ນຳສິລະປະຟ້ອນໂຂນມາສູ່ຜູ້ຊົມຊາວຫວຽດນາມ

(vovworld)- ​ເຊັ່ນ​ດຽວກັນ​ກັບ ລະ​ຄອນ​ຕວງ ຂອງ​ຫວຽດ​ນາມ, ​ຟ້ອນ​ໂຂ​ນ ຫລື ລະ​ຄອນ​ຫົວ​ໂຂນ ແມ່ນ​ຮູບ​ການ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໄທ ທີ່​ເລີ່​ມມີ​ມາ​ແຕ່​ສະ​ໄຫມ​ລາດຊະວົງເຈົ້າ​ອະ​ຢຸ​ດ​ທະ​ຢາ ກ່ອນນີ້ກວ່າ 600 ປີ. ປະ​ຈຸ​ບັນ, ຟ້ອນ​ໂຂນ ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ຮູບ​ການ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ​​ແລະ​ເຄີຍສະ​ແດງ​ໃນ​ບັນ​ດາງານ​ບຸນ​ພິ​ເສດ​ຂອງ​ໄທ ຫລື ໃນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຢູ່​ປະ​ເທດ​ອື່ນ​ຄືຢູ່​ຫວຽດ​ນາມ.

ນຳສິລະປະຟ້ອນໂຂນມາສູ່ຜູ້ຊົມຊາວຫວຽດນາມ - ảnh 1
ນາງ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ ພວມ​ສະ​ແດງ​ການ​ຟ້ອນ​ໂຂ​ນ
ພາບ:vov

        ​ບົນ​ເວ​ທີ​ສະ​ແດງ​ຢູ່​ຮ່າ​ໂນ້ຍ, ນາງ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ ສວມ​ເປັນ​ລາຊິນີ​ປາ ສຸ​ພັນ​ນາ ມັດ​ຈາ ພ້ອມ​ກັບ​ຄູ່ຟ້ອນ​ພວມ​ສະ​ແດງ​ລະຄອນ​ເລື່ອງ ຣາ​ມມະ​ກຽນ,  ຕອນທີ່ ​ຫາ​ນູ​ມານ ໄລ່​ຈັບ ນາງ ສຸ​ພັນ​ນາ ມັດ​ຈາ. ສຸ​ພັນ​ນາ ມັດ​ຈາ ນຸ່ງ​​ຊຸດ​ອາ​ພອນທີ່​ສວຍ​ງາມ​ຂອງ​ລາຊິນີ, ດ້ວຍ ມົງກຸດ​ເຄືອບ​ຄຳທີ່​ເຫຼື້ອມ​ມິ​ບ​ແມບ, ປະ​ລັກ​ແຂນ​ເພັດ, ເສື້ອຄຸມ​​ຕຳ່​ດ້ວຍ​ເສັ້ນ​ໄໝ​ຄຳ, ​ເບື້ອງ​ຫຼັງ​ມີ​ຫາງ​ປາ​ນ້ອຍ. ເຮັດ​ໃຫ້​ນາງ​ທັງ​ງາມສະສວຍ,​ ທັງ ອ່ອນ​ໂຍນ, ​ເຢືອກ​ເຢັນ​. ຄູ່​ຟ້ອນ​ກັບ​ນາງ​ແມ່ນ​ຕົວ​ລະ​ຄອນ ຫາ​ນຸ​ມານ, ​ສວມ​​ເປັນໂຕ​​ລີງ​ທ​ີ່​ຈົ່ງ​ຮັກ​ພັກ​ດີ​ຂອງລາດຊະ​ກຸມມານ ຣາ​ມາ, ພວມ​​​ສະ​ແດງ​ທ່າ​ທາງແກ່, ດຶງເຮັດ​ໃຫ້​ຜູ້​ຊົມ​ວາດ​ພາບ​ເຖິງ​ຮູບ​ພາບ​ສອງ​​ຄົນພວມ​ໄລ່​ຈັບ​ກັນ. ນີ້​ແມ່ນຕອນ​ທີ່​ສ້າງ​ຄວາມ​ດຶງ​ດູດ​ທີ່​ສຸດ​ໃນ​ລະຄອນ​ເລື່ອງ ຣາ​ມມະ​ກຽນ (ຄ້າຍຄື​ກັນ​ກັບ​ລະຄອນພະ​ລັກ​ພະ​ຣາມຂອງ​ລາວ ) ລະຄອນ​ນາງ ຊີ​ຕາຂອງ​ຫວຽດນາມ, ຣຽມ​ເກ ຂອງກຳ​ປູ​ເຈຍ, ຮີ​ໄກ​ຢາດ ສະ​ຣີ​ຣາ​ມາ ຂອງອິ​ນ​ໂດ​ເນ​ເຊຍ ຫລື ອາ​ລີມ ຢູ່ ຟິ​ລີບ​ປີນ. ເມື່ອ​ເວົ້າ​ເຖິ​ງ​ຄວາມ​ເມົາ​ມົວ​ຂອງ​ຕົນ​ຕໍ່​​ສິ​ລະ​ປະ​ປະ​ເພດນີ້, ນາງ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ, ໃຫ້​ຮູ້​ວ່າ:

        ​ສຽງ​ນາງຄັດ​ທະ​ຣີ​ຍາ

 ​ກໍ່​ເຊັ່ນ​ດ່ຽວ​ກັນ​ກັບ​ຕວງບູ​ຮານ ຂອງ​ຫວຽດ​ນາມ, ບັນ​ດາ​ກິລິຍາ​ທ່າ​ທາງ, ​ໃນ​ການ​ຟ້ອນ​ໂຂ​ນ​ແມ່ນ​ມາ​ຈາກ​​ທຳ​ມະ​ຊາດ. ຕົວ​ຢ່າງ​ຄື: ຕົວ​ລະ​ຄອນ ຫາ​ນຸ​ມານ ແມ່ນ​ລີງ​ໂຕ​ຫນຶ່ງ ສະ​ນັ້ນ​ເຄີຍມີທ່າ​ທາງ​ເຕັ້ນ, ​ດີດ, ກະ​ລ​ອັກ​ກະ​ແລັກ ແລະ ຫລຽວເບິ່ງ​​ນັ້ນ​ເບິ່ງນີ້. ກ່ອນນີ້ ນັກ​ສະ​ແດງ​​ຟ້ອນ​ໂຂ​ນ ສ່ວນ​ຫລາຍ​ແມ່ນ​ຜູ້​ຊາຍ ແລະ ບັນ​ດາ​ຕົວ​ລະ​ຄອນ​ລ້ວນ​ແຕ່​​ໃສ່​ຫົວ​ໂຂນ ແຕ່​​ພາຍຫລັງ​ສັດ​ຕະ​ວັດ​ທີ 19, ແມ່​ຍິງ​ກໍ່​​ເຂົ້າ​ຮ່ວມ​ຟ້ອນ​ໂຂນ. ໃນ​ການ​ຟ້ອນ​ໂຂ​ນ​ປະ​ຈຸ​ບັນ, ມີ​ແຕ່ຕົວ​ລະ​ຄອນ​ສັດ​ຫລື​ຜີ​ຍັກຈຶ່ງ​​ໃຊ້​ຫົວ​ໂຂນ​ເທົ່າ​ນັ້ນ,  ສ່ວນ​ບັນ​ດາ​ຕົວ​ລະ​ຄອນ​​ຄືເທວະ​ດາ​ຟ້າ​ແຖນ ແລະ ມະ​ນ​ຸດ, ເຂົາ​ເຈົ້າ​ເຄີຍ​ໃຊ້ມົງກຸດ​​ ຫລື ​ຜົມ​ປອມ. ສຳ​ລັບ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ, ນາງ​ໄດ້​ແອບ​ຟ້ອນ​ເມື່ອ​​ມີອາ​ຍຸ​ພຽງ​ 10 ປີ, ມາ​ຮອດ​ປະ​ຈຸ​ບັນ ນາງ​ໄດ້​ສະ​ຫນິດ​ຕິດ​ພັນ​ກັບ​​ສິ​ລະ​ປະປະ​ເພດ​ນີ້​ມາ​ເປັນ​ເວ​ລາ 20 ກວ່າ​ປີ​ແລ້ວ.
​ສຽງ​ນາງຄັດ​ທະ​ຣີ​ຍາ

        ເມື່ອ​ຊົ​ມນາງ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ ​ຟ້ອນ​ໂຂນ, ​ໃນຕົວ​ລະ​ຄອນ ​ລາຊິນີ​ປາ ​ສ​ຸ​ພັນ​ນາ ມັດ​ຈາ. ຜູ້​ຊົມ​​ທັງຊາວ​ຫວຽດ​ນາມ ​ແລະໄທກໍ່ລ້ວນ​ແຕ່​ຮູ້​ສຶກ​ຈັບ​ອົກ​ຈັບ​ໃຈ​​​ຕໍ່​ແຕ່​ລະ​ກິລິຍາ​ທ່າ​ທາງ​ຂອງ​ນາງທີ່​ສຸດ

     “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ຊົມ​ຟ້ອນ​ໂຂນ, ເຖິງວ່າບໍ່​ຮູ້​ພາ​ສາ​ໄທ​ກໍ​ຕາມ ແຕ່​ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ເຂົ້າ​ໃຈໄດ້​ເນື້ອ​ໃນ​ຂອງ​ລະຄອນ ເພາະ​ວ່າ ມ​ັນ​ຄ້າຍ​ຄື​ເລື່ອງ ນາງ​ຊີ​ຕາ ຢູ່ ຫວຽດ​ນາມ.  ​​ແລະ​ມັນ​ໄດ້ເກີດມາ​ຈາກ​ເລື່ອງ ຣາ​ມາ​ຢາ​ນາ ຂອງ​ອິນ​ເດຍ ຊື່ງ​ຫລາຍ​ຄົນ​ໄດ້​ຮູ້​ຈັກ​ແລ​້ວ.”

 ຂ້າ​ພະ​ເຈົ້າ​ມັກ​ຊົມຕອນທີ່​ ຫາ​ນຸ​ມານ​ໄລ່​ຈັບ​ໄດ້ເມຍ​​ແມ່ນລາຊິນີ ​ສ​ຸ​ພັນ​ນາ ມັດ​ຈາ. ໃບ​ຫນ້າ​ຂອງ​ລາວ​ປ່ຽນ​​ແປງໄປ​ດ້ວຍ​ຄ​ວາມ​ຮູ້​ສຶກ​ທາງ​ໃຈຄື: ບາງ​ເທື່ອຄ​ຽດ​ແຄ້ນ, ບາງ​ເທື່ອ​ເປັນຕາຮັກ… ແລະ ທ່າ​ທາງສະ​ແດງ​ອອກ​ຄ້າຍ​ຄື​ກັນ​ກັບ​ລີງ​. ສ່ວນ​ຜູ້​​ທີ່ສວ​ມ​​ເປັນຕົວ​ລະ​ຄອນ ຫາ​ນຸ​ມານ​ ແມ່ນຟ້ອນ​ງາມ, ອອນຊອນ​ທີ່​ສຸດ. ຂ້າພະ​ເຈົ້າ​ຮູ້ສຶກ​ຄື​ວ່າລາວໄດ້​ນຳ​ໃຊ້​ທັງ​ຮ່າງ​ກາຍ​​ເພື່ອ​ສະ​ແດງ​ທ່າ​ທາງ​ຂອງ​ຕົວ​ລະຄອນ​ແທ້.”

          “ນ້ອງ​ມັກ​ຊົມຟ້ອນ​ໂຂນ​ຍ້ອນ​ຊຸດ​ອາພອນຂອງ​ຕົວ​ລະ​ຄອນ​ງາມ ແລະ ລະ​ອຽດ​ລະ​ອໍທີ່​ສຸດ. ນອກນັ້ນ ເນື້ອ​ໃນ​ລະຄອນກໍ​ອຸ​ດົມ​ສົມ​ບູນ ແລະ​​ ມີຫລາຍ​ຮູບ​ຫລາຍ​ແບບ​ທີ່​ສຸດ.”

 

ນຳສິລະປະຟ້ອນໂຂນມາສູ່ຜູ້ຊົມຊາວຫວຽດນາມ - ảnh 2
ລາຍ​ການ​ສ​ະ​ແດງ​ສິ​ລະ​ປະ​ໄທ​ຢູ່ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ
​ຫວຽດ​ນາມ ທີ່​ຮ່າ​ໂນ້ຍ
ພາບ:vov

          ເມື່ອ​ສິ້ນ​ສຸດ​ການ​ສະ​ແດງ ນາງ ຄັດ​ທະ​ຣີ​ຍາ ປະ​ກອບ​ຜົນ ພ້ອມ​ກັບຄູ່ຟ້ອນ​ໄດ້​​​ສົ່ງ​ຮ້ອຍຍີ້ມ ແລະ ​ກົ້ມ​ຫົວ​ອຳ​ລາ​ຜູ້​ຊົມ. ມື້ນີ້ ນາງ ແລະ ຄູ່​ສະ​ແດງຂອງ​ຕົນ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມຊາວ​ຫວຽດ​ນາມ ຮູ້​ຈັກ​ໄດ້​ວ່າ ​ຟ້ອນ​ໂຂນ, ເຊິ່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຮູ​ບ​ການ​ສິ​ລະ​ປະມູນ​ເຊື້ອ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໄທ​ແມ່ນຄື​​ແນວໃດ.


ຕອບກັບ

ຂ່າວ/ບົດ​ອື່ນ