ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່

(VOVWORLD) -ພາຍຫຼັງການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021  2026 ຢ່າງຈົບງາມ. ການຢ້ຽມຢາມດັ່ງກ່າວ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງສອງປະເທດ, ພິເສດແມ່ນຖືການຮັກສາ ແລະ ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສຳຄັນ ຢ່າງບໍ່ຢຸດຢັ້ງ.  ຕໍ່ໄປ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ຂໍທົບທວນຄືນບັນດາການເຄື່ອນໄຫວທີ່ພົ້ນເດັ່ນ ຂອງຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໃນການຢ້ຽມຢາມຄັ້ງນີ້.

   ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ທີ່ການພົບປະເຈລະຈາ ໂດຍການນຳສູງສຸດຂອງສອງພັກ ແລະ ລັດ ເປັນປະທານຮ່ວມ, ສອງປະເທດໄດ້ແຈ້ງໃຫ້ກັນຮັບຊາບ ກ່ຽວກັບສະພາບການຂອງແຕ່ລະພັກ, ລັດ; ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອສືບຕໍ່ນຳການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ແທດຈິງກວ່າອີກໃນທຸກຂົງເຂດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ຍຸດທະສາດຮ່ວມມື ໄລຍະ 10 ປີ ລະຫວ່າງ ຫວຽດນາມ - ລາວ ຢ່າງມີໄຊ; ພ້ອມກັນນັ້ນ ກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ:

“ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄຊຊະນະຂອງ ຫວຽດນາມ ລ້ວນແຕ່ມີການສະໜັບສະໜູນຢ່າງແຮງ ແລະ ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ຊອບທຳ, ຈິງໃຈຂອງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ. ພວກຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກໃນທຸກຂົງເຂດ. ສະພາບການປັດຈຸບັນ ໄດ້ວາງອອກຄວາມຮຽກຮ້ອງໃໝ່, ຍິ່ງກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງແຮງກວ່າອີກ, ສືບຕໍ່ນຳພາລະກິດປະຕິວັດຂອງສອງຊາດພວກເຮົາ ກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມຢ່າງໝັ້ນຄົງ.”

ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳປາໄສໃນງານລ້ຽງ

ຕາມທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເລຮວ່າຍຈູງ ແລ້ວ, ຈຸດເດັ່ນສຸດໃນບັນດາການພົບປະລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ  ກັບບັນດາທ່ານການນຳຫຼັກແຫຼ່ງຂອງພັກ, ລັດ ຫວຽດນາມ ນັ້ນແມ່ນ ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ແຕ່ລະດັບສູງໃໝ່ນັ້ນແມ່ນ ບັນດາສາຍພົວພັນມີປະສິດທິຜົນກວ່າ ແລະ ກໍພ້ອມກັນເປີດກວ້າງກວ່າ ສູ່ບັນດາຂົງເຂດທີ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສອງປະເທດໃນໄລຍະໃໝ່. ທ່ານ ເລຮວ່າຍຈູງ ກວ່າວ່າ:

“ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນໄລຍະພັດທະນາໃໝ່ຂອງທັງສອງປະເທດ ແລະ ໃນສະພາບການສາກົນມີການຜັນແປຢ່າງສັບສົນ, ຕົວຢ່າງຄືໃນຂົງເຂດຖະແຫຼງຂ່າວ, ເສດຖະກິດດີຈີຕອນ ແມ່ນມີຄວາມສຳຄັນຫຼາຍ, ຫຼືວ່າ ບັນຫາປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນປັດຈຸບັນ ກໍໃຫ້ບົດຮຽນ ແລະ ປະສົບການຫຼາຍຢ່າງ ເພື່ອໃຫ້ພວກເຮົາສົມທົບກັນປ້ອງກັນ, ຕ້ານໂລກລະບາດ ແລະ ໄພທຳມະຊາດ. ຫຼືວ່າ ກ່ຽວກັບບັນຫາຮ່ວມມືກັນ ເພື່ອພັດທະນາແບບຍືນຍົງກວ່າໃນວິວັດທະນາການນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດ ກໍຄື ເສີມຂະຫຍາຍສິ່ງທີ່ພວມມີຢູ່ແລ້ວ ໃຫ້ຂຶ້ນສູ່ລະດັບສູງໃໝ່, ໝາຍຄວາມວ່າ ເຮັດໃຫ້ມັນເລິກເຊິ່ງກວ່າເກົ່າ, ຮອບດ້ານກວ່າເກົ່າ ແລະ ໄປສູ່ບັນດາຂົງເຂດໃໝ່ທີ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງທັງສອງປະເທດໃນທຸກຂົງເຂດ ໃນໄລຍະຈະມາເຖິງ.”

ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່ - ảnh 2ທ່ານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເລຮວ່າຍຈູງ 

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມ, ພົບປະໂອ້ລົມກັບການນຳ, ພະນັກງານ, ຄູອາຈານ, ສຳມະນາກອນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ອີກດ້ວຍ. ໂຮງຮຽນແຫ່ງດັ່ງກ່າວ ແມ່ນບ່ອນບຳລຸງສ້າງ ແລະ ຍົກສູງລະດັບຄວາມຮູ້ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງຂອງພັກຄອມມູນິດ ຫວຽດນາມ. ພ້ອມກັນນັ້ນ, ໂຮງຮຽນແຫ່ງນີ້ ຍັງປະຕິບັດໜ້າທີ່ສາກົນ ໃນການບຳລຸງສ້າງໃຫ້ແກ່ພະນັກງານຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດ ລາວ ອີກດ້ວຍ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຍິ່ງກວ່າເວລາໃດໝົດ, ສອງປະເທດ ຕ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງສາຍພົວພັນໄມຕີຈິດມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນກວ່າອີກ. ທ່ານເນັ້ນໜັກວ່າ:

(ສຽງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)
ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່ - ảnh 3ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ໝາກຜົນດັ່ງກ່າວ ໄດ້ສະແດງຜ່ານຖະແຫຼງການຮ່ວມລະຫວ່າງສອງປະເທດ, ການຕີລາຄາກ່ຽວກັບໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ທິດທາງການຮ່ວມມືໃນໄລຍະຈະມາເຖິງ. ໃນຖະແຫຼງການຮ່ວມສະບັບດັ່ງກ່າວ ກໍເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເຊິ່ງເປັນມໍລະດົກອັນລ້ຳຄ່າ, ແມ່ນຊັບສົມບັດລວມທີ່ມີຄ່າ ທີ່ຕ້ອງສືບຕໍ່ຖະໜຸຖະໜອມ; ເປັນສາຍພົວພັນທີ່ສັດຊື່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນສາຍພົວພັນສາກົນ. ພິເສດ, ໃນຖະແຫຼງການຮ່ວມກໍຢັ້ງຢືນຄືນ ຄວາມຕັດສິນໃຈດ້ານການເມືອງໃນການຮັກສາ ແລະ ນຳສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງຊາດຂຶ້ນສູ່ລະດັບສູງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ