ​ເທດ​ສະມາຊິກກໍ່​ຕັ້ງ ກຸ່ມອາ​ຊຽນ .

ນັກສຶກສາ ຫວຽດນາມ ກັບທຶນສຶກສາ ອາຊຽນ ຂອງລັດຖະບານ ສິງກະໂປ - ảnh 1
ນັກສຶກສາ ຫວຽດນາມ ພ້ອມກັບນັກສຶກສາຕ່າງປະເທດ ຢູ່ ສິງກະໂປ
ພາບ:internet

        ທຶນ​ສຶກສາ ອາ​ຊຽນ ຂອງ​ລັດຖະບານ ສິງກະ​ໂປ ມີ​ສອງ​ປະ​ເພດ: ທຶນ​ສະຫງວນ​ໃຫ້​ແກ່​ນັກຮຽນ​ມັດທະຍົມ​ຕອນ​ປາຍ ​ແລະ ​ມະຫາວິທະຍາ​​ໄລ. ທຶນ​ສຶກສາ ອາ​ຊຽນ ສະຫງວນ​ໃຫ້​ແກ່​ນັກຮຽນ​ມັດທະຍົມ​ຕອນ​ປາຍ ​ແມ່ນ​ທຶນ​ສຶກສາ​​ໃຫ້​ທັງ 4 ປີ. ຢູ່ ຫວຽດນາມ, ທຶນ​ສຶກສາ​ນີ້​ໄດ້​ມອບ​​​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 1996. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ມີ​ນັກຮຽນ​ປະມານ 300 ຄົນ​ໄດ້​ຮັບ​ທຶນ​ສຶກສາ​ເຂົ້າ​ຮຽນຢູ່​ບັນດາ​ໂຮງຮຽນ​ຊັ້ນ​ນຳ​ຂອງ ສິງກະ​ໂປ. ຄອບຄົວ​ລຸງ ​ໂງ​ດຶກ​ດາດ ຢູ່ ຮ່າ​ໂນ້ຍ ມີ​ຄວາມ​ປິຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ລູກ​ຊາຍ​ຂອງ​ຕົນ​ແມ່ນ​ນ້ອງ ​ໂງ​ດາດຟຸກ ​ໄດ້​ຮັບ​ທຶນ​ສຶກສາ​ດັ່ງກ່າວ​. ລຸງ​ດຶກ​ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ຊອກ​ຮູ້ ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ: ທຶນ​ສຶກສາ ອາ​ຊຽນ ຂອງ​ລັດຖະບານ​ສິງກະ​ໂປ ​ເພື່ອ​ແນ​ໃສ່​ຊ່ວຍ​ເຫລືອ​ສຶກສາ​ໃຫ້​ພວກ​ນ້ອງ​ນັກຮຽນ​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ມີ​ຄຸນສົມບັດ​ດີ ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໃຫ້​ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດ, ​ເພື່ອຮັບ​ໃຊ້​ໃຫ້​​ແຕ່ລະ​ປະ​ເທດ. ນັກຮຽນ​ຂອງປະ​ເທດ​ຈຳ​ນວນ​ຫນຶ່ງ​ໃນ​ພາກ​ພື້ນ​ຄື: ຈີນ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ ລ້ວນ​ແຕ່​ໄປ​ຮຽນ​ຢູ່​ສິງກະ​ໂປ​ເປັນ​ຈຳນວນ​ຫລວງຫລາຍ.”

        ​ແຕ່ລະ​ປີ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຄັດ​ເລືອກ​ນັກຮຽນ​ມັດທະຍົມ​ຕອນ​ປາຍ​ປະມານ 200 ຄົນ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​​ເພື່ອ​ຮັບທຶນ​ສຶກສາ​ ອາ​ຊຽນ ຂອງ​ລັດຖະບານ ສິງກະ​ໂປ. ປີ 2012, ມີ​ນັກຮຽນ ຫວຽດນາມ 9 ຄົນ ​​ໄດ້​ຮັບທຶນ​ສຶກສາ​ດັ່ງກ່າວ. ​ເພື່ອ​ບັນລຸ​ໄດ້ທຶນ​ສຶກສາ​ນັ້ນ, ບັນດາ​ນັກຮຽນ​ຕ້ອງ​ຜ່ານ​ການ​ສອບ​ເສັງ​​ໂດຍກະຊວງ​ສຶກສາ ສິງ​ກະ​ໂປ ຈັດ​ຕັ້ງ ຊຶ່ງ​ລວມມີ: ວິຊາ​ເລກ, ພາສາ​ອັງ​ກິດ, IQ ​ແລະ ເສັງ​ປາກ​ເປົ່າ​ກັບ​ບັນດາ​ຄູ​ອາ​ຈານ​ມາ​ຈາກ​ສິງກະ​ໂປ. ນ້ອງ ຫງວຽນ​ທູ່​ຍ​ເຢືອງ, ນັກ​ສຶກສາ​ຫ້ອງ 9 G ​​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ດັ້ງ​ທາຍ​ມາຍ, ນະຄອນ ວີ​ງ ​ແຂວງ​ເຫ​ງ້ອານ ​​ແບ່ງ​ປັນ​ຄວາມ​ຮູ້ສຶກຂອງ​ຕົນ​ພາຍຫລັງ​ໄດ້​ຮັບ​ທຶນ​ສຶກສາ​ດັ່ງກ່າວວ່າ:

        “ນ້ອງ​ຮູ້ສຶກ​ປິ​ຕິ​ຊົມ​ຊຶ່ນ ​ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຫລາຍ​ເມື່ອ​ໄດ້​ຮັບ​ທຶນສຶກສາ ​ເພາະວ່າ ນີ້​ແມ່ນ​ທຶນສຶກສາ​ທີ່​ມີ​ຊື່​ສຽງຂອງ​ລັດຖະບານ​ສິງກະ​ໂປສະຫງວນ​ໃຫ້​ແກ່​ນັກຮຽນ​ຫ້ອງ ມໍ 9 ​ແລະ ມໍ10 ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ ອາ​ຊຽນ,​​ໃນ​ນັ້ນ ມີ ຫວຽດນາມ. ຢູ່​ແຂວງ ​​ເຫ​ງ້ອານ ກາລະ​ໂອກາດ​ສຳ​ພັດ​ກັບ​ທຶນ​ສຶກສາ​ຄື​ແນວ​ນີ້​ແມ່ນ​ຫນ້ອຍ​ສຸດ. ນ້ອງ​ໄດ້​ຮັບ​​ໃບ​ຈົດ​ຊື່​ເຂົ້າ​ຮ່ວມການ​ສອບ​ເສັງ​​ເພື່ອ​ຮັບທຶນ​ສຶກສາ​ນີ້ ພາຍຫລັງ​ນ້ອງ​​ເສັງ​ໄດ້​ລາງວັນ​ທີ 1 ​ໃນ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ພາສາ​ອັງກິດ ຂັ້ນ​ແຂ​ວງ.”

ນັກສຶກສາ ຫວຽດນາມ ກັບທຶນສຶກສາ ອາຊຽນ ຂອງລັດຖະບານ ສິງກະໂປ - ảnh 2
ປະເທດສິງກະໂປ: vietgiaitri.com

        ຕ່າງ​ກັບ​ນ້ອງ​ທູ່​ຍ​ເຢືອງ, ນ້ອງ ​ໂງ​ດາດ​ຟຸກ ນັກຮຽນ ຫ້ອງ 9 K1 ​ໂຮງ​ຮຽນ​ມັດທະຍົມ​ຕອນ​ຕົ້ນ ຈຶງ​ເວື​ອງ ຮ່າ​ໂນ້ຍ ພັດມີ​ກາລະ​ໂອກາດ​ສຳ​ພັດ​ກັບ​ທຶນ​ສຶກສາປະ​ເພດ​ຕ່າງໆກ​ວ່າ, ​ແຕ່​ນ້ອງ​ຍັງ​ຄົງ​ເລືອກ​ເຟັ້ນທຶນ​ສຶກສາ ອາ​ຊຽນ ຂອງ​ລັດຖະບານ ສິງກະ​ໂປ ​ແລະ ​ເສັງ​ໄດ້​ຄະ​ແນນ​ສູງ​ໃນ​ກາ​ນສອບ​ເສັງ​ຍາດ​ເອົາ​ທຶນ​ສຶກສາ​ດັ່ງກ່າວ. ຟຸກ ​ໃຫ້​ຮູ້​ວ່າ:

        “ນ້ອງ​ເລືອກ​ເຟັ້ນ ທຶນ​ສຶກສາ ອາ​ຊຽນ ​ເພາະວ່າ ພື້ນຖານ​ການ​ສຶກສາ​ຂອງ​ສິງກະ​ໂປ​ດີ​ທີ່​ສຸດ. ສິງກະ​ໂປ ​ແມ່ນ​ປະ​ເທດ ອາຊີ ​ແຕ່​ມີ​ພື້ນຖານ​ວັດທະນະທຳ​ເປັນ​ຫລາຍ​ຮູບ​​ແບບ​ຄື: ມາ​ເລ​​ເຊຍ, ຈີນ, ອິນ​ໂດ​ເນ​ເຊຍ,​ ອິນ​ເດຍ ​ແລະ ​ເອີ​ລົບ ສະ​ນັ້ນ ນອກ​ຈາ​ກການ​ຮ່ຳຮຽນ​ແລ້ວ ນ້ອງ​ຍັງ​ສາມາດ​ແລກປ່ຽນ​ວັດທະນະທຳ​ກັບຫຼາຍ​ພື້ນຖານ​ອະລິຍະ​ທຳ ຄື​ແນວ​ນັ້ນຂ້າພະ​ເຈົ້າບໍ່​ຕ້ອງ​ໄປ​ທ່ອງ​ທ່ຽວ​ຫລາຍ, ​ສາມາດ​ປະ​ຢັດ​ເວລາ​ໄດ້.”

        ພາຍຫລັງ​ໄດ້​ຮັບ​ທຶນ​ສຶກສາ, ບັນດາ​ນັກຮຽນ​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ​ຂອງ ຫວຽດນາມ ຈະ​ໄດ້​ຮັບ​ເຂົ້າ​​ຮຽນ​​ຫ້ອງ 3 ໃນ​ລະບົບ​ສຶກສາ​ຊັ້ນ​ມັດທະຍົມ​ຂອງ​ສິງກະ​ໂປ ​​​ແມ່ນ​ເທົ່າ​ກັບ​ຫ້ອງ  9 ຂອງຫວຽດນາມ. ສິ້ນ​ສຸດ 4 ປີ, ບັນດານັກຮຽນຈະ​ໄດ້​ຮັບ​ໃບປະ​ກາດ​ສະ​ນິຍະ​ບັດຈົບ​ຊັ້ນມັດທະຍົມ​ລາຍການ Cambrigdege GCE A Level . ຫລັງ​ຈາກ​ນັ້ນ ນັກຮຽນ​ດີ​ເດ່ັນ​ບັນລຸ​ຜົນງານ​ສູງ​​ໃນ​ກາ​ນຮ່ຳຮຽນຈະ​ມີ​ກາລະ​ໂອກາດ​​ຈົດ​ລາຍ​ຊຶ່​ເຂົ້າ​ຮ່ວມ​ການ​ເສັງ​ເພື່ອ​ຮັບ​​ທຶນ​ສຶກສາ ອາ​ຊຽນ ສືບ​ຕໍ່​ຮຽນ​ມະຫາວິທະຍາ​ໄລ​ຢູ່​ບັນດາ​ໂຮງຮຽນ: ມະຫາວິທະຍາ​ໄລ​ແຫ່ງ​ຊາດ ສິງກະ​ໂປ, ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ Nanyang, ມະຫາວິທະຍາ​ໄລ​ບໍລິຫານ​ສິງກະ​ໂປ ຫລື ​ໂຮງຮຽນ​ເຕັກ​ໂລ​ໂລ​ຊີ ​ແລະ ສະຖາປັດຕະຍະກຳ ສິງກະ​ໂປ. ນ້ອງ ​ໂງ​ດາດ​ຟຸກ ສະ​ແດງ​ຄວາມ​ຕັດສິນ​ໃຈ​ກ່ອນ​ເດີນທາງ​ໄປ​ຮຽນ​ຢູ່ ສິງກະ​ໂປ​ດ້ວຍ​ທຶນ​ສຶກສາ ອາ​ຊຽນ ວ່າ.

        “ນ້ອງ​ຈະ​ພະຍາຍາມ​ຮຽນ​ສຳ​ເລັດ 4 ປີ ຕາມ​ທຶນສຶກສາ​ນີ້, ຫລັງ​ຈາກ​ນັ້ນ ນ້ອງ​ຈະ​ເຂົ້າ​ຮ່ວມ​ການເສັງ​​ຍາດທຶນ​ສຶກສາ​ເພື່ອ​ຮຽນ​ຕໍ່ ຢູ່​ໂຮງຮຽນ​ແຫ່ງ​ໃດ​ຫນຶ່ງ​ທີ່​ມີ​ຊຶ່ສຽງ​ຂອງ​ສິງກະ​ໂປ ຫລື ຢູ່ປະ​ເທດ​ທີ 3 ​ເພື່ອ​ອະນາຄົດ​ອັນ​ດີງາມ​ຂອງ​ຕົນ​ ແລະ ກາຍ​ເປ​ັນຄົນ​ດີ, ມີ​ຜົນ​ປະ​ໂຫຍດ​​ໃຫ້​ແກ່ປະ​ເທດ​ຊາດ.”

        ​ໃນ​ສະພາບ​ການ ຫວຽດນາມ ພວມ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄຫມ ​ແລະ ພັດທະນາ​ເສດຖະກິດ​ພູມ​ປັນຍາ, ສ້າງ​ພື້ນຖານ​ເພື່ອ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໃນ​ປີ 2020 ນັ້ນ, ທຶນ​ສຶກສາ ອາ​ຊຽນຂອງ​ລັດຖະບານ ສິງກະ​ໂປ ​ໄດ້​ປະກອບສ່ວນ​ບໍ່​ຫນ້ອຍ​​ເຂົ້າໃນ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່ ຫວຽດນາມ. ພ້ອມ​ກັນ​ນັ້ນ ທຶນ​ສຶກສາ ອາ​ຊຽນ ກໍ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ສິງກະ​ໂປ ​​​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີ​ວາ​​ໃນ​ການ​ຊຸກຍູ້​ການຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ​ໃຫ້​ນັບ​ມື້​ນັບ​ຂັ້ມ​ແຂງ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ ອາຊຽນສຳ​ເລັດ​ຜົນ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ