ນາງສາວລາວຍາດໄດ້ຄະແນນສູງສຸດທີ່ພິທີປ້ອງກັນບົດນິພົນປະລິຍາຕີ


(vovworld)- “ໄດ​ມ​ອນ ວິ​ລາ​ນົນ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ນັກ​ສຶກ​ສາ​ລາວ ທີ່​ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ” ນັ້ນ​ແມ່ນ​ການ​ຕີ​ລາ​ຄາ ​ຂອງ ອ​້າຍ ກົງ​ແກ້ວ ລຸນ​ມາ​ລາ,  ປະ​ທານ​ຄະ​ນະນັກ​ສຶກ​ສາ​ລາວ ປະ​ຈຳ ສະ​ຖາ​ບັນ​ການ​ປົກ​ຄອງແຫ່ງ​ຊາດ. ອ້າຍ ກົງ​ແກ້ວ ລຸນ​ມາ​ລາ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ມີ​ນັກ​ສຶກ​ສາ​ລາວ ກວ່າ 4000 ຄົນ ພວມ​ຮຽນ​ຢູ່ ຫວຽດ​ນາມ, ໃນ​ນັ້ນ ຈຳ​ນວນ​ນັກ​ສຶກ​ສາ​ໄດ້​ຮັບ​ຄະ​ແນນ​ສູງ​ສຸດ ຄື​ນາງ​ໄດ​ມອນ ວິ​ລາ​ນົນ ມີບໍ່​ຫລາຍ. ໃນ​ລາຍ​ການ​ຊາຍ​ຄາ ອາ​ຊຽນ ພາກນີ້ ເຊີນ​ທ່ານ​ພົບ​ກັບ​ນາງ​ສາວ​ໄດ​ມອນ ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ນາງ​ສາວ​ລາວ​ຍາດ​ໄດ້​ຄະ​ແນນ​ສູງ​ສຸດ​ທີ່​ພິ​ທີ​ປ້ອງ​ກັນ​ບົດ ນິ​ພົນປະ​ລິ​ຍາ​ຕີ.

 

ນາງສາວລາວຍາດໄດ້ຄະແນນສູງສຸດທີ່ພິທີປ້ອງກັນບົດນິພົນປະລິຍາຕີ - ảnh 1
ໄດ​ມ​ອນ ວິ​ລາ​ນົນ ຮັບ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​ປະ​ລິ​ຍາ​ຕີ

        ພາຍ​ຫລັງ​ຮຽນ​ຈົບ ວິ​ທະ​ຍາ​ໄລ​ສ້າງ​ຄູ ຫລວງ​ພະ​ບາງ ຂະ​ແຫນງ​ພາ​ສາ​ອັງ​ກິດ, ໄດ​ມອນ ໄດ້​ຮັບ​ເຂົ້າ​ເຮັດ​ວຽກ​ຢູ່ ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ​ຫລວງ​ພະ​ບາງງ. ສຳ​ລັບ​ໄດ​ມອນ ແລ້ວ, ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ແມ່ນ​ມີ​ສາຍ​ພົວ​ພັນ​ສະ​ຫນິດ​ແຫນ້ນມາ​ແຕ່​ດົນ​ນານ. ຊາວ​ຫວຽດ​ນາມ ແລະ ຊາວ​ລາວ ແມ່ນ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ. ສະ​ນັ້ນ ນາງ​ບໍ່​ເລືອກ​ເຟັ້ນ​​ປະ​ເທດ​ໃດ​ນອກ​ຈາກຫວຽດ​ນາມ ເພື່ອ​ຮຽນ​ພາ​ສາ​ຫວຽດ ແລະ ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະຂອງ​ຕົນ.  ເຖິງວ່າ​ເມື່ອ​ມາ​​ຮຽນ ຫວຽດ​ນາມ, ນາງ​ມີ ອາ​ຍຸ 30 ປີ​ແລ້ວ​ກໍ​ຕາມ ແຕ່​ນາງບໍ່​ຫວາດ​ຫວັ່ນ​​ຕໍ່ຄວາມ​ຫຍຸ້ງ​ຍາກ​ຕັດ​ສິນ​ໃຈ​ຮ່ຳ​ຮຽນ. ກ່ອນ​ທີ​່​ເຂົ້າ​ຮຽນ​ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ, ໄດ​ມອນ ຕ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່ ໂຮງ​ຮຽນ​ມິດ​ຕະ​ພາບ T78 ຢູ່ ​ເຊີນໄຕເປັນ​ເວ​ລາ 1 ປີ. ກ່ອນ​ທີ່​ມາ​​ຮຽນຫວຽດ​ນາມ ນາງບໍ່​ຮູ້​ພາ​ສາຈັກ​ພາ​ສາຫວຽດ​ ​ແຕ່​ດ້ວຍ​ຄວາມດ​ຸ​ຫມັ່ນ​ໃນ​ການ​ຮ່ຳ​ຮຽນ​ຄົ້ນ​ຄ້​ວາ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ​ຂອງ​ຄູ​ອາ​ຈານ​ ແລະ ໝູ່​ເພື່ອນນັກ​ສຶກ​ສາ​ຫວຽດ​ນາມ ແລະ ລາວ ຢູ່ ໂຮງ​ຮຽນ T78 ສະ​ນັ້ນ ໃນ​ເວ​ລາ 1 ປີ ໄດ​ມອນ ເວົ້າ​ພາ​ສາ​ຫວຽດ​ນາມ ລ່ຽນ​ໄຫລ ແລະ ອ່ານ​ປື້ມ​ອ່ານ​ຫນັງ​ສື​ພິມ​ກໍ​ເຂົ້າ​ໃຈ​ໄດ້​ດີ.

        ​ໃນ​ໄລ​ຍະ 4 ປີ​ ຮຽນ​ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ ຫວຽດ​ນາມ, ຍາມ​ໃດ ໄດ​ມອນ ກໍ​ຍາດ​ໄດ້​ຄະ​ແນນ​ສູງກວ່າ​ໝູ່.

        ບົດນິ​ພົນ​ປະ​ລິ​ຍາ​ຕີດ້ວຍ​ພາ​ສາ​ຫວຽດໂດຍ​ໄດ​ມອນ​ປ້ອງ​ກັນ ມີ​ຊື່​ວ່າ: “ຊອກ​ຮູ້​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ ແຂວງ ຫລວງ​ພະ​ບາງ ປະ​ເທດ ສ​ປ​ປ ລາວ”. ດ້ວຍ​ຄວາມ​ຮູ້​ຈາກ​ການ​ຮ່ຳ​ຮຽນ​​ໃນ​ໄລ​ຍະ 4 ປີ ພ້ອມ​ດ້ວຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຄູ​ອາ​ຈານ- ນັກ​ຮຽນ​ນັກ​ສຶກ​ສາ​ດ້ວຍ​ກັນ ຢູ່ ສະ​ຖາ​ບັນ ​ແລະ ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄົ້ນ​ຄ້​ວາ​ເອ​ກະ​ສານ, ຖອດ​ຖອດ​ບົດ​ຮຽນ​ຈາກ​ພຶດ​ຕິ​ກຳຕົວ​ຈິງ ສະ​ນັ້ນ ບົດນິ​ພົນ​ປະ​ລິ​ຍາ​ຕີຂອງ​ນາງ​ໄດ້​ຮັບ​ຄະ​ແນນ​ສູງ​ສຸດ. ນາງ​ໄດ​ມອນ ມີ​ຄວາມພາກ​ພູມ​ໃຈ​​​ທີ່​ສຸດເມື່ອ​ໄດ້​ຮັບ​ສຽງ​ຕົບມື​ຊົມ​ເຊີຍ​ຈາກ​ຄູ​ອາ​ຈານ ແລະ ເພື່ອນ​ມິດ​ທັງ​ຫວຽດ​ນາມ ແລະ​ລາວ.

       ສຽງ​ໄດ​ມອນ

        ​ອາ​ຈານ ບູ່ຍ​ຮູຍ​ຄຽນ ຮອງ​ຫົວ​ຫນ້າ​ພະ​ແນກ​ບໍ​ລິ​ຫານ, ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ, ທັງ​ເປັນ​ປະ​ທານ​ສະ​ພາ​ປ້ອງ​ກັນ ບົດນິ​ພົນ​ປະ​ລິ​ຍາ​ຕີ

ຕີ​ລາ​ຄາ​ວ່າ: ​ຜ່ານ ບົດນິ​ພົນ​ປະ​ລິ​ຍາ​ຕີ ຂອງ​ໄດ​ມອນ ບັນ​ດາ​ຄູ​ອາ​ຈານ​ຢູ່​ສະ​ຖາ​ບັນ ຈຶ່ງມ​ີ​ໂອ​ກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ແຂວງ ຫລວງ​ພະ​ບາງກວ່າ.

        “​​ໄດ​ມອນແຕ່ງ​ບົດ​ໄດ້​ດີ​ທີ່​ສຸດ, ຂຽນ​ຄົບ​ຖ້ວນ​ຕາມ​ເນື້ອ​ໃນຂອງ​ ບົດນິ​ພົນ​ປະ​ລິ​ຍາ​ຕີ ຂະ​ແຫນງ​ບໍ​ລິ​ຫານ​ລັດ​ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ. ບົດນິ​ພົນ​ປະ​ລິ​ຍາ​ຕີມີ​ທັງ​ໝົດ 90 ຫນ້າ ແມ່ນ​ເວົ້າ​ເຖິງ​ໝາກ​ຜົນ​ແຫ່ງ​ການ​ລົບ​ລ້າງ​ຄວາມອ​ຶດ​ຫິວ​ທຸກ​ຍາກ​ຢູ່​ແຂວງ ຫລວງ​ພະ​ບາງ, ບັນ​ດາ​ສິ່ງ​ຄົງ​ຄ້າງ, ຂໍ້​ຈຳ​ກັດ. ນອກນັ້ນ ຍັງ​ຍົກ​ໃຫ້​ເຫັນ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຄົງ​ຄ​້າງນັ້ນ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ ບົດນິ​ພົນ​ປະ​ລິ​ຍາ​ຕີຂອງ​ໄດ​ມອນ.”

ນາງສາວລາວຍາດໄດ້ຄະແນນສູງສຸດທີ່ພິທີປ້ອງກັນບົດນິພົນປະລິຍາຕີ - ảnh 2
ນາງ​ໄດ​ມອນ ພ້ອມ​ກັບ​ຄູ​ອາ​ຈານ ທີ່​ພິ​ທີ​ປ້ອງ​ກັນ​ບົດ​ນິ​ພົນ

        ໂດຍ​ແມ່ນ​ຜູ້​ມັກ​ມ່ວນ, ໃຈ​ດີ ແລະ ເປັນ​ຕາ​ຮັກ ສະ​ນັ້ນ ໄດ​ມອນ ມີ​ໝູ່​ເພື່ອນ​ທັງ​ລາວ ແລະ ຕ່າງ​ປະ​ເທດ​ຫລາຍ​ຄົນ, ພິ​ເສດ ແມ່ນ​ໝູ່​ຫວຽດ​ນາມ. ຍາມ​ໃດ ໄດ​ມອນ ກໍ​ຖື​ຫວຽດ​ນາມ ແມ່ນ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ. ສະ​ນັ້ນ ເມື່ອ​ມີ​ເວ​ລາ​ຫວ່າງ, ໝູ່​ຂອງ​ນາງ ເຄີຍ​ພາ​ນາງ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ທາງ​ພາກ​ເຫນືອ​ຫວຽດ​ນາມ. ຕາມ​ໄດ​ມອນ​ແລ້ວ, ມີ​ໂອ​ກາດ​ໄດ້​ພົບ​ກັບ​ຊາວ​ຫວຽດ​ນາມ, ໄດ້​ໂອ້​ລົມ​ກັບ​ໝູ່​ເພື່ອນ​ຫວຽດ​ນາມ ແມ່ນ​ເຮັດ​ໃຫ້​ນາງ​ເພີ່ມ​ຄວາມ​ຮູ້​ດ້ານ​ພາ​ສາ​ຫວຽດ ກໍ​ຄື​ໄດ້​ຮູ້​ຈັກ​ເຖິງ​ຮີດ​ຄອງ​ປະ​ເພ​ນີ​, ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ຕື່ມ​ອີກ. ​ ກ່ອນນີ້ 2 ປີ, ​ເວ​ລາ​ນາງພວມ​ຮຽນຮຽນ​ຢູ່​ປີ​ທີ 2  ນອກ​ຈາກ​ເວ​ລາ​ຂຶ້ນ​ຫ້ອງ​ຮຽນ​ແລ້ວ ນາງ​ເຄີຍ​​​ຍາດ​ເວ​ລາ​ຕິດ​ຕາມຮັບ​ຟັງ​ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ​ເພື່ອ​ອັ​ບ​ເດັດ​ຂໍ​້​ມູນ​ຂ່າວ ທັງ​ເພີ່ມ​ຄວາມ​ຮູ້​ດ້ານ​ພາ​ສາ​ຫວຽດ. ຈາກນັ້ນ ນາງ​ໄດ້​ຕິດ​ຕໍ່​ກັບ​ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ອະ​ນຸ​ຍາດ​ໄດ້​​ມາ​ຄົ້ນ​ຄ້​ວາ​ພາ​ສາ​ຫວຽດຕື່ມ​ອີກ ຜ່ານ​ການ​ກວດ​ແກ້​ຂ່າວ, ບົດ ​ແລະ ນາງ​ຍັງ​ໄດ້​ເປັນ​ໂຄ​ສົກ​ອ່ານ​ຂ່າວ​, ບົດ​ຕື່ມອີກ. ໄດ​ມອນ​ແບ່ງ​ປັນ​ວ່າ:

ສຽງ​ໄດ​ມອນ


        ​ອາ​ຈານ ຫງວຽນ​ຫາຍຢ​ວຽນ, ຄູປະ​ຈຳ​ຫ້ອງ ​ໄດ້​ຕີ​ລາ​ຄາ​ວ່າ:

        “ໄດ​ມອນ​ເວົ້າ​ພາ​ສາ​ຫວຽດ ລ່ຽນ​ໄຫລ, ຊັດ​ເຈ​ນ. ສະ​ນັ້ນ ​ໄດ​ມອນ ສາ​ມາດ​ຮັບ​ຟັງ ແລະ ເຂົ້າ​ໃຈ​ບົດ​ຮຽນ​ໄດ້​ດີ. ໄດ​ມອນ ແມ່ນ​ນັກ​ສຶ​ກ​ສາ​ລາວ ຍາດ​ໄດ້​ຄະ​ແນນ​ສູງ​ສຸດ​ໃນ​ການ​ປ້ອງ​ກັນ​ ບົດນິ​ພົນ​ປະ​ລິ​ຍາ​ຕີ.”

        ດ້ວຍ​ໝາກ​ຜົນ​ການ​ຮ່ຳ​ຮຽນ​ຂອງ​ຕົນ, ສະ​ນັ້ນ ເດືອນ 9 ຜ່ານ​ມາ ໄດ​ມອນ ຖືກ​ຄັດ​ເລືອກ​ເຂົ້າ​ບັນ​ຊີ​ລາຍ​ຊື່ ຜູ້​ໄດ້​ຮັບ​ທຶນ​ມາ​ຮຽນ​ຕໍ່​ປະ​ລິ​ຍາ​ໂທ​ຢູ່ ຫວຽດ​ນາມ​ຕື່ມ​ອີກ 3 ປີ. ​ໄດ​ມອນ ໝັ້ນ​ໝາຍ ຈະ​ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ຄົ້ນ​ຄ້​ວາ​ໃຫ້​ໄດ້​ໝາກ​ຜົນ​ດີ ເພື່ອ​ກັບ​ຄືນ​ເມືອຮັບ​ໃຊ້​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ