ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ”

(VOVWORLD) -ສຳລັບບັນດານັກສຶກສາຕ່າງປະເທດ, ຕໍ່ໜ້າສະພາບການໂລກລະບາດພວມແຜ່ລະບາດຢູ່ທົ່ວໂລກນີ້, ຄວາມເປັນຫ່ວງກັງວົນກໍແມ່ນເລື່ອງທີ່ບໍ່ອາດຫຼີກລ້ຽງໄດ້. ພິເສດແມ່ນເມື່ອດຳລົງຊີວິດຢູ່ປະເທດທີ່ມີຮູບແບບການເຫຼື້ອມໃສເຊື່ອຖືສາສະໜາ, ວັດທະນະທຳ, ສາສະໜາທີ່ແຕກຕ່າງກັບຫວຽດນາມ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງທີ່ວ່າ “ຢູ່ກັບທີ່ ບໍ່ອອກຂ້າງນອກ”ບັນດານັກສຶກສາຫວຽດນາມ ຢູ່ ອິນໂດເນເຊຍ ໄດ້ມີການກະກຽມໃຫ້ແກ່ຕົນເອງຄືແນວໃດ?

 

ປັດຈຸບັນ, ມີນັກສຶກສາຫວຽດນາມປະມານ 80 ຄົນ ກຳລັງສຶກສາຮ່ຳຮຽນຢູ່ ອິນໂດເນເຊຍ. ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນຢູ່ປະເທດອິດສະລາມນີ້, ນັກສຶກສາຫວຽດນາມຫຼາຍຄົນໄດ້ກັບເມືອປະເທດ ພາຍຫຼັງທາງໂຮງຮຽນໄດ້ຜັນຂະຫຍາຍການຮຽນຜ່ານທາງອອນລາຍ. ເຖິງຢ່າງໃດກໍຕາມ, ຍັງມີນັກສຶກສາບາງຄົນບໍ່ກັບເມືອສືບຕໍ່ຫຼັກສູດການຮຽນຂອງຕົນ.

ໂດຍຕັ້ງຢູ່ທາງພາກກາງຂອງເກາະ Java, ປະເທດ ອິນໂດເນເຊຍ, ນະຄອນ Yogyakarta ໄດ້ຮັບຖືວ່າ ແມ່ນນະຄອນແຫ່ງການຮ່ຳຮຽນ ໂດຍມີມະຫາວິທະຍາໄລ Gadjah Mada ທີ່ມີຊື່ສຽງ. ນີ້ແມ່ນມະຫາວິທະຍາໄລໃຫຍ່ ແລະ ເກົ່າແກ່ທີ່ສຸດຂອງອິນໂດເນເຊຍ ແລະ ກໍແມ່ນບ່ອນມີນັກສຶກສາຫວຽດນາມເລືອກມາຮຽນຫຼາຍທີ່ສຸດ. ປັດຈຸບັນ, ຍັງມີນັກສຶກສາຫວຽດນາມ 4 ຄົນ ຍັງສືບຕໍ່ຫຼັກສູດການຮຽນຂອງຕົນ ເຖິງວ່າ ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດມາຮອດໂຮງຮຽນແຫ່ງນີ້ກໍ່ຕາມ, ຊ້ຳບໍ່ໜຳ, ມີອາຈານຄົນໜຶ່ງໄດ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວແລ້ວ.

“ໃນສະພາບການໂລກລະບາດໃນປັດຈຸບັນ, ນັກສຶກສາຄືພວກນ້ອງ ມີພຽງ 2 ທາງເລືອກ. ທີໜຶ່ງແມ່ນກັບເມືອຫວຽດນາມ ຫຼື ສືບຕໍ່ຢູ່ປະເທດປະຈຳຖິ່ນ. ນ້ອງເລືອກຢູ່ຕໍ່ ເພາະວ່າ ເມື່ອນ້ອງເດີນທາງກັບເມືອຫວຽດນາມ ແມ່ນຈະມີຄວາມສ່ຽງຕິດເຊື້ອສູງກວ່າ. ນ້ອງກໍຢ້ານວ່າ ເມື່ອກັບເມືອຫວຽດນາມ ອາດຈະແຜ່ເຊື້ອໄວຣັດມາສູ່ປະຊາຊົນໃນປະເທດຊາດ.. ແລະ ນ້ອງເຫັນວ່າ ອຳນາດການປົກຄອງ ອິນໂດເນເຊຍ ພວມມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໃຫ້ໄດ້ໄວທີ່ສຸດ.”

ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ” - ảnh 1ລູບາ (ຜູ້ໃສ່ກະໂປງສີຟ້າ) ພ້ອມກັບໝູ່ຂອງຕົນ 

ນັ້ນແມ່ນຄວາມໃນໃຈຂອງເພື່ອນ ລູບາ, ນັກສຶກສາທີ່ໄດ້ຮັບທຶນການສຶກສາ Darmasiswa ຂອງມະຫາວິທະຍາໄລ Gadjah Mada. ແທນທີ່ເປັນຫ່ວງ, ລູບາ ພ້ອມກັບນັກສຶກສາອີກ 3 ຄົນທີ່ຮຽນຢູ່ໂຮງຮຽນແຫ່ງດັ່ງກ່າວ ໄດ້ຕອບສະໜອງຕາມຄຳຮຽກຮ້ອງທີ່ວ່າ “ຢູ່ກັບທີ່ ບໍ່ອອກຂ້າງນອກ”  ແລະ ກະກຽມຄວາມຮູ້ກໍຄືອຸປະກອນທີ່ຈຳເປັນ ເພື່ອປ້ອງກັນຕົວ. ເພື່ອນ ຫງວຽນຮວ່າງກຸ໊ຍ ພວມຮຽນຫຼັກສູດປະລິນຍາໂທ, ຂະແໜງການລ້ຽງສັດ, ມະຫາວິທະຍາໄລ Gadjah Mada ແບ່ງປັນວ່າ:

“ໃນໄລຍະຢູ່ທີ່ນີ້, ພວກນ້ອງໄດ້ກະກຽມນ້ຳຢາລ້າງມືຂ້າເຊື້ອ ແລະ ຜ້າອັດປາກຢ່າງຄົບຖ້ວນ. ໄປຄຽງຄູ່ກັນນັ້ນ, ການອອກກຳລັງກາຍກໍແມ່ນວິທີດີທີ່ສຸດເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ປັດຈຸບັນ, ນ້ອງມີຄວາມປາດຖະໜາວ່າ ຖ້າຫາກວ່າໂລກລະບາດລະເບີດ ແລະ ກາຍຂອບເຂດການຄວບຄຸມຂອງລັດຖະບານ ອິນໂດເນເຊຍ, ພວກນ້ອງຈະໄດ້ຮັບການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ລັດຖະບານ ຫວຽດນາມ”.

ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ” - ảnh 2ເພື່ອນ ຫງວຽນຮວ່າງກຸ໊ຍ ພວມຮຽນຫຼັກສູດປະລິນຍາໂທ, ຂະແໜງການລ້ຽງສັດ, ມະຫາວິທະຍາໄລ Gadjah Mada 

ສຳລັບ ນາງ Kho Chah, ນັກສຶກສາຊາວເຜົ່າຈຳ ຢູ່ ອານຢາງ ພວມຮຽນພະແນກແພດສາດ ຂອງມະຫາວິທະຍາໄລ Sebelas Maret ນະຄອນ Surakarta, ຊີວິດຂອງ Kho Chah ຢູ່ ອິນໂດເນເຊຍ ເມື່ອຍັງບໍ່ທັນເກີດໂລກລະບາດໂຄວິດ - 19 ແມ່ນງ່າຍດາຍທີ່ສຸດ ເພາະວ່ານັບແຕ່ບັນດາເຍື່ອງອາຫານ halal, ພິທີຕ່າງໆທາງສາສະໜາ ແມ່ນລ້ວນແຕ່ເໝາະກັບນາງ. ໝູ່ເພື່ອນ ແລະ ຊາວທ້ອງຖິ່ນກໍມີຄວາມຮັກແພງເປັນພິເສດເມື່ອຮູ້ວ່າ ນາງເປັນຊາວມຸດສະລິມ. ໂດຍເປັນຜູ້ຍິງ, ສ່ວນຫຼາຍ Kho Chah ພາວະນາຢູ່ກັບບ່ອນພັກອາໄສ, ພິເສດແມ່ນນັບແຕ່ເມື່ອໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຢູ່ອິນໂດເນເຊຍ. ໂດຍມີແນວຄິດອັນດຽວກັນກັບເພື່ອນໆຢູ່ມະຫາວິທະຍາໄລ Gadjah Mada, Kho Chah ກໍຕັດສິນໃຈຢູ່ຕໍ່ເພື່ອຫຼຸດຜ່ອນພາລະໜ້າທີ່ອັນໜັກໜ່ວງ ໃຫ້ແກ່ບ້ານເກີດເມືອງນອນ. Kho Chah ພ້ອມກັບບັນດານັກສຶກສາຫວຽດນາມຮຽນພະແນກແພດສາດ, ການຢາ ແລະ ພະແນກພາສາສາດຂອງມະຫາວິທະຍາໄລ Sebelas Maret ໄດ້ມີການກະກຽມສິ່ງຕ່າງໆໃຫ້ແກ່ຕົນເອງ.

“ປັດຈຸບັນ ຢູ່ໂຮງຮຽນຂອງນ້ອງຍັງມີນັກສຶກສາຫວຽດນາມ 4 ຄົນ ພວມຮ່ຳຮຽນຢູ່ນີ້, ນ້ອງ ແລະ ໝູ່ຂອງນ້ອງ ລ້ວນແຕ່ຢູ່ ອິນໂດເນເຊຍ ຕໍ່. ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ພວກນ້ອງໄດ້ກະກຽມຜ້າອັດປາກ, ນ້ຳຢາຂ້າເຊື້ອ ເພື່ອນຳໃຊ້ເມື່ອອອກໄປຂ້າງນອກ. ພິເສດ, ຈຳກັດການອອກໄປຂ້າງນອກເມື່ອບໍ່ຈຳເປັນ. ນອກຈາກນັ້ນ, ພວກນ້ອງກໍໄດ້ກະກຽມສະບຽງອາຫານ, ແຕ່ງກິນເອງ ເພື່ອຈຳກັດການອອກໄປບ່ອນສາທາລະນະ ເພາະວ່າໄລຍະຝັກຕົວຂອງພະຍາດແມ່ນ14 ວັນ ສະນັ້ນ ພວກນ້ອງຈະບໍ່ຮູ້ໄດ້ວ່າບຸກຄົນທີ່ຢູ່ອ້ອມຂ້າງເຮົາ ມີໃຜແດ່ທີ່ຕິດເຊື້ອຫຼືບໍ?”

ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອີນ​ໂດ​ເນ​ເຊຍ ປະ​ຕິ​ບັດ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ປະ​ເທດ​ຊາດ “ຢູ່​ກັບ​ທີ່ ບໍ່​ອອກ​ຂ້າງນອກ” - ảnh 3 ນາງ Kho Chah, ນັກສຶກສາຊາວເຜົ່າຈຳ ຢູ່ ອານຢາງ ພວມຮຽນພະແນກແພດສາດ ຂອງມະຫາວິທະຍາໄລ Sebelas Maret ນະຄອນ Surakarta

ທຸ່ນທ່ຽງ, ສືບຕໍ່ຫຼັກສູດການຮ່ຳຮຽນ ແມ່ນທິດນຳຂອງບັນດານັກສຶກສາຫວຽດນາມ ປະຈຳ ອິນໂດເນເຊຍ ໃນຈຸດເວລານີ້. Kho Chah ຕັດສິນໃຈບໍ່ກັບເມືອ ສືບຕໍ່ຢູ່ທີີ່ນີ້ເພື່ອຮຽນໃຫ້ສຳເລັດຫຼັກສູດການຮຽນ.

“ພາຍໃຕ້ການແນະນຳ, ຊ່ວຍເຫຼືອຂອງທາງໂຮງຮຽນ ແລະ ໂຮງໝໍກໍຄືຄວາມເອົາໃຈໃສ່ຂອງສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ ພ້ອມກັບຄວາມຮູ້ທີ່ໄດ້ຮຽນມານັ້ນ ພໍ່ແມ່ ແລະ ທຸກຄົນຈົ່ງອຸ່ນອ່ຽນໃຈ, ບໍ່ຕ້ອງເປັນຫ່ວງນຳລູກຫຼາຍເກີນໄປ.  ລູກຈະພະຍາຍາມປະຕິບັດຫຼັກສູດການຮຽນສຳເລັດໃຫ້ຖືກຕ້ອງຕາມກຳນົດເວລາ ເພື່ອກັບເມືອປະເທດ ຊ່ວຍເຫຼືອປະຊາຄົມຊາວເຜົ່າຈຳ ກໍຄື ສັງຄົມ”.

ຄຳຝາກຝັງຂອງ Kho Chah ທີ່ຝາກໃຫ້ຄອບຄົວ ກໍແມ່ນຄຳຝາກຝັງຂອງບັນດານັກສຶກສາຫວຽດນາມປະຈຳອິນໂດເນເຊຍທີ່ພວມສືບຕໍ່ຮ່ຳຮຽນຢູ່ປະເທດນີ້ໃນຂະນະທີ່ໂລກລະບາດໂຄວິດ - 19 ຍັງຄົງສືບຕໍ່ຜັນແປຢ່າງສັບສົນ. ນີ້ແມ່ນຄຳເວົ້າຂອງ Kho Chah ແລະ ກໍແມ່ນຂອງບັນດານັກສຶກສາຫວຽດນາມປະຈຳອິນໂດເນເຊຍທີ່ພວມສືບຕໍ່ຮ່ຳຮຽນຢູ່ປະເທດນີ້ ສັ່ງຫາຄອບຄົວໃນຂະນະທີ່ໂລກລະບາດໂຄວິດ - 19 ຍັງຄົງສືບຕໍ່ຜັນແປຢ່າງສັບສົນ.

ຕອບກັບ

ຂ່າວ/ບົດ​ອື່ນ