ນະມັດສະການ Haji: ຢາດ​ນ້ຳ​ຕາ​ແຫ່ງ​ຄວາມ​ຜາ​ສຸກ​ຂອງ ສາສະນິ​ກກະຊົນອິດສະລາມ ອິນ​ໂດ​ເນ​ເຊຍ

(VOVWORLD) - ພິທີນະມັດສະການ Haji (ພິທີສະແຫວງບຸນ ຮາຈີ) ກັບຄືນເຂດສັກສິດ Mecca, ອາຣັບບິ ຊາອຸດິ ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດໃນຊີວິດຂອງຊາວມຸດສະລິມ. ໂດຍແມ່ນປະເທດມີຈຳນວນສາສະນິກກາຊົນອິດສະລາມຫຼາຍທີ່ສຸດໃນໂລກ ດ້ວຍ 242 ລ້ານຄົນ, ແຕ່ລະປີມີປະຊາຊົນອິນໂດເນເຊຍ ນັບແສນຄົນ ໄດ້ຮັບອະນຸຍາດເຂົ້າຮ່ວມພິທີ ນະມັດສະການ Haji. ສຳເລັບເຂົາເຈົ້າແລ້ວ, ນະມັດສະການກັບຄືນເຂດສັກສິດ Mecca ບໍ່ພຽງແຕ່ແມ່ນພັນທະທາງດ້ານສາສະໜາທີ່ຕ້ອງໄດ້ຮັບການປະຕິບັດໃຫ້ສຳເລັດເທົ່ານັ້ນ, ຫາກຍັງແມ່ນຄວາມສາມັກຄີ ແລະ ຈິດໃຈມຸ່ງໄປເຖິງ ພະຜູ້ເປັນເຈົ້າ Allah ອີກດ້ວຍ.

ນະມັດສະການ Haji: ຢາດ​ນ້ຳ​ຕາ​ແຫ່ງ​ຄວາມ​ຜາ​ສຸກ​ຂອງ ສາສະນິ​ກກະຊົນອິດສະລາມ ອິນ​ໂດ​ເນ​ເຊຍ - ảnh 1 ສາສະນິກກະຊົນອິດສະລາມ ອິນໂດເນເຊຍ ກັບເມືອເຂດ mecca (ພາບ: AFP/TTXVN)

ເມື່ອໄດ້ເຫັນ Kabah, ຢາດນ້ຳຕາຂອງຂ້າພະເຈົ້າກໍ່ໄຫຼອອກມາ. Kabah ແມ່ນສະຖານທີ່ ເຊິ່ງສາສະນິກກະຊົນອິດສະລາມ ຍາມໃດກໍ່ມຸ່ງໄປເຖິງ. ເຫັນກິດຈະກຳທີ່ໄດ້ກໍ່ສ້າງດ້ວຍຫີນທີ່ມີອາຍຸນັບພັນປີນີ້ ຂ້າພະເຈົ້າຮູ້ສຶກສະບາຍໃຈ ແລະ ຕື້ນຕັນໃຈທີ່ສຸດ.

ຄວາມຕື້ນຕັນໃຈຂອງທ່ານ C.R Nurdin ສາສະນິກກະຊົນອິດສະລາມ ທີ່ມາຈາກ ອິນໂດເນເຊຍ ກໍ່ແມ່ນຄວາມຮູ້ສຶກລວມຂອງສາສະນິກກະຊົນອິດສະລາມ ປະມານ 2 ລ້ານຄົນ ທີ່ມາຈາກ 160 ປະເທດ ເມື່ອໄປຮອດເຂດສັກສິດ Mecca ໃນໂອກາດເຂົ້າຮ່ວມນະມັດສະການ Haji ປີ 2023 (ເຊິ່ງໄດ້ດຳເນີນ ແຕ່ວັນທີ 27 ມິຖຸນາ ຫາ ວັນທີ 2 ກໍລະກົດ). “Kabah” ແມ່ນສູນກາງຂອງເຂດສັກສິດທີ່ສຸດຂອງສາສະໜາ ອິດສະລາມ - ໂດຍແມ່ນເຮືອນມີຮູບສີ່ແຈສາກ ຕັ້ງຢູ່ໃຈກາງເດີ່ນຫໍທຳມະສະພາໃຫຍ່ທີ່ສຸດໃນໂລກ Al-Masjid Al-Haram. ຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງອາຄານ ມີຫີນດຳສັກສິດໜຶ່ງຕັ້ງຫ່າງຈາກໜ້າດິນ 1,5 ແມັດ. ຊາວມຸດສະລິມ ເຊື່ອໝັ້ນວ່າ ນັກທຳນາຍ Mohammed ເຄີຍຈູບຫີນດັ່ງກ່າວ, ດັ່ງນັ້ນເຂົ້າເຈົ້າມີຄວາມມຸ່ງມາດປາດຖະໜາກຢາກມາ Kaaba ແລະ ຈູບຫີນດຳດັ່ງກ່າວ.

ນະມັດສະການກັບເມືອເຂດສັກສິດ Mecca ມີສອງຮູບການນັ້ນແມ່ນ Umrah ແລະ Haji. Umrah ແມ່ນການນະມັດສະການນ້ອຍ ແລະ ບໍ່ບັງຄັບ, ໃນຂະນະນັ້ນ, Haji ແມ່ນນະມັດສະການໃຫຍ່ ແມ່ນໜຶ່ງໃນ 5 ເສົາຄ້ຳໃຫຍ່ຂອງສາສະໜາອິດສະລາມ ເຊິ່ງບັນດາສາສະນິກກະຊົນມີພັນທະຕ້ອງປະຕິບັດສຳເລັດຢ່າງໜ້ອຍສຸດໜຶ່ງເທື່ອໃນຊີວິດຂອງເຂົາເຈົ້າຖ້າມີຄວາມສາມາດຢ່າງພຽງພໍ. ເມືອອະທິບາຍກ່ຽວກັບສາຍເຫດເປັນຫຍັງທຸກໆປີ ຈິ່ງມີສາສະນິກກະຊົນອິນໂດເນເຊຍ ໃນໂລກຫຼາຍຄົນເລືອກເອົານະມັດສະການ Haji ກັບເມືອເຂດສັກສິດ Mecca, ທ່ານ C.R.Nurdin ໃຫ້ຮູ້ວ່າ:

ໃນຫຼັກພະທຳຂອງສາສະໜາອິດສະລາມ, ເມື່ອສາສະນິກກະຊົນເຂົ້າຮ່ວມນະມັດສະການ Haji, ທຸກໆຄວາມຜິດພາດໃນອະດີດຂອງເຂົາຈະໄດ້ລ້າງຊ່ວຍ, ເຂົາເຈົ້າຈະກາຍເປັນຄົນບໍລິສຸດຄືກັນກັບເດັກນ້ອຍເກີດໃໝ່. ໃນຂະນະນັ້ນ, Umrah ແມ່ນວິທີການໄຖ່ໂທດໃຫ້ແກ່ໜຶ່ງປີຜ່ານມາ. ເພາະສະນັ້ນ, ນີ້ແມ່ນໜຶ່ງໃນບັນດາສາຍເຫດທີ່ເປັນຫຍັງຊາວມຸດສະລິມ ຈິ່ງເລືອກເອົາ Haji.

ຕາມກະຊວງສາສະໜາ ອິນໂດເນເຊຍ ແລ້ວ, ປີ 2023, ອາຣັບບິ ຊາອຸດິ ໄດ້ອອກໂກຕາໃຫ້ແກ່ຊາວອິນໂດເນເຊຍ ສາມາດໄປນະມັດສະການຢູ່ເຂດສັກສິດ Mecca ແມ່ນ 229.000 ຄົນ. ຍ້ອນໂກຕານະມັດສະການກັບເມືອ ເຂດສັກສິດ Mecca ຖືກຈຳກັດ ໃນຂະນະທີ່ຄວາມຮຽກຮ້ອງຕ້ອງການຂອງສາສະນິກກະຊົນຢູ່ລະດັບສູງທີ່ສຸດ, ດັ່ງນັ້ນ ສະເລ່ຍສາສະນິກກະຊົນອິດສະລາມ ອິນໂດເນເຊຍ ແຕ່ລະຄົນ ຕ້ອງລໍຄອຍເປັນເວລາ 20 ປີຈຶ່ງມີໂອກາດເຂົ້າຮ່ວມການນະມັດສະການ. ທ່ານ Lutfi Lukam Hakim ຜູ້ຮັບຜິດຊອບກຸ່ມ ລວມມີ 531 ຄົນເຂົ້າຮ່ວມອົງການສາມັກຄີ ອິດສະລາມ ອິນໂດເນເຊຍ ໃຫ້ຮູ້ວ່າ:

ເຖິງວ່າໜ້າທີ່ຂອງພວກຂ້າພະເຈົ້າໃນໂອກາດນະມັດສະການ Haji ປີນີ້ແມ່ນໜັກໜ່ວງພໍສົມຄວນ, ບວກກັບອາກາດທີ່ຮ້ອນເຮັ່ງ ແລະ ຈຳນວນຜູ້ເຂົ້າຮ່ວມນະມັດສະການໄດ້ເພີ່ມຂຶ້ນພາຍຫຼັງພະຍາດໂຄວິດ - 19 ກໍ່ຕາມ, ແຕ່ພວກຂ້າພະເຈົ້າໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ. ພວກຂ້າພະເຈົ້າຂໍຂອບໃຈພະນັກງານໝົດທຸກຄົນ ທີ່ໄດ້ຊ່ວຍຂ້າພະເຈົ້າຫຼາຍຢ່າງ.

ພິທີນະມັດສະການ Haji ແກ່ຍາວເປັນເວລາ 6 ວັນ, ແຕ່ການເດີນທາງໄປຍັງເຂດສັກສິດ Mecca ຂອງບັນດາສາສະນິກກະຊົນ ອິນໂດເນເຊຍ ຕ້ອງເສຍເວລາເຖິງ 40 ວັນ. ດ້ວຍເວລາຢູ່ Mecca ຍາວນານຄືແນວນີ້, ສະນັ້ນ ຄ່າໃຊ້ຈ່າຍໃຫ້ແກ່ນະມັດສະການ Haji ແມ່ນຫຼາຍພໍສົມຄວນ, ປະມານ 2.600 – 3.300 USD. ຫວນຄືນການນະມັດສະການຂອງຕົນເມື່ອປີ 2017, ທ່ານນາງ Aan Abaniyah ພະນັກງານສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ແບ່ງປັນວ່າ:

ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມການນະມັດສະການກັບເມືອ ເຂດສັກສິດ Mecca. ການນະມັດສະການນີ້ບໍ່ພຽງແຕ່ແມ່ນການພາວະນາເທົ່ານັ້ນ ຫາກຍັງແມ່ນການທ້າທາຍຕໍ່ຮ່າງກາຍອີກດ້ວຍ. ຢາກປະຕິບັດການເດີນທາງນີ້, ທ່ານຕ້ອງມີສຸຂະພາບທີ່ແຂງແຮງດີ ຍ້ອນວ່າເສັ້ນທາງຍາວໄກ ແລະ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ຂ້າພະເຈົ້າຮູ້ສຶກມີຄວາມຜາສຸກ, ຕື້ນຕັນໃຈ ແລະ ພາກພູມໃຈທີ່ສຸດຕໍ່ການເດີນທາງນີ້.

ພາຍຫຼັງປະຕິບັດສຳເລັດພິທີນະມັດສະການ Haji, ບັນດາສາສະນິກກະຊົນອິດສະລາມ ອິນໂດເນເຊຍ ຈະກັບເມືອບ້ານຕາມແຕ່ລະກຸ່ມ. ໃນເວລາລໍຖ້າກັບເມືອບ້ານ, ເຂົາເຈົ້າສືບຕໍ່ໄປຍັງບັນດາໂບດອິດສະລາມໃຫຍ່ຢູ່ນະຄອນ Mecca ເພື່ອພາວະນາ, ໄປຢ້ຽມຊົມ ແລະ ຊື້ເຄື່ອງ… ການນະມັດສະການຄັ້ງທຳອິດ ໄດ້ດຳເນີນໃນວັນທີ 4 ກໍລະກົດ ປີ 2023 ແລະ ຄັ້ງສຸດທ້າຍ ດຳເນີນໃນວັນທີ 4 ສິງຫາ ປີ 2023. ການເດີນທາງທີ່ປະສົບກັບສິ່ງທ້າທາຍນາໆປະການ ແຕ່ກໍ່ເຕັມໄປດ້ວຍຄວາມພາກພູມໃຈຢູ່ເຂດສັກສິດ Mecca ແມ່ນຢາດນ້ຳຕາແຫ່ງຄວາມຜາສຸກຂອງຜູ້ເຂົ້າຮ່ວມການນະມັດສະການ ທີ່ໄດ້ເຕົ້າໂຮມກັບຍາດຕິພີ່ນ້ອງ ແລະ ຄອບຄົວຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ