ບົດ​ຕອບ​ສຳ​ພາດ​ຂອງ​ທ່ານ ຫງວຽນ​ມີງ​ຫວູ ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຕໍ່​ນັກ​ຂ່າວ VOV ກ່ຽວ​ກັບ​ໝາກ​ຜົນ ແລະ​ຂີດ​ໝາຍ​ການ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ​ໃນ​ປີ 2020.

(VOVWORLD) -ດ້ວຍ 3 ຫນ້າທີ່ສຳຄັນຄື: ປະທານ ອາຊຽນ 2020, ປະທານ AIPA 41, ຄະນະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021 ຫວຽດນາມ ໄດ້ມີບັນດາຄວາມມານະພະຍາຍາມກະໂດດຂັ້ນ ແລະ ມີໝາກຜົນລື່ນກາຍຄວາມຄາດຫວັງ ໃນປີ 2020.
ບົດ​ຕອບ​ສຳ​ພາດ​ຂອງ​ທ່ານ ຫງວຽນ​ມີງ​ຫວູ ​ຮອງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຕໍ່​ນັກ​ຂ່າວ VOV ກ່ຽວ​ກັບ​ໝາກ​ຜົນ ແລະ​ຂີດ​ໝາຍ​ການ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ​ໃນ​ປີ 2020. - ảnh 1ທ່ານ ຫງວຽນມີງຫວູ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ (ພາບ: baoquocte.vn)

ຂໍຮຽນທ່ານຮອງລັດຖະມົນຕີ ຫງວຽນມີງຫວູ ທ່ານຕີລາຄາຄືແນວໃດກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນບົດບາດທັງເປັນປະທານ ອາຊຽນ 2020 ແລະ ທັງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 2021 ໃນສະພາບປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນປີ 2020.

“ປີຜ່ານມາ ພວກເຮົາໄດ້ຜັນຂະຫຍາຍ 3 ຫນ້າທີ່ສຳຄັນ: ປະທານ ອາຊຽນ 2020, ປະທານ AIPA 41, ຄະນະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021. ດ້ວຍ 3 ຫນ້າທີ່ສຳຄັນນີ້ ຫວຽດນາມ ໄດ້ມີບັນດາຄວາມມານະພະຍາຍາມກະໂດດຂັ້ນ ແລະ ມີໝາກຜົນລື່ນກາຍຄວາມຄາດຫວັງ. ໃນສະພາບການຂອງປີ 2020 ດ້ວຍການຜັນແປສັບສົນຫລາຍຢ່າງ: ໂລກລະບາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງກວ້າງເລິກ, ການແກ້ງແຍ່ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ເສດຖະກິດໂລກຕົກເຂົ້າສູ່ວິກິດການ. ໃນສະພາບການນັ້ນ ດ້ວຍບັນດາຜົນງານຂອງຫວຽດນາມ ເພື່ອນມິດສາກົນ ໄດ້ຕີລາຄາສູງ ແລະ ນິຍົມນັບຖືຕໍ່ຄວາມມານະພະຍາຍາມ ແລະ ໝາກຜົນຂອງພວກເຮົາ.

ຂໍຮຽນທ່ານ: ໃນຂະນະທີ່ດຳລົງຕຳແໜ່ງສຳຄັນນີ້ ຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນໃດແດ່?

“ນັ້ນແມ່ນ 2 ຂີດໝາຍກ່ຽວກັບການຈັດຕັ້ງ ແລະ ເນື້ອໃນ. ສຳລັບການຈັດຕັ້ງ: ຫວຽດນາມ ໄດ້ຮັບມືຢ່າງວ່ອງໄວກັບສະພາບໂລກລະບາດໂຄວິດ 19, ມີ ໄຫວພິບ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍກອງປະຊຸມໂດຍກົງ ແລະ ອອນລາຍ ດ້ວຍໝາກຜົນດີ. ກ່ຽວກັບດ້ານເນື້ອໃນ: ຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງ ຕິດພັນກັບຜົນປະໂຫຍດຂອງບັນດາປະເທດສະມາຊິກ. ອາດເວົ້າໄດ້ວ່າ ມີຫລາຍຂໍ້ລິເລີ່ມ, ແນວຄວາມຄິດຂອງຫວຽດນາມ ໄດ້ກາຍເປັນຊັບສົມບັດຂອງອາຊຽນ.

ດ້ວຍຫົວຂໍ້: ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື, ພວກເຮົາກຳແຫນ້ນຄວາມສົນໃຈຂອງບັນດາປະເທດ ດ້ວຍຂໍ້ລິເລີ່ມລະອຽດຄື: ສ້າງກອງທຶນປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ສ້າງສາງແຮອຸປະກອນປ້ອງກັນ, ສະກັດກັ້ນໂຄວິດ 19, ສ້າງຂັ້ນຕອນໄປມາຢ່າງປອດໄພ, ວາງອອກຫລາຍມາດຕະການຊຸກຍູ້ວິວັດທະນາການສ້າງປະຊາຄົມ ອາຊຽນ ແລະ ສ້າງວິໄສທັດ ອາຊຽນ ຫລັງປີ 2025 ລ້ວນແຕ່ໄດ້ຮັບການສະຫນັບສະຫນູນ ແລະ ຮັບຮອງເອົາຈາກບັນດາປະເທດ ແລະ ຍົກສູງຄຸນຄ່າຂອງອາຊຽນ ກວ່າອີກ, ເພີ່ມທະວີການເຊື່ອມຈອດລະຫວ່າງບັນດາສະມາຊິກ ອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ ນັ້ນແມ່ນບັນດາປະເທດໃຫຍ່ຢູ່ນອກກຸ່ມ ອາຊຽນ.”

ສຳລັບບົດບາດ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງແທດຈິງໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ. ເປັນຄັ້ງທຳອິດທີ່ ສປຊ ຈັດຕັ້ງວາລະໂອ້ລົມສົນທະນາເປີດກ່ຽວກັບການປະຕິບັດ ກົດບັດ ສປຊ ເນື່ອງໃນໂອກາດ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງກົດບັດ ແລະ ເປັນຄັ້ງທຳອິດທີ່ຍົກອອກຖະແຫລງການຂອງກອງປະຊຸມກ່ຽວກັບການປະຕິບັດກົດບັດ ສປຊ. ຫວຽດນາມ ໄດ້ວາງອອກບັນດາມາດຕະການເໝາະສົມ, ດຸ່ນດ່ຽງ ແລະ ແທດຈິງສຳລັບບັນດາບັນຫາຄວາມໝັ້ນຄົງຂອງໂລກ.

ຂໍຮຽນທ່ານ: ຜົນງານເຫຼົ່ານີ້ ຊ່ວຍກຳນົດຖານະບົດບາດຂອງຫວຽດນາມ ໃນເວທີສາກົນຄືແນວໃດ?

“ບັນດາການປະກອບສ່ວນຂອງຫວຽດນາມ ໄດ້ກຳນົດຖານະບົດບາດຂອງຫວຽດນາມ ແມ່ນຢູ່ໃນທີ່ຕັ້ງນັບມື້ນັບມີຄວາມສຳຄັນ. ບັນດາການປະກອບສ່ວນຂອງຫວຽດນາມໃນໄລຍະຜ່ານມາແມ່ນເໝາະສົມກັບສະພາບການ, ມີຄວາມໝາຍທັນການເມື່ອຖືກົດບັດ ສປຊ ເປັນສຳຄັນ, ວາງອອກບັນດາມາດຕະການສຳລັບສັນຕິພາບ ແລະ ຄວາມໝັ້ນຄົງ, ການແກ້ໄຂບັນດາບັນຫາແທດຈິງຄື: ການປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານເລຂາທິການໃຫຍ່ ສປຊ ໄດ້ຕີລາຄາ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແມ່ນປັດໄຈຕັ້ງຫນ້າສຳລັບຄວາມໝັ້ນຄົງ ແລະ ສັນຕິພາບຢູ່ພາກພື້ນ ບໍ່ແມ່ນສິ່ງທີ່ພວກເຮົາມີຄວາມເພິ່ງພໍໃຈ ຫາກເພື່ອໃຫ້ພວກເຮົາກະກຽມໃຫ້ແກ່ບັນດາບົດບາດ ແລະ ຄວາມຄາດຫວັງຂອງໂລກສຳລັບຫວຽດນາມ, ເປັນຕົ້ນແມ່ນ ຍົກລະດັບຈິນຕະນາການຂອງພວກເຮົາຈາກ ພາກພື້ນ ໄປຮອດລະດັບທົ່ວໂລກ, ກະກຽມໃຫ້ຖັນແຖວການຕ່າງປະເທດຫລາຍຝ່າຍມີລະດັບພຽງພໍ ແລະ ມີຄວາມຮູ້ຢ່າງຄົບຖ້ວນ ທັດທຽມກັບສາກົນ, ປະກອບສ່ວນຕັ້ງຫນ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງສາກົນ.”

ຂໍຂອບໃຈທ່ານຮອງລັດຖະມົນຕີ

ຕອບກັບ

ຂ່າວ/ບົດ​ອື່ນ