ນັກ​ສຶກສາ​ຍິງ​ຄົນໄທ​ຈົບປະ​ລິນ​ຍາ​ຕີ​ກຽດ​ນິ​ຍົມ​ອັນ​ດັ​ບ 1 ມະຫາ​ວິທະຍາໄລ ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດຮ່າ​ໂນ້ຍ

(VOVWORLD) -   ຄະແນນສະເລ່ຍບັນລຸ 3,92/4, ເປັນນັກສຶກສາດີເລີດໃນຕະຫລອດປີຢ່າງລຽນຕິດ, ເສັງຈົບມະຫາວິທະຍາໄລ ບັນລຸຄະແນນສູງສຸດໃນພາກວິຊາຫວຽດນາມວິທະຍາກໍຄືໃນໝົດສົກຮຽນແຕ່ປີ 2015  2019 ຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວບໍ່ແມ່ນເລື່ອງງ່າຍດາຍ ແຕ່ນາງລາລິພັດ ເກີດກຣົງອາຍຸ 24 ປີມາຈາກປະເທດໄທພັດບັນລຸໄດ້. ຕໍ່ໄປ ຈົ່ງພ້ອມກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມພົບປະກັບນາງສາວທັງງາມ ແລະທັງເກັ່ງນີ້.
ນັກ​ສຶກສາ​ຍິງ​ຄົນໄທ​ຈົບປະ​ລິນ​ຍາ​ຕີ​ກຽດ​ນິ​ຍົມ​ອັນ​ດັ​ບ 1 ມະຫາ​ວິທະຍາໄລ ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດຮ່າ​ໂນ້ຍ - ảnh 1ນາງລາລິພັດ ເກີດກຣົງອາຍຸ 24 ປີມາຈາກປະເທດໄທ 

ໃນພິທີມອບໃບປະກາດສະນີຍະບັດຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດທີ່ໄດ້ຈັດຂຶ້ນໃນທ້າຍເດືອນ 6 ຜ່ານມາ, ລາລິພັດ ເກີດກຣົງ, ເກີດປີ 1995, ມີຊື່ຫວຽດວ່າ ຈາງ ຮູ້ສຶກຕົກສະເງີ້ ເມື່ອຊື່ຂອງຕົນດັງຂຶ້ນວ່າເປັນນັກສຶກສາປະລິນຍາຕີກຽດນິຍົມອັນດັບ 1 ຂອງໂຮງຮຽນໃນປີ 2019.  4 ປີກ່ອນນີ້ ນາງເວົ້າພາສາຫວຽດຍັງບໍ່ແຈ້ງຂອດ, ແຕ່ປັດຈຸບັນໄດ້ລື່ນກາຍນັກສຶກສາທັງໝົດໃນລຸ້ນຮຽນ 625 ຄົນ, ໃນນັ້ນມີນັກສຶກສາຕ່າງປະເທດ 5 ຄົນ ແລະຍາດໄດ້ຜົນງານສູງສຸດ ໂດຍໄດ້ຮັບການຂະໜານນາມວ່າ “ນັກສຶກສາໄທປະລິນຍາຕີກຽດນິຍົມອັນດັບ 1”. ນາງມີດວງຕາໃຫຍ່, ດໍາເຫຼື້ອມ ແລະຍາມໃດກໍຍິ້ມແຍ້ມແຈ່ມໃສ, ເມື່ອຫວນຄືນວິວັດການຮຽນພາສາຫວຽດຂອງຕົນ, ນາງຍັງຄິດວ່າຕົນຫາກໍມາຫວຽດນາມມື້ວານນີ້.

        ນີ້ແມ່ນການຕັດສິນໃຈທີ່ຍາກທີ່ສຸດສໍາລັບລາລິພັດ ເພາະວ່າ ໃນຄາວນັ້ນ, ກໍຄືປັດຈຸບັນ, ພາສາຫວຽດບໍ່ແມ່ນພາສາທີ່ມີຄວາມນິຍົມຢູ່ປະເທດ ໄທ. ຊັ້ນ, ສິ່ງໃດທີ່ເຮັດໃຫ້ນາງມີຄວາມເມົາມົວກັບການຮຽນພາສາຫວຽດ? ນາງຍິ້ມຢ່າງເບີກບານໃຈ ແລ້ວໃຫ້ຮູ້ວ່າ:

ກ່ອນທີ່ຈະກຽມເຄື່ອງກຽມຂອງມາຮຽນຢູ່ຫວຽດນາມແຕ່ຄົນດຽວນັ້ນ, ເຖິງວ່າ ລາລິພັດ ໄດ້ຮຽນພາສາຫວຽດຢູ່ ໄທ ເປັນເວລາ 3 ເດືອນແລ້ວກໍຕາມ ແຕ່ຊຸມວັນຮຽນທໍາອິດ, ລາລິພັດຍັງບໍ່ທັນຟັງໄດ້ ແລະຂຽນກໍຍັງບໍ່ເປັນເທື່ອ. ແຕ່ຄວາມຫຍຸຸ້ງຍາກໃນເບື້ອງຕົ້ນນັ້ນກໍຄ່ອຍໆຫາຍໄປ ເມື່ອນາງຊອກໄດ້ວິທີຮຽນທີ່ມີປະສິດທິຜົນທີ່ສຸດ. ນາງເລົ່າສູ່ຟັງວ່າ:

ນັກ​ສຶກສາ​ຍິງ​ຄົນໄທ​ຈົບປະ​ລິນ​ຍາ​ຕີ​ກຽດ​ນິ​ຍົມ​ອັນ​ດັ​ບ 1 ມະຫາ​ວິທະຍາໄລ ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ສາດຮ່າ​ໂນ້ຍ - ảnh 2ຜົນການຮຽນຂອງ ລາລິພັດຍາມໃດກໍຢືນອັນດັບໜຶ່ງໃນຕາຕະລາງຄະແນນໃນທົ່ວພາກວິຊາ 

ຜົນການຮຽນຂອງນາງຍາມໃດກໍຢືນອັນດັບໜຶ່ງໃນຕາຕະລາງຄະແນນໃນທົ່ວພາກວິຊາພ້ອມດ້ວຍເລື່ອງບັນລຸໄດ້ຄະແນນເຕັມໃນການປ້ອງກັນບົດຈົບຊັ້ນດ້ວຍຫົວຂໍ້ “ນະໂຍບາຍພົວພັນຕ່າງປະເທດຂອງລາຊະອານາຈັກສະຫຍາມ ແລະດ້າຍນາມ ຕໍ່ກັບບັນດາປະເທດຕາເວັນຕົກ ໃນຕົ້ນສະຕະວັດທີ 19”, ລາລິພັດ ເກີດກຣົງ ໄດ້ກາຍເປັນນັກສຶກສາປະລິນຍາຕີກຽດນິຍົມອັນດັບ 1 ພາກວິຊາ ຫວຽດນາມວິທະຍາກໍຄືໃນໝົດສົກຮຽນແຕ່ປີ 2015 – 2019 ຂອງມະຫາວິທະຍາສາດສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍດ້ວຍຄະແນນສະເລ່ຍ 3,92/4. ເພື່ອສໍາເລັດການປ້ອງກັນບົດຈົບຊັ້ນນີ້, ລາລິພັດຕ້ອງຂຽນ ແລະ ທາບທາມບັນດາເອກະສານທີ່ຂຽນດ້ວຍພາສາຫວຽດ - ເຊິ່ງບໍ່ແມ່ນພາສາແມ່ ແລະກໍຕ້ອງກັບເມືອ ໄທ 2 ເທື່ອ ເພື່ອເກັບກໍາຂໍ້ມູນ, ເອກະສານທີ່ເປັນພາສາອັງກິດ ແລະພາສາໄທອີກດ້ວຍ.

ດ້ວຍຜົນການຮຽນດີເລີດນີ້, ລາລິພັດ ສືບຕໍ່ໄດ້ຮັບທຶນການສຶກສາຈາກລັດຖະບານໄທຮຽນຕໍ່ລະດັບປະລິນຍາໂທຢູ່ມະຫາວິທະຍາໄລເສດຖະກິດ ແລະວິທະຍາສາດການເມືອງຢູ່ລອນດອນປະເທດອັງກິດ ໃນເດືອນກັນຍາ 2019.

ພາຍຫຼັງຮຽນຈົບຢູ່ປະເທດອັງກິດແລ້ວ, ລາລິພັດຈະກັບເມືອປະເທດ ແລະ ໄດ້ຮັບເຂົ້າເຮັດວຽກຢູ່ກະຊວງການຕ່າງປະເທດ ໄທ. ນາງປາດຖະໜາວ່າ ດ້ວຍຄວາມຮູ້ທີ່ໄດ້ຮຽນມານັ້ນນາງອາດຈະໄດ້ກັບມາເຮັດວຽກຢູ່ສະຖານທູດໄທປະຈໍາຮ່າໂນ້ຍ ແລະປະກອບສ່ວນເຫື່ອແຮງຂອງຕົນເລັກໆນ້ອຍໆເຂົ້າໃນການພັດທະນາການພົວພັນລະຫວ່າງຫວຽດນາມ ແລະ ໄທ./.

ຕອບກັບ

ຂ່າວ/ບົດ​ອື່ນ