ນົກຫາຍາກຫລາຍຊະນິດຢູ່ ກຳປູເຈຍ ດຶງດູດນັກທ່ອງທ່ຽວ


(vovworld)-ເມື່ອ​ເວົ້າ​ເຖິງ​ລາຍ​ການ​​ທ່ອງ​ທ່ຽວ ກຳ​ປູ​ເຈຍ ​ນັກ​ທ່ອງ​ທ່ຽວ​ເຄີຍ​ຄິດ​ເຖິງ​ການ​ຢ້ຽມ​ຢາມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ວາ​ອາ​ຮາມ​ບູ​ຮານ​ຢູ່​ທີ່ນີ້. ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃຫມ່, ໄລ​ຍະ​ມໍ່ໆ​ມານີ້ ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ລາຍ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຢູ່​ເຂດ​ອະ​ນຸ​ລັກ​ຮັກ​ສາ​ນົກ​ຫາ​ຍາກ​ຫລາຍ​ຊະ​ນິດ​ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ ຫນອງ Tonle Sap. ມາຢ້ຽມ​ຢາມ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຢ້ຽມ​ຊົມ​​ນົກ​ຫາ​ຍາກຫລາຍ​ຊະ​ນິດ​ມີ​ຄວາມ​ສ່ຽງ​ຖືກ​ດັບ​ສູນ. ກຳ​ປັ່ນ​ຈະ​ພານັກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ບັນ​ດາ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ ເພື່ອ​ຢ້ຽມ​ຊົມ​ ນົກ​ຫາ​ຍາກ ແລະ ຊອກ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ຢູ່​ທີ່ນີ້.

ນົກຫາຍາກຫລາຍຊະນິດຢູ່ ກຳປູເຈຍ ດຶງດູດນັກທ່ອງທ່ຽວ - ảnh 1
Tonle Sap ແມ່ນ​ຫນອງ​ນ້ຳ​ຈືດ​ໃຫຍ່ກວ່າ​ໝູ່ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ພາບ:internet

        Tonle Sap ແມ່ນ​ຫນອງ​ນ້ຳ​ຈືດ​ໃຫຍ່ກວ່າ​ໝູ່ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ເນື້ອ​ທີ່ 12.000 ຕາ​ລາງ​ກິ​ໂລ​ແມັດ. ຫນອງ Tonle Sap ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ຊີ​ວະ​ພາບ. ບໍ​ລິ​ສັດ Indochine Exploration ຄົ້ນ​ຄ​້​ວາ​ສະ​ເພາະ​ກ່ຽວ​ກັບ ອິນ​ດູ​ຈີນ ໄດ້​ຮ່ວມ​ມື​ກັບ​ໂຮງ​ແຮມ Amun Sara ຢູ່ ຊຽມ​ຣຽບ ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ໄດ້​ໄປຢ້ຽມຊົມ​​ນົກກິນ​ປາ ຫລາ​ຍ​ຊະ​ນິດດ​້ວຍ​ກຳ​ປັ່ນ​ທ່ອງ​ທ່ຽວ. ພາຍ​ຫລັງ​ຢ້ຽມ​ຢາມ​ໃນ​ເວ​ລາກວ່າ 1 ຊົ່ວ​ໂມງ, ນັກ​ທ່ອງ​ທ່ຽວ ຈະ​ໄປ​ເຖິງ​ຕາ​ແສງ Prey Toal ທາງ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ ຫນອງ Tonle Sap. ນະ​ທີ່ນີ້ ມີ​ມີ​ເຮືອນ​ຫລາຍ​ຫລັງ​ຕັ້ງ​ບົນ​ຫນ້າ​ນ້ຳ, ປະ​ຊາ​ຊົນ​ຢູ່​ທີ່ນີ້ ດຳ​ລົງ​ຊີ​ວິດ​ດ້ວ​ຍ​ອາ​ຊີບ​ຫາ​ປາ. ນີ້​ແມ່ນ​ທາງ​ເຂົ້າ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ນົກ​ກິນ​ປາ ດ້ວຍ​ເນື້ອ​ທີ່ 213 ຕາ​ລາງ​ກິ​ໂລ​ແມັດ ດ້ວຍ​ນົກ​ກິນ​ປາກວ່າ 100 ​​ຊະ​ນິດ. ປີ 2002,  ອະ​ດີດ​ກະ​ສັດ Norodom Sihanuc ອະ​ນຸ​ຍາດ​ໃຫ້​ສ້າງ​ຕັ້ງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ ເພື່ອ​ກາຍ​ເປັນ​ຊາຍ​ຄາ​ໃຫຍ່ກວ່າ​ໝູ່​ຢູ​່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສະ​ຫງວນ​ໃຫ້​ແກ່​ ​ນົກ​ກິນ​ປາຫລາຍ​ຊະ​ນິດ. ທ່ານ Nick Butler ຜູ້​ຊ່ຽວ​ຊານ​ບໍ​ລິ​ສັດ Indochine Exploration ໃຫ້​ຮູ້​ວ່າ: ຫນອງ Tonle Sap ແມ່ນ​ແຫ່ງ​ທີ່​ນຳ​ມາ​ເຊິ່ງ​ແຫລ່ງອາ​ຫານ​ສຳ​ຄັນ​ໃຫ້​ແກ່​ຊາວ​ທ​ອ້ງ​ຖິ່ນ ແລະ ກໍ​ແມ່ນ​ບ່ອນ​ແຜ່​ພັນ​ຂອງ​ ​ນົກ​ກິນ​ປາຫລາຍ​ຊະ​ນິດ.

        “ຫນອງ Tonle Sap ແມ່ນ​ໝາກ​ຫົວ​ໃຈ​ຂອງ​ປະ​ເທດ ກຳ​ປູ​ເຈຍ ແລະ ກໍ​ແມ່ນ​ຫນອງນ້ຳ​ຈືດໃຫຍ່​ກວ່າ​ໝູ່ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ກຳ​ປູ​ເຈຍ ລ້ວນ​ແຕ່​ຮູ້​ຈັກ​ວ່າ ​ຫນອງ​ແຫ່ງນີ້​ແມ່ນສະ​ຫນອງ​ປະ​ລິ​ມາ​ນປາ​​ຫລາຍ​ສົມ​ຄວນ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ ແຕ່​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ​ໄດ້​ວ່າ ຢູ່​ທີ່ນີ້ ເຕົ້າ​ໂຮມ​ນົກ​ກິນ​ປາ​ຫລາຍ​ຊະ​ນິດກວ່າໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.”

        ທ່ານ Chan Dara, ຜູ້​ຄຸ້ມ​ຄອງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ໃຫ້​ຮູ້​ວ່າ: ​ແຕ່​ລະປີ ແຕ່​ເດືອນ 1 – 2, ມີ​ນົກ​ທຸກ​ຊະ​ນິດ​ປະ​ມານ 50000 ໂຕ​ມາ​ຫາ​ກິນ​ຢູ່​ເຂດ​ແມ່​ນ້ຳ​ລຳ​ນີ້. ຄະ​ນະ​ຄຸ້ມ​ຄອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ອະ​ນຸ​ລັກ​ຮັກ​ສາ​ເຂດນີ້ ບໍ່​​ປະໃຫ້​ປະ​ຊາ​ຊົນ​ເຂົ້າ​ເອົາ​ໄຂ່​ນົກ.

        ອົງ​ການ Wildlife Conservision Socility ໃຫ້​ຮູ້​ວ່າ: ແຕ່​ປີ 2002 ມາ​ຮອດ​ປະ​ຈຸ​ບັນ, ຈຳ​ນວນ​ນົກ​ຢູ່​ທີ່ນີ້​ໄດ້​ເພີ່ມ​ຂຶ້ນ​ຈາກ 2000 ໂຕ​ເຖິງ 50000 ໂຕ. ໃນ​ນັ້ນ ມີ​ນົກ​ຫລາຍ​ຊະ​ນິດ ຊື່ງ​ອົງ​ການ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ສາ​ກົນ ຈັດ​ເຂົ້າ​ໃນ​ປື້ມ​ແດງ​ນົກ​ຊະ​ນິດ​ຫາ​ຍາກ​ອາດ​ຈະ​ຖືກ​​ສູນພັນ. ທ່ານ Butler ໃຫ້​ຮູ້​ຕື່ມ​ອີກວ່າ:

        “ນົກ​ທຸກ​ຊະ​ນິດ​ມາ​ເຕົ້າ​ໂຮມ​ຢູ່​ທີ່ນີ້ ເພາະ​ວ່າ​ແຫ່ງນີ້​ແມ່ນ​ບ່ອນ​ແຜ່​ພັນ​ຂອງ​ປາ​ຫລາຍ​ຊະ​ນິດ. ສະ​ນັ້ນ ນົກ​ຊອກ​ໄດ້ອາ​ຫານ​ຫລາຍ​ແນວ. ຢູ່​ທີ່ນີ້ ມີ​ຕົ້ນ​ໄມ້​ໃຫ​ຍ່​ຫລາຍ​ຕົ້ນ ແມ່ນ​ເງື່ອນ​ໄຂ​ເໝາະ​ສົມ​ເພື່ອ​ໃຫ້​ນົກ​ມາ​ສ້າງ​ຮັງ ແລະ ຊອກ​ອາ​ຫານ.”

ນົກຫາຍາກຫລາຍຊະນິດຢູ່ ກຳປູເຈຍ ດຶງດູດນັກທ່ອງທ່ຽວ - ảnh 2
ນົກ​ຫາ​ຍາກ​ຢູ່ ຫນອງTonle Sap
ພາບ:mytour.vn

        ສຳ​ລັບ​ນັກ​ທ່ອງ​ທ່ຽວ​, ພາຍ​ຫລັງ​ໄປ​ຢ້ຽມ​ຢາມ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ມາ​ເປັນ​ເວ​ລາມື້​ຫ​ນຶ່ງ, ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​​ທີ່ແຊບ​ນົວ​ຂອງ​ກຳ​ປູ​ເຈຍ ຢູ່​ເທິງ​ເຮືອ. ທ່ານ​ນາງ Jelena Randjlovic ແລະ ທ່ານ Dusan Domazetovic, ນັກ​ທ່ອງ​ທ່ຽວ​ມາ​ຈາກ Montenegro ລ້ວນ​ແຕ່​ຮູ້​ສຶ​ກ​ປະ​ທັບ​ໃຈຜ່ານ​ລາຍ​ການ​ທ່ອງ​ທ່ຽວນີ້.

        “ນີ້​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ສ້າງ​ຄວາມ​ປະ​​ທັບ​ໃຈ​ທີ່​ສຸດ, ເຖິງວ່າ ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ມັກ​ຊົມ​ນົກ​ທຸກ​ຊະ​ນິດ​ກໍ​ຕາມ ແຕ່​ເມື່ອ​ມານີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ນົກງາມ​ຫລາຍ. ນອກນັ້ນ ຂ້າ​ພະ​ເຈົ້າ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ ຫນອງ Tonle Sap. ຢ​້ຽມ​ຢາມ​ໝູ່​ບ້ານ​​ຕັ້ງບົນແມ່​ນ້ຳ, ​ເຂົ້າ​ໃຈ​ໄດ້​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊ​າ​ຊົນ​ຢູ່​ທີ່ນີ້ ແລະ ເຫັ​ນ​ປະ​ຈັກ​ຕາ​ຄວາມ​ງາມ​ຂອງ​ປະ​ເທດ​ກຳ​ປູ​ເຈຍ.”

        ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ເຂດ​ອະ​ນຸ​ລັກ​ຮັກ​ສາທຳ​ມະ​ຊາດ ພຽງ​ໃຊ້​ເງິນ 140 ໂດ​ລາ​ສະ​ຫະ​ລັດ/ຄົນ. ໃນ​ນັ້ນ ລວມ​ມີ ຄາບ​ອາ​ຫານ​ທ່ຽງ, ປີ້​ເຂົ້າ​ເຂດ​ອະ​ນຸ​ລັກ​ຮັກ​ສ​າ​ທຳ​ມະ​ຊາດ ແລະ ຄ່າ​ເດີນ​ເຮືອ. ປະ​ຊາ​ຊົນ ກຳ​ປູ​ເຈຍ ຫວັງ​ວ່າ ນີ້​ຈະ​ແມ່ນ​ບໍ​ລິ​ການ​ທ່ອງ​ທ່ຽວ​ໃຫມ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ແຫ່ງນີ້​ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ