ນະຄອນ Kinabalu - ສະຖານທີ່ທ່ອງທ່ຽວທີ່ສ້າງຄວາມປະທັບໃຈຂອງມາເລເຊຍ

(vovworld)-ຍ່າງ​​ເລາະຫລິ້ນຢູ່ໃຕ້​ນຳ້​ທະ​ເລ, ດຳ​ນຳ້​ເພື່ອ​ຊົມ​ຫີນປະ​ກາ​ລັງ, ຢ້ຽມ​ຢາມບ້ານ​ວັດທະນະທຳ Mari, ຂຶ້ນ​ຈອມ​ພູ​​ສູງ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ຄວາ​ມສູງ 4.095 ​​ແມັດ ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເມ່ືອ​ມາ​ຢ້ຽມຢາມ​ນະຄອນ Kinabalu. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​ເຊີນ​ທ່ານ​ແວ່​ຢາມ​ນະຄອນ Kinabalu ຂອງ​ມາ​ເລ​ເຊຍ ຜ່າ​ນບົດ​ຂຽນ​ຂອງ​ນັກ​ຂ່າວ ມີ​ງງອກ​ ທີ່​ພາດ​ຫົວ​ເລື່ອງ​ວ່າ: ນະຄອນ Kinabalu - ສະຖານ​ທີ່​ທ່ອງ​ທ່ຽວທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ຂອງ​ມາ​ເລ​ເຊຍ

        ນະຄອນ Kinabalu ຕັ້ງ​ຢູ່​ແຄມ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ເກາະ Borneo, ຊື່​ງ​ແມ່ນ​ເກາະ​ແຫ່ງ​ໃຫຍ່​ທີ່ 3 ​ໃນ​ໂລກ, ຫ່າງ​ຈາກ​ນະຄອນຫລວງ ກົວ​ລາ​ລຳ​ເປ​ີ ​ໄປທາງ​ທິດຕາ​ເວັນ​ອອກ​ປະມານ 1627 ກິ​ໂລ​ແມັດ. ຈາກ​ນະຄອນຫລວງ ບາງກອກປະ​ເທດ​ໄທ ຫລື​ນະຄອນຫລວງ ຢາກາກ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ, ນັກ​ທ່ອງ​ທ່ຽວ​ສາມາດ​ຂີ່​ຍົນ​​ໄປ​ເຖິງ​ນະຄອນ Kinabalu ​ໂດຍ​ກົງ​ໄດ້. ສ່ວນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ປະ​ເທດ​ອື່ນ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຕ້ອງ​ພັກ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຄືນ​ຫນຶ່ງ,  ​ຮອດເຊົ້າມື້​ຕໍ່​ມາຈະ​ສືບ​ຕໍ່​ຂີ່​ຍົນໄປ​ ນະຄອນ Kinabalu ​​​ໃນເວລາ 2 ຊົ່ວ​ໂມງ​ເຄ່ິງ. ດ້ວຍ​ເນື້ອ​ທີ່ 351 ຕາລາງ​ກິ​ໂລ​ແມັດ, ​ເທົ່າ​ກັບ 2/3 ​ເນື້ອ​ທີ່​ຂອງ​ນະຄອນຫລວງ ກົວ​ລາ​ລຳ​ເປີ, Kinabalu ຖືກ​ປົກ​ຄຸມ​​ໄປດ້ວຍ​ສີຂຽວ​ຂອງ​ທະ​ເລ, ພູຜາ​ປ່າ​ໄມ້, ​ແລະ ຕົ້ນ​ໄມ້​ໃບ​ຫຍ້າ​, ພ້ອມກັບ​ຫາດ​ຊາຍ​ທະ​ເລ​ທີ່​ຍາວ​ຢຽດ ​ແລະ ສວຍ​ງາມ. ​ເພື່ອນ ​ເຈືອງ​ງອກ​ແອ​ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ ຫາ​ກໍ່​​ໄປ​ທ່ອງ​ທ່ຽວ Kinabalu ​​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ທະ​ເລ​ແຫ່ງ​ນີ້​ບໍ່​ທັດ​ທຽ​ມກັບທະ​ເລ​​ແຫ່ງ​ອື່ນ​ຢູ່ ຟີ​ລີບ​ປີນ. ​ແຕ່​ຢູ່​ທີ່​ນີ້ ມີ​ຫີນ​ປະ​ກາ​ລັງ​ ​ແລະ ປາ​ຫລາຍ​ກວ່າ. ສະ​ນັ້ນ ​ເມື່ອອາບ​ນຳ້​ທະ​ເລ​ຢູ່​ທີ່​ນີ້ ຄື​ດັ່ງ​ໄດ້​ອາບ​ນຳ້​ກັບປາ. ບໍ່​ຈຳ​ເປັນອອກ​ໄກຈາກ​ຝັ່ງກໍ​ສາມາດເຫັນ​ປາ​ໄດ້. ປາ​ລອຍ​ຢູ່​​ອ້ອມ​ແອ້ມ​, ນີ້​ກໍ​ແມ່ນ​ສິ່ງ​ທີ່​ແຕກ​ຕ່າງ​ກັບ​ທະ​ເລ​ແຫ່ງ​ອື່ນ.”

 

ນະຄອນ Kinabalu - ສະຖານທີ່ທ່ອງທ່ຽວທີ່ສ້າງຄວາມປະທັບໃຈຂອງມາເລເຊຍ - ảnh 1
ເກາະ Borneo
photo:internet

        ມາ​ຢ້ຽມຢາມ Kinabalu, ນັກ​ທ່ອງ​ທ່ຽວ​ເຄີຍ​ເລົ່າ​ສູ່​ກັນ​ຟັງ​ວ່າ “ມາ​ຢ້ຽມຢາມ ​ແຫ່ງ​ນີ້​ແຕ່ບໍ່​ທັນ​ແວ່​ຢາມ​ສວນ​ມະຫາ​ສະມຸດ​ວິທະຍາ Tunku Abdul Rahman ກໍໝາຍ​ຄວາມ​ວ່າ​ບໍ່​ທັນມາ​ຢ້ຽມຢາມ Kinabalu ​ເທື່ອ.” ຂ່ີ ກາ​ໂນຈາກ​ນະຄອນ Kinabalu ​​​ໃນ​ເວລາ​ປະມານ 20 ນາ​ທີ່, ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຮອດ​ສວນ​ມະຫາ​ສະມຸດ​ວິທະຍາ Tunku Abdul Rahman. ​ Tunku Abdul Rahman ​ແມ່ນ​ແຫ່ງ​ທີ່ີມີ​ຊື່​ສຽງ​ດ້ວຍ​ສັດ​ທະ​ເລ ​ແລະ ຫີນ​ປະ​ກາ​ລັງ​​ຫລາຍ​ປະ​ເພດ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ສາມາດ​ດຳ​ນຳ້, ລອຍ​ນຳ້ຫລື​ຍ່າງ​ເລາະ​ຫລິ້ນຢູ່​ແຄມ​ຫາດ​ຊາຍທະ​ເລ.  ພິ​ເສດ ຢູ່​ທີ່​ນີ້ ມີ​ບໍລິການ Sea Walking ຫລື​ເອີ້ນ​ວ່າ ຍ່າງ​ເລາະ​ຢູ່​ທ້ອງ​ທະ​ເລ​ທີ່​ສ້າງ​ຄວາມປະ​ທັບ​ໃຈທີ່​ສຸດ. ​ເພື່ອນ ​ເລ​ມີ​ງ ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຖື​ໝວກ​ໃຫຍ່ ​ແລະ​ຫນັກ​, ​ຢູ່​ເທິງ​ໝວດ​​ຕິດ​ລະບົບອົກ​ຊີ​ແຢນແລ້ວ​ຍ່າງ​​ເລາະ​ໃນ​ທ້ອງ​ທະ​ເລ​ທີ່​ມີ​ຄວາມ​ເລິກ​ປະມານ 5 ​ແມັດ. ຂ້າພະ​ເຈົ້າ​ເຫັນ​ປາ​ພວມ​ລອຍ​ຢູ່​ອ້ອມ​ແອ້​ມຕົນ​ ​ແລະ ບາງ​ເທື່ອ​ກໍ່ຮູ້ສຶກ​ວ່າຖືກ​ປາກັດ. ຂ້າພະ​ເຈົ້າ​ທັງຮູ້ສຶກ​ປ​ະທັບ​ໃຈ ​ທັງຢ້ານ​ກົວອີກ.”

        ຍັງມີສະຖານທີ່ອີກ​ແຫ່ງ​ຫນຶ່ງທີ່ສ້າງ​ຄວາມ​ປະ​ທັບ​ໃຈ​​ ນັ້ນ​ແມ່ນ ບ້ານ​ວັດທະນະທຳ MariMari. ບ້ານ​ແຫ່ງ​ນີ້ ​ຕັ້ງ​ຢູ່​ເຂດ​ປ່າ​ທີ່​ສະຫງົບ​ງຽບ ຫ່າງ​ຈາກ Kinabalu ປະມານ 35 ກິ​ໂລ​ແມັດ. ​ບ້ານ​ວັດ​ທະນະ​ທຳ​ແຫ່ງ​ນີ້ ​ໄດ້​ວາງສະ​ແດງ​ ​ເຮືອນຢູ່​ຫຼາຍແບບ ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ກົກ​ເຫລົ່າທີ່​​ດຳລົງ​ຊີວິດ​ຢູ່​ເກາະ​ແຫ່ງ​ນີ້​ມາ​ແຕ່​ດົນ​ນານ​ແລ້ວ. ​ເມື່ອ​ເຂົ້າ​​ເຮືອນ​ແຕ່​ລະ​ຫລັງ, ນັກ​ທ່ອງ​ທ່ຽວ​ສາມາດ​ເຈົ້າ​ໃຈ​ໄດ້​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ກໍ​ຄື​ຮີດຄອງ​ປະ​ເພນີຂອງ​ແຕ່​ລະ​ກົກ​ເຫົຼ່າ. ຄຽງ​ຄູ່​ກັນ​ນັ້ນ ບັນດາ​ພິທີການ ​ແລະ ຮີດຄອງ​ປະ​ເພນີ​ຂອງ ກົກ​ເຫຼົ່າ Sabaha ​ກໍ​ໄດ້​ຮັບ​ການວາດ​ພາບ​​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ. ​ເພື່ອນ ​ເຈືອງ​ງອກ​ແອ​ງ ​ໃຫ້​ຮູ້​ວ່າ:

        “ ກ່ອນ​ນີ້ ມີ 5 ກົກ​ເຫົຼ່າ ​ເຄີຍ​ກິນ​ຊີ້ນ​ຄົນ ​ແຕ່​ປະຈຸ​ບັນ ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​​ໄດ້​ມີ​ການ​ປ່ຽນ​ແປງຫລາຍ​ຢ່າງ. ​ບ້ານ​ວັດທະນະທຳ​ໄດ້​ວາດ​ພາບ​ຊີວິດ​ການ​ເປ​ັນຢູ່​ຂອງ​ປະຊາຊົນ​ກົກ​ເຫລົ່າ​​ເດີມ ຄື: ວິ​ທີ​ລ່າເນື້ອຂອງ​ເຂົາ​ເຈົ້າ​ຄື​ແນວ​ໃດ, ວິທີ​ຫາ​ໄຟ, ການປຸກ​ສ້າງ​ເຮືອນ​ຢູ່ດ້ວຍ​ເປືອກ​ໄມ້.”

ນະຄອນ Kinabalu - ສະຖານທີ່ທ່ອງທ່ຽວທີ່ສ້າງຄວາມປະທັບໃຈຂອງມາເລເຊຍ - ảnh 2

        ມາ​ຢ້ຽມຢາມ Kinabalu, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ໄປ​ຢ້ຽມຢາມ​ຕະຫລາດ​ຂາຍ​ເຄື່ອງ​ຫັດຖະກຳ,​ເຄື່ອງ​ທີ່​ເປັນ​ລະນຶກ ​ໂດຍ​ຊາວ ຟີ​ລີບ​ປີນ ທີ່​ຍົກຍ້າຍ​ມາ​ດຳລົງ​ຊີວິດ​ຢູ່​ທີ່​ນີ້ຜະລິດ​. ​ເພື່ອນ SuJin, ນັກ​ທ່ອງ​ທ່ຽວ​ມາ​ຈາກ ສ​ເກົາຫລີ ​ໃຫ້​ຮູ້​ວ່າ:

        “ຜູ້​ຂາຍ​ເຄື່ອງ​ຢູ່​ຕະຫລາດ​ແຫ່ງ​ນີ້ ມີ​ຄວາມ​ຮັກ​ແພງ​ແຂກ​ທີ່​ສຸດ. ​ເຄື່ອງ​ຫັດຖະກຳ​ຢູ່​ທີ່​ນີ້ ລາຄາ​ບໍ່​ແພງ​ປານ​ໃດ. ຢູ່​ຕະຫລາດ​ນີ້​ຂາຍ​ປອກ​ແຂນ, ສາຍ​ຄໍ​ທີ່​ຕິດ​ໄຂ່​ມຸກ​ຫລາຍ​ພໍ​ສົມຄວນ. ຂ້າພະ​ເຈົ້າ​ຊື້​​ໄດ້​ປອກ​ແຂນ​ຈຳນວນ​ຫນຶ່ງ​ເພື່ອ​​ເປັນ​ຂອງ​ຂວັນ​ມອບ​ ໃຫ້​ຄອບຄົວ.”

        ​ໃນ​ລາຍການ​ຢ້ຽມຢາມ Kinabalu, ນັກ​ທ່ອງ​ທ່ຽວ​ສາມາດ​ຂຶ້ນຈອມ​ພູ Kinabalu, ດ້ວຍ​ຄວາມ​ສູງ 4.095 ​ແມັດ​, ຊື່​ງ​ແມ່ນ​ຈອມ​ພູ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ກວ່າ​ໝູ່​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ສັດສາ​ວາ​ສິ່ງ​ນາໆ​ຊະນີ​ດຢູ່​ທີ່​ນີ້, ​ໃນ​ນັ້ນ ມີດ​ອກ​ໄມ້ Rafflesia ຊ່ື​ງ​ແມ່ນ​ດອກ​ໄມ້​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ໄດ້​ເຫັນ​ປະຈັກ​ຕາ​ເມື່ອ​ມາ​ຢ້ຽມຢາມ​ນະຄອນ Kinabalu ​ ​ຈະ​ເປັນ​ອະນຸສອນ​ຍາກ​ທີ່​ຈະ​ລືມ​ໄດ້​​ໃນ​ລາຍການ​ທ່ອງ​ທ່ຽວ​ຂອງ​ຕົນ ຢ່າງແນ່ນອນ​.

ຕອບກັບ

ຂ່າວ/ບົດ​ອື່ນ