ນັກສຶກສາຮຽນພາສາໄທ - ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ

(VOVWORLD) -“ການພົບປະແລກປ່ຽນກັບບັນດາມະຫາວິທະຍາໄລຂອງໄທ ຈະຊ່ວຍໃຫ້ນັກສຶກສາມີຄວາມເຊື່ອໝັ້ນຕົນເອງກວ່າ, ມີຄວາມກ້າວຫນ້າກວ່າກ່ຽວກັບດ້ານພາສາ ແລະ ຍິ່ງນິຍົມຂະແຫນງຊຶ່ງຕົນເອງເລືອກເຟັ້ນ”. ນັ້ນແມ່ນຄຳຢືນຢັນຂອງ ຮອງສາດສະດາຈານ. ປອ ຫງວຽນເຕືອງລາຍ - ຄູສອນສອນພາສາ ໄທຂອງ ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ   ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນການພົບປະ ແລກປ່ຽນວັດທະນະທຳກັບມະຫາວິທະຍາໄລ ຣາດຊະພັດ ວາໄລອະລົງກອນ, ການພົບປະແລກປ່ຽນນີ້ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງ ພະແນກ ເພື່ອຍົກສູງຄວາມເຂົ້າໃຈກ່ຽວກັບດ້ານພາສາ ແລະ ວັດທະນະທຳໄທ ໃຫ້ແກ່ບັນດາເພື່ອນນັກສຶກສາ.

ເວລາ 10 ໂມງ ເຊົ້າ, ຢູ່ ຫໍປະຊຸມຂອງພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ເພື່ອນ ກະຣິດຈັນ ແລະ ພາວີນີ ພ້ອມກັບນັກສຶກສາ 6 ຄົນ ນຸ່ງຊຸດເຄື່ອງແບບ ຕາງຫນ້າໃຫ້ 8 ພະແນກຂອງມະຫາວິທະຍາໄລ ອາລົງກອນ ພວມແນະນຳໃຫ້ນັກສຶກສາຫວຽດນາມ ກວ່າ 40 ຄົນ.

         ເພື່ອນ ກະຣິດຈັນ ແລະ ພາວີນີ ແນະນຳສົ້ມຕຳຂອງໄທໃຫ້ເພື່ອນນັກສຶກສາຫວຽດນາມກວ່າ 40 ຄົນ.

        “ນີ້ແມ່ນສົ້ມຕຳຂອງໄທ, ສົ້ມຕຳກໍ່ມີຫລາຍປະເພດ ຄື: ສົ້ມຕຳຂອງລາວ, ສົ້ມຕຳປູ. ສົ້ມຕຳແມ່ນເຍື່ອງອາຫານຊື່ງນັກທ່ອງທ່ຽວຕ່າງປະເທດຜູ້ໃດເມື່ອມາຢ້ຽມຢາມ ໄທ ກໍ່ຢາກຊີມເທື່ອຫນຶ່ງ, ເຂົາເຈົ້າເຄີຍຖາມວ່ານີ້ແມ່ນສົ້ມຕຳຂອງໄທແມ່ນບໍ່. ສົ້ມຕຳນີ້ແມ່ນມີປະໂຫຍດຕໍ່ສຸຂະພາບ ເພາະໃນສົ້ມຕຳມີຜັກ, ກຸ້ງ, ແລະ ຫລາຍຢ່າງອີກ, ເມື່ອໄດ້ຮັບປະທານແລ້ວຈະຊ່ວຍໃຫ້ສຸຂະພາບແຂງແຮງ.”

ນັກສຶກສາຮຽນພາສາໄທ - ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ - ảnh 1 ນັກສຶກສາໄທແນະນຳວິທີເຮັດສົ້ມຕຳຂອງໄທໃຫ້ນັກສຶກສາຫວຽດນາມ

  ວິຊາ  ໄທວິທະຍາ ໄດ້ນຳເຂົ້າສິດສອນຢູ່ ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ແຕ່ປີ 1999. ນອກຈາກເອົາໃຈໃສ່ບຳລຸງສ້າງພາສາໄທໃຫ້ແກ່ບັນດານັກສຶກສາ, ຫລັກສູດຍັງສະຫນອງບັນດາຄວາມຮູ້ພື້ນຖານກ່ຽວກັບບັນດາຂົງເຂດອື່ນຄື: ວັດທະນະທຳ, ເສດຖະກິດ, ການເມືອງ, ການພົວພັນຕ່າງປະເທດ… ແຕ່ລະປີ ທາງໂຮງຮຽນຕ້ອນຮັບຄະນະນັກສຶກສາຈາກບັນດາມະຫາວິທະຍາໄລຂອງໄທຄື: ທຳມະສາດ, ຣາດຊະພັດພະນາກອນ, ຣາດຊະພັດສົມເດັດເຈົ້າພະຍາ, ຣາດຊະພັດເລີຍ ແລະ ຣາດຊະພັດພະນາກອນຣາດຈະສີມາເປັນຕົ້ນມາພົບປະແລກປ່ຽນ. ອາຈານ ຫງວຽນເຕືອງລາຍ ຄູສອນພາສາໄທ ຂອງພະແນກດັ່ງກ່າວໃຫ້ຮູ້ວ່າ:

        “ພາຍຫລັງການພົບປະແລກປ່ຽນຄັ້ງນີ້ ການພົວພັນລະຫວ່າງ ມະຫາວິທະຍາໄລສອງແຫ່ງ ມີຄວາມສະຫນິດຕິດພັນກວ່າ ແລະ ສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃຫມ່ ເພື່ອປະຕິບັດບັນດາການຮ່ວມມື, ແລກປ່ຽນຢ່າງລະອຽດກວ່າ.”

        ບັນດາການເຄື່ອນໄຫວພົບປະແລກປ່ຽນປະຈຳປີລະຫວ່າງ ພະແນກ ກັບບັນດາມະຫາວິທະຍາໄລຂອງໄທ ໄດ້ເປີດບັນດາກາລະໂອກາດໃຫມ່ໃຫ້ແກ່ນັກສຶກສາຄືດັ່ງຄຳແບ່ງປັນຂອງເພື່ອນ ຫງວຽນທິເຟືອງຖາວ, ນັກສຶກສາປີທີ 2 ແລະ ເພື່ອນ ຮ່ວາງທິຮວາ ນັກສຶກສາປີທີ 3.

        “ນ້ອງມັກພົບປະແລກປ່ຽນກັບຊາວໄທ, ເພາະວ່າ ເມື່ອໄດ້ພົບປະກັບເພື່ອນໄທ, ນ້ອງມີໂອກາດໄດ້ໂອ້ລົມດ້ວຍພາສາໄທ. ບັນດາການພົບປະແລກປ່ຽນຄືແນວນີ້ ໄດ້ຊ່ວຍໃຫ້ພວກນ້ອງຫລາຍຢ່າງ. ໃນການພົບປະແລກປ່ຽນນີ້ ພວກນ້ອງໄດ້ໝູນໃຊ້ສິ່ງທີ່ໄດ້ຮຽນຜ່ານປື້ມເພື່ອໂອ້ລົມກັບພວກເພື່ອນ, ເມື່ອພວກນ້ອງເວົ້າພາສາໄທບໍ່ແຈ້ງ ພວກເພື່ອນກໍ່ດັດແກ້ໃຫ້”

        “ເຂົ້າຮ່ວມການພົບປະແລກປ່ຽນນີ້ ນ້ອງມີເພື່ອນໃຫມ່ຕື່ມອີກ, ນອກນັ້ນ ນ້ອງຍັງໄດ້ມີໂອກາດຝືກແອບພາສາໄທ. ຜ່ານການປຸງແຕ່ງອາຫານໄທ ນ້ອງໄດ້ຮູ້ສັບໃຫມ່ຕື່ມອີກ ແລະ ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອວັດທະນະທຳຂອງຊາວໄທກວ່າ.”

ນັກສຶກສາຮຽນພາສາໄທ - ພະແນກຄົ້ນຄ້ວາບັນດາປະເທດຝ່າຍຕາເວັນອອກ - ảnh 2 ການພົບປະແລກປ່ຽນກັບບັນດາມະຫາວິທະຍາໄລໄທ

        ມາຮອດປະຈຸບັນ, ພາຍຫລັງເກືອບ 20 ຊຸດບຳລຸງສ້າງ ມີນັກສຶກສາຮຽນພາສາໄທຮັບຮ້ອຍໆຄົນ ຂອງພະແນກດັ່ງກ່າວໄດ້ຮຽນຈົບແລ້ວ ແລະ ຍ້ອນມີການພົວພັນຢ່າງກວ້າງຂວາງກັບບັນດາມະຫາວິທະຍາໄລຂອງໄທ, ສະນັ້ນ ມີນັກສຶກສາກວ່າ 40 ຄົນ ໄດ້ຮັບທຶນການສຶກສາບຳລຸງລະດັບປະລິນຍາໂທ ແລະ ປະລິຍາເອກ ຈາກຝ່າຍໄທ. ໃນນັ້ນ ມີບາງຄົນຮຽນຈົບໄດ້ກັບຄືນເມືອເປັນຄູສອນຢູ່ພະແນກ, ສືບຕໍ່ສ້າງຄວາມດູດດື່ມໃຫ້ແກ່ນັກສຶກສາລຸ້ນຕໍ່ໄປໃນການຮຽນພາສາໄທ. ເມື່ອຕີລາຄາກ່ຽວກັບນັກສຶກສາຮຽນປະລິຍາໂທ ຢູ່ ໂຮງຮຽນ ເອື້ອຍຄູ ທິດຕິພົນ ພະໄຈຢາຄຸນ ຄູສອນຂອງໂຮງຮຽນໃຫ້ຮູ້ວ່າ:

       "ບັນດານັກສຶກສາຫວຽດນາມ ໄປຮຽນຢູ່ໂຮງຮຽນພວກຂ້າພະເຈົ້າ ສາມາດນຳໃຊ້ພາສາໄທ, ມີຄຸນສົມບັດດີ ແລະ ເຊື່ອມຕົວເຂົ້າກັບຊາວໄທ. ບາງເທື່ອພວກຂ້າພະເຈົ້າເຫັນວ່າ ພວກເພື່ອນຄືກັນກັບຊາວໄທ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການສິດສອນກ່ຽວກັບວັດທະນະທຳ ໄທຢູ່ ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດແມ່ນເລິກເຊິ່ງທີ່ສຸດ.”

ໃນໄລຍະດຳເນີນການພົບປະແລກປ່ຽນກັບນັກສຶກສາ ປົກກະຕິຈະດຳເນີນໃນເວລາ 1 ອາທິດ ເຖິງ 10 ມື້, ແຕ່ໄດ້ຊ່ວຍໃຫ້ພວກເພື່ອນນັກສຶກສາຫລາຍຢ່າງ, ສ້າງສະພາບແວດລ້ອມໃນການພົວພັນແລກປ່ຽນ, ສ້າງກາລະໂອກາດມີວຽກເຮັດງານທຳ ແລະ ສ້າງກຳລັງຫນູນຊ່ວຍໃຫ້ພວກເພື່ອນຍິ່ງນິຍົມພາສາຊຶ່ງຕົນເອງໄດ້ເລືອກເຟັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ