ນັກ​ສຶ​ກ​ສາ​ຫວຽດ​ນາມຢູ່​ລາວ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນວຽກ​ງານປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ ຢູ່​ລາວ

(VOVWORLD) -ໃນຈຸດເວລາທີ່ຊາວ ຫວຽດນາມ ນັບພັນຄົນ ອາໄສ ຢູ່ຕ່າງປະເທດພາກັນກັບເມືອປະເທດເພື່ອປ້ອງກັນຕົນເອງໃນຍາມເກີດໂລກລະບາດໂຄວິດ - 19, ແຕ່ ນັກສຶກສາຫວຽດນາມ ຮ່ຳຮຽນຢູ່ລາວ ພັດ ເລືອກເຟັ້ນບໍ່ກັບເມືອ, ອຸ່ນອຽນໃຈຢູ່ລາວຕໍ່. ເຂົາເຈົ້າໄດ້ຍາດເວລາພັກຮຽນ ເພື່ອທົບທວນບົດຮຽນຄືນ, ຫຼີ້ນກິລາ, ອອກກຳລັງກາຍ ແຈກຢາຍຜ້າອັດປາກໂດຍບໍ່ເສຍຄ່າໃຫ້ປະຊາຊົນລາວ, ປະກອບສ່ວນເລັກໆນ້ອຍໆກຳລັງເຫື່ອແຮງຂອງຕົນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງລັດຖະບານລາວ. ຕໍ່ໄປນີ້ເຊີນທ່ານຮັບຟັງບົດສາລະຄະດີຂອງ ເວິນທຽງ - ດັ້ງທຸ່ຍ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ລາວ.

ຫໍພັກຂອງນັກສຶກສາຫວຽດນາມ ທີ່ຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນຊຸມວັນນີ້ ດົນໆ ຈຶ່ງເຫັນນັກສຶກສາຄົນໜຶ່ງເຂົ້າອອກທາງປະຕູນ້ອຍ ພາຍໃຕ້ການຕິດຕາມກວດກາຂອງຜູ້ເວນຍາມ. ນັບແຕ່ເມື່ອໄດ້ພັກຮຽນເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19, ນັກສຶກສາຫວຽດນາມ ບໍ່ອອກຂ້າງນອກພຽງແຕ່ຢູ່ໃນຫ້ອງ. ໃນຊ່ວງເວລານີ້, ນັກສຶກສາກຽມພາສາ ໄດ້ຍາດເວລາສຸມໃສ່ຮຽນພາລາວເພື່ອກະກຽມໃຫ້ແກ່ການຮຽນຢ່າງເປັນທາງການ, ສ່ວນນັກສຶກສາປີ 1, ປີ 2, ປີ 3, ປີ 4 ກໍທົບທວນບົດຮຽນຄືນເພື່ອກະກຽມໃຫ້ແກ່ການສອບເສັງທ້າຍພາກທີ 1.  ລາງຈູງແທັ່ງ - ເຊິ່ງພວມຮຽນລະດັບປະລິນຍາໂທຢູ່ທີ່ນີ້ ໃຫ້ຮູ້ວ່າ:

“ກອ່ນເວລາພັກຮຽນ, ນ້ອງຫາກໍຮຽນແລ້ວພາກທີ 1 ແລະ ເສັງໄດ້ 2 ວິຊາ, ຍັງອີກ 2 ວິຊາ, ສະນັ້ນ ນ້ອງຈະສືບຕໍ່ຮຽນ ເພື່ອໃຫ້ທັນກັບຫຼັກສູດການຮຽນຂອງໂຮງຮຽນ. ພໍ່ແມ່ກໍໄດ້ໂທລະສັບຢື້ຢາມຖາມຂ່າວ ແລະ ເປັນຫ່ວງນຳນ້ອງ ແຕ່ນ້ອງກໍ່ລາຍງານໃຫ້ພໍ່ແມ່ວ່າ ບໍ່ເປັນຫຍັງດອກ, ຢູ່ທີ່ນີ້ມີອ້າຍເອື້ອຍ, ໝູ່ເພື່ອນຄົນລາວ ແລະ ທາງໂຮງຮຽນກໍ່ເອົາໃຈໃສ່ ແລະ ໃຫ້ການຊ່ວຍເຫຼືອ. ສະນັ້ນ, ທຸກຄົນບໍ່ຕ້ອງເປັນຫ່ວງ, ຈົ່ງອຸ່ນອຽນໃຈ.”

ກໍມີແນວຄິດເຊັ່ນດຽວກັນກັບແທັ່ງ, ນັກສຶກຫວຽດນາມຫຼາຍຄົນທີ່ພວມຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຕັດສິນໃຈບໍ່ກັບເມືອບ້ານຢູ່ລາວຕໍ່, ເຖິງວ່າປະຈຸບັນ ຢູ່ລາວໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແລ້ວກໍ່ຕາມ, ແຕ່ເຂົາເຈົ້າມີຄວາມຄິດ ຈະອັນຕະລາຍ ເມື່ອຕ້ອງບຽດກັນຂຶ້ນລົດໄປດ່ານຊາຍແດນໃນຊຸມວັນນີ້, ບໍ່ຢາກປະເຊີນໜ້າກັບຄວາມສ່ຽງສູງວ່າ ອາດຈະຖືກຕິດແປດຈາກການເດີນທາງນັ້ນ. ເພື່ອນ ຈ້ຽວທິກ໊ອຍ, ນັກສຶກສາປີ 2, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດລາວ ເວົ້າວ່າ:

“ຄວາມຈິງແລ້ວ ເມື່ອເວົ້າກ່ຽວກັບໂລກລະບາດໂຄວິດ - 19 ນ້ອງເຫັນວ່າ ອັນຕະລາຍທີ່ສຸດ. ແຕ່ນ້ອງຄິດວ່າ, ທີໜຶ່ງແມ່ນ, ເຮົາຢູ່ທີ່ນີ້ຕໍ່, ເຮົາແຍກຕົວດ້ວຍຕົນເອງໄດ້, ຈຳກັດການໄປ - ມາ ຈະມີຄວາມປອດໄພກວ່າ. ທີສອງແມ່ນປັດຈຸບັນ ຢູ່ເຂດແຍກຕົວຕ່າງໆຢູ່ຫວຽດນາມ ມີຄົນມາເຂົ້າແຍກຕົວກໍເກີນຂອບຂະໜາດແລ້ວ, ນ້ອງກໍບໍ່ຢາກເມືອ ບໍ່ຢາກກໍ່ກຳລັງດັນໃຫ້ກຳລັງນາຍທະຫານ ແລະ ທ້ອງຖິ່ນຂອງຕົນຕື່ມອີກ. ນ້ອງຄິດວ່າ ຖ້າຫາກເຮົາກັບເມືອປະເທດ, ຕ້ອງບຽດກັນໃນລົດນັ້ນ ຈະອັນຕະລາຍ”.

ໃນຈຳນວນນັກສຶກສາຫວຽດນາມ 250 ຄົນ ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ນັກສຶກສາເລືອກເຟັ້ນກັບເມືອປະເທດແມ່ນຈຳນວນໜ້ອຍ. ເພື່ອໃຫ້ໄລຍະປະຕິບັດການແຍກຕົວດ້ວຍຕົນເອງມີຄວາມໝາຍ ແລະ ມ່ວນຊື່ນກວ່າ ບໍ່ງ່ວມເຫງົານັ້ນ, ຄະນະບໍລິຫານງານຄະນະນັກສຶກສາຫວຽດນາມ ຢູ່ ລາວ ກໍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນຂອບເຂດຂອງຫໍພັກ, ໂຄສະນາເຜີຍແຜ່ໃຫ້ທຸກຄົນ ຈຳກັດການອອກໄປຂ້າງນອກ, ບໍ່ສຳຜັດໃກ້ກັບຄົນແປກໜ້າ, ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຕາມການແນະນຳຂອງສະຖານທູດຫວຽດນາມ ປະຈຳ ລາວ, ກະຊວງສາທາລະນະສຸກລາວ ແລະ ທາງໂຮງຮຽນ, ຍາດແຍ່ງເວລາເພື່ອທົບທວນບົດຮຽນເກົ່າຄືນ, ອອກກຳລັງກາຍເພື່ອສຸຂະພາບ. ເພື່ອນ ດັ້ງຕວ໊ນກວິ່ງ, ຫົວໜ້າຄະນະນັກສຶກສາຫວຽດນາມ ປະຈຳ ມະຫາວິທະຍາໄລຍະແຫ່ງຊາດລາວ, ແບ່ງປັນວ່າ:

“ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ  - 19, ນອກຈາກຄວາມມານະພະຍາຍາມຂອງຕົນແລ້ວ, ລາວຍັງໄດ້ຮັບການຊ່ວຍເຫຼືອກ່ຽວກັບອຸປະກອນການແພດຈາກຫຼາຍປະເທດ ເປັນຕົ້ນແມ່ນ ຍີ່ປຸ່ນ, ຫວຽດນາມ, ຈີນ ແລະ ຫຼາຍອົງການຈັດຕັ້ງສາກົນອື່ນໆອີກ. ສະນັ້ນ, ເມື່ອເລືອກວິທີຢູ່ລາວ ບໍ່ກັບບ້ານອີກ, ພວກນ້ອງກໍມີຄວາມອຸ່ນອຽນໃຈຕໍ່ຄວາມສາມາດໃນການປິ່ນປົວຂອງຂະແໜງສາທາລະນະສຸກລາວ”.

ນັກ​ສຶ​ກ​ສາ​ຫວຽດ​ນາມຢູ່​ລາວ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນວຽກ​ງານປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ ຢູ່​ລາວ - ảnh 1ເພື່ອນ ດັ້ງຕວ໊ນກວິ່ງ, ຫົວໜ້າຄະນະນັກສຶກສາຫວຽດນາມ ປະຈຳ ມະຫາວິທະຍາໄລຍະແຫ່ງຊາດລາວ ແຈກຢາຍຜ້າອັດປາກໃຫ້ແກ່ປະຊາຊົນລາວ

ບໍ່ພຽງແຕ່ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດຂອງຂະແໜງສາທາລະນະສຸກລາວເທົ່ານັ້ນ, ນັກສຶກສາຈຳນວນໜຶ່ງ ກໍຂຽນບົດເອົາລົງເຟສບຸກ ເພື່ອໂຄສະນາກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ປຸກລະດົມປະຊາຄົມວິສາຫະກິດ ແລະ ສ່ວນບຸກຄົນ ປະກອບສ່ວນຜ້າອັດປາກ ເພື່ອແຈກຢາຍໃຫ້ແກ່ປະຊາຊົນລາວໂດຍບໍ່ເສຍຄ່າ. ພາຍຫລັງການປຸກລະດົມ ພວກນ້ອງນັກສຶກສາຫວຽດນາມ ຢູ່ ລາວ ໄດ້ຮັບຜ້າອັດປາກ ນ້ຳຢາລ້າງມືຂ້າເຊື້ອຈຳນວນຫນຶ່ງ ຈາກອົງການຕ່າງໆ. ໂດຍ ຢາກໃຫ້ປະຊາຊົນລາວຜູ້ໃດກໍ່ມີຜ້າອັດປາກອັດດັງປ້ອງກັນພະຍາດ, ສະນັ້ນ  ພວກນ້ອງນັກສຶກສາຫວຽດນາມ ໄດ້ເອົາທັງໝົດຈຳນວນເຄື່ອງຊ່ວຍເຫລືອດັ່ງກ່າວ ພ້ອມກັບຂອງສ່ວນຕົວມາແຈກຢາຍໃນທັນທີ່.  ແລະ ທີ່ສະຖານທີ່ແຈກຢາຍຜ້າອັດປາກຢູ່ວັດ ເຟີດຕິກ ຢູ່ຖະໜົນ ໜອງບອນ, ກຸ່ມຂອງ ດິງກວາງວິງ, ນັກສຶກສາຄະນະອັກສອນສາດ, ພາກວິຊາວັນນະຄະດີ ແລະ ວັດທະນະທຳ ກໍໄດ້ແຈກຢາຍຜ້າອັດປາກ 1500 ອັນໃນຕອນເຊົ້າຂອງມື້ທຳອິດ. ເພື່ອນວິງ ໃຫ້ຮູ້ວ່າ:

“ມື້ນີ້, ແມ່ນມື້ທຳອິດ ແລະ ໃນຊຸມວັນຈະມາເຖິງ ພວກນ້ອງຈະສືບຕໍ່ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນປະກອບສ່ວນຊື້ຜ້າອັດປາກ ແລ້ວເອົາໄປແຈກໃຫ້ວົງຄະນະຍາດໂດຍບໍ່ເສຍຄ່າ ເພື່ອຮ່ວມແຮງຮ່ວມໃຈກັນຕ້ານໂລກລະບາດໂຄວິດ - 19”.

ນັກ​ສຶ​ກ​ສາ​ຫວຽດ​ນາມຢູ່​ລາວ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນວຽກ​ງານປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ ຢູ່​ລາວ - ảnh 2 ທິມງານແຈກຢາຍຜ້າອັດປາກຂອງ ຄະນະນັກສຶກສາຫວຽດນາມ ຢູ່ ລາວ 

ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ສະຖານທີ່ແຈກຢາຍຜ້າອັດປາກຢູ່ໜ້າປະຕູໂຂງຫໍພັກນັກສຶກສາຫວຽດນາມ, ຜ້າອັດປາກກວ່າ 3000 ອັນ ແລະ ນ້ຳຢາລ້າງມື 40 ຕຸກ ກໍໄດ້ແຈກຢາຍໝົດກ້ຽງ.

  “ຢູ່ກັບທີ່ ບໍ່ອອກໄປຂ້າງນອກ”, ຮູ້ຈັກຍາດແຍ່ງເອົາເວລາຂອງການແຍກຕົວ, ຫຼີກລ່ຽງໂລກລະບາດ ເພື່ອເຮັດວຽກທີ່ເປັນປະໂຫຍດ ແລະ ມີຄວາມໝາຍສຳລັບຕົນເອງ, ເພື່ອນມິດ ແລະ ວົງຄະນະຍາດ. ບັນດາກະທຳເຫຼົ່ານີ້ຂອງນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ພວມປະກອບສ່ວນເລັກໆນ້ອຍໆຂອງຕົນ ພ້ອມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ຄຽງບ່າຄຽງໄລ່ກັບປະຊາຊົນລາວ ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເຊິ່ງ ລັດຖະບານ ແລະ ຂະແໜງສາທາລະນະສຸກລາວ ໄດ້ວາງອອກ, ຮ່ວມແຮງຮ່ວມໃຈສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19./. 

ຕອບກັບ

ຂ່າວ/ບົດ​ອື່ນ