ນັກອອກແບບ ອິນໂດເນເຊຍ Priyo Oktaviano - ປະດິດຄິດສ້າງຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ

(VOVWORLD) - ອາທິດກ່ອນນີ້, ພວກຂ້າພະເຈົ້າໄດ້ແນະນຳເຖິງທ່ານຜູ້ຟັງກ່ຽວກັບຊຸດສະສົມແຟຊັ່ນທີ່ມີື່ວ່າຄວາມຊົງຈຳຄາວເຍົາໄວຂອງນັກອອກແບບຊາວ ອິນໂດເນເຊຍ Priyo Oktaviano. ຊຸດສະສົມແຟຊັ່ນ ທີ່ໄດ້ນຳມາສະແດງໃນສັບປະດາແຟຊັ່ນສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ - ລະດູໜາວ 2022 ຢູ່ ຮ່າໂນ້ຍ ໃນທ້າຍເດືອນ ພະຈິກ ຜ່ານມາ ອີກເທື່ອໜຶ່ງໄດ້ຢັ້ງຢືນກ່ຽວກັບແບບແຟຊັ່ນທີ່ນັກອອກແບບ Priyo Oktaviano ໄດ້, ພວມ ແລະ ຈະເດີນຕາມ.

ນັ້ນແມ່ນການປະສານສົມທົບບັນດາວັດຖຸພັນທີ່ທັນສະໄໝ, ສີສັພົ້ນເດັ່ນແຕ່ຍັງມີສີສັນວັດທະນະທຳຂອງຊາດຜ່ານບັນດາແຜ່ນແພພື້ນເມືອງ. ໃນລາຍການຊາຍຄາອາຊຽນພາກນີ້, ເຊີນທ່ານຜູ້ຟັງພົບປະກັບນັກອອກແບບ Priyo Oktaviano.

ນັກອອກແບບ ອິນໂດເນເຊຍ Priyo Oktaviano - ປະດິດຄິດສ້າງຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ - ảnh 1ນັກອອກແບບ Priyo Oktaviano ເກີດປີ 1971 ຢູ່ນະຄອນ Kediri

ດ້ວຍຮູບຮ່າງໃຫຍ່, ສູງ, ການນຸ່ງຖືແບບ “ນັກສິລະປະການ” ແລະ ສະບາຍສະບາຍ ແຕ່ເຕັມໄປດ້ວຍລັກສະນະບູຮານເມື່ອນຸ່ງຊຸດອາພອນທີ່ມີລວດລາຍພື້ນເມືອງ, ນັກອອກແບບ Priyo Oktaviano ສຸດຈິດສຸດໃຈແນະນຳໃຫ້ນັກຂ່າວກ່ຽວກັບບັນດາຊຸດອາພອນໃນຊຸດສະສົມແຟຊັ່ນ “ຄວາມຊົງຈຳຄາວເຍົາໄວ”, ກ່ຽວກັບບັນດາຂັ້ນຕອນຕ່ຳຜ້າແພ, ສ້າງແນວຄວາມຄິດ, ອອກແບບ… ແລະ ນັບທັງບັນດາເລື່ອງລາວກ່ຽວກັບອາຊີບຂອງເພີ່ນ.

ນັກອອກແບບ Priyo Oktaviano ເກີດປີ 1971 ຢູ່ນະຄອນ Kediri, ເຊິ່ງເປັນໜຶ່ງໃນບັນດາອູ່ຂອງຂະແໜງຕ່ຳຜ້າແພພື້ນເມືອງຢູ່ແຂວງ Jawa Timur, ອິນໂດເນເຊຍ, ດັ່ງນັ້ນ ລາວຈຶ່ງມີຄວາມມັກຮັກຜ້າແພພື້ນເມືອງຂອງບ້ານເກີດເມືອງນອນ. ຍ້ອນຄວາມຮັກທີ່ສະຫງວນໃຫ້ຜ້າແພພື້ນເມືອງ ພ້ອມກັບຄວາມຮູ້ ແລະ ປະສົບການໃນຕະຫຼອດກ່ວາ 6 ປີທີ່ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ສູນແຟຊັ່ນ ຝລັ່ງ ໄດ້ປຸກລຸກແຫຼ່ງບັນດານໃຈເພື່ອປະດິດສ້າງ ແລະ ຜະລິດບັນດາຊຸດອາພອນທີ່ສວຍງາມຂອງຕົນ.

 ຍັງແມ່ນບັນດາຜ້າແຜພື້ນເມືອງ ແຕ່ຜ່ານສີມືຂອງ Priyo, ບາງຄັ້ງຄາວໄດ້ກາຍເປັນຊຸດອາພອນສຸພາບ, ອ່ອນໂຍນ, ບາງຄັ້ງຄາວໄດ້ກາຍເປັນຊຸດທີ່ເປັນເອກະລັກສະເພາະ, ແປກຕາ… ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນແຈ້ງຜ່ານການເຂົ້າຮ່ວມສັບປະດາແຟຊັ່ນສາກົນຢູ່ ຫວຽດນາມ ຂອງນັກອອກແບບ Priyo Oktaviano:

“ປີ 2016, ຂ້າພະເຈົ້າໄດ້ຜະລິດຊຸດແຟຊັ່ນທີ່ມີຍີ່ຫໍ້ "Priyo Oktaviano", ມັນມີລັກສະນະຂອງຄວາມເປັນຜູ້ໃຫຍ່ ແລະ ສຸພາບ. ສ່ວນຊຸດສະສົມແຟຊັ່ນນີ້ແມ່ນແຟຊັ່ນຕາມທ້ອງຖະໜົນ, ຂະຫຍັນຂັນເຄື່ອນກ່ວາ, ເສລີ, ມຸ່ງໄປເຖິງລຸ້ນໜຸ່ມຫຼາຍກ່ວາ, ຍ້ອນເຫດນັ້ນ ຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ເຄົາລົບວັດທະນະທຳຂອງຊາດ. ເພື່ອໃຫ້ເຂົາເຈົ້າຮູ້ວ່າ ແພພື້ນເມືອງບໍ່ພຽງແຕ່ສຳລັບຜູ້ອາຍຸສູງເທົ່ານັ້ນ ຫາກລຸ້ນໜຸ່ມກໍສາມາດນຸ່ງໄດ້. ສານທີ່ຂ້າພະເຈົ້າຢາກຝາກເຖິງລຸ້ນໜຸ່ມນັ້ນແມ່ນ ຈົ່ງນິຍົມວັດທະນະທຳຂອງຊາດຕົນ…”

ດ້ວຍຄວາມສາມາດ ແລະ ບົດຮຽນຂອງຕົນເມື່ອເຮັດວຽກຢູ່ບໍລິສັດແຟຊັ່ນ Balenciaga “House of Balenciaga Paris”, ນັບແຕ່ເວລາກັບມາຈາກ ຝລັ່ງ ນັ້ນ, ລາວໄດ້ເຊີນເຂົ້າຮ່ວມບັນດາລາຍການແຟຊັ່ນໃຫຍ່ ພ້ອມກັບບັນດານັກອອກແບບທີ່ມີຊື່ສຽງຂອງວົງການນັກອອກແບບ ອິນໂດເນເຊຍ. ນີ້ແມ່ນຄວາມເອກອ້າງທະນົງໃຈ, ແມ່ນກຳລັງໜູນເພື່ອໃຫ້ລາວສືບຕໍ່ວຽກງານຢູ່ບ້ານເກີດເມືອງນອນຂອງຕົນ. ທ່ານ Priyo Oktaviano ຄ່ອຍໆສ້າງຊື່ສຽງ, ສ້າງຄວາມລຶງເຄີຍ ແລະ ແມ່ນລາຍຊື່ທີ່ຂາດບໍ່ໄດ້ໃນບັນດາສັບປະດາແຟຊັ່ນ ຢູ່ ອິນໂດເນເຊຍ. ລາວກໍ່ໄດ້ເຂົ້າຮ່ວມໃນງານແຟຊັ່ນສາກົນຢູ່ ນິວຢອກ (ອາເມລິກາ), ປາຣີ (ຝລັ່ງ), ໂຕກຽວ, ໂອຊາກາ (ປະເທດຍີ່ປຸ່ນ), ຊຽງໄຮ (ປະເທດຈີນ), ປຣາຮາ (ສ ເຊັກໂກ)…

Priyo ໄດ້ສ້າງສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຢູ່ນະຄອນ Kediri ດ້ວຍຄວາມປາດຖະໜາຢາກຮັກສາ, ພັດທະນາ ແລະ ນຳບັນດາຜະລິດຕະພັນແພພື້ນເມືອງຂອງບ້ານເກີດເມືອງນອນອອກສູ່ເພື່ອນມິດຢູ່ແຫ່ງຕ່າງໆໃນໂລກ. ປະຈຸບັນ, ລາວກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງອົງການຄຳໝັ້ນສັນຍາອະນຸລັກຮັກສາ ແລະ ພັດທະນາມໍລະດົກຫຍິບປັກຖັກແຊ່ວ, ຕ່ຳແຜ່ນແພ ອິນໂດເນເຊຍ (Cita Tenun Indonesia/CTI).

“ຄວາມຫວັງຂອງ CTI ແມ່ນຊຸກຍູ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍປະຕິບັດການປ່ຽນແປງໃໝ່ກ່ຽວກັບການອອກແບບ, ກ່ຽວກັບສີສັນ… ນຳມາເຊິ່ງແນວຄວາມຄິດກ່ຽວກັບການຜະລິດໃຫ້ແກ່ບັນດາຕະຫຼາດໃນອະນາຄົດ, ຕົວຢ່າງຄື ທ່າອ່ຽງກ່ຽວກັບສີສັນຈະໄດ້ຮັບຄວາມນິຍົມ, ກ່ຽວກັບການສົມທົບລະຫວ່າງຜ້າແພທີ່ແຕກຕ່າງກັນຄືແນວໃດເພື່ອຕອບສະໜອງໄດ້ຕາມຄວາມນິຍົມຈາກລູກຄ້າ, ແຕ່ບໍ່ເຮັດໃຫ້ຄຸນຄ່າທີ່ເປັນມູນເຊື້ອຂອງຜ້າແພື້ນເມືອງສູນຫາຍທາງດ້ານລວດລາຍ ແລະ ລັກສະນະປັດຊະຍາ ຍ້ອນວ່າຢູ່ ອິນໂດເນເຊຍ, ຜ້າແພແຕ່ລະປະເພດລ້ວນແຕ່ມີລັກສະນະ, ລວດລາຍ ແລະ ທິດສະດີປັດຊະຍາທີ່ແຕກຕ່າງກັນ”.

ນັກອອກແບບ ອິນໂດເນເຊຍ Priyo Oktaviano - ປະດິດຄິດສ້າງຈາກບັນດາຄຸນຄ່າທີ່ເປັນມູນເຊື້ອ - ảnh 2ນັກອອກແບບ Priyo ແລະ ຊຸດສະສົມປແຟຊັ່ນຂອງຕົນ

ດ້ວຍປະສົບການເປັນເວລາ 15 ປີ, ສຳລັບນັກອອກແບບ Priyo ຄວາມຫຍຸ້ງຍາກແມ່ນສິ່ງທີ່ທຳມະດາ, ບັນດາຄວາມຫຍຸ້ງຍາກນັ້ນກໍ່ແມ່ນກຳລັງໜູນເພື່ອໃຫ້ລາວສືບຕໍ່ພະຍາຍາມກ່ວາອີກ.

ໂດຍແມ່ນຜູ້ທີ່ມີນິດໄສມັກມ່ວນ, ມັກຄວາມສະບາຍ ແຕ່ເມື່ອເຂົ້າວຽກ Priyo ພັດແມ່ນຜູ້ມັກຄວາມເຂັ້ມງວດ, ບາງຄັ້ງຄາວກໍຖືວ່າເປັນຄົນໃຈຍາກ ຍ້ອນລາວມັກຄວາມສົມບູນແບບທຸກດ້ານ, ມັກຄວາມລະບຽບຮຽບຮ້ອຍໃນບັນດາຜະລິດຕະພັນຂອງຕົນ. 5 ປີທີ່ເຮັດວຽກພ້ອມກັບນັກອອກແບບ Priyo, ທ່ານ Willy Widjaja, ເພື່ອນຮ່ວມງານ ໄດ້ແບ່ງປັນກ່ຽວກັບນັກອອກແບບ Priyo ວ່າ:

“ຂ້າພະເຈົ້ານັບຖືນ້ຳໃຈ, ວິໄນ ແລະ ວິຊາຊີບຂອງລາວທີ່ສຸດ. ສຳລັບລາວແລ້ວ, ທຸກວຽກງານຕ້ອງປະຕິບັດຖືກຕ້ອງກັບຂັ້ນຕອນ, ບໍ່ມີຄວາມຊັກຊ້າ, ຕ້ອງກຽມພ້ອມໃຫ້ທຸກໆກໍລະນີທີ່ຈະເກີດຂຶ້ນ. ຖ້າແຜນການໜຶ່ງປະລະໄຊ ຕ້ອງມີແຜນການໃໝ່ແທນທີ. ເມື່ອເຮັດວຽກພ້ອມກັບ Priyo ຂ້າພະເຈົ້າຮ່ຳຮຽນໄດ້ຫຼາຍສິ່ງຫຼາຍຢ່າງ. ສະເພາະກ່ຽວກັບການອອກແບບ, ຂ້າພະເຈົ້າເຫັນວ່າເລື່ອງດີທີ່ສຸດແມ່ນລາວຊ່ວຍໃຫ້ລຸ້ນໜຸ່ມ ອິນໂດເນເຊຍ ກ້າສະແດງອອກກ່ຽວກັບຕົວຕົນຂອງຕົນເອງ ດ້ວຍບັນດາຊຸດເຄື່ອງນຸ່ງທີ່ເຮັດຈາກຜ້າແພພື້ນເມືອງ, ມີຄວາມເຂົ້າໃຈກ່ວາ ແລະ ຮັກມັກຜ້າແພພື້ນເມືອງຂອງອິນໂດເນເຊຍ ກ່ວາອີກ”.

ວັນທີ 10 ທັນວາ, ທ່ານ Priyo Oktaviano ກໍ່ໄດ້ນຳສະເໜີແບບຊຸດສະສົມແຟຊັ່ນໃໝ່ຂອງຕົນໃນເຫດການແຟຊັ່ນຂະໜາດໃຫຍ່ຢູ່ ອິນໂດເນເຊຍ. ຕາມທີ່ລາວເປີດເຜີຍແລ້ວ, ນັ້ນຈະແມ່ນການປະສານສົມທົບຂອງຜ້າແພພື້ນເມືອງ ກັບບັນດາວັດຖຸພັນ ແລະ ວິທີການທີ່ທັນສະໄໝ, ແຕ່ດ້ວຍການອອກແບບໃໝ່ໆເພື່ອສືບຕໍ່ພິຊິດຜູ້ຊົມ. ຍ້ອນສຳລັບລາວແລ້ວ, ສິລະປະແມ່ນຂະບວນວິວັດ ເຊິ່ງຢູ່ໃນນັ້ນ ຜົນສຳເລັດໃຫຍ່ຫຼວງທີ່ສຸດແມ່ນຄວາມເພິ່ງພໍໃຈ ແລະ ການຕອບຮັບຂອງມະຫາຊົນ./.

ຕອບກັບ

ຂ່າວ/ບົດ​ອື່ນ