ນັກສຶກສາພະແນກພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດ ລາວ ຝຶກອົບຮົມພາສາ ຫວຽດນາມຢູ່ມະຫາວິທະຍາໄລຮ່າໂນ້ຍ

(VOVWORLD) - ນັບແຕ່ປີ 2009 ມາຮອດປະຈຸບັນ, ປີໃດພະແນກພາສາ ຫວຽດນາມ, ສັງກັດມະຫາວິທະຍາໄລແຫ່ງຊາດລາວ ກໍ່ໄດ້ສົ່ງນັກສຶກສາມາຝຶກອົບຮົມຢູ່ມະຫາວິທະຍາໄລຮ່າໂນ້ຍ.

ໃນໄລຍະເວລາຮ່ຳຮຽນຢູ່ທີ່ນີ້, ມະຫາວິທະຍາໄລຮ່າໂນ້ຍ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກສຶກສາລາວ ເພື່ອໃຫ້ພວກນ້ອງບັນລຸໄດ້ໝາກຜົນຂອງການຮ່ຳຮຽນດີທີ່ສຸດ. ນັກຂ່າວ ຢ້ຽວຮົ່ງ ໄດ້ພົບປະກັບນັກສຶກສາພະແນກພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ ບາງຄົນ ທີ່ປະຈຸບັນພວມຮ່ຳຮຽນຢູ່ມະຫາວິທະຍາໄລຮ່າໂນ້ຍ ເພື່ອຊອກຫາວິວັດການຮ່ຳຮຽນຂອງພວກເພື່ອນຢູ່ ຫວຽດນາມ.

ນັກສຶກສາພະແນກພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດ ລາວ ຝຶກອົບຮົມພາສາ ຫວຽດນາມຢູ່ມະຫາວິທະຍາໄລຮ່າໂນ້ຍ - ảnh 1ບັນດານັກສຶກສາລາວ ຢູ່ ມະຫາວິທະຍາໄລຮ່າໂນ້ຍ

        ໃນຫ້ອງໜຶ່ງກ້ວາງປະມານ 40 ຕາແມັດ ຢູ່ຊັ້ນ 3 ຂອງຫໍພັກມະຫາວິທະຍາໄລ ຮ່າໂນ້ຍ, ມີນັກສຶກສາລາວ ກຸ່ມໜຶ່ງລວມມີ 6 – 7 ຄົນ ພວມທວນຄືນບົດຮຽນເພື່ອກະກຽມໃຫ້ແກ່ຊົ່ວໂມງຮຽນໃນຕອນບ່າຍ. ເຖິງວ່າ, ທຸກຄົນນັ່ງຢູ່ນີ້ຕ່າງໆກໍ່ແມ່ນຄົນລາວກໍ່ຕາມ ແຕ່ເມື່ອທວນຄືນບົດຮຽນ ພວກເພື່ອນກໍ່ພະຍາຍາມແລກປ່ຽນນຳກັນດ້ວຍພາສາ ຫວຽດ. ນີ້ແມ່ນກຸ່ມໜຶ່ງໃນຈຳນວນນັກສຶກສາປີທີ 3  26 ຄົນຮຽນ ຂອງພະແນກພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດ ລາວ ທີ່ໄດ້ມາຝຶກອົບຮົມຢູ່ມະຫາວິທະຍາໄລຮ່າໂນ້ຍ ຕາມຂໍ້ຕົກລົງຮ່ວມມືລະຫວ່າງກະຊວງສຶກສາ 2 ປະເທດ. ເຂົາເຈົ້າແມ່ນລຸ້ນທຳອິດທີ່ໄດ້ມາຝຶກອົບຮົມຢູ່ ຫວຽດນາມ ເປັນເວລາປີໜຶ່ງ. ບັນດາລຸ້ນກ່ອນໆໄດ້ຝຶກອົບຮົມພຽງແຕ່ 3 – 6 ເດືອນເທົ່ານັ້ນ.

        ເຖິງວ່າ ຫາກໍ່ມາຮຽນຢູ່ ຫວຽດນາມ ໃນເວລາບໍ່ດົນປານໃດກໍ່ຕາມ, ແຕ່ຄວາມສາມາດເວົ້າພາສາ ຫວຽດ ຂອງ ນາງ ກະເລຍຄ້າ ຮົວຕຸໄຊ, ອາຍຸ 21 ປີ, ເປັນຄົນຜິວຂາວ, ຜົມກູດ ແລະ ຕາງາມໆ ກໍ່ຮູ້ສຶກວ່າ ຕົນເອງສາມາດເວົ້າພາສາ ຫວຽດ ໄດ້ດີກ່ວາເກົ່າຫຼາຍ:

“ນ້ອງມາແຕ່ເດືອນ 9, ນ້ອງກໍ່ຮູ້ສຶກວ່າຄວາມສາມາດເວົ້າພາສາ ຫວຽດ ຂອງນ້ອງກໍ່ດີຂຶ້ນ, ດີຂຶ້ນກ່ວາຕອນຢູ່ລາວ. ເພາະວ່າຕອນຢູ່ລາວ ບໍ່ເຄີຍເວົ້າພາສາ ຫວຽດ ເພາະບໍ່ມີຄົນຫວຽດນາມຫຼາຍ, ມີແຕ່ເວົ້າໃນຫ້ອງນຳໝູ່ຄູ່, ຄູອາຈານ, ເວລາອອກໄປຕະຫຼາດ, ຊື້ເຄື່ອງຂອງຫຍັງກໍ່ເວົ້າພາສາລາວ. ສ່ວນຢູ່ ຫວຽດນາມ ນີ້, ເວລາໄປໃສ, ໄປຕະຫຼາດກໍ່ເວົ້າພາສາ ຫວຽດ ເໝີດ, ສະນັ້ນ ເມື່ອທຽບໃສ່ເວລາ ຢູ່ລາວ ແລະ ຢູ່ ຫວຽດ ນັ້ນ, ນ້ອງຄິດວ່າຢູ່ ຫວຽດ ດີກ່ວາ.”

        ເພື່ອແນໃສ່ໜູນຊ່ວຍນັກສຶກສາ ລາວ ມີຄວາມສາມາດບັນລຸໄດ້ໝາກຜົນຮ່ຳຮຽນດີທີ່ສຸດ, ຝ່າຍ ຫວຽດນາມ ໄດ້ຈັດແຈງການກິນ, ການຢູ່ໃນຫໍພັກ ພ້ອມກັບນັກສຶກສາ ຫວຽດນາມ ເປັນຢ່າງດີ. ຫ້ອງໜຶ່ງມີໂຕະຕັ່ງ, ຕຽງ 2 ຊັ້ນ, ຫ້ອງນ້ຳ… ສະຫງວນໃຫ້ນັກສຶກສາ 8 ຄົນ. ທ້າວ ເກີເຕັ່ງ ເລີກູ່ເຕັ່ງ, ຫົວໜ້າຫ້ອງໃຫ້ຮູ້ວ່າ:

        “ເພີ່ນຈະມີເບ້ຍລ້ຽງໃຫ້, ເບ້ຍລ້ຽງນີ້ແມ່ນຂອງລັດຖະບານ ຫວຽດນາມ, ເດືອນໜຶ່ງໄດ້ 4.190.000 ດົ່ງ. ເງິນນັ້ນແມ່ນຄ່າໃຊ້ຈ່າຍ, ເຄື່ອງກິນ, ເຄື່ອງນຸ່ງ, ຄ່າໄປ ມາ, ຄ່າຮຽນ, ຄ່າເຊົ່າຫໍພັກ ຟຣີ ເລີຍ. ການອະນາໄມກໍ່ມີຜູ້ມາອະນາໄມໃຫ້, ອາທິດໜຶ່ງ 2 ເທື່ອ, ແຕ່ງກິນກໍ່ມີເຮືອນຄົວຢູ່ທາງຂ້າງ. ເຫັນວ່າ ການອະນາໄມ ແມ່ນສະບາຍຫຼາຍ, ສະອາດຫຼາຍ.”

        ນອກຈາກນັ້ນແລ້ວ, ບັນດານັກສຶກສາ ລາວ ຍັງໄດ້ຮັບຄວາມເອົາໃຈໃສ່ ສ້າງເງື່ອນໄຂໄປທັດສະນະສຶກສາ 2 ເທື່ອໃນຊຸດຮຽນຢູ່ ຫວຽດນາມ. ຄັ້ງທຳອິດ, ພວກເພື່ອນຈະໄດ້ໄປທ່ຽວຊອກຮູ້ບັນດາທັດສະນີຍະພາບ, ປູຊະນີຍະສະຖານປະຫວັດສາດຢູ່ອ້ອມແອ້ມນະຄອນຫຼວງ ຮ່າໂນ້ຍ. ຄັ້ງທີ 2, ພວກເພື່ອນສາມາດເລືອກເອົາໜຶ່ງໃນສະຖານທີ່ 2 ແຫ່ງນັ້ນແມ່ນ ຊາປາ (ແຂວງລາວກາຍ) ຫຼື ອ່າວ ຮ້າລອງ (ແຂວງ ກວາງນີງ). ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເພື່ອນສາມາດຊອກຮູ້ເອງກ່ຽວກັບວັດທະນະທຳ, ປະຊາຊົນ ຫວຽດນາມ ດ້ວຍຕົນເອງ.

        ທ້າວ ເກີເຕັ່ງ ເລີກູ່ເຕັ່ງ ມີຄວາມປະທັບໃຈຕໍ່ ວັນມ໋ຽວກວກຕື໋ຢ້າມ, ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາຂອງ ຫວຽດນາມ. ເຖິງວ່າ ການເວົ້າພາສາ ຫວຽດ ຍັງບໍ່ທັນສາມາດໃຊ້ສັບວັນນະຄະດີໄດ້ຫຼາຍກໍ່ຕາມ, ແຕ່ທ້າວ ເກີເຕັ່ງ ກໍ່ພະຍາຍາມເວົ້າຄວາມຄິດຂອງຕົນດ້ວຍພາສາ ຫວຽດ ວ່າ:

        “ເມື່ອເຂົ້າໄປວັນມ໋ຽວ, ນ້ອງເຫັນວ່າມີຈຸດທີ່ຄ້າຍຄືກັນກັບວັດຂອງລາວ, ມັນເກົ່າແກ່ຫຼາຍ. ເມື່ອເຂົ້າໄປແຫ່ງນີ້, ນ້ອງມີຄວາມຮູ້ສຶກຄືໄດ້ເຫັນ, ນຶກເຫັນບັນດາເຈົ້າຊີວິດ, ບັນດາອາດຍາເຈົ້ານາຍ ໃນເມື່ອກ່ອນ ໄດ້ພະຍາຍາມຮ່ຳຮຽນຄືແນວໃດຈຶ່ງໄດ້ຄວັດຊື່ໃນແຜ່ນສີລານັ້ນ.”

        ໂດຍເປັນຜູ້ມີຄວາມສະໜິດຕິດພັນກັບບັນດານັກສຶກສາລາວ ນັບແຕ່ຄາວພວກເພື່ອນຫາກໍ່ມາ ຫວຽດນາມ, ເອື້ອຍຄູ ແທງຖູຍ, ຄູປະຈຳຫ້ອງຂອງນັກສຶກສາ ລາວ ໃຫ້ຮູ້ວ່າ: ບັນດານັກສຶກສາລາວ ແມ່ນຄົນໃຈດີ, ດຸໝັ່ນຂະຫຍັນພຽນ, ໄດ້ຮັບຄວາມຮັກແພງ ແລະ ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງບັນດາຄູອາຈານ:

        “ ເມື່ອມາ ຮ່ຳຮຽນ ຢູ່ ຫວຽດນາມ ພວກນ້ອງໄດ້ມີຄວາມພະຍາຍາມທີ່ສຸດ. ໃນໄລຍະທຳອິດຫາກໍ່ມາຮຽນ, ພວກນ້ອງມີຄວາມລະອາຍຫຼາຍໃນການເວົ້າພາສາ ຫວຽດ, ເມື່ອທັກທາຍດ້ວຍພາສາ ຫວຽດ ກໍ່ບໍ່ໄດ້ດີປານໃດ. ແຕ່ຮອດຈຸດເວລານີ້, ພວກນ້ອງສາມາດທັກທາຍ ດ້ວຍພາສາ ຫວຽດ ທັງໝົດເລີຍ. ເວລາຂຶ້ນຫ້ອງຮຽນ, ພວກນ້ອງກໍ່ພະຍາຍາມລົມກັນ, ແລກປ່ຽນນຳກັນດ້ວຍພາສາ ຫວຽດ, ດັ່ງນັ້ນ, ຄວາມສາມາດເວົ້າພາສາ ຫວຽດ ຂອງພວກເພື່ອນກໍ່ນັບມື້ນັບດີຂຶ້ນຫຼາຍ.”

        ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຈໍ 2018 ຜ່ານມາ, ພວກເພື່ອນນັກສຶກສາ ລາວ ໄດ້ສະແດງບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະຂອງຊາດຕົນໃນພິທີອວຍພອນປີໃໝ່. ບັນດາຜູ້ບ່າວ, ຜູ້ສາວ ລາວ ໃນຊຸດອາພອນປະຈຳຕົນ ບໍ່ພຽງແຕ່ມາຮ່ຳຮຽນ, ຊອກຮູ້ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກເຂົາເຈົ້າຍັງເປັນບັນດານັກການທູດໂຄສະນາເຜີຍແຜ່ວັດທະນະທຳຂອງຕົນເຖິງເພື່ອນມິດ ຫວຽດນາມ ເວົ້າສະເພາະ ແລະ ເພື່ອນມິດສາກົນເວົ້າລວມທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລຮ່າໂນ້ຍ ອີກດ້ວຍ.

ຕອບກັບ

Mouksikham Khemdy

ປ່ຽນເປັນພາກວິຊາພາສາຫວຽດມາແຕ່ດົນແລ້ວເດີບໍ່ແມ່ນພະແນກພາສາຫວຽດ ຈາກຕົວແທນພາກວິຊາພາສາຫວຽດ

ຂ່າວ/ບົດ​ອື່ນ